ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ວາງລະເບີດສະລະຊີບສັງຫານຜູ້ຄົນຢ່າງນ້ອຍ 23 ຄົນໃນອັຟການີສຖານ


ສະຖາ​ນະ​ການໃນ​ອັຟກາ​ນີສຖານ: ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ຈຈູດ​ຂະນວນ​ວັດຖຸ​ລະ​ເບີດ​ໃສ່​ຝູງຊົນທີ່​ປະກອບ​ດ້ວຍເຈົ້າ​ໜ້າ​ທ່ີຣັຖບານ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ ຍັງຜົນ​ເຮັດ​ໃຫ້​ຢ່າງ​ນ້ອຍ 23 ຄົນ​ເສັຍ​ຊີວິດ ຮວມທັງ​ຮອງຫົວໜ້າສືບ​ຂ່າວ​ລັບ​ຂອງ​ປະ​ເທດ​ນຳ. ການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທ່ີ​ໂບດ​ແຫ່ງ​ນຶ່ງ​ໃນ​ເມືອງ Mehtarlam ​ແຂວງ Laghman ​ໄກ​ຈາກ​ນະຄອນຫລວງຄາ​ບູລ ​ໄປທາງ​ກ້ຳຕາ​ເວັນ​ອອກ​ ປະມານ 100 ຫລັກ​ກິ​ໂລ​ແມັດ​. ທາງ​ການ​ສົງ​ໄສ​ວ່າ ທ່ານ Abdullah Laghmani ​ຮອງ​ຫົວໜ້າ​ຝ່າຍສືບ​ລັບ ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການວາງ​ລະ​ເບີດ​ໂຈມ​ຕີຄັ້ງ​ນີ້.ໂຄສົກ​ກຸ່ມ​ກະບົດ​ຕາ​ລີ​ບານ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ວ່າ ພວກ​ຕົນ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ.
ກ່ຽວ​ກັບ​ນັກ​ຂ່າວອະ​ເມຣິກັນທ່ີ​ປ່ອຍອອກຈາກ​ເກົາຫລີ​ເໜືອ: ນັກ​ຂ່າວ​ອະ​ເມຣິກັນ2 ຄົນ​ທ່ີເຄີຍ​ຖືກ​ຂັງ​ຄຸກໃນ​ເກົາຫລີ​ເໜືອໃນ​ຂໍ້​ຫາ​ເຂົ້າ​ເມືອງ​ຢ່າງຜິດ​ກົດໝາຍ​ ໄດ້​ອອກ​ມາເລົ່າເຖິງ​ປະສົບ​ປະການ​ຂອງ​ເຂົາເຈົ້າເປັນ​ເທື່ອ​ທຳ​ອິດ ​ແລະ​ເວົ້າ​ວ່າພວກ​ເຂົາ​ເຈົ້າ​ບໍ່​ເຄີຍ​ຕັ້ງ​ໃຈ​ໄວ້​ເລີຍວ່າ​ ຈະ​ຂ້າມ​ແມ່​ນ້ຳ Tumen ທ່ີ​ກ້າມ​ເປັນ​ນ້ຳກ້ອນ ​ເຂົ້າ​ໄປ​ຍັງ​ປະ​ເທດ​ຄອມ​ມິ​ວນິດເກົາຫລີ​ເໜືອ​ນັ້ນ.
