ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດອິຣ່ານ ຮັບຮອງເອົາຄນະຣັຖມຸນຕີໃໝ່  18 ທ່ານ


ຂ່າວ​ການ​ເມືອງອິຣ່ານ: ສະພາແຫ່ງ​ຊາດອິຣ່ານ​ໄດ້​ຮັບຮອງ​ເອົາ​ຣັຖມຸນຕີ 18 ທ່ານ​ທ່ີ​ປະທານາ ທິບໍດີ Mahmoud Ahmadinejad ​ໄດ້​ສ​ເນີແຕ່ງ​ຕັ້ງໄປ ສຳລັບຄນະ ຣັຖບານ 21 ​ຂອງ​ທ່ານ ຊຶ່ງ​ຮວມທັງ​ແມ່ຍິງ​ຄົນທຳ​ອິດ​ທ່ີຈະໄດ້​ເປັນຣັຖ ມຸນຕີ ນັບ​ແຕ່ການ​ປະຕິວັດ​ອີສລາມ​ໃນ​ປີ 1979 ເປັນ​ຕົ້ນ​ມາ. ພວກ​ສະ ມາຊິກ​ສະພາ​ນິຕິບັນຍັດ​ໄດ້​ລົງມະຕິ​ຮັບ​ຜ່ານການ​ແຕ່ງ​ຕັ້ງ​ດັ່ງກ່າວ​ໃນວັນ​ ພະຫັດ​ມື້​ນີ້ ຫລັງ​ຈາກ​ມີ​ການ​ອະພິ​ປາຍກັນ​ເປັນ​ເວລາ 5 ມື້​ລຽນຕິດ. ​ແມ່ຍິງ​ຄົນ​ດຽວ​ທ່ີຖືກ​ຮັບ ຮອງ​ເອົາ ​ຄື ທ່ານ​ນາງ Marzieh Vahid Dastjerdi ຊື່​ງຈະ​ເປັນຣັຖມຸນຕີ​ກະຊວງ​ສາທາຣະນະ​ສຸກ. ສຳລັບ​ພວກ ທ່ີ​ຖືກ​ສ​ເນີ​ແຕ່ງ​ຕັ້ງ​ໃຫ້​ເປັນຣັຖມຸນຕີກະຊວງພລັງ​ງານ ການ​ສຶກສາແລະ ສວັດ​ດີກາ​ນ ​ໄດ້​ຖືກ​ປະຕິ​ເສດ. ສອງ​ຄົນໃນ​ນັ້ນ​ແມ່ນ​ແມ່ຍິງ. ​ໃນ​ບັນດາ​ຣັຖມຸນຕີທ່ີຖືກຮັບ​ຮອງ​ເອົາ 18 ທ່ານນັ້ນ​ ມີ​ທ່ານ Ahmad Vahidi ທ່ີ​ທ່ານ Ahmadinejad ຄັດເລືອກ​ໃຫ້​ເປັນຣັຖມຸນຕີປ້ອງກັນ​ປະ​ເທດ. ປະ​ເທດ Argentina ກ່າວ​ວ່າ ທ່ານ Vahidi ​ໄດ້​ມີ​ສ່ວນ​ພົວພັນ​ໃນ​ການວາງ​ລະ​ເບີດ​ໃສ່​ສູນ​ກາງ​ພວກ​ຊາວ​ຢີວທ່ີ​ກຸງ Buenos Aires ​ໃນ​ປີ 1994 ​ແລະອົງການ​ຕຳຫລວດ​ສາກົນ​ຫລື Interpol ກໍ ຕ້ອງການ​ໂຕ​ທ່ານ Vahidi ໄປ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ​ມີ​ສ່ວນພົວພັນ ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີ​ຄັ້ງນັ້ນ ທ່ີ​ຍັງ​ຜົນ​ໃຫ້​ຜູ້​ຄົນ​ເສັຍ​ຊີວິດ​ໄປ 85 ຄົນ​.

ແຜ່ນດິນໄຫວທີ່ອິນໂດເນເຊັຍ: ພວກພນັກງານຊ່ອຍກູ້ໄພໃນເກາະ Java ຂອງອິນໂດເນເຊັຍ ກຳລັງຂຸດຄົ້ນຕາມເງ່ນຫິນ ແລະຊາກຫັກພັງດ້ວຍມືເປົ່າ ໃນຄວາມຫວັງວ່າ ຈະໄດ້ພັບເຫັນ ພວກຊາວບ້ານທ່ີເຊື່ອກັນ ວ່າ ຖືກຝັງຢູ່ກ້ອງ ກອງດິນທ່ີເຈື່ອນລົງມາຖົມ ຍ້ອນແຜ່ນ ດິນໄຫວ ທ່ີມີຄວາມແຮງນັ້ນ. ບັນດາເຈົ້າໜ້າທ່ີກ່າວວ່າ ແຜນດິນໄຫວທ່ ີມີຄວາມແຮງ 7.4 ຕາມເຄື່ອງວັດແທກ Richter ທີ່ເກີດຂຶ້ນ ຢູ່ນອກຝັ່ງທະເລ ເກາະ Java ໃນວັນ ພຸດວານນີ້ ໄດ້ເອົາຊີວິດ ຜູ້ຄົນໄປຢ່າງນ້ອຍ 49 ຄົນ ແລະ ເຮັດໃຫ້ບາດເຈັບຫລາຍກວ່າ 300 ຄົນ.
ການ​ເດີນ​ຂບວນປະ​ທ້ວງ ທີ່ຈີນ:ສື່​ມວນ​ຊົນ​ຈີນ​ຢືນຢັນ ​ລາຍ​ງານ​ຂອງ​ຜູ້ທ່ີ​ເຫັນ​ເຫດການວ່າ​ພວກ​ປະ​ທ້ວງ ​ໄດ້​ພາກັນ​ເດີນ​ຂະ​ບວນຢູ່​ຕາມ​ຖນົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເຂດ​ຊິນ​ຈຽງ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ອັນ​ທ່ີ​ເຂົາ​ເຈົ້າ​ເວົ້າ​ວ່າ ສະຖານ​ນະ​ການ​ທີ່​ຊຸດ​ໂຊມ​ລົງ​ກ່ຽວ​ກັບ ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​. ພວກ​ພົນລະ​ເມືອງ​ ໃນ​ເຂດນັ້ນ ​ເວົ້າ​ວ່າ ຊົນ​ເຜົ່າ​ຫັ້ນ​ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່ ຂອງ​ຈີນ​ຫລາຍ​ຮ້ອຍ​ຄົນ ​ພາກັນ​ໂຮມ​ຊຸມນຸມ​ໃນເມືອງຫລວງ Urumqi ​ຂອງ​ເຂດ​ຊິນ​ຈຽງ ເພື່ອ​ເວົ້າ​ອອກ​ມາ​ກ່ຽວ​ກັບ​ການ​ຂາດ​ຄວາມ​ສາມາດ​ຂອງຣັຖບານໃນ​ການຮັບປະກັນ​ຄວາມ​ປອດ​ໄພ​ໃນ​ຂົງ​ເຂດ. ການ​ກໍ່​ຄວາມ​ວຸ້ນວາຍລະຫວ່າງຊົນເຜົ່າໃນ​ເຂດ​ຊິນ​ຈຽງ​ໃນ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເກືອບ 200 ຄົນ​ເສັຍ​ຊີວິດ. ມີ​ລາຍ​ງານ​ຂັດ​ແຍ່ງ​ ກັນ​ກ່ຽວ​ກັບວ່າ ການ​ປະ​ທ້ວງ​ຄັ້ງ​ຫລ້າ​ສຸດ​ນີ້​ ໄດ້ດຳ ​ເນີນ​ໄປ​ຢ່າງ​ສັນຕິ​ຫລື​ບໍ? ອົງການ​ຂ່າວ​ຊິນ​ຫັວຂອງ​ຈີນ​ກ່າວ​ວ່າ ປະຊາຊົນ​ໄດ້​ ໂຮມ​ຊຸມນຸມກັນ​ຢູ່ ຫລາຍ​ບ່ອນ​ໃນ​ Urumqi ​ໃນ​ວັນ​ພະຫັດ​ມື້​ນີ້ ​ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປະ​ທ້ວງ​ມີ​ຂຶ້ນ​ ຫລັງ​ຈາກ​ລາຍ​ງານ​ທ່ີ​ວ່າ​ມີ​ການໄລ່​ເອົາ​ເຂັມ​ສັກ​ຢາ​ແທງ​ກັນ ​ໃນ​ເມືອງດັ່ງກ່າວ. ​ຂ່າວ​ຊິນ​ຫົວ​ເວົ້າວ່າ ຕຳຫລວດ​ໄດ້​ຈັບ​ກຸມຜູ້​ຄົນ 15 ຄົນ ຍ້ອນເອົາເຂັມ​ ສັກ​ຢາ​ ​ໄລ່ແທງ​ຄົນ​ອື່ນ.
