ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນເສັຍຊີວິດ ຫລາຍກວ່າ 60 ຄົນຫາຍສາບສູນ ຈາກກຳປັ່ນຂ້າມຟາກຫລົ້ມ ທີ່ຟີລິບປິນ


ກຳ​ປັ່ນ​ຂ້າມ​ຟາກ​ຫລົ້ມ​ກາງ​ທະ​ເລ​ທ່ີ​ຟີ​ລິບ​ປິນ :
ໜ່ວຍທະຫານຍາມ​ຝັ່ງຂອງ​ຟີ​ລິບ​ປິນ ກ່າວ​ວ່າ ຈຳນວນ​ຜູ່​ເສັຍ​ຊີວິດ​ຈາກ​ອຸບັ​ດເຫດ​ເຮືອ​ຂ້າມ​ຟາກ​ທ່ີ​ບັນທຸກ​ຄົນ​ໂດຍສານ​ຈຳນວນ​ເກືອບ 1 ພັນ​ຄົນ​ໄດ້​ເພ່ີມ​ຂຶ້ນ​ເປັນ 5 ຄົນ​ແລ້ວ ​ແລະ​ຫລາຍ​ກວ່າ 60 ຄົນ​ຍັງຫາຍ​ສາບ​ສູນ​ໄປ​ຢູ່. ບັນດາ​ເຈົ້າ​ໜ້າ​ທ່ີ​ຝ່າຍ​ເດີນທະ​ເລກ່າວ​ວ່າ ພວກ​ໜ່ວຍ​ກູ້​ໄພ​ໄດ້ຍົກຍ້າຍ​ ຄົນ​ໂດຍສານ​ຈຳນວນ 900 ຄົນ​ ໄປໃສ່​ພວກ ເຮືອ​ລຳ​ອີ່ື​ນໆ​ ຈາກ​ກຳປັ່ນຂ້າມ​ຟາກ Super Ferry 9 ທີ່​ງ່ຽງໃກ້​ຈະ​ຫລົ້ມ ໃນທ່າມກາງທະເລທ່ີປັ່ນປ່ວນ ຢູ່ນອກຝັ່ງ ທະເລໃນພາກໃຕ້ຂອງ ປະເທດ. ແຕ່ມີບາງຄົນຍັງຊອກ ຫາບໍ່ເຫັນຍ້ອນ​ຄວາມ​ສັບສົນວຸ້ນວາຍ. ທາງການຟີລິບປິນກ່າວວ່າ ພວກເຮືອກອງທັບເຮືອແລະຝູງເຮືອບິນເຮ ລີຄອບ ເຕີກອງທັບອາກາດ ໄດ້ຖືກສົ່ງໄປຍັງບ່ອນ​ເກີດ​ເຫດເພື່ອຊອກ ຫາພວກທ່ີຍັງຫາຍສາບສູນຢູ່. ພວກເຮືອບິນເຮລີຄອບເຕີຂອງສະຫະ ຣັດ ທ່ີກຳລັງທຳການຊ້ອມຣົບ ຢູ່ໃນພາກໃຕ້ຂອງຟີລິບປິນ ແລະເຮືອ ສນັບສນຸນລຳ​ນຶ່ງຂອງສະຫະຣັດ ທ່ີມີໜ່ວຍພະຍາບານຢູ່​ໃນ​ເຮືອ ກໍໄດ້ ຖືກສົ່ງໄປຍັງບ່ອນເກີດເຫດເຊັ່ນກັນ.
ບັນດາເຈົ້າໜ້າທ່ີຍາມຝັ່ງ ກ່າວວ່າ ຈະມີການດຳເນີນການສືບສວນ ຫາສາຍເຫດຂອງອຸບັດເຫດເຮືອຫລົ້ມນີ້ ໃນເວລາໄວເທົ່າທ່ີຈະໄວໄດ້ ຫລັງຈາກການຊ່ອຍກູ້ໄພຜູ້ຄົນ ​ເສັດ​ສີິ້ນລົງແລ້ວ.
ນີວເຄລັຍຂອງເກົາຫລີເໜືອ: ທູດພິເສດສະຫະລັດຝ່າຍກິດຈະການເກົາຫລີເໜືອ ສະແດງຄວາມ ເປັນຫ່ວງໃນວັນອາທິດມື້ນີ້ ກ່ຽວກັບການກ່າວ​ອ້າງຂອງເກົາຫລີເໜືອ ທີ່ວ່າຕົນກຳລັງກ້າວເຂົ້າໄປ ໃກ້ຄວາມສາມາດ​ໃນ​ການເສີມສະມັດຖະ ພາບທາດຢູເຣນຽມຫລາຍຂຶ້ນ​ ສຳຫລັບການຜະລິດ ອາວຸດນີວເຄລຍນັ້ນ. ທ່ານສະຕີເວິ່ນ ບອສເວີທ ກ່າວຕໍ່ຜູ້ສື່ຂ່າວໃນກຸງໂຊລວ່າ ເກົາຫລີເໜືອ ຈະຕ້ອງ​ໃຫ້​ຄວາມ​ກະຈ່າງ​ແຈ້ງ ກ່ຽວ​ກັບບັນຫານີ້ ຖ້າຢາກ​ຈະໃຫ້ມີ ຄວາມກ້າວໜ້າໃດໆ ໃນການ​ເຮັດ​ໃຫ້ແຫລມເກົາ ຫລີປອດນີວເຄລຍນັ້ນ.ທ່ານບອສເວີທ ໄດ້ພົບປະກັບ ທ່ານ ວີວັງລັກ ຫົວໜ້າເຈລະຈາເລຶ່ອງ ນີວເຄລຍຂອງເກົາຫລີໄຕ້ ເມື່ອວັນສຸກຜ່ານມານີ້. ອົງການຂ່າວຢົນ ຮັບ ຂອງເກົາຫລີໄຕ້ ອ້າງເອົາຄຳເວົ້າຂອງເຈົ້າໜ້າທີ່ຄົນ​ນື່ງ ທີ່ເວົ້າວ່າ ທັງ​ສອງ​ທ່ານໄດ້ປຶກສາຫາລືກັນ ກ່ຽວ​ກັບການ​ເອົາ​ທ່າ​ທີຕອບໂຕ້ຮ່ວມ ກັນ ຕໍ່ການຂົ່ມຂູ່ຂອງເກົາຫລີເໜືອກ່ຽວ​ກັບ​ນິວ​ເຄລຍເມື່ອໝໍ່ໆມານີ້ ແລະສະແດງທ່າ​ທີ​ປອງ​ດອງ​ຕໍ່​ເກົາຫລີ​ເໜືອ​.
ຄວາມ​ບໍ່​ສງົບ​ໃນ​ພາກ​ໃຕ້​ຂອງ​ໄທ: ຕຳຫລວດ​ໃນ​ພາກ​ໃຕ້​ຂອງໄທ​ກ່າວ​ວ່າ ມື​ປືນ​ຈຸ​ນຶ່ງ​ທ່ີ​ບໍ່​ຮູ້​ຊື່ ໄດ້ສັງຫານ​ຊາວ​ມຸສລິ​ມ 3 ຄົນ​ຈາກ​ຄອບຄົວ​ດຽວ​ກັນ​ໃນ​ຈັງຫວັດ​ຢາ​ລາ​ໃນ​ຄືນ​ວັນ​ເສົາ​ຜ່ານ​ມາ​ນີ້. ພວກ​ເຄາະຮ້າຍ​ເປັນພໍ່​ບ້ານຄົນ​ນຶ່ງ ວັຍ 61 ປີ ​ແລະ ລູກ​ສາວ​ວັຍ 33 ປີ ພ້ອມ​ທັງ​ລູກ​ເຂີຍ ​ວັຍ 42 ປີ. ຕຳຫລວດ​ກ່າວ ​ ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ຫົວ​ແບກ​ແຍກ​ດິນ​ແດນກຸ່ມ​ນື່ງໄດ້ບຸກ​ເຂົ້າໄປ​ ໃນ​ເຮືອນ​ຂອງ​ພວກ​ກ່ຽວ​ ແລ້ວ​ເປີດ​ສາກ​ຍິງ​ປືນ​ໃສ່​ເຂົາ​ເຈົ້າ​ ແລ້ວພາ ກັນ​ເອົາ​ໂຕ​ຫລົບໜີ​ໄປ. ຫລາຍຈັງຫວັດ​ໃນ​ພາກ​ໃຕ້​ຂອງ​ໄທ ຊຶ່ງ​ປະຊາ ຊົນ​ສ່ວນ​ຫລາຍ​ເປັນ​ຊາວມຸສລິ​ມ ​ໄດ້​ປະສົບ​ກັບ​ການ​ກໍ່​ຄວາມ​ຮຸນ​ແຮງ​ເພ່ີມ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າໃດ​ມື້​ຜ່ານ​ມາ​ນີ້ ຊຶ່ງ​ເກີດ​ຂຶ້ນ​ພ້ອມໆ​ກັບເດືອນ​ບຸນ Ramadan ຂອງ​ຊາວ​ມຸສລິ​ມ. ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມສງົບ​ກ່າວ​ວ່າລະເບີດ​ ລູກ​ນຶ່ງ​ໄດ້​ແຕກ​ຂຶ້ນ​ຢູ່​ທາງໜ້າ​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ເມືອງ​ຢາ​ລາ ເຮັດໃຫ້​ຕຳຫລວດ​ຄົນ​ນຶ່ງເສັຍ​ຊີວິດ​ແລະ​ປະຊາຊົນ​ຕື່ມ​ອີກ 12 ຄົນໄດ້ ​ຮັບ​ບາດ​ເຈັບ. ​ແລະໃນ​ມື້ກ່ອນນັ້ນ ຄື​ໃນວັນ​ພະຫັດ​ ລະ​ເບີດ​ລູກ​ນຶ່ງ​ທ່ີ​ຫ້າງ​ໄວ້​ໃນ​ລົດ​ຈັກ​ຄັນ​ນຶ່ງ​ ກໍໄດ້​ແຕກ​ຂຶ້ນ​ຢູ່​ນອກ​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ຈັງຫວັດ​ປັດຕະນີ​ ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນຶ່ງ​ເສັຍ​ຊີວິດ​ແລະ​ປະຊາຊົນ​ຕື່ມ​ອີກ​ຫລາຍ​ກວ່າ 20 ຄົນ​ໄດ້​ຮັບບາດ​ເຈັບ.
ທິ່ອັຟການີສຖານ: ຜູ້ບັນຊາການກຳລັງທະຫານຂອງສະຫະລັດ ແລະເນໂຕໃນອັຟການີສ ຖານ ໄດ້ໄປກວດກາສະຖານທີ່ທີ່ຖືກໂຈມຕີທາງອາກາດເມື່ອໝໍ່ໆມານີ້ ໃນແຂວງຄັນດູຊ ທີ່ເຈົ້າໜ້າທີທ້ອງ ຖິ່ນກ່າວວ່າ ​ເຮັດ​ໃຫ້ພົລະເຮືອນ ເສຍຊີວິດນັ້ນ. ວັນເສົາວານນີ້ ນາຍພົນ Stanley McChrystal ແຫ່ງກອງທັບບົກ ສະຫະລັດ ໄດ້ໄປຢ້ຽມຢາມເຂດນື່ງ​ໃນພາກເໜືອຂອງອັຟການີສຖານ ບ່ອນທີ່ມື້ກ່ອນນັ້ນ ​ເຮືອບິນຂອງສະຫະລັດໄດ້​ໄປຖິ້ມລະເບີດ​ໃສ່​ເພື່ອ ທຳລາຍລົດບັນທຸກນ້ຳມັນສອງຄັນ ທີ່ຖືກພວກຕາລິບັນ ຈີ້ເອົາໄປ. ການຖິ້ມລະເບີດຄັ້ງນີ້ ຍັງຜົນໃຫ້ມີຜູ້ເສຍຊີວິດ 90 ຄົນ. ແຕ່ຍັງບໍ່ ເປັນທີ່ແຈ້ງຂາວເທື່ອວ່າ ມີພົນລະເຮືອນຈັກຄົນຮວມຢູ່ໃນຈຳນວນດັ່ງກ່າວ. ອົງການເນໂຕໄດ້ເລີ່ມທຳການສືບສວນເລຶ່ອງນີ້ແລ້ວ ແລະສັນຍາວ່າຈະ ແຈ້ງຜົນການສືບສວນໃຫ້ສາທາລະນະຮູ້.
