ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີ ສະລະຊີບ ດ້ວຍຣົດຣະເບີດ ໃນພາກເໜືອອີຣັກ ເຮັດໃຫ້ມີ ຜູ້ເສັຽຊີວິດ 20 ຄົນ


ອີຣັກ: ຕຳຣວດອີຣັກ ກ່າວວ່າ ການໂຈມຕີສະ ລະຊີບ ດ້ວຍຣົດບັນທຸກຣະເບີດເຮັດໃຫ້ມີຜູ້ເສັຽ ຊີວິດ ຢ່າງນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບ ອີກ 27 ຄົນ ທີ່ບ້ານຊາວເຄີຣ໌ທແຫ່ງນຶ່ງ ໃນ ພາກເໜືອອີຣັກ. ການໂຈມຕີດັ່ງກ່າວ ມີຂຶ້ນໃນ ຕອນເຊົ້າມື້ນີ້ ທີ່ບ້ານ WARDAK ໃກ້ໆເມືອງ MOSUL. ຕຳຣວດເວົ້າວ່າ ການໂຈມຕີສະລະ ຊີບຄັ້ງທີ 2 ໄດ້ຖືກຢັບຢັ້ງ ເວລາເຈົ້າໜ້າທີ່ ຮັກສາຄວາມສະງົບ ຂອງອີຣັກ ໄດ້ຍິງປືນເຂົ້າໃສ່ ຜູ້ໂຈມຕີ ກ່ອນທີ່ຜູ້ກ່ຽວ ຈະບີບຄະນວນຣະເບີດ ໃຫ້ແຕກຂຶ້ນ. ໃນເຫດຮ້າຍ ຢູ່ອີກບ່ອນນຶ່ງນັ້ນ ຕຳຣວດກ່າວວ່າ ມີ 4 ຄົນເສັຽຊີວິດ ແລະອີກ 29 ຄົນໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍ ຣະເບີດ ທີ່ເມືອງ MAHMUDIYA ທີ່ຢູ່ທາງ ທິດໃຕ້ ຂອງນະຄອນຫລວງແບັກແດັດ. ໃນມື້ ວານນີ້ ຣົດຣະເບີດ ໄດ້ແຕກຂຶ້ນ ຢູ່ນອກເຮືອນຫລັງນຶ່ງ ທີ່ເມືອງ KIRKUK ເຮັດໃຫ້ມີ ຜູ້ເສັຽຊີີວິດ 8 ຄົນ ແລະເຮັດໃຫ້ຕຶກພັງ ຢ່າງນ້ອຍ 1 ຫລັງ. ຕຳຣວດກ່າວວ່າ ຣະເບີດໄດ້ແຕກຂຶ້ນ ກ່ອນກຳນົດເວລາ ຢູ່ໃນເດິ່ນ ຕໍ່ໜ້າເຮືອນ ຫລັງດັ່ງກ່າວ.

ໂອບາມາ - ຮັກສາສຸຂພາບ: ປະທານາທິບໍ ດີສະຫະຣັດ ທ່ານ BARACK OBAMA ກ່າວ ຕໍ່ສະມາຊິກ ຣັຖສະພາສະຫະຣັດ ໃນແລງວັນ ພຸດວານນີ້ວ່າເຖິງເວລາແລ້ວທີ່ຈະຕ້ອງຢຸດເຊົາ ການໃຊ້ສຳນວນໂວຫານ ທີ່ຮຸນແຮງໂຈມຕີກັນ ແລະຮັບຜ່ານ ຮ່າງກົດໝາຍ ການປະຕິຮູບຣະ ບົບຮັກສາສຸຂພາບທີ່ມີຄວາມສຳຄັນ. ໃນລະວ່າງ ການກ່າວຄຳປາສັຍ ຕໍ່ກອງປະຊຸມຮ່ວມ ຂອງຣັຖສະພາ ສະຫະຣັດນັ້ນ ທ່ານ OBAMA ໄດ້ໂຈມຕີ ພວກຕຳໜິຕິຕຽນ ທີ່ໄດ້ປ່ອຍຂ່າວ ບໍ່ມີມູນຄວາມຈິງ ກ່ຽວກັບ ຂໍ້ສເນີຂອງທ່ານ ຮວມທັງ ການກ່າວຫາທີ່ວ່າ ໂຄງການຂອງທ່ານ ຈະສ້າງຕັ້ງອັນ​ທີ່​ເອີ້ນ​ວ່າ ຄະນະພິຈາຣະນາ ​ຄວາມເປັນຄວາມຕາຍ ຊຶ່ງຈະເປັນຜູ້ຊັ່ງຊາຕີຣາຄາ ກ່ຽວກັບການປິ່ນປົວ ພວກທີ່ເຈັບເປັນ ແລະເຖົ້າແກ່ແລ້ວນັ້ນ. ປະທານາທິບໍດີ ສະຫະຣັດ ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ຄວາມຮ່ວມມື ແກ່ບັນດາສະມາຊິກຣັຖສະພາ ໃນໄລຍະ ຫລາຍໆອາທິດຂ້າງໜ້າ. ທ່ານ OBAMA ໄດ້ໃຫ້ລາຍລະອຽດ ກ່ຽວກັບຂໍ້ສເນີ ມູນຄ່າ 900 ພັນລ້ານໂດລາ ຂອງທ່ານວ່າ ຈະຮວມທັງ ທາງເລືອກໃນການ ປະກັນພັຍສຸຂພາບ ຂອງຣັຖບານ ເພື່ອແຂ່ງກັບ ບໍຣິສັດ ປະກັນເອກກະຊົນ.

ເມັກຊິໂກ: ເຮືອບິນອາຍພົ່ນ ໂດຍສານລຳນຶ່ງ ຈາກເມືອງຕາກອາກາດ CANCUN ຂອງເມັກ ຊິໂກໄດ້ຖືກຈີ້ ເປັນເວລາສັ້ນໆ ໃນວັນພຸດວານ ນີ້ ແຕ່ຜູ້ໂດຍສານ ແລະພະນັກງານ​ເທິງເຮືອບິນ ຫຼາຍກວ່າ 100 ຄົນ ໄດ້ຖືກປ່ອຍຢ່າງປອດພັຍ ເວລາເຮືອບິນລົງຈອດ ທີ່ນະຄອນຫຼວງ ເມັກຊິ ໂກຊີ້ຕີ້. ເຈົ້າໜ້າທີ່ເມັກຊິໂກກ່າວວ່າ ຜູ້ຊາຍ ຊາວໂບລີເບັຽຄົນນຶ່ງ ທີ່ອ້າງວ່າຕົນ​ໄດ້​ເຫັນ​ປາກົດການພິເສດ ທີ່​ພະເຈົ້າສະ​ແດງ​ໃຫ້​ເຫັນ ເປັນຜູ້ຢູ່ເບື້ອງຫຼັງ ການຈີ້ເຮືອບິນ ອາຍພົ່ນໂດຍສານ ຂອງສາຍການບິນ AEROMEXICO ເປັນເວລາສັ້ນໆ ໃນມື້ວານນີ້ ທີ່ບິນຈາກເມືອງ CANCUN ໄປຫານະຄອນຫຼວງ ເມັກຊິໂກຊີ້ຕີ້. ຣັຖມຸນຕຣີ ຮັກສາຄວາມປອດພັຍ ສາທາຣະນະ ຂອງເມັກຊິໂກ ທ່ານ GENARO GARCIA LUNA ກ່າວວ່າ ຜູ້ຊາຍອາຍຸ 44 ປີຄົນນີ້ ບອກຕຳຣວດວ່າລາວ ເປັນນັກບວດ ແລະລາວໄດ້ຈີ້ເຮືອບິນ ຍ້ອນວ່າ ວັນພຸດວານນີ້ ແມ່ນວັນທີ 9 ເດືອນ 9 ປີ 2009 ຊຶ່ງມີຄວາມໝາຍ ສຳລັບລາວ. ທ່ານ GARCIA ເວົ້າວ່າ ຜູ້ຊາຍຄົນນີ້ ໄດ້ບອກເຈົ້າໜ້າທີ່ວ່າ ລາວຢາກເຕືອນ ປະທານາທິບໍດີເມັກຊິໂກ ທ່ານ FELIPE CALDERON ກ່ຽວກັບແຜ່ນດິນໄຫວ ທີ່ຈະເກີດຂຶ້ນ​ ໃນ​ໄວໆ​ນີ້. ​

ອິນເດັຽ: ຕຳຣວດອິນເດັຽ ກ່າວວ່າ ມີເດັກນ້ອຍ ແມ່ຍິງບໍ່ຕ່ຳກວ່າ 5 ຄົນ ເສັຽຊີວິດ ແລະພວກນັກ ຮຽນຄົນອື່ນໆອີກ 27 ຄົນ ໄດ້ຮັບບາດເຈັບ ໃນ ເຫດການແຕກຕື່ນໃນວັນພະຫັດມື້ນີ້ ທີ່ໂຮງຮຽນ ຫຼວງແຫ່ງນຶ່ງ ໃນນະຄອນຫລວງນິວເດລີ. ເຫດ ຮ້າຍດັ່ງກ່າວ ເກີດຂຶ້ນໃນບໍຣິເວນຂັ້ນໃດ ທີ່ແຄບ ແຄບຂອງອາຄານ 2 ຊັ້ນ ໃນຄຸ້ມ KHAJURI KHAS ທາງກ້ຳຕາເວັນອອກ ສຽງເໜືອ ຂອງກຸງນິວເດລີ. ຕຳຣວດເວົ້າວ່າ ພວກນັກຮຽນ ກຳລັງຖືກຍ້າຍຈາກຫ້ອງນຶ່ງ ໄປຍັງອີກຫ້ອງນຶ່ງ ຂອງໂຮງຮຽນ ​ເວລາມີຂ່າວລືວ່າ ນັກຮຽນໄດ້ຖືກໄຟຟ້າຊອ໊ກຕາຍ ຢູ່ໃນຫ້ອງຮຽນຫ້ອງ​ນື່ງ ທີ່ຖືກນ້ຳຖ້ວມ. ​ແຕ່ຕຳຣວດກ່າວວ່າ ບໍ່ມີນັກຮຽນ ຖືກໄຟຟ້າຊອ໊ກຕາຍ ແຕ່ປະການໃດ. ມີຝົນຕົກໜັກ ທີ່ນະຄອນຫລວງ ນິວເດລີ ເລີ້ມມາແຕ່ ແລງວັນພຸດ ວານນີ້.

ເກົາຫລີເໜືອ - ຍີ່ປຸ່ນ: ເຈົ້າໜ້າທີ່ອະວຸໂສ ຄົນນຶ່ງ ຂອງເກົາຫລີເໜືອ ໄດ້ຮຽກຮ້ອງ ໃຫ້ ສ້າງຕັ້ງຄວາມສັມພັນ ແບບໃຫ້ດອກອອກຜົນ ກັບນາຍົກຣັຖມຸນຕຣີ ຄົນໃໝ່ຂອງຍີ່ປຸ່ນ ທ່ານ YUKIO HATOYAMA. ໃນການໃຫ້ສຳພາດ ແກ່ອົງການຂ່າວກຽວໂດ ຂອງຍີ່ປຸ່ນນັ້ນ ທ່ານ KIM YONG NAM ຜູ້ນຳໝາຍເລກ 2 ແຕ່ ພຽງໃນນາມ ຂອງເກົາຫລີເໜືອ ກ່າວວ່າ ພຽງຢາງ ຈະຈັບຕາເບິ່ງ ຣັຖບານຂອງທ່ານ HATOYAMA ຊຶ່ງກຳລັງ ຈະເຂົ້າກຳອຳນາດ ໃນໄວໆນີ້ ຢ່າງໃກ້ຊິດ. ທ່ານ KIM ກ່າວວ່າ ໂອກາດໃນການມີຄວາມສັມພັນ ລະຫວ່າງປະເທດທັງສອງ ຈະຂຶ້ນຢູ່ກັບ ທ່າທີຂອງ ຣັຖບານຍີ່ປຸ່ນ ແຕ່ຝ່າຍ​ດຽວ ​ແລະກ່າວ​ຕໍ່​ໄປວ່າ ມັນຈະຂຶ້ນຢູ່ກັບ ວິທີການແກ້ໄຂ ຂອງຍີ່ປຸ່ນ ກ່ຽວ​ກັບບັນຫາຕ່າງໆ ເຊັ່ນບັນຫາ ການຈ່າຍເງິນຊົດເຊີຍ ຄວາມ​ເສັຽຫາຍ ​ໃນສມັຍອານານິຄົມ ເວລາຍີ່ປຸ່ນ ປົກຄອງເກົາຫລີ ແຕ່ປີ 1910 ຫາ 1945. ທ່ານ KIM ໄດ້ປະຕິເສດ ຕໍ່ລາຍງານຂ່າວ ຂອງຕ່າງປະເທດ ທີ່ໄດ້ສເນີແນະ ວ່າ ທ່ານ KIM JONG IL ຜູ້ນຳສູງສຸດ ຂອງເກົາຫລີເໜືອ ໄດ້ເລືອກລູກຊາຍ ຄົນທີ 3 ຂອງທ່ານ ຄືທ້າວ KIM JONG UN ເປັນທາຍາດ ທາງການເມືອງ.

ມຽນມາ: ກຸ່ມປົກປ້ອງ ສິດທິມະນຸດ ກຸ່ມນຶ່ງກ່າວວ່າ ບໍຣິສັດ ພະລັງງານນາໆຊາດ 2 ບໍຣິສັດ ເປັນຜູ້ໃຫ້ ການສນັບສນຸນ ແກ່ອຳນາດ ການປົກຄອງທະຫານ ທີ່ກົດຂີ່ໃນມຽນມາ. ອົງການ EARTHRIGHTS INTERNATIONAL ໄດ້ອອກລາຍງານ 2 ສະບັບ ໃນວັນພະຫັດມື້ນີ້ ເວົ້າວ່າ ບໍຣິສັດນ້ຳມັນຍັກໃຫຍ່ TOTAL ຂອງຝຣັ່ງ ແລະບໍຣິສັດນ້ຳມັນ CHEVRON ຂອງສະຫະຣັດທີ່ເປັນຮຸ້ນສ່ວນກັນນັ້ນ ມີສ່ວນພົວພັນ ກັບການບີບບັງຄັບ ໃຊ້ແຮງງານ ການສໍ້ຣາດບັງຫລວງ ໃນຣະດັບສູງ ແລະການສັງຫານ ທີ່ພົວພັນກັບ ໂຄງການສ້າງທໍ່ແກັສ ທັມມະຊາດ ຂອງທາງບໍຣິສັດ. ກຸ່ມປົກປ້ອງສິດທິມະນຸດ ດັ່ງກ່າວເວົ້າວ່າ ໂຄງການນີ້ ສ້າງລາຍໄດ້ ໃຫ້ແກ່ອຳນາດ ການປົກຄອງທະຫານ​ເກືອບ 5 ພັນລ້ານໂດລາ ແລະກ່າວຫາຣັຖບານ ທະຫານວ່າ ໄດ້ສໍ້ໂກງເອົາເງິນເກືອບທັງໝົດ ໂດຍບໍ່ໄດ້ນຳເຂົ້າ ງົບປະມານແຫ່ງຊາດ ແລະນຳເອົາເງິນເຫລົ່ານີ້ ໄປຝາກໄວ້ ທີ່ທະນາຄານ ສິງກະໂປສອງ​ແຫ່ງ. ອົງການ EARTHRIGHTS INTERNATIONAL ກ່າວວ່າ ຕົນຮູ້ຈັກກ່ຽວກັບ​ເຣື່ອງນີ້ ຈາກການສຳພາດ ກັບພວກຊາວບ້ານ ຫລາຍຮ້ອຍຄົນ ໃນບໍຣິເວນສ້າງທໍ່ແກັສ ​ໃນໂຄງການລົງທຶນຮ່ວມ ລະຫວ່າງບໍຣິສັດນ້ຳມັນ TOTAL ກັບ CHEVRON ນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG