ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສະແຫວງຫາ ປະເທດມຽນມ້າ ທີ່ມີສະຖຽນລະພາບ


<!-- IMAGE -->

ປະ​ເທດ​ມຽນມ້າ ບ່ອນ​ທີ່​ປະຊາຊົນໄດ້​ປະສົບ​ກັບ​ຄວາມ​ເສຍ​ຫາຍ ​ແລະ​ທຸກທໍລະມານຢ່າງ​ແສນ​ສາ​ຫັດ ຍ້ອນ​ໄພພາຍຸ​ໄຊ​ໂຄລນ NARGIS ​ທີ່​ໄດ້​ສ້າງ​ຄວາມ​ຫາຍະ​ນະຮ້າຍ​ແຮງເມື່ອ​ປີ​ກາຍ​ນີ້ ຕະຫລອດ​ທັງ ການ​ກົດ​ຂີ່​ປາບ​ປາມ​ທາງ​ການ​ເມືອງ ​ແລະ​ການລະ​ເມີດ​ສິດທິ​ມະນຸດ​ຂອງ​ເຂົາ​ເຈົ້າຢ່າງ​ເປີດ​ແປນ ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ໄດ້​ປະສົບ​ກັບ​ຄວາມ​ປັ່ນ​ປ່ວນ​ວຸ້ນວາຍ​ອີກ​ໃນອາທິດ​ແລ້ວ​ນີ້ ​ຍ້ອນການ​ສູ້​ລົບ​ກັນທີ່ ​ເກີດຂື້ນຢູ່​ເລາະ​ຕາມ​ຊາຍ​ແດນ​ກ້ຳຕາ​ເວັນ​ອອກ​ສ່ຽງ​ເໜືອ ຕິດ​ກັບປະ ​ເທດຈີນ​ນັ້ນ ລະຫວ່າງ​ກຸ່ມ​ຊາວເຜົ່າພື້ນ​ເມືອງ​ເຊື້​ອສາຍ​ຈີນ​ທີ່​ປະກອບ​ອາວຸດ​ກຸ່ມ​ນື່ງ ກັບ​ທະຫານ​ຂອງ​ຝ່າຍ​ລັດຖະບານ ທີ່ຖືກ​ສົ່ງ​ໄປ​ປາບ​ກຸ່ມ​ດັ່ງ​ກ່າວ ​ແລະ​ຍຶດ​ເອົາ​ເຂດ​ນັ້ນມາ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະບານ. ບັນດາ​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ປະ​ເມີນ​ວ່າ ພົນລະ​ເຮືອນ​ຫລາຍ​ຮອດ​ສາມ​ໝື່ນ​ຄົນ ​ໄດ້​ຖືກ​ບີບ​ບັງຄັບ​ໃຫ້​ຫລົບໜີ​ອອກໄປຈາກ​ບໍລິ​ເວນດັ່ງກ່າວ ຊື່​ງ​ເປັນ​ເຂດ​ຢູ່​ອາ​ໃສ​ຂອງ​ຊົນ​ເຜົ່າ​ເຊື້ອສາຍ​ຈີນ ຈຳນວນ​ຫລວງຫລາຍ.​ ຄວາມ​ເຄ່ງ​ຕຶງ​ຄັ້ງ​ໃໝ່​ນີ້ ​ໄ​ດ້ກໍ່​ໃຫ້​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ຂື້ນ​ມາ​ອີກ ກ່ຽວ​ກັບ​ສະຖຽນ​ລະພາບຢູ່​ໃນ​ພູມີພາກ​ສ່ວນ​ນັ້ນຂອງ​ໂລກ ທັງ​ໃນ​ບັນດາ​ປະ​ເທດ​ເພື່ອນບ້ານ​ຂອງ​ມຽນມ້າ ກໍ​ຄື​ໃນ​ປະຊາ​ຄົມນາໆ​ຊາດ. <!-- IMAGE -->

​ເວລາ​ນີ້ ສະຫະລັດ​ກຳລັງ​ດຳ​ເນີນ​ການ​ສຳ​ຫລວດ​ທົບ​ທວນຄືນ​ເບິ່ງ​ນະ​ໂຍບາຍ​ຂອງ​ຕົນກ່ຽວ​ກັບ​ລັດຖະບານ​ໃນ​ມຽນມ້ານັ້ນ ​ໃນ​ລະດັບທີ່ກວ້າງ ຂວາງ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ວິທີ​ທາງ​ທີ່​ດີ​ທີ່​ສຸດ ​ເພື່ອເຮັດ ​ໃຫ້​ມີ​ການ​ຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ ​ແລະ​ໃຫ້​ມີ​ການ​ເຄົາລົບ ນັບຖື​ສິດທິ​ມະນຸດ​ຂອງ​ປະຊາຊົນ​ມຽນ​ມ້າ. ຜ່ານ​ມາ ຄວາມ​ສົນ​ໃຈ​ຂອງ​ໂລກ​ແມ່ນ​ສຸມໃສ່​ ​ເລື່ອງ​ທີ່​ລັດຖະບານ​ຍັງສືບ​ຕໍ່​ກັກ​ຂັງ​ຜູ້ນຳ​ພວກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ທ່ານ​ນາງອອງຊານ ຊູ​ຈີ ​ແລະ​ນັກ​ການ​ເມືອງ​ຄົນ​ອື່ນ​ໆອີກ 2100 ຄົນ​ໃນ​ມຽນມ້ານັ້ນ​ ແຕ່​ວ່າ​ການ​ທົບ​ທວນຄືນ​ເບິ່ງ ນະ​ໂຍບາຍຂອງສະຫະລັດ ​ແມ່ນມີ​ຫລາຍ​ດ້ານຫລາຍເປົ້າໝາຍ. ການ ຄັດ​ແຍ້​ງຕໍ່ສູ້​ກັນ​ລະຫວ່າງ​ຊົນເຜົ່າ ທີ່ເຈົ້າໜ້າ​ທີ່ມຽນມ້າ​ໄດ້ສວາຍ​ເອົາ​ປະ​ໂຫຍ​ດນັ້ນ ​ແມ່ນ​ເປັນ​ບັນຫາ​ທ້າ​ທາຍ​ຕໍ່ອະນາຄົດ​ຂອງ​ມຽນມ້າ ​ແລະ​ກໍບໍ່ແມ່ນແຕ່​ການ​ຕໍ່ສູ້​ກັນ ​ເມື່ອ​ອາທິດ​ແລ້ວ​ນີ້ໃນ​ເຂດ​ໂກກັ້ງ​ເທົ່າ​ນັ້ນ ​ແຕ່​ຍັງ​ຮວມ​ໄປ​ເຖິງ​ຜົນ​ກະທົບ​ ທີ່​ສະທ້ອນ​ໃຫ້​ເຫັນ ​ໃນ​ຊະ​ຕາກຳ​ຂອງ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ມຸສລິມ​ໂຣຮິງ​ຢາ ຂອງ​ມຽນມ້າ ​ແລະ​ເຜົ່າ​ອື່ນໆ​ອີກ.

ສະຫະລັດ​ແມ່ນ​ມີ​ຄວາມ​ສົນ​ໃຈ​ອັນໃຫຍ່​ຫລວງ ຢາກ​ຈະ​ເຫັນ​ມຽນມ້າ ສົ່ງ​ເສີມສະຖຽນ​ລະ​ພາບຢູ່​ໃນ​ຂົງ​ເຂດ ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ຮຽກ ຮ້ອງຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ທວງ​ໃຫ້​ມຽນມ້າ​ປ່ອຍ​ໂຕ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ​ແລະ​ຈັດການ​ສົນທະນາ​ຫາລື​ຢ່າງ​ແທ້​ຈິງ​ຂື້ນ ລະຫວ່າງ​ເຈົ້າໜ້າ​ທີ່​ມຽນມ້າ ກັບ​ບັນດາ​ຜູ້​ແທນ​ຂອງ​ຝ່າຍ​ຄ້ານ ​ແລະ​ພວກ​ຜູ້ນຳ​ຊົນ​ເຜົ່າ​ພື້ນ​ເມືອງ​ຕ່າງໆ ​ເພື່ອ​ປຶກສາກັນ​ກ່ຽວ​ກັບ​ທັດສະນະວິ​ໄສທີ່​ມີ​ຮ່ວມ​ກັນ ກ່ຽວ​ກັບ​ຫົນ​ທາງ​ກ້າວ​ໄປຂ້າງ​ໜ້າຢູ່​ໃນ​ມຽນມ້ານັ້ນ. ການ​ເອົາ​ບາດກ້າວ​ໃນ​ທາງ​ບວກ​ຕ່າງໆ ໄປ​ສູ່​ການ​ມີລະບອບປະຊາທິ ປະ​ໄຕ​ທີ່​ແທ້​ຈິງ ​ແລະ​ຕາງໜ້າ​ປະຊາຊົນ​ນັ້ນ ​ແມ່ນ​ຈະ​ຊ່ວຍ​ໄດ້​ຫລາຍ ​ໃນ​ການຢຸດຕິ​ການ​ຖືກ​ໂດດດ່ຽວ​ຂອງ​ມຽນມ້າ ​ແລະ​ຢຸດຕິ​ການ​ຄັດ​ແຍ້​ງ ຕໍ່ສູ້​ກັນ ທີ່​ໄດ້​ນຳ​ເອົາ​ຄວາມ​ເສຍ​ຫາຍ ​ເດືອດຮ້ອນ ​ແລະ​ທຸກທໍລະມານ ຢ່າງ​ຫລວງຫລາຍ ມາສູ່​ປະຊາຊົນ​ມຽນມ້ານັ້ນ.

XS
SM
MD
LG