ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະ ລາວ ຕົກລົງທີ່ຈະຮ່ວມມືກັນເພີ້ມຂຶ້ນ


ເກົາຫລີເໜືອ - ນິວເຄລັຽ: ເກົາຫລີໃຕ້ກ່າວ ວ່າ ຕົນຈະບໍ່ຄັດຄ້ານ ຕໍ່ສະຫະຣັດ ທີ່ຈະເປີດ ການເຈຣະຈາໂດຍກົງ ກັບເກົາຫລີເໜືອ ເພື່ອ ຊັກຊວນໃຫ້ພຽງຢາງກັບຄືນເຂົ້າຮ່ວມ ການເຈ ຣະຈາກ່ຽວກັບ ການປົດອາວຸດນິວເຄລັຽ ທີ່ໄດ້ ຕົກຢູ່ໃນສະພາບ ບໍ່ໄປບໍ່ມານັ້ນ. ກະຊວງການ ຕ່າງປະເທດ ເກົາຫລີໃຕ້ ກ່າວໃນວັນເສົາ ມື້ນີ້ວ່າ ຕົນສນັບສນຸນ ຕໍ່ການເຈຣະຈາ 2 ຝ່າຍ ລະຫວ່າງວໍຊິງຕັນ ແລະພຽງຢາງ ຕາບໃດທີ່ ການເຈຣະຈາທີ່ວ່ານີ້ ຈັດຂຶ້ນພາຍໃນ ຂອບຂອງການເຈຣະຈາ 6 ຝ່າຍ. ເຈົ້າໜ້າທີ່ຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ກ່າວໃນມື້ວານນີ້ວ່າ ຣັຖບານທ່ານ OBAMA ຍິນດີ ທີ່ຈະສົ່ງທູດພິເສດ ທ່ານ STEPHEN BOSWORTH ໄປຍັງພຽງຢາງ ເພື່ອເປີດ ການເຈຣະຈາໂດຍກົງ ກັບເຈົ້າໜ້າທີ່ເກົາຫລີເໜືອ ກ່ຽວກັບບັນຫາທີ່ວ່ານີ້. ຍຸທສາດໃໝ່ ຂອງສະຫະຣັດ ໄດ້ມີຂຶ້ນ ຫລັງຈາກທ່ານ BOSWORTH ແລະເຈົ້າໜ້າທີ່ ອະວຸໂສອີກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ທ່ານ SUNG KIM ເສັດສິ້ນການປຶກສາຫາຣື ກ່ຽວກັບບັນຫານິວເຄລັຽ ຂອງເກົາຫລີເໜືອ ກັບຄູ່ເຈຣະຈາ ໃນເກົາຫລີໃຕ້ ຈີນ ຍີ່ປຸ່ນ ແລະຣັດເຊັຽ ຊຶ່ງຕ່າງກໍເປັນພາຄີ ໃນການເຈຣະຈາ 6 ຝ່າຍ ໃນສັບປະດານີ້.

ອັຟການິສຖານ: ຄະນະກັມມະການເລືອກຕັ້ງ ທີ່ເປັນອິສຣະ ຂອງອັຟການິສຖານ ກ່າວວ່າ ຕົນມີແຜນການ ທີ່ຈະປະກາດໃຫ້ຊາບ ໃນວັນ ເສົາມື້ນີ້ ກ່ຽວກັບຜົນການເລືອກຕັ້ງ ປະທານາທິ ບໍດີ ໃນວັນທີ 20 ສິງຫາຜ່ານມາ ຢ່າງຄົບຖ້ວນ. ຜົນການນັບບັດຄະແນນສຽງ ຍັງຈະບໍ່ທັນ ເປັນ ຂັ້ນສຸດທ້າຍເທື່ອ ຈົນກວ່າຄະນະກັມມະການ ທີ່ໄດ້ຮັບການໜຸນຫລັງ ຈາກອົງການ ສະຫະປະ ຊາຊາດ ໄດ້ກວດກາເບິ່ງ ການກ່າວຫາ ກ່ຽວກັບການສໍ້ໂກງ ຄະແນນທັງໝົດ. ກ່ອນໜ້ານີ້ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ໄດ້ສະແດງ ຄວາມຊົມເຊີຍ ທີ່ຈະມີການເປີດເຜີຍ ຄະແນນສຽງ ທີ່ຍັງບໍ່ທັນ ຄົບຖ້ວນເທື່ອ ຊຶ່ງສະແດງໃຫ້ເຫັນວ່າ ທ່ານມີຄະແນນນຳໜ້າ 54%. ແຕ່ຜູ້ທ້າທາຍ ທີ່ສຳຄັນ ຂອງທ່ານ KARZAI ຄືທ່ານ ABDULLAH ABDULLAH ອະດີດຣັຖມຸນຕຣີ ການຕ່າງປະເທດ ອັຟການິສຖານ ຊຶ່ງໄດ້ຮັບຄະແນນສຽງ 28% ໃນເວລານີ້ ໄດ້ໂຕ້ແຍ້ງ ກ່ຽວກັບຜົນ ການນັບຄະແນນສຽງ. ຜູ້ສະມັກ ຈະຕ້ອງໄດ້ຮັບຄະແນນສຽງ ກາຍ 50% ຈຶ່ງຈະບໍ່ມີ ການເລືອກຕັ້ງ ຮອບສອງ.

ອິນເດັຽ - ປາກິສຖານ: ອິນເດັຽ ໄດ້ກ່າວຫາ ປາກິສຖານວ່າ ຍິງປືນຄົກ 3 ລູກຂ້າມຊາຍແດນ ໃນຄືນວັນສຸກ ວານນີ້ ໃກ້ໆເມືອງທ່ອງທ່ຽວແຫ່ງ ນຶ່ງ ຢູ່ໃນແຂວງປັນຈາບ ທາງພາກເໜືອ ຂອງ ປະເທດອິນເດັຽ. ເຈົ້າໜ້າທີ່ອິນເດັຽ ກ່າວວ່າ ຕົນໄດ້ທຳການຍິງປືນກົນ ຕອບໂຕ້ໃນທັນທີ. ປາກິສຖານ ໄດ້ປະຕິເສດວ່າ ຕົນບໍ່ໄດ້ຍິງປືນຄົກ ຂ້າມຊາຍແດນ ແລະເວົ້າວ່າ ການຍິງປືນຂອງ ອິນເດັຽ ໃສ່ປາກິສຖານນັ້ນ ໄດ້ມີຂຶ້ນ ໂດຍບໍ່ມີການທ້າທາຍເກາະຜິດ. ໃນເວລາຕໍ່ມາ ເຈົ້າໜ້າທີ່ທະຫານ ຂອງທັງສອງຝ່າຍ ໄດ້ພົບປະກັນ ເພື່ອປຶກສາຫາຣື ກ່ຽວກັບເຫດຮ້າຍ ດັ່ງກ່າວ. ບໍ່ມີລາຍງານວ່າ ມີຜູ້ບາດເຈັບລົ້ມຕາຍ ແຕ່ປະການໃດ ຈາກເຫດການທີ່ວ່ານີ້. ອິນເດັຽ ແລະປາກິສຖານ ໄດ້ສູ້ຣົບກັນ ດ້ວຍການເຮັດສົງຄາມ 3 ຄັ້ງ ນັບແຕ່ໄດ້ຮັບ ເອກກະຣາດ ຈາກປະເທດອັງກິດ ໃນປີ 1947 ແລະການຍິງປືນໂຈມຕີ ຂ້າມຊາຍແດນ ຍັງສືບຕໍ່ມີຂຶ້ນ ເປັນບາງຄັ້ງບາງຄາວ. ເຫດຮ້າຍເຫຼົ່ານີ້ ໄດ້ກາຍເປັນເຣື່ອງ ທີ່ບໍ່ຄ່ອຍຈະໄດ້ເຫັນກັນ ນັບແຕ່ການຢຸດຍິງ ໃນປີ 2003 ເປັນຕົ້ນມາ. ການເຈຣະຈາຫາຣືກັນ ຍັງດຳເນີນ ຢູ່ຕລອດມາ.

ເວເນຊູເອລາ - ຣັດເຊັຽ: ປະທານາທິບໍດີ ເວເນຊູເອລາ ທ່ານ HUGO CHAVEZ ກ່າວວ່າທ່ານໄດ້ລົງນາມໃນຂໍ້ຕົກລົງຊື້ອາວຸດ ຈາກຣັດເຊັຽ ແລະຄາດວ່າໃນໄວໆນີ້ເວເນຊູເອ ລາຈະໄດ້ຮັບ ຈະຣວດນ້ອຍຈຳນວນນຶ່ງ. ທ່ານ CHAVEZ ກ່າວໃນວັນສຸກ ວານນີ້ວ່າ ຈະຣວດ ເຫລົ່ານີ້ ແມ່ນອຸບປະກອນ ທີ່ໃຊ້ສຳລັບປ້ອງກັນ ປະເທດເທົ່ານັ້ນ ໂດຍມີຣັສມີ ຍິງໄດ້ເຖິງ 300 ຫລັກກິໂລແມັດ. ມົສກູກ່າວວ່າ ຕົນຈະຂາຍອາ ວຸດທຸກຊະນິດ ໃຫ້ແກ່ເວເນຊູເອລາ ຕາມທີ່ປະເທດດັ່ງກ່າວ ຕ້ອງການ. ໃນໄລຍະສອງ-ສາມປີ ຜ່ານມານີ້ ເວເນຊູເອລາ ໄດ້ຊື້ອາວຸດ ຈາກປະເທດຣັດເຊັຽ ເປັນມູນຄ່າ ຫລາຍກວ່າ 4 ພັນລ້ານໂດລາ. ເມື່ອໄວໆມານີ້ ທ່ານ CHAVEZ ໄດ້ເພີ້ມການ ໃຫ້ຄວາມສນັບສນຸນ ຕໍ່ຣັດເຊັຽ ໂດຍໄດ້ປະກາດ ຮັບຮູ້ ການເປັນເອກກະຣາດ ຂອງ 2 ເຂດ ໃນຈໍເຈັຽ ທີ່ໄດ້ຮັບການໜຸນຫລັງ ຈາກຣັດເຊັຽ ຄື OSSETIA ໃຕ້ ແລະ ABKHAZIA. ເວເນຊູເອລາ ເປັນປະເທດທີ 3 ທີ່ໄດ້ຮັບຮູ້ ຄວາມເປັນເອກກະຣາດ ຂອງ 2 ເຂດ ທີ່ແຍກອອກຈາກຈໍເຈັຽ ຊຶ່ງກ່ອນໜ້ານີ້ ກໍແຕ່ພຽງຣັດເຊັຽ ແລະນິກາຣາກວາເທົ່ານັ້ນ ໄດ້ຮັບຮູ້.

ຈີນ - ລາວ: ປະທານປະເທດຈີນ ທ່ານ HU JINTAO ໄດ້ພົບປະກັບປະທານປະເທດ ສປປ ລາວທ່ານຈູມມະລີ ໄຊຍະສອນ ທີ່ນະຄອນຫຼວງ ປັກກິ່ງ ແລະທັງສອງຝ່າຍ ໄດ້ໃຫ້ຄຳໝັ້ນສັນຍາ ວ່າ ຈະເສີມຂຍາຍ ການຮ່ວມມືເພີ້ມຕື່ມ. ຜູ້ນຳ ຂອງລາວ ກຳລັງຢູ່ໃນລະຫວ່າງ ການຢ້ຽມຢາມ ຈີນເປັນເວລາ 8 ມື້ ຕາມການເຊື້ອເຊີນ ຂອງປະທານ HU ຊຶ່ງການຢ້ຽມຢາມຂອງທ່ານ ຈະສິ້ນສຸດລົງ ໃນວັນອາທິດ ມື້ອື່ນນີ້. ພວກຜູ້ນຳທັງສອງ ໄດ້ກ່າວ ຫລັງຈາກພົບປະເຈຣະຈາ ໃນວັນມື້ພຸດ ຜ່ານມານີ້ວ່າ ພວກທ່ານໄດ້ຕີຣາຄາສູງ ໃນຄວາມສັມພັນ ແບບເພື່ອນມິດ ທີ່ມີມາ ເປັນເວລາດົນນານ ລະຫວ່າງ ປະເທດທັງສອງ ການແລກປ່ຽນ ການຢ້ຽມຢາມ ເຈົ້າໜ້າທີ່ຣະດັບສູງ ທີ່ມີຂຶ້ນ ຢ່າງເປັນປະຈຳ ແລະການຮ່ວມມື ໃນດ້ານຕ່າງໆ. ອົງການຂ່າວຊິນຫວາ ຂອງທາງການຈີນ ໄດ້ອ້າງຄຳເວົ້າ ຂອງປະທານ HU ທີ່ກ່າວວ່າ ທັງສອງຝ່າຍ ສາມາດຮຽນຮູ້ ຈາກກັນແລະກັນ ກ່ຽວກັບການເສີມສ້າງພັກ ແລະການປົກຄອງ ຂອງຣັຖບານ. ສ່ວນໜັງສືພິມ VIENTIANE TIMES ຂອງລາວ ລາຍງານວ່າ ທ່ານຈູມມະລີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທຳການ ເຈຣະຈາຫາຣືເພີ້ມຕື່ມ ກ່ຽວກັບບັນຫາ ທີ່ສຳຄັນໆ ເພື່ອເລັ່ງລັດ ການຮ່ວມມື ທາງດ້ານເສຖກິດ ແລະການຄ້າ ຕລອດທັງຊຸກຍູ້ ໃຫ້ມີການແລກປ່ຽນ ວັທນະທັມ ແລະການແລກປ່ຽນ ລະຫວ່າງປະຊາຊົນ ກັບປະຊາຊົນ.

ສະຫະຣັດ - ຈີນ: ສະຫະຣັດ ຈະທຳການລົງ ໂທດ ດ້ວຍການເກັບພາສີເປັນເວລາ 3 ປີເພື່ອ ຈຳກັດ ການນຳເຂົ້າ ຕີນຣົດຈາກຈີນ ຊຶ່ງເປັນ ການສນອງຕອບ ຕໍ່ການຍື່ນໜັງສືຮ້ອງຮຽນ ໃນ ຕົ້ນປີນີ້ ໂດຍກັມມະບານ ຄົນງານເຫລັກກ້າ ຂອງສະຫະຣັດ. ທຳນຽບຂາວ ຖແລງໃນມື້ວານນີ້ວ່າ ການເກັບພາສີ ເປັນເວລາ 3 ປີທີ່ວ່ານີ້ ແມ່ນຈະຮວມທັງ ການຂຶ້ນພາສີພິເສດ 35% ສຳລັບຕີນຣົດ ທັມມະດາ ແລະຕີນຣົດບັນທຸກ ຂນາດເບົາ ໃນປີທຳອິດ ຕິດຕາມດ້ວຍ ປີທີສອງ 30% ແລະປີທີສາມ 25%. ຈີນໄດ້ປະນາມການ ຕັດສິນໃຈດັ່ງກ່າວ ໃນທັນທີ ໂດຍເວົ້າວ່າ ການເກັບສີທີ່ວ່ານີ້ ແມ່ນເປັນການ ດຳເນີນການ ຢ່າງຮ້າຍແຮງ ໃນການຕັ້ງ ກຳແພງການຄ້າ ເພື່ອປົກປ້ອງອຸສາຫະກັມຂອງຕົນ. ໃນຖແລງຂ່າວ ທີ່ພິມເຜີຍແຜ່ ໂດຍທາງເວັບໄຊທ໌ ຂອງຕົນນັ້ນ ກະຊວງ ການຄ້າຂອງຈີນກ່າວວ່າ ການເຄື່ອນໄຫວ ດັ່ງກ່າວນີ້ ແມ່ນເປັນການລະເມີດ ຕໍ່ກົດຣະບຽບ ຂອງອົງການໆຄ້າໂລກ. ຖແລງຂ່າວເວົ້າຕື່ມວ່າ ຈີນຂໍສງວນສິດ ໃນການທີ່ຈະຕອບໂຕ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG