ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງຂອງອົງການນາໂຕ້ ຊ່ອຍປົດປ່ອຍ ນັກຂ່າວໜັງສືພິມ ທີ່ຖືກຈັບ ເປັນໂຕປະກັນ ໃນອັຟການິສຖານ


ອັຟນິສຖານ: ກຳລັງຂອງອົງການນາໂຕ້ ໃນອັຟ ການິສຖານ ໃນວັນພຸດມື້ນີ້ ໄດ້ຊ່ວຍ​ປົດປ່ອຍນັກ ຂ່າວໜັງສືພິມ NEW YORK TIMES ທີ່ຖືກ ພວກຫົວຮຸນແຮງ ຈັບເປັນໂຕປະກັນ ອອກ​ມາ​ໄດ້ ເຖິງແມ່ນນາຍພາສາຂອງລາວ ແລະທະຫານອັງ ກິດຄົນນຶ່ງ ໄດ້ເສັຽຊີວິດ ໃນການປະຕິບັດງານດັ່ງ ກ່າວ. ນາຍ STEPHEN FARREL ທີ່ຖືສອງ ສັນຊາດ ທັງອັງກິດ ແລະໄອແລນດ໌ ໄດ້ຖືກລັກ ພາໂຕໄປ ໃນມື້ວັນເສົາແລ້ວ ຂະນະທີ່ ໄປລາຍ ງານຂ່າວ ລຸນຫລັງການໂຈມຕີທາງອາກາດຂອງ ອົງການນາໂຕ້ ທີ່ເປັນບັນຫາໂຕ້ແຍ້ງທີ່ແຂວງ KUNDUZ ໃນພາກເໜືອ ອັຟການິສຖານ. ນາຍ FARREL ແຈ້ງໃຫ້ໜັງສືພິມ NEW YORK TIMES ຊາບວ່າ ນາຍພາສາຂອງ ລາວ ຄືນາຍ SULTAN MUNADI ທີ່ຖືກລັກພາໂຕໄປ ພ້ອມກັບລາວນັ້ນ ໄດ້ຖືກຍິງຕາຍ ໃນລະຫວ່າງການປະຕິບັດງານ ບຸກເຂົ້າໄປຊ່ອຍ ເອົາພວກລາວອອກມາ. ນາຍ FARREL ເວົ້າວ່າ ລາວບໍ່ຮູ້ຈັກວ່າ ນາຍພາສາຂອງລາວ ຖືກລູກປືນຂອງ ພວກທີ່ບຸກເຂົ້າໄປຊ່ອຍ ຫລືຂອງພວກຫົວຮຸນແຮງ.

ໂອບາມາ - ຣະບົບຮັກສາສຸຂພາບ: ປະທາ ນາທິບໍດີສະຫະຣັດ ທ່ານ BARACK OBAMA ມີກຳນົດ ທີ່ຈະກ່າວຄຳປາສັຍ ຕໍ່ທັງສະພາສູງ ແລະສະພາຕ່ຳ ສະຫະຣັດ ໃນຕອນແລງຂອງ ວັນພຸດມື້ນີ້ ໃນຄວາມຫວັງເພື່ອຈະ ຊັກຊວນ ໃຫ້ ບັນດາສະມາຊິກ ສະພາເຫລົ່ານີ້ ຮັບເອົາ ຄວາມຄິດຂອງທ່ານ ກ່ຽວກັບການປະຕິຮູບ ຣະບົບຮັກສາສຸຂພາບ. ພາລະກິດ ທີ່ຍຸ່ງຍາກທີ່ສຸດຂອງທ່ານ OBAMA ກໍຄື ຈະຊັກຊວນໃຫ້ພວກ ທີ່ຍັງສົງສັຍບໍ່ແນ່ໃຈ ຮວມທັງສະມາຊິກ ຂອງພັກຣີພັບຣີກັນ ແລະສະມາຊິກ ຂອງພັກເດໂມແຄຣັທ ທີ່ນິຍົມແນວທາງປານກາງ ນັ້ນວ່າ ຂໍ້ສເນີຂອງທ່ານ ກ່ຽວກັບໂຄງການ ປະກັນພັຍສຸຂພາບ ທີ່ບໍຣິຫານງານໂດຍ ຣັຖບານນັ້ນ ເປັນແຜນການທີ່ດີ. ທ່ານ OBAMA ໂຕ້ແຍ້ງວ່າ ມັນຈະພາໃຫ້ ມີການແຂ່ງຂັນ ກັບບໍຣິສັດປະກັນ ພັຍສຸຂພາບເອກກະຊົນ ຂະນະທີ່ ພວກຕຳໜິຕິຕຽນ ບາງຄົນເວົ້າວ່າ ມັນຈະເທົ່າກັບ ເປັນການເຂົ້າຄວບຄຸມ ອຸສາຫະກັມດັ່ງກ່າວ ຂອງຣັຖບານ. ໂຄສົກຂອງທຳນຽບຂາວ ກ່າວໃນມື້ວານນີ້ວ່າ ທ່ານ OBAMA ຈະພະຍາຍາມ ໃຫ້ຄວາມກະຈ່າງແຈ້ງເພີ້ມຕື່ມ ກ່ຽວກັບລາຍລະອຽດ ຂອງໂຄງການນີ້.

ຍີ່ປຸ່ນ - ການເມືອງ: ພັກຣັຖບານທີ່ຫາກໍຖືກ ຮັບເລືອກໃໝ່ ຂອງຍີ່ປຸ່ນ ໄດ້ບັນລຸການຕົກລົງ ກັບພັກການເມືອງນ້ອຍໆ ອີກ 2 ພັກ ກ່ຽວກັບ ນະໂຍບາຍ ທີ່ສຳຄັນໆ ເພື່ອສ້າງຕັ້ງ ຣັຖບານ ປະສົມ. ໂຄສົກຄົນນຶ່ງ ຂອງພັກປະຊາທິປະໄຕຍີ່ປຸ່ນ ຫລື DPJ ກ່າວໃນວັນພຸດມື້ນີ້ວ່າ ເລຂາທິການ ຂອງພັກການເມືອງທັງ 3 ສາມາດແກ້ໄຂ ບັນຫາຂັດແຍ້ງ ທີ່ຍັງຄົງຄ້າງ ກ່ຽວກັບນະໂຍບາຍ ດ້ານການປ້ອງກັນປະເທດ ແລະຕ່າງປະເທດໄດ້ແລ້ວ. ພັກປະຊາທິປະໄຕຍີ່ປຸ່ນ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ໃນການເລືອກຕັ້ງ ສະພາແຫ່ງຊາດ ເມື່ອວັນທີ 30 ສິງຫາຜ່ານມາ ແຕ່ຈຳເປັນຕ້ອງ ໄດ້ຮັບຄວາມສນັບສນຸນ ຈາກອີກ 2 ພັກນ້ອຍໆ ຈຶ່ງຈະສາມາດ ຄວບຄຸມສະພາສູງຂອງຍີ່ປຸ່ນ. ການໄດ້ຮັບໄຊຊະນະ ຂອງພັກປະຊາທິປະໄຕຍີ່ປຸ່ນທີ່ວ່ານີ້ ເຮັດໃຫ້ການປົກຄອງ ຢ່າງຕໍ່ເນື່ອງ ຂອງພັກເສຣີປະຊາທິປັດ ທີ່ມີມາເປັນເວລາ ດົນກວ່າເຄິ່ງສັຕວັດ ສິ້ນສຸດລົງ. ບໍ່ດົນຫລັງຈາກການເລືອກຕັ້ງ ພັກປະຊາທິປະໄຕຍີ່ປຸ່ນ ກໍໄດ້ເປີດການເຈຣະຈາຫາຣື ກັບພັກສັງຄົມປະຊາທິປະໄຕ ແລະພັກປະຊາຊົນໃໝ່.

