ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍ້ໂກງ ບັດເລືອກຕັ້ງ ຊ່ອຍທ່ານ Karzai ທີ່ອັຟການີສຖານ


ການ​ເລືອກ​ຕັ້ງ​ທີ່ອັຟກາ​ນີສຖານ: ​ໜັງສືພິມ​ສຳຄັນ​ສະບັບ​ນຶ່ງ​ໃນ​ສະຫະຣັດ ​ໄດ້ລາຍ​ງານຂ່າວ​ໂດຍ​ສັງ​ເຂ​ບ ເຖິງ​ການ​ກ່າວ​ຫາ​ຕ່າງໆ​ ກ່ຽວ​ກັບ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ຢ່າງ​ຂນານ​ໃຫຍ່ໃນ​ອັຟກາ​ນິສຖານ ເພື່ອ​ຊ່ອຍ​ໃຫ້​ປະທານາທິບໍດີ Hamid Karza ​ໄດ້​ຊະນະ​ການເລືອກຕັ້ງ ​ອີກ​ສະ​ໄໝ​ນຶ່ງ. ໜັງສືພິມ New York Times ​ໃນ​ວັນ​ຈັນ​ມື້​ນີ້ ອ້າງ​ຄຳ​ເວົ້າ​ຂອງ​ພວກ ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ແລະ​ຝ່າຍ​ຕາ​ເວັນ​ຕົກ ຈຳນວນ​ນຶ່ງ​ທ່ີ​ບໍ່​ບອກ​ຊື່​ໃຫ້​ຊາບ ວ່າພວກ​ສນັບ​ສນຸນທ່ານ Karzai ​ໄດ້​ຈັດ​ຕັ້ງ​ໜ່ວຍ​ປ່ອນ​ບັດ​ປອມ​ຂຶ້ນ ຫລາຍ​ເຖິງ 800 ​ແຫ່ງ​ ທ່ີ​ໄດ້​ຍັງ​ຜົນ​ໃຫ້​ມີ​ບັດ​ປອມ​ ຈຳນວນ​ຫລາຍ​ຮ້ອຍ​ພັນ​ບັດ. ໜັງສືພິມ New York Times ກ່າວ​ວ່າ ​ບັດ​ຄະ​ແນນ​ສຽງ​ສຳລັບ​ທ່ານ Karzai ​ໃນ​ໜ່ວຍ​ປ່ອນ​ບັດ​ບາງ​ແຫ່ງ ອາດ​ຈະ​ມີ​ຫລາຍ​ກວ່າຈຳນວນ​ປະຊາຊົນ​ທ່ີ​ພາກັນ​ໄປ​ປ່ອນ​ບັດ​ເລືອກຕັ້ງ​ແທ້ໆ​ນັ້ນ ຮອດ10 ​ເທົ່າກໍ​ໄດ້. ຄນະ​ກັມມະການ​ກຳກັບ​ການ​ເລືອກ​ຕັ້ງ​ທ່ີ​ເປັນ​ອິດສະຣະຂອງ​ອັຟການີສ ຖານ​ກ່າວ​ວ່າ ບັດ​ຄະ​ແນນ​ສຽງ​ຈາກ​ໜ່ວຍ​ປ່ອນ​ບັດ​ ​ເກືອບ 500 ​ແຫ່ງ​ ຖື​ເປັນ​ໂມ​ຄະ ​ເນື່ອງ​ຈາກ​ມີ​ການ​ກ່າວ​ຫາ​ວ່າ ມີການ​ສໍ່​ໂກງ​ບັດ​ເລືອກ​ຕັ້ງ​ຢ່າງ​ແຜ່​ຫລາຍ​ນັ້ນ. ຜົນ​ຂອງ​ການ​ນັບ​ບັດ​ເລືອກ​ຕັ້ງ​ທີ່​ໄດ້​ມາບາງ​ສ່ວນ​ແລ້ວ ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Karzai ​ໄດ້​ຮັບ​ຄະ​ແນນ​ສຽງ 