ການສຶກສາຄົ້ນຄວ້າໃໝ່ໃນສະຫະລັດພົບວ່າ ມີທາດ Mercury ຫລືທາດບາຫລອດທີ່ເປັນ ພິດເຈືອປົນຢູ່ທົ່ວໄປ ຢູ່ໃນປາທີ່ໄດ້ ມາຈາກ ຫ້ວຍນຳລຳທານຕ່າງໆ ທີ່ເບິ່ງຄືວ່າໃສສະອາດ ບໍລິສຸດ ປາດສະຈາກມົນລະພິດນັ້ນ. ນີ້ເປັນຮ່ອງຮອຍອັນຫລ້າສຸດ ທີ່ຊີ້ບອກໃຫ້ຮູ້ວ່າ ມົນລະພິດຈາກ ທາດບາຫລອດມີຢ່າງແຜ່ ຫລາຍຂະໜາດໃດ.
ທາດ Mercury ຫລື ທາດບາຫລອດ ແມ່ນ ເປັນພິດຕໍ່ລະບົບເສ້ນປະສາດ, ແລະ ມັນ ເປັນອັນຕລາຍຢ່າງຫລວງຫລາຍເປັນພິເສດ ຕໍ່ເດັກນ້ອຍທີ່ຍັງເຍົາໄວ. ການໄດ້ຖືກເຜີຍແບ ຕໍ່ທາດບາຫລອດໃນຮູບແບບນຶ່ງ ທີ່ເອີ້ນວ່າ methylmercury ນັ້ນ ສາມາດທຳລາຍ ຄວາມຈຳ, ຄວາມສາມາດໃນການຈົດຈໍ່ຕັ້ງໃຈ ຫລືເອົາໃຈໃສ່, ການປາກເວົ້າພາສາ, ແລະ, ຄວາມສາມາດຕ່າງໆ ທາງດ້ານສະໝອງຂອງເດັກໄດ້ ໃນຂະນະທີ່ພວກເຂົາ ກຳລັງເຕີບ ໃຫຍ່ຂຶ້ນ.
ໃນການສຶກສາຄົ້ນຄວ້າໃໝ່ນັ້ນ, ພວກນັກຄົ້ນຄວ້າຈາກຫ້ອງ ການສຳຫລວດດ້ານທໍລະນີ ສາດ ຫລື U-S-G-S ຂອງສະຫະລັດ ໄດ້ສຶກສາສຳຫລວດເບິ່ງຫ້ວຍນ້ຳລຳທານ, ເກືອບ, 300 ສາຍ ຢູ່ໃນທົ່ວສະຫະຣັດ ຈາກປີ 1998 ຫາ 2005 ຄື ພວກເຂົາເຈົ້າທຳການວິໄຈ ແລະ ກວດເບິ່ງລະດັບທາດບາຫລອດທີ່ເຈືອປົນຢູ່ນຳປາ ທີ່ມາຈາກຫ້ວຍນ້ຳລຳທານເຫລົ່າ, ນັ້ນ ໂດຍເລືອກເອົາປາທີ່ຊາວປະໂມງວາງລາຄາສູງຫມາຍຄວາມວ່າ ຜູ້ຄົນນິຍົມກັນກິນ ຫລາຍ ເຊັ່ນປາ bass ຫລື ປາກະພົງ ແລະ ປາ trout. ຜົນການສຶກສາ ພົບວ່າ ¼ ຂອງປາເຫລົ່ານັ້ນ ແມ່ນມີທາດບາຫລອດ ເຈືອປົນຢູ່ສູງກວ່າລະດັບທີ່ຖືວ່າກິນໄດ້ ຢ່າງ ປອດໄພ.
