ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຄມທາງແນເປົ້າໝາຍ ໃສ່ທະຫານເຢຣະມັນ ທີ່ອັຟການີສຖານ


ສະຖານະ​ການ​ໃນ​ອັຟກາ​ນີສຖານ: ລະ​ເບີດ​ທ່ີ​ຫ້າງ​ໄວ້​ແຄມ​ທາງ​ລູກ​ນຶ່ງ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້​ຢູ່​ໃກ້​ໆ
ກັບ​ຂະ​ບວນລົດ​ຄຸ້ມ​ກັນ​ຈຸ​ນຶ່ງ​ຂອງ​ທະຫານ​ເຢຣະມັນ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນີສຖານ ນຶ່ງ​ມື້​ຫລັງ​ຈາກ​ພວກ​ຜູ້​ບັນຊາ​ການ​ທະຫານ​ເຢຣະມັນອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ NATO ​ໃນ​ຂົງgຂດ​ດັ່ງກ່າວ​ຊຶ່ງ​ຍັງ​ຜົນ​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫລາຍ​ເຖິງ 90 ຄົນ​ເສັຍ​ຊີວິດ ຊຶ່ງ​ຫລາຍ​ ຄົນ​ເປັນ​ພວກ​ພົນລະ​ເຮືອນ. ທາງ​ການ​ກ່າວ​ວ່າ ການລະ​ເບີດ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເສັຍ​ຫາຍ​ໃຫ້​ແກ່ລົດ​ຫລາຍ​ຄັນ ​ແຕ່​ ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ສາຫັດຈາກ​ລະ​ເບີດ​ທ່ີ​ແຕກ​ຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້.ອົງກາ​ນ NATO ຮຽກ ຮ້ອງ​ໃຫ້​ມີ​ການ​ສືບສວນ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ສຸກ​ວານ​ນີ້ ທ່ີ​ໄດ້​ເຮັດ​ໃຫ້​ລົດ​ບັນ ທຸກ​ນ້ຳມັນ​ສອງ​ຄັນ​ລະ​ເບີດ ​ຂຶ້ນ​ຢ່າງ​ຫລວງຫລາຍ​ນັ້ນ. ການໂຈມ​ຕີ​ທາງ​ອາກາດ​ໃນ​ຕອນ​ເຊົ້າ​ມືດ ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ພວກ​ບັນຊາ​ການ​ກອງທັບ​ເຢຣະມັນ ຫລັງ​ຈາກ​ລົດ​ບັນທຸກ​ນ້ຳມັນ​ຖືກ​ຈີ້ໄປ​ໃນ​ກ່ອນ​ໜ້າ​ນັ້ນ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບັນ ທ່ີ​ພົບ​ເຫັນ​ໃນ​ແຄມ​ແມ່​ນ້ຳ​ແຫ່ງ​ນຶ່ງ​ໃນ​ແຂວງ Kunduz ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ທ່ີ​ປາກົດ​ວ່າ​ຖືກ​ພວກ​ກະບົດ​ອ້ອມ​ໄວ້ ​ໃນ​ຂະນະ​ທ່ີ​ລົດ​ບັນທຸກ​ນ້ຳມັນ​ກຳລັງເອົາ​ນຳ​ມັນ​ອອກ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ເຢຣະມັນ​ກ່າວ​ວ່າ ຄຳ​ສັ່ງ​ການ​ໂຈມ​ຕີ​ນີ້​ມີ​ຂຶ້ນ ​ເພາະວ່າ ພວກ​ລົດ​ບັນທຸກ​ນ້ຳມັນ​ທ່ີ​ຖືກ​ຈີ້​ໄປ​ນີ້​ສາມາດ​ໃຊ້​ເປັນ​ອາວຸດ​ໄດ້​ໃນ​ການວາງ​ລະ ເບີດ​ສະລະ​ຊີບ​ຕໍ່​ພວກ​ທະຫານ​ເຢຣະມັນ​ທີ່ີປະຈຳການຢູ່​ໃກ້ໆ​ກັນ​ນັ້ນ.
ກອງ​ປະຊຸມ​ກຸ່ມ20 ປະ​ເທດ:ນາຍົກຣັຖມຸນຕີ Gordon Brown ​ແຫ່ງ​ອັງກິດ​ກ່າວ​ຕໍ່​ບັນດາຣັຖ
ມຸນຕີ​ການ​ເງິນ​ຈາກ​ກຸ່ມ20ປະ​ເທດ​ຫລື G-20 ທ່ີ​ກຸງ​ລອນ​ດອນ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ເຖິງ​ແມ່ນ​ພາວະ​ ເສດຖະກິດ​ຕົກ​ຕ່ຳ​ຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ເປັນ​ຕົ້ນ​ມາ​ປາກົດ​ວ່າ​ຜ່ອນຄາຍ​ລົງ​ແດ່​ແລ້ວ
ນັ້ນ​ກໍ​ຕາມ ​ໂລກ​ກໍ​ບໍ່​ສາມາດ​ທ່ີ​ຈະ​ສະ​ແດງ​ຄວາມດີ​ອົກ​ດີ​ໃຈຫລື​ມີ​ຄວາມໝັ້ນ​ໃຈ​ເກີນ​ໄປ. ທ່ານ Brown ກ່າວ​ຕໍ່​ບັນດາ​ເຈົ້າ​ໜ້າ​ທ່ີ​ຈາກ​ບັນດາປະ​ເທດ​ທ່ີ​ຈະ​ເຣີນການ​ພັດທະນາ​ແລະ​ຮັ່ງມີ​ແລະ​ຈາກ​ພວກ​ຕລາດ​ສຳຄັນ​ທ່ີ​ກຳລັງ​ໂຜ່​ໂຕ​ຂຶ້ນ​ມາ​ວ່າ ​ໂລກ​ໄດ້​ຕົກ​ຢູ່​ໃນ​ຈຸດ​ຫົວລ້ຽວຫົວ​ຕໍ່ ​ແລະວ່າ​ຈະ​ຕ້ອງ​ໄດ້​ດຳ​ເນີນ​ງານ​ຫລາຍ ​ຂຶ້ນ​ເພື່ອ​ຮັບປະກັນ​ການ​ຟື້ນ​ໂຕ​ຄືນ​ທ່ີ​ໝັ້ນຄົງ. ກຸ່ມ 20 ປະ​ເທດ​ທ່ີ​ວ່າ​ນີ້​ມີ​ການ​ເກດ​ຖະກິດ​ເກືອບ​ວ່າ​ກວມ​ເອົາ​ ທັງ​ໝົດ​ຂອງ​ໂລກ. ພວກຣັຖມຸນຕີ​ການເງິນ​ແລະ​ເຈົ້າ​ໜ້າ​ທ່ີ​ອື່ນໆ​ເຫລົ່າ​ນີ້​ກຳລັງພົບ​ປະກັນເປັນ​ມື້​ທີ​ສອງ​ ແລະ​ເປັນ​ມື້​ສຸດ​ທ້າຍເພື່ອຫາ​ທາງ​ຕົກລົງ​ກັນ​ເຣື່ອງລາຍການ​ປະຊຸມ​ສຸດ​ຍອດສຳລັບ​ບັນດາ​ຜູ້ນຳ​ຂອງ​ກຸ່ມ20ປະ​ເທດ ຊຶ່ງ​ມີ​ໝາຍ​ກຳນົດ​ຈະ​ພົບ​ປະກັນ​ທ່ີ​ນະຄອນ Pittsburghຣັດ Pennsylvania ຂອງ​ສະຫະຣັດ​ໃນ ທ້າຍ​ເດືອນ​ນີ້.
ເຣື່ອງນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ:ບັນດາ​ຫົວໜ້າ​ທູດ​ພິ​ເສດ​ດ້ານ​ນີວ​ເຄລັຍ​ຈາກ​ສະຫະຣັດ​ແລະ​ເກົາຫລີ
​ໃຕ້​ໄດ້​ທຳ​ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ເສົາ​ມື້​ນີ້​ທ່ີ​ກຸງ​ໂຊນ ​ເພື່ອ​ຫາ​ທາງ​ໃຫ້​ເກົາຫລີ​ເໜືອ​ກັບ​ຄືນ​ມາ​ຮ່ວມ​ ການ​ພົບ​ປະ​ເຈຣະຈາ​ກັນ​ເຣື່ອງການ​ປົດ​ອາວຸດນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ. ທ່ານ Stephen Bosworth ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະຣັດກ່ຽວ​ກັບ​ເກົາຫລີ​ເໜືອ ​ໄດ້​ພົບ​ປະ​ກັບ​ທ່ານ Wi Wung-Lac ຫົວໜ້າ​ຄນະ​ຜູ້ຕາງໜ້າ​ເກົາຫລີ​ໃຕ້​ໃນ​ການ​ພົບ​ປະ​ເຈຣະຈາ6 ຝ່າຍ​ກ່ຽວ​ກັບ​ການ​ປົດ​ອາວຸດ​ຂອງ​ເກົາຫລີ​ເໜືອ​ນັ້ນ.