48.6 ​ເປີ​ເຊັນ​ຂອງ​ບັດ​ຄະ​ແນນ ສຽງ​ທັງ​ໝົດ ​ໃນ​ຂະນະ​ທ່ີ​ທ່ານ Abdullah Abdullah ຄູ່​ແຂງ​ຂັນ​ທ່ີ​ສຳ ຄັນ​ໄດ້​ຮັບ​ສຽງ​ສນັບ​ສນຸນ 31.7 ​ເປີ​ເຊັນ. ການ​ນັບ​ບັດ​ຄະ​ແນນສຽງ​ ທ່ີ​ວ່າ​ນີ້​ແມ່ນ​ອິງ​ຕາມ​ຈຳນວນ​ບັດ​ ທ່ີ​ໄດ້​ຮັບ​ມາ​ປະມານ 75 ​ເປີ​ເຊັນ ຈາກ​ໜ່ວຍ​ປ່ອນ​ບັດ​ທັງ​ໝົດ​ຂອງ​ປະ​ເທດ. ຜູ້ສມັກ​ຄົນ​ໃດ​ກໍ​ຕາມ ຈະ​ຕ້ອງ​ໄດ້​ຮັບ​ສຽງ​ສນັບ​ສນຸນກາຍ​ກວ່າ 50 ເປີ​ເຊັນ​ຂອງ​ບັດ​ຄະ​ແນນ​ສຽງ​ທັງ​ໝົດ ​ເພື່ອ​ຈະ​ຫລີກ​ເວັ້ນການ​ປ່ອນ​ບັດ ອີກຮອບນຶຶ່ງ ຊື່​ງຈະ​ເປັນ​ຮອບ​ຕັດສິນຊີ້​ຂາດນັ້ນ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ອິຣ່ານ: ປະທານາທິບໍດີ​ອິຣ່ານ ທ່ານ Mahmoud Ahmadinejad ກ່າວ​ວ່າ ​ປະ​ເທດ​ຂອງ​ທ່ານ​ ​ຈະບໍ່​ເຈຣະຈາ​ຕໍ່​ລອງ​ກັບ​ພວກ​ປະ​ເທດ​ມະຫາອຳ ນາດ ກ່ຽວ​ກັບ​ສິດທິ​ໃນ​ການພັທນາ​ເທັກ​ໄນ​ໂລ​ຈີ​ນີວ​ເຄລັຍ​ນັ້ນ. ໃນ​ການ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ອະ​ມາ​ດີ​ເນ​ຈາດ​ເວົ້າ​ວ່າ ຈາກ​ທັດສະນະ​ຂອງ​ອິຣ່ານ​ແລ້ວ ​ເຣື່ອງນີວ​ເຄລັຍ​ແມ່ນຈົບ​ລົງ​ແລ້ວ ​ແຕ່​ທ່ານ​ກ່າວ​ວ່າອິຣ່ານຈະ​ໂອ້​ລົມ​ສົນທະນາ​ຊອກ​ຫາຊ່ອງທາງ​ ​ໃນ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ​ກ່ຽວ​ກັບ​ການໃຊ້​ພລັງ​ງານ​ນີວ​ເຄລັຍ​ໃນທາງ​ ສັນຕິນັ້ນ. ກຸ່ມ 6 ປະ​ເທດ​ມະຫາ​ອຳນາດ​ທ່ີ​ປະກອບ​ດ້ວຍ 5 ​ປະ​ເທດ​ສະມາຊິກ​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ອັນ​ມີ ສະຫະຣັດ ຣັດ​ເຊັຍ ຈີນ ຝຣັ່ງ​ແລະ​ອັງກິດ ບວກກັບ​ເຢຣະມັນ​ນັ້ນ ​ໄດ້​ພະຍາຍາມ ​ຫາ​ທາງ​ທຳ​ການ​ໂອ້​ລົມ​ສົນທະນາ​ກັບ​ອິຣ່ານມາ ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ທ່ີ​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ຂອງ​ອິຣ່ານນັ້ນ. ກຸ່ມ​ຫົກປະ​ເທດ​ດັ່ງກ່າວ​ໄດ້​ສະ​ເໜີ​ສິ່ງ​ຍ້ອມ​ນ້ຳ​ໃຈ​ຕ່າງໆ​ ເພື່ອ​ໃຫ້​ອິຣ່ານ ຢຸດ​ການ​ຫລອມ​ທາດ​ຢູຣານຽມ​ຂອງ​ຕົນ ​ແລະໄດ້​ພິຈາຣະນາທີ່​ຈະ​ທຳ​ການ​ລົງ​ໂທດ​ອິຣ່ານ ຖ້າ​ອິຣ່ານບໍ່​ຍອມ​ໃຫ້ການ​ຮ່ວມມື​ນຳ.ອິຣ່ານກ່າວ​ວ່າ ຕົນ​ຈະ​ສະ​ເໜີ​ຂໍ້​ສະ​ເໜີ​ຂອງ​ຕົນ​ ຕໍ່​ກຸ່ມ​ປະ​ເທດດັ່ງກ່າວ​ ໃນ​ໄວໆ​ນີ້. ນອກ​ນັ້ນ ​ທ່ານ Ahmadinejad ຍັງ​ສະ​ເໜີ​ທີ່​ຈະທຳ​ການ​ໂຕ້​ວາ​ທີ​ກັນ​ຢ່າງເປີດ​ເຜີຍ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ແຫ່ງ​ສະຫະຣັດ.
ທີ່ອີສຣາ​ແອນ: ອີສຣາ​ແອນ​ໄດ້​ອະນຸມັດ​ການ​ກໍ່ສ້າງ​ບ້ານ​ເຮືອນໃໝ່​ຫລາຍ​ກວ່າ 450 ຫລັງ​ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ​ເຖິງ​ແມ່ນ​ສະຫະຣັດ​ແລະ​ຊາວ​ປາ​ເລ​ສ​ໄຕ​ນ໌ ​ໄດ້ຮຽກຮ້ອງ​ໃຫ້​ຢຸດການ​ກໍ່ສ້າງ​ບ້ານເຮືອນ​ໃນ ​ເຂດ​ຍຶດຄອງ​ກໍ​ຕາມ. ທ່ານ Ehud Barak ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ອີສຣາ​ແອນ ​ໄດ້​ອະນຸມັດ​ການ​ກໍ່ສ້າງບ້ານ​ເຮືອນ​ໃໝ່ໃນ​ວັນ​ຈັນ​ມື້​ນີ້ ຊື່​ງ​ເປັນ​ການ​ອະນຸມັດ​ຄັ້ງ​ທຳ​ອິດ ນັບ​ແຕ່​ນາຍົກຣັຖມຸນຕີ Benjamin Netanyahu ຂຶ້ນ​ດຳຣົງ ຕຳ​ແໜ່​ງ​ໃນ​ເດືອນ​ມີນາ​ແລ້ວ​ນີ້​ ເປັນ​ຕົ້ນ​ມາ. ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ການ​ຄາ​ດຄະ​ເນ​ກັນ​ຢູ່ວ່າ ທ່ານ​ເນ​ຕັນ​ຢາ​ຮູ ຈະ​ສັ່ງ​ໃຫ້​ຢຸດການ​ກໍ່ສ້າງ​ບ້ານ​ເຮືອນ​ໄວ້​ຊົ່ວຄາວ​ໃນ​ຂັ້ນ​ຕໍ່​ໄປ ​ເພື່ອ​ປະຕິບັດ ຕາມຄຳ​ຮຽກຮ້ອງ​ຂອງ​ສະຫະຣັດນັ້ນ​. ສະຫະຣັດ​ໄດ້​ຮຽກຮ້ອງ​ໃຫ້​ອີສຣາ​ແອນ​ ໂຈະ​ການ​ຂຍາຍ​ການ​ກໍ່ສ້າງບ້ານ​ເຮືອນ​ທັງ​ໝົດ​ໄວ້ ​ໃນ​ຄວາມ​ພະ ຍາຍາມ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ສັນຕິ ພາບ​ກັບ​ພວກ​ປາ​ເລ​ສ​ໄຕ​ນ໌. ປະທານາທິບໍດີ​ປາ​ເລ​ສ​ໄຕ​ນ໌ ທ່ານ Mahmoud Abbas ກ່າວ​ວ່າອັນ​ໃດ​ກໍ​ຕາມ​ ທ່ີ​ບໍ່ແມ່ນ​ການ​ຢຸດ​ການ​ເຄື່ອນ​ໄຫວ​ສ້າງ​ບ້ານ​ເຮືອນ​ໃນ​ຂົງ​ເຂດ​ຢ່າງ​ສີ້​ນ​ເຊີງ​ໂດຍ​ອີສຣາ​ແອນ​ແລ້ວ ​ແມ່ນ​ຮັບ​ເອົາ​ບໍ່​ໄດ້.
ການ​ຂາຍ​ອາວຸດ​ສະຫະຣັດ​ໃນຕລາດ​ໂລກ: ການ​ສຶກສາ​ຄັ້ງ​ໃໝ່​ພົບ​ເຫັນ​ວ່າ ສະຫະຣັດມີ​ສ່ວນ​ແບ່ງ​ໃນ​ຈຳນວນ​ຫລາຍ​ກວ່າ 2 ສ່ວນ 3 ຂອງ​ການ​ຄ້າຂາຍ​ອາວຸດ​ໃນ​ທົ່ວ​ໂລກ​ໃນ​ປີ​ແລ້ວ​ນີ້ ຊຶ່ງເປັນ​ການຂຍາຍ​ຖານະຂອງ​ສະຫະຣັດ ​ໃນ​ການ​ເປັນ​ຜູ້​ຈຳໝ່າ​ຍອາວຸດ​ ຫລາຍ​ທ່ີ​ສຸດ​ຂອງ​ໂລກນັ້ນ ອອກ​ໄປ​ອີກ.
​ໜັງສືພິມ New York Times ກ່າວຢູ່ໃນ Web site ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ລາຍ​ງານ​ຜົນການສຶກສາ​ຂອງ​ພະ​ແນ​ກຄົ້ນຄວ້າ​ຂອງຣັຖສະ ພາສະ​ແດງ​ໃຫ້​ເຫັນ​ວ່າ ສະຫະຣັດ​ໄດ້ເຊັນ​ສັນຍາ​ຂາຍ​ອາວຸດ​ໃນ​ມູນ​ຄ່າ​ເກືອບ 38 ຕື້ດອນ​ລາ​ໃນ​ປີ 2008 ຊຶ່ງແມ່ນ​ຫລາຍ​ກວ່າມູນ​ຄ່າ​ການຊື້​ຂາຍ​ອາວຸດທັງ​ໝົດ​ຂອງ​ໂລກ ​ເຖິງ 68 ​ເປີ​ເຊັນ ​ແລະ​ຫລາຍ​ກວ່າມູນ​ຄ່າການ​ຂາຍ​ຂອງ​ສະຫະຣັດ​ເມື່ອ​ປີ​ກ່ອນ​ນັ້ນ 12 ຕື້​ດອນ​ລາ. ​ ລາຍ​ງານໃຫ້​ລາຍ​ລະອຽດ​ວ່າ ການ​ຂາຍ​ທ່ີ​ເພ່ີມຂຶ້ນ​ນີ້ ​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ການ​ຂາຍ​ອາວຸດ​ໃໝ່ໃຫ້​ພວກ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ໃກ້ ​ແລະ​ເອ​ເຊັຍ ​ແລະ​ຄ່າ​ບຳລຸງ​ຮັກສາ​ອຸບປະກອນ​ທ່ີ​ຂາຍ​ໃຫ້ປະ​ເທດ​ລູກ​ຄ້າ​ແລ້ວ.