ການ​ປະຕິບັດ​ງານ​ຂອງ​ນັກ​ເຫາະອາ​ວະ​ກາດຂອງ​ສະຫະຣັດ:
ອົງການ​ NASA ຂອງ​ສະຫະຣັດກ່າວ​ວ່າ ນັກ​ອາ​ວະ​ກາດ 2 ຄົນ​ໄດ້​ເສັດ​ສິ້ນ​ການ​ອອກ​ໄປ​ປະຕິບັດງານເປັນ​ເວລາ 7 ຊົ່ວ​ໂມງ ຢູ່​ນອກ​ສະ ຖານີ​ອາ​ວະ​ກາດນາ​ໆ​ຊາດ. ທ່ານ Danny Olivas ນັກ​ອາ​ວະ​ກາດ​ອະ​ເມຣິກັນ​ແລະ​ທ່ານ Christer Fuglesang ຈາກ Sweden ພາ ກັນ​ມາຍ​ສາຍ cable ຍາວ 18 ​ແມັດ​ອອກ​ສຳລັບ​ຫ້ອງ​ໃໝ່​ຊຶ່ງ​ກຳນົດ​ຈະ​ຕິດ​ຕັ້ງ​ໃສ່​ສະຖານີອາ​ວະ​ກາດໃນ​ຕົ້ນ​ປີໜ້າ​ນີ້. ​ແຕ່ນັກ​ອາ​ວະ​ກາດ​ທັງ​ສອງ​ປະສົບ​ກັບ​ບັນຫາ​ໃນ​ຕອນ​ສຸດ​ທ້າຍ ​ເພາະບໍ່​ສາມາດ​ເກາະ​ສົ້ນ​ນຶ່ງ​ຂອງສາຍ cable ໄດ້. ພວກ​ຄວບ​ຄຸມທາງ​ພາກ ​ພື້ນ​ດິນ​ ກໍ​ເລີຍບອກ​ໃຫ້​ພວກ​ນັກ​ອາ​ວະ​ກາດ​ຫໍ່​ສາຍcable​ໄວ້​ ​ເພື່ອ​ເອົາ​ໄວ້ພະຍາຍາມ​ໃໝ່ ໃນ​ການ​ປະຕິ​ບັດ​ງານ​ເທ່ືອ​ໜ້າ. ນອກ​ນັ້ນ​ ນັກ​ອາ​ວະ​ກາດ ທັງ​ສອງ​ໄດ້​ຕິດ​ຕັ້ງ​ແທ່ນ​ມ້ຽນ​ເຄື່ອງ​ບ່ອນ​ນຶ່ງ​ແລະ​ສາຍ antennas 2 ສາຍ ສຳລັບ​ຊອກ​ຫາຈຸດທີ່​ຕັ້ງທາງ​ພາກ​ພື້ນ​ດິນ ​ແລະ​ສ້ອມ​ແປງ​ເຄື່ອງ​ວັດ​ການ​ໝຸນ​ກັບ ​ທ່ີໃຊ້​ສຳລັບ​ຄວບ​ຄຸມ​ທິດ ​ທາງ​ການ​ໝຸນ​ຂອງສະຖານີ​ອາ​ວະ​ກາດ​ນັ້ນ.
ວຽກ​ງານເທື່ອ​ນີ້ແມ່ນເປັນ Space walk ​ຫລືການ​ໄປ​ເຮັດ​ວຽກຢູ່ນອກ ສະຖານີ​ອາ​ວະ​ກາດຄັ້ງ​ທີ​ສາມ​ແລະ​ຄັ້ງ​ສຸດ​ທ້າຍ ຂອງ​ການ​ປະຕິບັດ​ງານ ​ໃນຖ້ຽວ​ບິນຊຸດ​ປັດຈຸບັນ ​ຂອງ​ຍານ​ອາ​ວະ​ກາດ​ໄປ​ກັບDisCovery ຊຶ່ງ​ກຳນົດ​ຈະ​ອອກ​ຈາກ​ສະຖານີ​ອາ​ວະ​ກາດ​ ກັບ​ຄືນ​ສູ່ໂລກໃນ​ວັນ​ອັງຄານ​ຈະ​ມາ​ນີ້.

XS
SM
MD
LG