ເກົາຫລີ - ນ້ຳຖ້ວມ: ເຈົ້າໜ້າທີ່ເກົາຫລີໃຕ້ ກ່າວວ່າ ກຸງໂຊລສົງສັຍວ່າ ເກົາຫລີເໜືອໄດ້ ຕັ້ງໃຈ ປ່ອຍນ້ຳອອກຈາກເຂື່ອນ ລົງໃສ່ແມ່ນ້ຳ ໃນເຂດຊາຍແດນ ໃຫ້ເກີດພັຍນ້ຳຖ້ວມໃນ ມື້ວັນອາທິດຜ່ານມາ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ 6 ຄົນ ໃນເກົາຫລີໃຕ້. ກ່ອນ​ໜ້​ານີ້ ໃນຕົ້ນອາທິດ ກະຊວງປ້ອງກັນປະເທດ ເກົາຫລີໃຕ້ ກ່າວວ່າ ຍັງບໍ່ທັນມີຮ່ອງຮອຍໃດໆ ທີ່ສະແດງໃຫ້ເຫັນວ່າ ການປ່ອຍນ້ຳທີ່ວ່ານັ້ນ ແມ່ນມີ​ເຈ​ຕນາ​ເພື່ອໂຈມຕີ. ແຕ່ໃນການໃຫ້ຄວາມເຫັນ ຕໍ່ບັນດາສະມາຊິກ ສະພາແຫ່ງຊາດ ຂອງເກົາຫລີໃຕ້ ໃນວັນພຸດມື້ນີ້ ຣັຖມຸນຕຣີທ້ອນໂຮມຊາດ ເກົາຫລີໃຕ້ ທ່ານ HYUN IN TAEK ກ່າວວ່າ ຂະນະທີ່ ຈຸດປະສົງອັນແທ້ຈິງ ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອ ແຕ່ຣັຖບານເກົາຫລີໃຕ້ ເຫັນວ່າ ການປ່ອຍນ້ຳ ຂອງເກົາຫລີເໜືອ ລົງໃສ່ແມ່ນ້ຳ IMJIN ນັ້ນ ໄດ້ເຮັດໄປ ດ້ວຍຄວາມຕັ້ງໃຈ. ທ່ານ HYUN ບໍ່ໄດ້ໃຫ້ລາຍລະອຽດໃດໆ ຫລາຍໄປກວ່ານີ້ ແຕ່ທ່ານຍັງເວົ້າວ່າ ເກົາຫລີໃຕ້ເຫັນວ່າ ເຣື່ອງນີ້ເປັນທີ່ກັງວົນໃຈ ຍ້ອນເກົາຫລີເໜືອ ບໍ່ໄດ້ເວົ້າເຖິງ ຊາວເກົາຫລີໃຕ້ 6 ຄົນ ທີ່ເສັຽຊີວິດນັ້ນ.

ອອສເຕຣເລັຽ - ອິນໂດເນເຊັຽ: ເຈົ້າໜ້າທີ່ອອສ ເຕຣເລັຽກ່າວວ່າ ຕົນຈະເລີ້ມທຳການສືບສວນດ້ານ ອາຊຍາກັມສົງຄາມ ກ່ຽວກັບການເສັຽຊີວິດ ຂອງ ພວກນັກຂ່າວ 5 ຄົນ ​ໃນມື້ກ່ອນ ທີ່ອິນໂດເນເຊັຽ ບຸກເຂົ້າໄປ ໃນຕີມໍຕາເວັນອອກ ໃນປີ 1975. ຕຳຣວດຂອງຣັຖບານກາງ ອອສເຕຣເລັຽ ໄດ້ປະກາດ ໃນວັນພຸດມື້ນີ້ວ່າ ຕົນຈະດຳເນີນການ ສືບສວນກ່ຽວ​ກັບ​ເຣື່ອງນີ້ ໂດຍອີງຕາມ ຜົນການກວດ​ສອບ ຂອງຮອງຫົວໜ້າ ເຈົ້າໜ້າທີ່ສັນນະສູດສົບ ຂອງຣັດ NEW SOUTH WALES ໃນປີ 2007. ທ່ານນາງ DORELLE PINCH ລົງຄວາມເຫັນວ່າ ພວກນັກຂ່າວໄດ້ ຖືກຂ້າຕາຍ ໂດຍກຳລັງພິເສດ ຂອງອິນໂດເນເຊັຽ ທີ່ເມືອງ BALIBO ຂະນະທີ່ເຂົາເຈົ້າ ພວມພະຍາຍາມ ​ຈະຍອມຈຳນົນ. ທ່ານນາງ PINCH ກ່າວວ່າ ພວກຜູ້ຊາຍຈຸນີ້ ໄດ້ຖືກປະຫານຊີວິດ ຍ້ອນບໍ່ຢາກໃຫ້ຄວາມລັບ ກ່ຽວກັບການບຸກລຸກ ຮົ່ວໄຫລ. ອິນໂດເນເຊັຽ ໄດ້ປະຕິເສດ ມາເປັນເວລາດົນນານແລ້ວ ກ່ຽວກັບການສັງຫານ ພວກນັກຂ່າວຈຸນີ້ ໂດຍເວົ້າວ່າ ພວກເຂົາເຈົ້າ​ເສັຽ​ຊີວິດ ​ຍ້ອນ​ຖືກ​ລູກ​ຫລົງ ໃນລະຫວ່າງການສູ້ຣົບ ລະຫວ່າງ ທະຫານອິນໂດເນເຊັຽ ແລະພວກກະບົດ ຕີມໍຕາເວັນອອກ. ກະຊວງການ ຕ່າງປະເທດ ອິນໂດເນເຊັຽ ກ່າວວ່າ ຕົນຖືວ່ າຄະດີດັ່ງກ່າວນີ້ ໄດ້ປິດລົງແລ້ວ.CN-035

ອິສຣາແອລ - ຣັດເຊັຽ: ສື່ມວນຊົນ ຂອງອິສ ຣາແອລ ລາຍງານວ່າ ນາຍົກຣັຖມຸນຕຣີອິສຣາ ແອລທ່ານ BENJAMIN NETANYAHU ໄດ້ ເດີນທາງ ຢ່າງລັບໆ ໄປຍັງຣັດເຊັຽ ໃນຕົ້ນອາທິດ ນີ້ເພື່ອປຶກສາຫາຣື ກ່ຽວກັບເຣື່ອງ ການຕົກລົງ ຂາຍອາວຸດ ຂອງມົສກູ ໃຫ້ແກ່ສັດຕຣູ ຂອງອິສຣາແອລ ຄືອີຣ່ານ ແລະຊີເຣັຽ. ໜັງສືພິມ ພາສາຢິວ YEDIOT AHARONOT ລາຍງານວ່າ ທ່ານ NETANYAHU ໄດ້ເດີນທາງ ໄປມົສກູ ໃນມື້ວານນີ້ ຊື່​ງ​ເປັນການ ອະທິບາຍ ກ່ຽວກັບການ ຫາຍ​ໂຕ​ໄປ ຂອງທ່ານ ເປັນເວລາ ຫລາຍໆຊົ່ວໂມງນັ້ນ. ທຳນຽບຂອງທ່ານ ເວົ້າວ່າ ທ່ານໄດ້ເດີນທາງ ໄປຢ້ຽມຢາມ ສະຖານທີ່ ຮັກສາຄວາມປອດພັຍ ແຫ່ງຕ່າງໆ ໃນອິສຣແອລ. ຣັຖບານອິສຣາແອລ ໄດ້ພະຍາຍາມ​ເກັ້ຽກ່ອມຣັດເຊັຽ ບໍ່ໃຫ້ຂາຍ ຣະບົບລູກສອນໄຟ ຕໍ່ຕ້ານອາກາສຍານ S-300 ໃຫ້ແກ່ອີຣ່ານ ຊຶ່ງຈະຕິດຕັ້ງ ຣະບົບດັ່ງກ່າວ ຢູ່ອ້ອມ ສະຖານທີ່ນິວເຄລັຽຕ່າງໆ ຂອງຕົນນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG