ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ລາວຢືນຢັນວ່າຈະພັດທະນາຫຼັກສູດແລະປະຕິຮູບການສຶກສາ ໃຫ້ສຳເລັດໃນປີ 2010


ລັດ​ຖະ​ມົນຕີ​ກະຊວງ​ສຶກສາ​ທິການຂອງ​ລາວຢືນຢັນ​ວ່າ ການ​ພັດທະນາຫຼັກສູດ​ແລະ​ການ​ປະຕິ​ຮູບ​ການ​ສຶກສາ​ເພື່ອ​ຮອງ​ຮັບ​ການ​ເພີ່ມ​ການ​ຮຽນ​ການ​ສອນ ໃນ​ລະດັບມັດທະຍົມ​ຕອນ​ຕົ້ນ ອີກ​ໜຶ່ງ​ປີນັ້ນຈະ​ໃຫ້​ສໍາ​ເລັດ ແລະ​ສາມາດ​ປະຕິບັດຕົວ​ຈິງ​ພາຍ​ໃນ​ກາງ​ປີ 2010 ​ເປັນ​ຕົ້ນ​ໄປ.

ທ່ານ. ສົມກົດ ມັງນໍເມກ ລັດຖະມົນຕີ ກະຊວງ ສຶກສາທິການ ຂອງລາວໄດ້ຖະແຫລງຢືນຢັນວ່າ ການພັດທະນາຫລັກສູດການສຶກສາພາຍໃຕ້ແຜນ ການປະຕິຮູບການສຶກສາຂອງລາວ ໃຫ້ມີມາດຕະ ຖານດຽວກັນກັບ ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້​ນໍາ​ກັນ ​ແລະ​ ເພື່ອ​ເປັນ​ການ​ຮອງ​ຮັບ​ການ​ເພີ່ມ​ໄລຍະ​ເວລາ​ເຂົ້າ​ໃນ​ການ​ຮຽນ​ການ​ສອນ ​ເຂົ້າໃນ​ລະດັບ ມັດທະຍົມ​ຕອນ​ຕົ້ນອີກ​ໜຶ່ງ​ປີ​ຕື່ມ​ນັ້ນຈະ​ໃຫ້​ສໍາ​ເລັດ ​ແລະ ​ສາມາດ​ປະຕິບັດໃຫ້​ປະກົດ​ຜົນ​ເປັນ​ຈິງ​ແຕ່​ປີ 2010 ​ເປັນ​ຕົ້ນ​ໄປ.

ໂດຍມີ​ການ​ເພີ່ມ​ວິຊາ​ໃໝ່ໆ ​ເຂົ້າ​ໃນ​ຫຼັກສູດ​ການ​ຮຽນ​ການ​ສອນ ຕົວຢ່າງທີ່ສຳຄັນກໍຄື​ການ​ເພີ່ມ​ພາສາ​ຕ່າງປະ​ເທດ​ເປັນ​ສອງ​ພາສາ,​ວິຊາ​ຄວາມ​ຮູ້​ຮອບ​ຕົວ ທີ່​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແລະ​ຊັບພະຍາກອນ​ທໍາ​ມະ​ຊາດ.​

ການ​ເພີ່ມ ໄລຍະເວລາໃນການ​ຮຽນ-​ການ​ສອນ ຂຶ້ນອີກ 1ປີ ນັ້ນ​ ເປັນ​ການເພີ້ມເຂົ້າໃສ່ໃນ ລະດັບ ມັດທະຍົມຕົ້ນຈາກເດີມ 3 ປີ ເປັນ 4 ປີ ຊຶ່ງກໍຄື ການ​ຮຽນ-​ການ​ສອນໃນລະດັບ ດັ່ງກ່າວ ຈະມີເຖິງ ມັດທະຍົມປີທີ 4 ແລະ ຫລັງຈາກທີ່ຈົບມັດທະຍົມ ປີທີ 4 ແລ້ວນັ້ນຈຶ່ງ ຈະສຶກສາຕໍ່ໃນລະດັບມັດທະ ຍົມປາຍອີກ 3 ປີ ກໍຄືມັດທະຍົມປີ ທີ 5 ປີທີ 6 ແລະ ປີທີ 7 ຕໍ່ໄປ. ສ່ວນການຮຽນການສອນໃນ ລະດັບປະຖົມສຶກສານັ້ນ ກໍຍັງຮັກສາໄລຍະຮຽນ 5 ປີໄວ້ ອີກຕໍ່ໄປ.

​ການ​ເພີ່ມໄລຍະ​ເວລາ​ໃນ​ການ​ຮຽນ​ ການ​ສອນ​ຂຶ້ນ​ອີກ 1 ປີ​ດັ່ງ​ກ່າວນີ້​ກໍ​ ຈະ​ເປັນ​ຜົນ​ເຮັດ​ໃຫ້ການ​ສຶກສາໃນ ສາຍ​ສາມັນ​ຂອງ​ລາວ​ມີ​ໄລຍະ​ເວ ລາ​ລວມ​ເປັນ 12 ປີ​ຄືກັນ ກັບປະ​ເທດ​ ອື່ນໆ​ ໃນ​ພູ​ມີພາກ​ເອ​ເຊຍຕາເວັນ​ອອກ​ສຽງ​ໃຕ້ ຫລືໃນກຸ່ມອາ​ຊ້ຽນດ້ວຍ ​ກັນ. ພ້ອມ​ກັນນັ້ນກໍ່​ຍັງ​ຈະ​ເຮັດ​ໃຫ້​ ທາງ​ການ​ລາວ​ ສາມາດທີ່ຈະປັບລົດ​ເວລາ​ ໃນ​ການ​ສຶກລະດັບ​ປະ​ລິນຍາ​ຕີລົງ​ຈາກ ເດີມ 5 ປີເຫຼືອ 4 ປີ​ໄດ້​ຄື​ກັນກັບປະ​ເທດ​ອື່ນໆ​ ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ່ຕາມ​ການ ​ເພີ່ມ​ໄລຍະ​ເວລາ​ໃນ​ການ​ຮຽນ​ການ​ສອນ​ໃນ​ລະດັບ​ມັດ​ທະ​ຍົມ​ຕົ້ນດັ່ງ​ກ່າວ​ນີ້​ກໍ່​ເຮັດ​ໃຫ້​ກະ​ຊວງ​ສຶກສາທິກາ​ນຂອງ​ລາວ ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ກໍ່​ສ້າງ​ອາຄານ​ເພີ້​ມຂຶ້ນ​ອີກ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 1.224 ຫ້ອງ​ຮຽນ ​ເພື່ອ​ຮອງ​ຮັບ​ນັກ​ຮຽນຊັ້ນມັດ​ທະ ຍົມ​ປີ​ທີ່ 4 ຈຳນວນ ຫລາຍ 36.000 ຄົນ​ໃນ​ທົ່ວ​ປະ​ເທດ. ​ໃນ​ຂະນະດຽວ​ກໍ່​ຍັງມີ​ຄວາມຈຳ​ເປັນ ​ທີ່​ຈະ​ຕ້ອງ​ເພີ່ມບຸກຄະກອນໃນດ້ານ​ການ​ສຶກສາຂຶນອີກ ​ຈຳນວນ 9.327 ຄົນ ເປັນຢ່າງ ໜ້ອຍອີກດ້ວຍ.

ຫາກ​ແຕ່​ວ່າ​ສຳລັບ​ໃນ​ໄລຍະແຜນ​ການງົບປະ​ມານ​ປະຈຳ​ປີ 2009-2010 ທີ່​ກຳລັງ​ຈະ​ເລີ່​ມປະ ຕິບັດຕົວ​ຈິງ​ໃນ​ເດືອນ​ຕຸລາ​ປີ​ນີ້ ກັບປະກົດ​ວ່າລັດຖະບານ​ລາວ​ໄດ້ອະນຸຍາດ​ໃຫ້​ກະຊວງ​ສຶກ ສາ​ທິການ​ສາມາດ​ທີ່​ຈະ​ຮັບເອົາບຸກຄະກອນ ດ້ານ​ການ​ສຶກສາ​ໄດ້​ພຽງ 4.800 ຄົນ​ເທົ່າ​ນັ້ນ ​ແລະ​ໃນໄລຍະດຽວ​ກັນການ​ທີ່ ລັດຖະບານ​ລາວ​ໄດ້​ຈັດ​ສັນງົບປະມານ​ໃຫ້​ກັບ​ກະຊວງ​ສຶກສາ​ທິການ​ພຽງ​ແຕ່ 6 ຕື້ 500 ລ້ານ​ກີບ ​ເທົ່າ​ນັ້ນ ກໍ່​ຍັງ​ເຮັດ​ໃຫ້​ສາມາດ​ທີ່​ຈະຝຶກ​ອົບຮົມ​ເພື່ອເພີ້ມຄວາມ ສາມາດຂອງບຸກ​ລະກອນໃນການຮອງ​ຮັບ​ການ​ເພີ່ມ​ການ​ຮຽນ​ການ​ສອນ​ໃນ​ລະດັບ​ມັດ​ທະ ຍົມ​ປີ​ທີ່ 4 ​ໄດ້​ພຽງ​ແຕ່ 2.900 ກວ່າຄົນເທົ່ານັ້ນ​ໃນ​ທົ່ວ​ປະ​ເທດ​ ເພາະວ່າ​ງົບປະ​ມາດ​ດັ່ງ​ກ່າວ​ນີ້​ກໍ່​ຍັງ​ຈະ​ຕ້ອງ​ໃຊ້​ສຳ​ລັບ​ການ​ກໍ່ສ້າງ​ອາຄານ​ຮຽນ ​ແລະ ​ຈັດ​ພີ​ມຕຳລາ​ຮຽນ​ໃຫມ່​ອີກ​ດ້ວຍ.

ຊົງຣິດ ໂພນເງິນ ລາຍງານມາຈາກ ໃນວັນທີ 31 ສິງຫາ 2009

XS
SM
MD
LG