ທ່ານ Bosworth ທ່ີ​ກຳລັງ​ທຳ​ການ​ຢ້ຽມຢາມ​ຂົງ​ເຂດ​ເພື່ອ​ທຳ​ການ​ໂອ້ລົມ​ສົນທະນາ​ກັນ​ທ່ີ​ມີ​ວັດຖຸ​ປະສົງ​ ເພື່ອ​ຟື້ນ​ການ​ເຈຣະຈາ 6 ຝ່າຍ​ຄືນນັ້ນ ບໍ່​ໄດ້​ກ່າວ​ຖ້ອຍ​ຖ​ແລງ​ໃດໆ​ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ການ​ພົບປະກັນ​ ນີ້. ໃນ​ວັນ​ສຸກ ວານ​ນີ້ ​ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ບັນລຸ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ຫລອມ​ທາດ​ຢູຣານຽມ​ຂອງ​ຕົນ​ແລ້ວ ອັນ​ເປັນ​ການ​ດຳ​ເນີນ​ຂັ້ນ​ຕອນ ຖ້າ​ຫາກ​ສຳ​ເຣັດ ຈະ​ເປັນ​ພາຫະນະ​ຂັ້ນ​ທີ​ສອງ​ຊຶ່ງ​ໝາຍ​ຄວາມ​ວ່າ ຈະ​ສ້າງ​ລະ​ເບີດ​ນີວ​ເຄລັຍ​ຂຶ້ນ​ໄດ້​ນັ້ນ.
ຄວາມ​ບໍ່​ສງົບ​ໃນ​ຈີນ: ນະຄອນຫລວງ​ຂອງ​ເຂດ​ຊິນ​ຈຽງ​ຂອງ​ຈີນ​ໄດ້​ກັບ​ຄືນ​ສູ່​ສະພາບ​ບໍ່​ສງົບອີກ​ໃນ​ວັນ​ເສົາ​ມື້​ນີ້ ພາຍ​ໃຕ້​ການ​ສິ້ງ​ຊອມ​ເບິ່ງ​ຢ່າງ​ໃກ້ຊິດ​ຂອງ​ກຳລັງຮັກສາ​ຄວາມ​ປອດ​ໄພ​ຫລາຍ​ພັນ​ຄົນ​ທ່ີ​ພາກັນ​ ທຳ​ການ​ລາດ​ຕາ​ເວັນ​ຢູ່ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເມືອງ​Urumqi ​ແລະ​ຈັດ​ຕັ້ງ​ດ່ານ​ກວດກາ​ຄວາມ​ປອດ​ໄພ​ຂຶ້ນ ​ໃນ​ທົວຕົວ​ເມືອງ. ການ​ຮັກສາ​ຄວາມ​ປອດ​ໄພ​ເພ່ີມ​ຂຶ້ນ​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ປະຊາຊົນ​ເສັຍ​ຊີວິດ 5 ຄົນ​ ແລະ​ບາດ​ເຈັບ 14 ຄົນ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ທ່ີ​ຮຸນ​ແຮງ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ຊຶ່ງ​ໄດ້​ເກີດ​ໃຫ້​ມີ​ການ​ໂຈມ​ຕີ​ດ້າວ​ຍການເອົາ​ເຂັມ​ສັກ​ຢາ​ໄລ້​ແທງ​ກັນ​ນັ້ນ. ທ່ານ Zhang Hong ຮອງ​ເຈົ້າ​ຄອງ​ກຳ​ແພງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ 2 ຄົນ​ໃນ​ຈຳນວນ​ພວກ​ທ່ີເສັຍ​ຊີວິດ​ໄປ 5 ຄົນໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້​ເປັນ ​ພວກ​ພັນ​ລະ​ເຮືອນ​ທ່ີ​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ແຕ່​ທ່ານ​ບໍ່​ໄດ້​ບອກ​ລາຍ​ລະອຽດ​ໃຫ້​ຊາບ. ນອກ​ນັ້ນ​ທ່ານ Zhang ຍັງ​ ກ່າວ​ຕື່ມ​ວ່າ ຊົນ​ເຜົາ Uighurs 21 ຄົນໄດ້​ຖືກ​ຈັບ​ກຸມ ຮວມທງັ 4 ຄົນ​ທ່ີ​ໄດ້​ຖືກ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ໃນຂໍ້​ກ່າວ​ຫາ​ຖານ ມີ​ສ່ວນ​ພົວພັນ​ໃນ​ ການ​ໂຈມ​ຕີ​ກັນ​ດ້ວຍ​ການ​ໃຊ້​ເຂັມ​ສັກຢາ​ແທງ​ກັນ​ນັ້ນ. ສື່​ມວນ​ຊົນ​ແຫ່ງຣັດຂອງ​ຈີນ ​ແຈ້ງ​ໃຫ້​ຊາບ​ວ່າ ພວກທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫລາຍ​ເປັນ​ຊົນ​ເຜົ່າ​ຫັ້ນ.
ບໍລິສັດ​ນ້ຳມັນ BP ​ແລະ​ເຫດການ​ໃນ​ເມືອງLockerbie:ຣັຖມຸນຕີ​ຂັ້ນ​ອາວຸ​ໂສ​ຂອງ​ອັງກິດ​ ທ່ານ​ນຶ່ງ​ກ່າວ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ແລະ​ນ້ຳມັນ​ກັບ​ລີ​ເບັຍ​ໄດ້​ມີ​ບົດບາດ​ທ່ີ​ສຳຄັນ​ທ່ີ​ສຸດ​ໃນ​ການ​ຕັດສິນ​ໃຈ​ຂອງ​ອັງກິດ​ທ່ີ​ຮວມທັງ​ຜູ້​ວາງ​ລະ​ເບີດ​ໃນ​ເມືອງ Lockerbie​ໃນ​ຂໍ້​ຕົກລົງການ​ໂອນ​ນັກ​ໂທດ​ກັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Jack Straw ຣັຖມຸນຕີ​ກະຊວງ​ຍຸຕິ​ທັມ​ກ່າວ​ຕໍ່​ໜັງສືພິມ DailyTelegraph ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ທ່ານ​ອະ​ໄພ​ໃຫ້​ບໍ່​ໄດ້​ ກ່ຽວ​ກັບ​ການ​ຮວມ​ເອົາ​ນາຍ Abdel Baset al-Megrahi ຜູ້​ວາງ​ລະ​ເບີດ​ໃສ່​ສາຍ​ການບິນ Pan Am ທ່ີ​ຕົກລົງ​ໃນ​ເມືອງ Lockerbie ທ່ີຖືກ​ຂັງ​ຢູ່​ໃນ​ຄຸກ​ເຂົ້າ​ຢູ່​ໃນ​ຂໍ້​ຕົກລົງ​ກັນ​ກັບ​ລີ​ເບັຍ ທ່ີ​ໄດ້​ລົງ​ນາມ ​ກັນ​ເມື່ອ 2 ປີຜ່ານມາ ​ໃນ​ຂະນະ​ທ່ີ​ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ BP ຂອງ​ອັງກິດ​ກຳລັງ​ຫາ​ທາງເຮັດ​ສັນຍາ​ເປັນ​ມູນ​ຄ່າ​ຫລາຍ​ ລ້ານ​ດອນ​ລາ​ກັບ​ລີ​ເບັຍ​ນັ້ນ. ​ໃນ​ຕົ້ນ​ສັບປະດາ​ນີ້ ນາຍົກຣັຖມຸນຕີ​ອັງກິດ ທ່ານ Gordon Brown ກ່າວ​ວ່າ ບໍ່​ມີ​ການ​ປົກ​ປິດ​ໃດໆ​ແລະ​ບໍ່​ສັນຍາ​ໃດໆ​ກ່ຽວ​ກັບ​ນ້ຳມັນ ທ່ີ​ພົວພັນ​ກັບ​ການ​ປ່ອຍ​ໂຕ​ນາຍ Megrahi ກ່ອນ​ກຳນົດ​ໃນ​ເດືອນ​ແລ້ວ​ນີ້ຈາກ​ຄຸກ​ແຫ່ງ​ນຶ່ງ​ຂອງ Scottland ນັ້ນ.ນາຍ Megrahi ​ເປັນ​ຄົນ​ດຽວ​ທ່ີ​ມີ​ ຄວາມ​ຜິດ​ໃນ​ການວາງ​ລະ​ເບີດ​ໃສ່​ສາຍ​ການບິນ Pan Am ທ່ີ​ຕົກລົງ​ໃນ​ເມືອງ Lockerbie ​ໃນ​ປີ1988ທ່ີ​ໄດ້​ເຮັດ​ ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ270 ຄົນ​ນັ້ນ.

XS
SM
MD
LG