​ໃນຄຳ​ຖະ​ແຫລ​ງຍາວ​ໆທ່ີ​ລົງ​ໃນ Web site ຂອງສະຖານີ​ໂທລະພາບ Current TV ນາງ Laura Ling ​ແລະ​ນາງ Euna Lee ກ່າວ​ວ່າ ​ເຂົາ​ເຈົ້າໄດ້ຂ້າມ​ແມ່​ນ້ຳ​ດັ່ງກ່າວ ຕາມນາຍ​ທາງ​ຂອງ​ເຂົາ​ເຈົ້າໄປ​ດ້ວຍ​ຄວາມ​ລັ່ງ​ເລ​ໃຈ​ ​ແລະ​ຢືນຢັນ​ວ່າເຂົາ​ເຈົ້າ​ໄດ້​ກັບ​ຄືນ​ມາຢູ່​ໃນ​ດິນ​ແດນ​ຂອງ​ຈີນ​ແລ້ວ ​ເວລາ​ຖືກພວກໜ່ວຍາມ​ຊາຍ​ແດນ​ຂອງ​ເກົາຫລີ​ເໜືອ​ໄປ​ຈັບເອົາ ໃນ​ວັນ​ທີ 17 ມີນາ​ຜ່ານ​ມາ​ນັ້ນ. ນາງ Lee ​ແລະ​ນາງ Ling ກ່າວ​ວ່າ ​ເຂົາ​ເຈົ້າ​ຖືກ​ແກ່​ລາກ​ຢ່າງ​ຮຸນ​ແຮງ​ຂ້າມ​ນ້ຳກ້ອນ​ ໄປ​ຍັງ​ເກົາຫລີ​ເໜືອແລະ​ພາຍ່າງ​ໄປ​ຍັງ​ຖານ​ທັບແຫ່ງ​ນຶ່ງ​ຢູ່​ໃກ້ໆ​ນັ້ນ ​ແລະວ່າເຖິງແມ່ນ ​ຈະບໍ່​ມີ​ປ້າຍຫລື​ເຄື່ອງໝາຍໃດໆ​ ແບ່ງ​ແຍກ​ຊາຍ​ແດນ​ຈີນ​ກັບ​ເກົາຫລີ​ເໜືອ​ກໍ​ຕາມ ​ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ໂຕ​ຢູ່​ວ່າ​ ພວກເຂົາ​ເຈົ້າ​ກຳລັງ​ເຄື່ອນເຂົ້າ​ໄປ​ຫາ​ດ່າ​ນຂ້າມ​ຊາຍ​ແດນ​ ເວລາ​ເຂົາ​ເຈົ້າຂ້າມ​ແມ່​ນ້ຳ​ Tumen ທ່ີ​ເປັນ​ນ້ຳກ້ອນ​ນັ້ນ. ນາງ Lee ​ແລະ​ນາງ Ling ກ່າວ​ຕື່ມ​ວ່າ ​ໃນ​ລະຫວ່າງ​ທ່ີ​ຕິດ​ຄຸກ​ຢູ່​ເປັນ​ເວລາ 140 ມື້​ນັ້ນ ​ເຂົາ​ເຈົ້າ​ໄດ້​ຖືກ​ຂັງແຍກ​ກັນຢູ່​ຄົນ​ລະ​ບ່ອນ ​ແລະ​ຖືກ​ສອບ​ປາກຄຳ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ແຜ່ນດິນ​ໄຫວ​ທ່ີ​ອິນ​ໂດ​ເນ​ເຊັຍ: ທາງ​ການອິນ​ໂດ​ເນ​ເຊັຍ ກ່າວ​ວ່າ ປະຊາຊົນຢ່າງ​ນ້ອຍ 12 ຄົນ​ເສັຍ​ຊີວິດ ​ຫລັງ​ຈາກ​ໄດ້​ເກີດແຜ່ນດິນ​ໄຫວ​ຢ່າງ​ແຮງ​ ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ ໃນ​ວັນ​ພຸດ​ມື້​ນີ້. ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ຢູ່​ໃຕ້​ນ້ຳ ເລິກລົງ​ໄປ 49 ຫລັກກິ​ໂລ​ແມັດ ນອກ​ຝັ່ງ​ທະ​ເລ​ຂອງເກາະ​ໃຫຍ່ Java ​ແລະຢູ່​ຫ່າງ​ຈາກ​ນະຄອນຫລວງ​ Jakarta ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະມານ 200 ຫລັກກິ​ໂລ​ແມັດ. ໃນ​ເບື້ອງ​ຕົ້ນ ຫ້ອງການ​ສຳ​ຫລວດທໍຣະນີຂອງ​ສະຫະຣັດ ປະ​ເມີນ​ວ່າ ​ແຜ່ນດິນ​ໄຫວ​ຄັ້ງນີ້​ ມີ​ຄວາມ​ແຮງ 7.4 ຕາມ​ເຄື່ອງ​ວັນ​ແທກ​ແຜ່ນດິນ​ໄຫວ Richter ​ແຕ່​ບັດ​ນີ້ ​ໄດ້​ຫລຸ​ດລົງ​ມາ​ເປັນ 7.0 ແລະສູນ​ກາງ Pacific Tsunami ຂອງ​ສະຫະຣັດທ່ີເກາະຮາ​ວາຍ ທີ່ຕິດຕາມ​ເບິ່ງ​ໄພ​ຊຶນາ​ມິ​ ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ກໍ​ໄດ້ອອກ ຄຳ​ເຕືອນກ່ຽວ​ກັບ Tsunami ​ແຕ່ເວລານີ້ ໄດ້​ຍົກ​ເລີກໄປ​ແລ້ວ. ແຜ່ນດິນ​ໄຫວ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ ຕຶກ​ອາຄານ​ຫລາຍ​ລັງ ໃນ​ນະຄອນ ຫລວງ Jakarta ​ສັ່ນ​ສະເທືອ​ນ ​ເຮັດ​ໃຫ້​ພວກ​ພນັກ​ງານ​ ແຕກ​ຕື່ນຕົກ​ໃຈ ​ແລະ​ພາກັນແລ່ນ​ອອກ​ໄປ​ຍັງ​ຖນົນ​ຫົນທາງ​ສາຍ​ຕ່າງໆ.