ທ່ານ Mark Brigham ນັກເຄມີດ້ານທໍລະນີສາດ ເຊິ່ງເປັນຜູ້ນຶ່ງໃນບັນດານັກຂຽນບົດ ສຶກສາຄົ້ນຄວ້ານີ້ ເວົ້າວ່າ ການເຈືອປົນຂອງທາດບາຫລອດນີ້ ມີລະດັບສູງທີ່ສຸດແມ່ນຢູ່ ໃນປາທີ່ມາຈາກຫ້ວຍນ້ຳລຳທານທີ່ໃສບໍລິສຸດ, ໄກຈາກສິ່ງແປດເປື້ອນຕ່າງໆ ມີປ່າຢູ່ອ້ອມ, ຮອບ ແລະ ດິນຊຸ່ມອືນ. ທ່ານຄິດວ່າ ທາດບາຫລອດ ທີ່ປາພວກນີ້ໄດ້ຮັບແມ່ນມາຈາກ ທາງດຽວ ນັ້ນກໍຄືມາຈາກ ບັນຍາກາດ ຫລື ເວົ້າອີກແງ່ນຶ່ງ ກໍແມ່ນວ່າ ທາດບາຫລອດນັ້ນ ຕົກລົງມາຈາກເທິງຟ້າ.
ທ່ານ Mark Brigham ຍັງເວົ້າວ່າ ທາດບາຫລອດ ທີ່ຂຶ້ນໄປປົນຢູ່ນຳບັນຍາກາດນັ້ນ ແມ່ນມາຈາກ ແຫລ່ງທຳມະຊາດ ແລະ ອຸດສະຫະກຳ ຫລາຍໆແຫລ່ງແຕກຕ່າງກັນ. ແລະ ແຫລ່ງທີ່ ເປັນຕົວປະກອບສ່ວນສ້າງມົນລະພິດ ທີ່ໃຫຍ່ທີ່ສຸດ ທີ່ເກີດຈາກການກະທຳຂອງ ຄົນ ກໍຄືການເຜົາໃໝ້ ຖ່ານຫີນ ເພື່ອເອົາພະລັງງານ.
ນອກນັ້ນ ທາດບາຫລອດດັ່ງກ່າວ ກໍອາດ ຈະມາຈາກນອກປະເທດ ແລະ ຈາກບ່ອນທີ່ຢູ່ ຫ່າງໄກຈາກສະຫະຣັດກໍໄດ້ ເພາະວ່າ ຕາມ ລັກສະນະທຳມະຊາດຂອງມັນແລ້ວ ບາ ຫລອດເປັນທາດ ທີ່ລ່ອງລອຍໄປໄກໃນທົ່ວ ໂລກໄດ້. ສະນັ້ນ ການຜົ່ນຄວັນອາຍເສຍ ທີ່ມີທາດບາຫລອດເຈືອ ປົນຢູ່ນຳໃນທະວີບນຶ່ງ ກໍສາມາດມີຜົນກະທົບຕໍ່ທະວີບອື່ນໆອີກ. ຕົວ ຢ່າງວ່າ ຖ້າຫາກມີການຜົ່ນຄວັນອາຍຢູ່ເອ ເຊຍ, ມັນກໍສາມາດກະທົບເຖິງທະວີບອາເມຣິ ກາເໜືອ ໄດ້. ເຊັ່ນດຽວກັນ ການຜົ່ນຄວັນ ອາຍຢູ່ອາເມຣິກາເໜືອ ກໍຈະມີກະທົບຕໍ່ທະວີບອາຟຣິກາໄດ້.
