ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນຜະຫລິດເຂົ້າໃນລາວ ອາດບໍ່ບັນລຸເປົ້າໝາຍ ທີ່ໄດ້ວາງໄວ້


ນາຍົກລັດຖະມົນຕີລາວຍອມຮັບວ່າບໍ່ສາມາດທີ່ ຈະຄາດໝາຍໄດ້ວ່າ ຜົນຜະຫລິດເຂົ້າ ໃນປີ 2009 ຫາ 2010 ນີ້ ຈະໄດ້ຕາມ ແຜນການ ແລະ ເປົ້າໝາຍທີ່ວາງເອົາໄວ້ ຫລືບໍ່ ​ເພາະ​ສະ ພາບ​ພູມ​ມີ​ອາກາດບໍ່​ເອື້ອອຳ​ນວຍ ​ແລະ ​ໃນ​ຂະນະ​ດຽວກັນ ລັດຖະບານ​ ລາວ​ກໍ​ຍັງ​ປະ​ເຊີນ​ ກັບ​ບັນຫາ​ຫຍຸ້ງຍາກ​ທາງ​ເສດຖະກິດ​ລະດັບ​ມະຫາ​ພາກ​ອີກ​ດ້ວຍ.

ຄະນະ​ລັດຖະບານ​ລາວ​ໄດ້​ວາງແຜນການ​ແລະ ​ເປົ້າໝາຍທີ່​ຈະ​ດຳ​ເນີນ​ມາດ​ຕະການ​ໃນ​ທຸກ​ວິທີ​ທາງ​ເພື່ອ​ຊຸກຍູ້ ​ແລະ ​ສົ່ງ​ເສີມ​ໃຫ້​ ກະ​ເສດ​ຕະກອນ​ລາວ​ ເພີ້ມ​ຜົນ​ຜະຫລິດ​ເຂົ້າ ທັງ ​ນາປີ ​ແລະນາ​ແຊງ ປະຈຳ​ລະ​ດູ​ການ​ປີ 2009 ຫາ 2010 ນີ້ ​ໃຫ້​ໄດ້​ໃນ​ປະລິມານ​ລວມກັນ​ບໍ່ໜ້ອຍກວ່າ 3 ລ້ານ 3 ​ແສນ ​ໂຕນ ຫລື ​ເພີ້ມຂຶ້ນ ຈາກ​ລະດູ​ການ​ປະຈຳ​ປີ 2008 ຫາ 2009 ຫລາຍ​ກວ່າ 4 ​ແສນໂຕນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລາວ ​ມີ​ຜົນ​ຜະ​ຫລິດ​ເຂົ້າ​ເກີນ​ລະດັບ​ ຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະເທດ​ໄດ້ ​ໃນ​ປະລິມານ​ລວມຫລາຍ​ກວ່າ 8 ​ແສນໂຕນ ອີກ​ດ້ວຍ. ທັງ​ນີ້ ​ໂດຍ​ມາດ​ຕະການ ໜຶ່ງທີ່​ລັດຖະບານ​ລາວ​ຈະ​ໃຫ້ການ​ຊ່ວຍເຫລືອຕໍ່ ກະ​ເສດ​ຕະກອນລາວ​ໃນ​ປີ​ການ​ຜະ​ຫລິດ ​ຕໍ່​ໄປ​ນີ້ ກໍ​ຄືການຈັດ​ຫາ​ເທັກ​ນິກການ​ຜະຫລິດ​ສະໄໝ​ໃໝ່ ​ເພື່ອ​ນຳໃຊ້​ເຂົ້າ​ໃນ​ການ​ເພີ້ມ​ຜົນ​ຜະ​ຫລິດ​ ຕໍ່​ພື້ນທີ່​ໃຫ້​ຫລາຍ​ຂຶ້ນກວ່າ​ປີທີ່​ຜ່ານ​ມາ ຊຶ່ງ​ເມື່ອ​ບໍ່ນານ​ມານີ້ກໍ​ປາກົດ​ວ່າ ລັດຖະບານ​ລາວ ​ໄດ້​ອານຸມັດ​ງົບປະມານ ​ໃຫ້​ກັບ​ການ​ດຳ​ເນີນ​ມາດ​ຕະການ​ໃນ​ພາກສ່ວນ​ນີ້​ໄປ​ແລ້ວ ​ໃນ​ມູນ​ຄ່າ​ລວມ 170 ຕື້ກີບ ຊຶ່ງ​ຈະ​ແບ່ງ​ປັນ​ງົບປະມານ​ສຳລັບ​ການສະໜັບສະໜູນກະ​ເສດ​ຕະ ກອນ​ໃນ 5 ​ແຂວງ ພາກໃຕ້ 40 ຕື້ກີບ, ​ແລະ ​ໃນ​ 3 ແຂວງ ພາກ​ເໜືອ 130 ຕື້ກີບ. ​

​ອີງ​ຕາມ​ລາຍ​ງານ​ຂອງ​ກະຊວງ​ກະ​ຊິ​ກຳ​ປ່າ​ໄມ້​ລາວ​ໃນ ​ເດືອນ​ສິງຫານີ້ ​ໄດ້​ລະບຸ​ວ່າ​ກະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ ສາມາດ​ປັກ​ດຳນາ​ປີ​ໄດ້​ແລ້ວ​ ບົນ​ເນື້ອທີ່​ກວ້າງ​ກວ່າ 644.000 ​ເຮັກ​ຕ້າ ​ຫລື ​ເກີນກວ່າ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ກວ່າ 1%.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ລະບົບຄອງຊົນລະປະທານໃນທົ່ວປະເທດລາວນັ້ນ ສາມາດທີ່ຈະຕອບ ສະໜອງນ້ຳໃຫ້ກັບເນື້ອທີ່ນາໃນລາວໄດ້ພຽງແຕ່, 20% ຂອງພື້ນທີ່ ນາປີທັງໝົດເທົ່ານັ້ນ ແລະ ໃນຂະນະດຽວກັນ ກະເສດຕະກອນລາວກໍຍັງຕ້ອງປະເຊີນ ກັບໄພນ້ຳຖ້ວມ, ແລະ ໄພແຫ້ງແລ້ງຢ່າງໜັກຫນ່ວງ ເປັນປະຈຳທຸກປີອີກດ້ວຍ ຈຶ່ງເຮັດ ໃຫ້ຜູ້ນຳລັດຖະບານລາວບໍ່ສາມາດທີ່ຈະຄາດໝາຍໄດ້ວ່າ ແຜນການ ແລະ ເປົ້າໝາຍທີ່ ວາງເອົາໄວ້ແລ້ວນັ້ນ ຈະເກີດຂຶ້ນໄດ້ຢ່າງແທ້ຈິງ ຫລືບໍ່.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າ ລາວຈະຕອງປະເຊີນກັບໄພນ້ຳຖ້ວມ, ແລະ ໄພແຫ້ງແລ້ງ ຢ່າງໜັກ ຫນ່ວງດັ່ງກ່າວຈິງ ກໍຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປເຖິງສະພາບເສດຖະກິດ ໂດຍລວມ ຫລື ລະດັບມະຫາພາກໃນຫລາຍໆດ້ານຂອງລາວ ຢ່າງຫລີກລ້ຽງບໍ່ໄດ້ ອີກດ້ວຍ.

​ໃນ​ປະຈຸ​ບັນນີ້ກໍ​ປາກົດ​ວ່າ ຫລາຍ​ພື້ນ ທີ່ໃນ​ລາວ ​ກໍ່ກຳລັງ​ປະ​ເຊີນ​ກັບໄພ​ນ້ຳ, ຖ້ວມ, ​ໃນ​ລະດັບ​ທີ່​ຮຸນ​ແຮງ​ພໍ​ສົມ ຄວນ ໂດຍ​ສະ​ເພາະ​ແມ່ນ​ຢູ່ແຄມ​ຝັ່ງ​ແມ່ນ້ຳເຊບັ້ງໄຟ, ຊຶ່ງ​ຢູ່​ໃນ​ເຂດຕອນ ຫລ່າງ​ຂອງ​ ໂຄງການ​ເຂື່ອນນ້ຳເທີນ, II ​ໃນ​ແຂວງຄຳ​ມ່ວນ​ນັ້ນ ກໍ​ປາກົດ​ວ່າ ​ເຂດ​ເມືອງຍົ​ມມະ​ລາດ, ​ເມືອງ​ມະຫາ​ໄຊ ​ແລະ ​ເມືອງໜອງບົກ ລວ​ມ​ໄປ​ເຖິງ​ເມືອງ​ໄຊບູລີ ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ອີກດ້ວຍ​ນັ້ນ ກຳລັງປະເຊີນ ກັບໄພນ້ຳຖ້ວມຢ່າງໜັກ, ​ເປັນບໍລິເວນກ້ວາງກວ່າ, 7.000 ​ເຮັກ​ຕ້າ ຊຶ່ງ​ສ່ວນ​ໃຫຍ່​ກໍ​ຄື​ພື້ນທີ່​ນາ​ເຂົ້າ​ຂອງກະເສດຕະກອນລາວນັ້ນເອງ.

​ສຳລັບ​ໃນ​ປະກາຍ​ນີ້ ​ໄພນ້ຳຖ້ວມໃນລາວ, ກໍໄດ້ເປັນຜົນເຮັດໃຫ້ເນື້ອທີ່ນາຂອງກະເສດຕະ ກອນລາວຖືກນ້ຳຖ້ວມໄປເປັນບໍລິເວນກວ້າງກວ່າ, 128.000 ​ເຮັກ​ຕ້າ ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ໃນ​ຈຳນວນ​ນີ້ກໍ​ປາ ກົດ​ວ່າໄດ້​ຮັບ​ຄວາ​ມ​ເສຍ​ຫາຍ​ຢ່າງ​ສິ້ນ​ເຊີງ ​ເປັນ​ບໍລິ​ເວນ​ກວ້າງ​ກວ່າ 36.000 ​ເຮັກ​ຕ້າ ພ້ອມ​ກັນນັ້ນ ກໍ​ຍັງໄດ້ເຮັດ​ໃຫ້ຄອງ​ຊົນລະປະທານ ​ແລະ ຖະໜົນຫົນ ທາງເປ່ເພ​ໄປ​ຢ່າງ​ຫລວງຫລາຍ​ອີກ​ດ້ວຍ, ​ໂດຍ​ເຮັດ​ໃຫ້​ລັດຖະບານ​ລາວ​ຈຳ​ເປັນ​ຕ້ອງ​ໃຊ້​ງົບປະມານ​ຫລາຍ​ກວ່າ 838 ຕື້ກີບ ຫລື ​ເກືອບ 100 ລ້ານ ​ໂດລາ​ສະຫະລັດ​ໃນ​ການ​ສ້ອມ​ແປງ​ໃນ​ຕະຫລອດ​ປີ​ທີ່​ຜ່ານ​ມາ.

XS
SM
MD
LG