ສຽງຮ້ອງຫາ! ນ້ຳ! ນ້ຳ! ນ້ຳກຳລັງດັງກ້ອງ
ວານໄປທົ່ວພາກຕາເວັນຕົກຂອງອາເມຣິກາ
ເນື່ອງຈາກການພັດທະນາ ແລະ ໄພແຫ້ງ
ແລ້ງຢູ່ໃນຂົງເຂດ ໄດ້ເຮັດໃຫ້ບັນຫາຂາດ
ເຂີນນ້ຳຊຶ່ງເປັນບັນຫາຊ້ຳເຮື້ອແກ່ຍາວມາ
ແຕ່ດົນນານນັ້ນ ເພີ້ມຄວາມຮຸນແຮງ.
ພາກຕາເວັນຕົກ ເປັນເຂດທີ່ແຫ້ງແລ້ງທີ່ສຸດແຕ່ໃນຂນະດຽວກັນ ກໍເປັນເຂດທີ່ພັດທະນາ
ໄວທີ່ສຸດຂອງອາເມຣິກາ. ລັດທີ່ແຫ້ງແລ້ງຕ້ອງການນ້ຳຫລາຍທີ່ສຸດຂອງປະເທດຄື,ລັດ
Arizona ພຽງລັດດຽງນັ້ນ ດຽວນີ້ແມ່ນມີພົລເມືອງໜາແໜ້ນເພີ້ມຂຶ້ນເຖິງ 55%ເມື່ອ
ທຽບໃສ່ ໃນປີ 1990. ໄດ້ມີພວກນັກທຸລະກິດໃໝ່, ພວກກໍ່ສ້າງສະຖານທີ່ພັກຜ່ອນ
ຫລື resorts ແລະ ປະຊາຊົນທຳມະດາສາມັນພາກັນຫລັ່ງໄຫລເຂົ້າໄປສ້າງອາຄານ
ບ້ານເຮືອນ ທີ່ແຜ່ລາມອອກໄປຮອດເຂດທະເລຊາຍ ແລະຕາມຈ້າຍພູ ຢູ່ອ້ອມແອ້ມຫົວ
ເມືອງຕ່າງໆ ເຊັ່ນນະຄອນ Phoenix ລັດ Arizona ແລະ Las Vegas ລັດ
Nevada ທີ່ມີຊາຍແດນຕິດກັນນັ້ນ ຊື່ງພວກເຂົາເຈົ້າພາກັນໃຊ້ນ້ຳຫລາຍກວ່າພວກ
ສັດລ້ຽງ,ຄື ງົວ ຫລື ຝູງແກະ ທີ່ເຄີຍເລາະຫາກິນໄປຕາມປະສາຂອງມັນຢູ່ຕາມບໍລິ
ເວນທີ່ດິນແຫ້ງແລ້ງນັ້ນ.
ຍ້ອນວ່າມີລະບົບວິດສະວະກຳອັນທັນສະໄໝ, ພວກຫົວເມືອງຢູ່ໃນເຂດຕາເວັນຕົກຈື່ງ
ສາມາດຫັນປ່ຽນທິດທາງໄຫລຂອງແມ່ນ້ຳ, ແລະ ເກັບຮັກສານ້ຳອັນມີຄ່າຈາກນ້ຳຫ້ວຍ
ທີ່ໄຫລອອກມາຈາກເທິງພູນັ້ນມາໄວ້ໃຊ້ໄດ້.
ແມ່ນ້ຳ Colorado ທີ່ໄຫລແຮງສາຍດຽວເທົ່ານັ້ນ ໄດ້ສະໜອງນ້ຳເພື່ອລ້ຽງປະຊາຊົນ
30 ລ້ານຄົນ ຢູ່ໃນ
7 ລັດ ແລະ ປະເທດແມັກຊິກໂກ. ໃນປີ 1922, 7 ລັດທີ່ວ່ານີ້
ໄດ້ເຊັນສັນຍາກັນຕົກລົງວ່າ ບັນດາລັດທີ່ຢູ່ທາງຫົວແມ່ນ້ຳ, Colorado ຈະຕ້ອງປ່ອຍ
ໃຫ້ນ້ຳຈາກແມ່ນ້ຳດັ່ງກ່າວໄຫລລົງມາຫລາຍ, ເພື່ອສະໜອງນ້ຳຢ່າງພຽງພໍ, ໃຫ້ແກ່
ລັດ New Mexico, ແລະລັດ Arizona ກັບ Nevada ເຊິ່ງເປັນ ລັດທີ່ມີການຂະ
ຫຍາຍໂຕຢ່າງວ່ອງໄວຫລາຍໃນເວລານີ້ ແລະ
ປະເທດ Mexico ທີ່ຢູ່ປາຍນ້ຳນັ້ນ.
ຫາກແຕ່ວ່າ ສະພາບແຫ້ງແລ້ງທີ່ແກ່ຍາວມາເປັນເວລາດົນນານ ໄດ້ເຮັດໃຫ້ລະດັບນ້ຳ
ຢູ່ໃນອ່າງເກັບນ້ຳ ທີ່ເປັນໜອງໃຫຍ່ໆ ເຊັ່ນ Lake Powell ຢູ່ Arizona ແລະ Lake
Mead ຢູ່ Nevada ຫລຸດນ້ອຍລົງຢ່າງຫລວງຫລາຍ. ແລະ ການສຶກສາຄົ້ນຄວ້າ ທີ່
ໄດ້ພິມອອກໃນວາລະສານ ວິທຍາສາດ ຫລື Science ໃນປີກາຍນີ້ ໄດ້ຄົ້ນພົບວ່າ
ອາຍແກັສເຮືອນແກ້ວທີ່ຄົນເຮັດໃຫ້ເກີດມານັ້ນ ໄດ້ເຮັດໃຫ້ອຸນຫະພູມ ໃນລະດູໜາວຢູ່
ເທິງພູໃນພາກຕາເວັນຕົກຂອງອາເມຣິກາເພີ້ມຂຶ້ນ ເຊິ່ງໄດ້ເຮັດໃຫ້ ຫິມະຢູ່ເທິງພູເປື່ອຍ
ໄວ ແລະ ນ້ຳຫ້ວຍທີ່ໄຫລລິນລົງມາຈາກພູເຂົານັ້ນ, ເຫືອດແຫ້ງໄປ, ຊຶ່ງຕາມປົກກະຕິ
ແລ້ວ ນ້ຳຈາກສອງແຫລ່ງນີ້, ຈະໄຫລໄປທົດແທນນ້ຳໃນແມ່ນ້ຳທີ່ບົກລົງນັ້ນ.
ເພື່ອຫລຸດຜ່ອນສະພາບການທີ່ຕ້ອງເພິ່ງພາອາໃສກາງ
ຕໍ່ ນຳນ້ຳທີ່ມາຈາກແມ່ນ້ຳ, ເຖິງແມ່ນພຽງແຕ່ໜ້ອຍດຽວ
ກໍຕາມ, ລັດນຶ່ງ ຄືລັດ Colorado ດຽວນີ້ ແມ່ນໄດ້ອະ
ນຸຍາດເປັນຄັ້ງທຳອິດ ໃຫ້ປະຊາຊົນໂຕ່ງເອົານ້ຳຝົນ
ແລະ ເກັບນ້ຳຝົນໄວ້ໃຊ້ໄດ້. ທາງການໂຄໂລຣາໂດ
ໄດ້ອະນຸຍາດໃຫ້ເຮັດແນວນັ້ນໄດ້ ພາຍຫລັງທີ່ການສຶກສາຄົ້ນຄວ້າຢູ່ທີ່ນັ້ນ ໄດ້ສະແດງ
ໃຫ້ເຫັນວ່າ 97% ຂອງນ້ຳຝົນໃນຂົງເຂດທີ່ເປັນດິນຊາຍຂອງລັດ,ໄດ້ເຫີຍເຂົ້າສູ່ບັນຍາ
ກາດຫລືບໍ່ ກໍຖືກດູດຊຶມເອົາ ໂດຍຕົ້ນໄມ້ທີ່ຫີວກະຫາຍນ້ຳ. ສະນັ້ນ ເປັນຫຍັງຈຶ່ງບໍ່ໃຫ້
ພວກປະຊາຊົນທີ່ມີບ້ານເຮືອນ ເອົາຖັງນ້ຳ, ແລະ ອ່າງນ້ຳ,ໄປຕັ້ງໄວ້ກ້ອງຮາງລິນຂອງ
ເຂົາເຈົ້າ ເພື່ອໂຕ່ງເອົານ້ຳໄປໄວ້ໃຊ້?
ການເຮັດແນວນີ້ ອາດຈະຊ່ວຍພວກທີ່ປູກຜັກປູກໝີ່ ເຮັດຮົ້ວ ເຮັດສວນໄດ້ ແຕ່ວ່າມັນກໍ
ຈະບໍ່ສາມາດແກ້ໄຂ ບັນຫາທີ່ໃຫຍ່ກວ່ານັ້ນໄດ້ ຄືບັນຫາທີ່ວ່າ ເຮັດແນວໃດເຂດຕາເວັນ
ຕົກຂອງສະຫະຣັດ ຈຶ່ງຈະສາມາດຊອກຫານ້ຳ,ມາແກ້ໄຂບັນຫາຄວາມແຫ້ງແລ້ງຂາດ
ແຄນນ້ຳຂອງຕົນໄດ້ຢ່າງສຳເລັດຜົນ.