ເຫດການດັ່ງກ່າວນີ້ ເຮັດໃຫ້ບັນຫາມົນລະພິດຈາກທາດບາ ຫລອດເປັນບັນຫາລະດັບໂລກ. ສະຫະຣັດ ເປັນປະເທດໃຫຍ່ ອັນດັບ 3 ໃນການຜົ່ນອາຍທາດບາຫລອດອອກ, ຫລັງຈາກ ອິນເດຍ ອັນດັບນື່ງ ແລະ ຈີນ ອັນດັບສອງ ທີ່ປ່ອຍອອກຫລາຍກວ່າສະຫະລັດຕັ້ງຫລາຍ. ທ່ານນາງ Gina Solomon ທີ່ສະພາປົກປ້ອງຊັພຍາກອນທຳມະຊາດ ເວົ້າວ່າ ສະຫະຣັດ ຕ້ອງເປັນຜູ້ນຳໜ້າ ຫລື ເຮັດເປັນແບບຢ່າງໃຫ້ແກ່ບັນດາປະເທດກຳລັງພັດທະນາ ກ່ອນຈະ ໄປບອກປະເທດເຫລົ່ານັ້ນ ໃຫ້ຫລຸດຜ່ອນການປ່ອຍຄວັນອາຍທາດບາຫລອດອອກສູ່ບັນຍາ ກາດ. ເພາະວ່າ ການທີ່ທຸກປະເທດໃນໂລກ ຕ້ອງຫລຸດຜ່ອນການປ່ອຍມົນລະພິດທາດບາ ຫລອດອອກນັ້ນ ແມ່ນເປັນສິ່ງຈຳເປັນທີ່ຈະຕ້ອງເຮັດ ເພື່ອຮັກສາສຸຂະພາບ. ແລະ ແນ່ນອນ ບັນດາປະເທດໃນຂົງເຂດເອເຊຍ ກໍຕ້ອງເຮັດຄືກັນ ເພາະວ່າ ອຸດສາຫະກຳດ້ານພະລັງງານ ໃນເອເຊຍ ແມ່ນເປັນແຫລ່ງໃຫຍ່ແຫລ່ງນຶ່ງທີ່ແຜ່ຜາຍມົນລະພິດທາດບາຫລອດໄປທົ່ວໂລກ.
ນອກນີ້ ເອເຊຍຍັງເປັນທະວີບທີ່ມີຄົນກິນປາຫລາຍທີ່ສຸດ. ເຖິງແມ່ນວ່າ ຍັງບໍ່ມີການຄົ້ນ ຄວ້າດີ ຢູ່ໃນຂົງເຂດດັ່ງກ່າວ ແຕ່ ທ່ານນາງ Desiree Narvaez ແຫ່ງອົງການສະຫະປະຊາຊາດ ເວົ້າວ່າ ການສຸ່ມກວດກາເປັນບາງບ່ອນ ສະແດງໃຫ້ເຫັນວ່າ ມີທາດບາ ຫລອດ ໃນລະດັບສູງຢູ່ນຳປາຂອງເອເຊຍ.
ທ່ານ Mark Brigham ຜູ້ນຶ່ງທີ່ຮ່ວມຂຽນບົດສຶກສາຄົ້ນ ຄວ້ານີ້ ເວົ້າວ່າ ທາດບາຫລອດ ແມ່ນສະສົມຂຶ້ນເປັນລຳ ດັບຕາມຂອດ ຕ່ອງໂສ້ຂອງອາຫານ ຄືນັບຈາກ ໄຄນ້ຳ, ໄປຫາປານ້ອຍ ຈົນເຖິງປາໃຫຍ່. ສະນັ້ນ ປາໃຫຍ່ກວ່າໝູ່ ກໍມັກຈະມີ ທາດບາຫລອດສະສົມຢູ່ໃນລະດັບສູງທີ່ສຸດ. ປາທີ່ ນ້ອຍກວ່າ ແລະ ເປັນທີ່ນິຍົມກັນໜ້ອຍກວ່າ, ຕົວ ຢ່າງເຊັ່ນ ປາດຸກ, ປາກົດ, ປາ pollock ແລະ ກຸ້ງ ມັກຈະມີທາດບາຫລອດຢູ່ໃນລະດັບ ທີ່ປອດໄພກວ່າ. ທ່ານ Brigham ກ່າວອີກວ່າ ປາທີ່ກຸ່ມຂອງ ທ່ານໄດ້ເອົາມາເປັນຕົວ ຢ່າງໃນການຄົ້ນຄວ້າ ສ່ວນຫລາຍແມ່ນກິນໄດ້ຢ່າງປອດໄພ. ແລະ ບັນດານັກຊ່ຽວຊານກໍໄດ້ແນະນຳໃຫ້ກິນປາ ເພາະວ່າປາເປັນອາຫານ ທີ່ເປັນປະໂຫຍດຕໍ່ຮ່າງກາຍ ຖ້າຫາວ່າ ມັນບໍ່ມີທາດບາຫລອດເຈືອ ປົນຢູ່ນໍາຫລາຍ.