ໜັງສືພິມ Times ກ່າວ​ຕ່ືມ​ວ່າ ພວກ​ປະ​ເທດ​ທ່ີ​ມີ​ຍອດ​ຂາຍອາວຸດ​ໃກ້​ກັບສະຫະຣັດທ່ີ​ສຸດ ​ໄດ້​ແກ່ອີ​ຕາ​ລີ ຊຶ່ງ​ຂາຍໄດ້ 3​.7 ​ຕື້ຫລື 3700 ລ້ານດອນ​ລາ​ ແລະຣັດ​ເຊັຍ ຂາຍ​ໄດ້​ 3500 ລ້ານ​ດອນ​ລ້າ.
ນ້ຳ​ຖ້ວມ​ທີ່ເກົາຫລີ​ເໜືອ: ​ເກົາຫລີ​ໃຕ້​ໄດ້​ຍື່ນ​ຄຳ​ປະ​ທ້ວງ​ຕໍ່​ເກົາຫລີ​ເໜືອ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ ນ້ຳ​ຖ້ວມ​ຢ່າງ​ກະທັນຫັນ ​ໄຫລ​ຂ້າມ​ຊາຍ​ແດນ​ມາຈາກ​ເກົາຫລີ​ເໜືອ ພັດ​ເອົາ​ປະຊາຊົນ​ຂອງ​ເກົາຫລີ​ໃຕ້​ໄຫລ​ໜີ​ໄປ​ຫລາຍ​ຄົນ. ບັນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ໃຕ້​ເຊື່ອ​ວ່າ ​ເກົາຫລີ​ເໜືອໄດ້​ປ່ອຍນ້ຳ​ຈາກ​ເຂື່ອນ​ແຫ່ງ​ນຶ່ງ​ໃນ​ແມ່​ນ້ຳ Imjin ໂດຍ​ບໍ່​ໄດ້​ເຕືອນ​ໃຫ້​ຮູ້ລ່ວງ​ໜ້າ. ປະຊາຊົນ​ເກົາຫລີ​ໃຕ້ 6 ຄົນ​ທ່ີກຳລັງພາກັນ​ camping ​ແລະ​ຕຶກ​ປາ ຢູ່​ແຄມ​ແມ່​ນ້ຳ​ດັ່ງກ່າວ​ ​ໄດ້​ຫາຍ​ສາບ​ສູນ​ໄປ ຫລັງ​ຈາກ​ນ້ຳ​ທີ່​ໄຫລ​ມາ ຖ້ວມ​ຢ່າງ​ໄວ​ແລະ​ກະທັນຫັນ ​ເຮັດ​ໃຫ້ນ້ຳ​ເລິກ​ຂຶ້ນ​ເປັນ​ສອງ​ເທົ່າ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ພັດ​ເອົາ​ພວກ​ເຂົາ​ເຈົ້າ​ໄປ. ຕຳຫລວດ​ກ່າວ​ວ່ານອກ​ຈາກ ​6 ຄົນທີ່​ຫາຍ​ສາບ​ສູນ​ໄປນີ້​ແລ້ວ ເຂົາ​ເຈົ້າ ​ໄດ້​ພົບ​ເຫັນ​ສົບ​ຂອງ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ນຶ່ງ ​ຊຶ່ງ​ປາກົດ​ວ່າໄດ້ໄຫລລົງ​ມາກັບ​ນ້ຳຖ້ວມ​ ຈາກ​ເກົາຫລີ​ເໜືອນັ້ນ.

XS
SM
MD
LG