ທີ່ມຽນມ້າ: ພວກ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ໃນ​ມຽນມ້າ ​ໄດ້​ຍື່ນ​ຄຳ​ອຸທອນ​ຕໍ່​ສານ​ໃນ​ວັນ​ພະຫັດ​ມື້​ນີ້ ຄັດຄ້ານຕໍ່​ການ​ຕັດສິນ​ຄວາມ​ຜິດ​ໃນ​ເດືອນ​ແລ້ວ​ນີ້ ທ່ີ​ໃສ່​ໂທດກັກ​ທ່ານ​ນາງ​ອອງຊານ​ໃຫ້​ຢູ່ແຕ່ໃນ​ບໍລິ​ເວນ​ບ້ານ​ເຮືອນ​ຕື່ມ​ອີກ 18 ​ເດືອນ​ນັ້ນ. ​ໃນ​ເດືອນ​ແລ້ວ​ນີ້ ສານ​ຊັ້ນ​ຕົ້ນ​ແຫ່ງ​ນຶ່ງ​ໃນ​ມຽນມ້າ ຕັດສິນ​ວ່າ ທ່ານ​ນາງ​ອອງຊານ ວັຍ 64 ປີ ທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂ​ແນ​ງສັນຕິພາບ​ ​ມີຄວາມ​ຜິດ​ຖານ​ລະ​ເມີ​ດ​ເງື່ອນ​ໄຂ​ໃນ​ການກັກ​ບໍລິ​ເວນ​ທ່ານ​ນາງ ​ຄັ້ງ​ກ່ອນ​ນັ້ນ. ທ່ານ Kyi Win ຫົວໜ້າ​ທະນາຍຄວາມ​ຂອງ​ທ່ານ​ນາງ​ອອງຊານ ກ່າວ​ວ່າ ຄຳ​ອຸທອນ​ທ່ີ​ວ່າ​ນີ້​ໄດ້​ຍື່ນ​ໄປ​ຫາ​ສານ​ສູງ​ໃນ​ນະຄອນ​ຢ້າງ​ກຸ້ງ. ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ຢືນ​ຢັດ​ມາຕລອດ​ທ່ີ​ວ່າ​ທ່ານ​ນາງ​ບໍ່​ມີ​ຄວາມຜິດ​ຫຍັງ​ ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ​ທ່ີ​ຄຸກ Insein ທ່ີ​ມີ​ຊື່​ສຽງເນົ່າ​ເໝັນ​ນັ້ນ.
ແຜນການ​ຮັກສາ​ສຸກຂະພາບ​ຂອງ​ທ່ານ​ໂອ​ບາ​ມາ: ປະທານາທິບໍດີ​ສະຫະຣັດ ທ່ານ​ບາຣັກ​ ໂອ​ບາ​ມາ ມີ​ໝາຍ​ກຳນົດ​ທ່ີ​ຈະ ກ່າວ​ຄຳ​ປາ​ໄສຄັ້ງ​ສຳຄັນ ​ຕໍ່ຣັດຖະສະພາ​ກ່ຽວ​ກັບ​ໂຄງການ​ຮັກສາ​ສຸກ ຂະ​ພາບ​ຂອງ​ທ່ານ​ໃນ​ວັນ​ທີ 9 ​ເດືອ​ນນີ້. ​ເຈົ້າ​ໜ້າ​ທ່ີ​ປະຈຳ​ທຳນຽບຂາວ​ ປະກາດຂ່າວ​ນີ້​ໃຫ້​ຮູ້​ ໃນ​ວັນ​ພຸດ​ວານ​ນີ້ ​ຂະນະ​ທ່ີ​ທ່ານ​ໂອ​ບາ​ມາ​ສືບ​ຕໍ່​ຊຸກຍູ້​ໃຫ້​ພວກ​ສະມາຊິກ​ສະພາ​ ຮັບຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍການປະຕິຮູບ​ລະບົບ​ຮັກສາ​ສຸກຂະພາບ​ ຂອງ​ທ່ານ. ​ໃນ​ການ​ຄຳ​ໄສ​ທາງ​ວິທຍຸ​ແລະ​ທາງ Internet ຫວ່າງ​ໄວໆ​ມາ​ນີ້ ທ່ານ ໂອບາ​ມາ​ໄດ້​ພະຍາຍາມ​ຢຸດ​ການ​ກ່າວ​ຫາ​ຕ່າງໆ​ຈາກ​ພວກ​ຄັດຄ້ານ​ແຜນ ການ​ຂອງ​ທ່ານ​ ທ່ີ​ວ່າການ​ປະຕິ​ຮູບ​ຂອງ​ທ່ານ​ຈະ​ກວມ​ເອົາ​ການ​ປະກັນ ສຸກຂະ​ພາບ​ສຳລັບ​ພວກ​ຊາວ​ຕ່າງ​ດ້າວ​ທ່ີ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ ການໃຫ້​ເງິນຊ່ວຍ​ເຫລືອ​ຂອງ​ຫລວງ​ສຳລັບ​ຮີດ​ລູກ​ອອກ ​ແລະ​ອັນ​ທ່ີ​ເອີ້ນ​ວ່າ ກຸ່ມ​ຕັດສິນ​ຄວາມ​ເປັນຄວາ​ມ​ຕາຍ ຫລື death panels ທ່ີ​ຈະ​ເປັນ​ຜູ້​ລົງ​ຄວາມ​ເຫັນວ່າ​ ຄົນ​ເຈັບ​ຜູ້​ໃດ​ສົມຄວນ​ທີ່ຈະ​ໄດ້​ຮັບການ​ຮັກສາ​ສຸກຂະພາບ​ຕໍ່​ໄປ​ນັ້ນ.
ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຄຳ​ເວົ້າ​ເຫລົ່ານັ້ນ​ເປັນຄຳ​ກ່າວ​ອ້າງທີ່ຈອມ​ປອມ​ທ່ີ​ມີ​ເປົ້າໝາຍ​ເພື່ອແບ່ງ​ແຍກ​ຄົນ​ອະ​ເມຣິກັນ.

XS
SM
MD
LG