ທີ່​ກຳປູ​ເຈັຍ : ສານ​ອາຊຍາ​ກັມ​ສົງຄາມ​ຂອງ​ກຳປູ​ເຈັຍ ​ທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ ສະຫະ​ປະຊາ​ຊາດ ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນຈະ​ອະນຸຍາດ ໃຫ້ມີ​ການ​ໄຂ​ການ​ສືບສວນ​ສອບ​ສວນ​ຕື່ມ​ອີກ​ ກ່ຽວ​ກັບ​ພວກ​ອະດີດ​ຜູ້ນຳ​ຂະ​ເໝັນແດງ​ນັ້ນ. ທ່ານ Lars Olsen ​ໂຄສົກ​ສານ​ອາຊຍາກັມສະຫະ​ປະຊາ​ຊາດກ່າວ​ວ່າ ໄອ​ຍະ​ການ​ນາໆ​ຊາດ​ໃນ​ສານ​ດັ່ງກ່າວ ​ຈະ​ໄດ້​ຮັບ​ອະນຸມັດໃຫ້​ທຳການສ​ເນີ​ແນະ​ ກ່ຽວ​ກັບ​ການ​ສອບສວນ​ໃນ​ດ້ານ​ຕຸລາການ​ຕື່ມ​ອີກ. ບາດ​ແລ້ວ ອິງຕາມ​ການ​ສືບສວນ​ສອບ​ສວນຕື່ມ​ນີ້ ທາງ​ສານ​ຈະ​ເປັນ​ຜູ້​ຕັດສິນ​ໃຈວ່າ ຄວນ​ຈະ​ດຳ​ເນີນ​ຄະດີ​ຜູ້​ຕ້ອງ​ສົງ​ໄສຄົນ​ໃດ​ຕືມອີກ​ຫລື​ບໍ? ຊື່​ງ​ການ​ເຄື່ອນ​ໄຫວ​ທ່ີ​ວ່າ​ນີ້ ນາຍົກຣັຖມຸນຕີ Hun Sen ​ແຫ່ງ​ກຳປູ​ເຈັຍໄດ້ຄັດຄ້ານຢ່າງ​ແຂງ​ແຮງ​. ທ່ານ​ຮຸນເຊນ ​ເຄີຍ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ການ​ດຳ​ເນີນ​ຄະດີ​ຄວນຈະ​ຈຳກັດ​ໃສ່​ແຕ່​ພວກ​ຜູ້​ຕ້ອງ​ຫາ 5 ຄົນ​ທ່ີໄດ້​ຖືກ​ກ່າວ​ຫາ​ແລ້ວ​ນັ້ນ ​ແລະວ່າການ​ເປີດ​ຄະດີ​ຕື່ມ​ອີກ ອາດ​ສາມາດ​ກະ​ຕຸ້ນ ໃຫ້​ເກີດສົງຄາມ​ກາງ​ເມືອງ​ຂຶ້ນ​ອີກໄດ້ ​ແລະ​ທ່ານ​ຈະ​ຢຸດ​ການ​ປະກອບ ສ່ວນຂອງ​ສະຫະ​ປະຊາ​ຊາດ ​ໃນການ​ດຳ​ເນີນ​ຄະດີເຫລົ່າ​ນີ້ ຖ້າ​ຈຳນວນ​ຜູ້​ຕ້ອງ​ຫາ​ ມີເພີ່ມ​ຂຶ້ນ.
ທີ່ປະ​ເທດ Chile: ຜູ້​ພິພາກສາ​ສານ​ທ່ານ​ນຶ່ງ​ໄດ້​ສັ່ງ​ໃຫ້​ທຳ​ການ​ຈັບ​ກຸມ​ອະດີດ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມສງົບ 129 ຄົນ​ ໃນ​ຂໍ້​ຫາ​ລະ​ເມີດ​ສິດທິມະນຸດ​ໃນລະຫວ່າງ​ ການ​ປົກຄອງ​ປະ​ເທດ​ຂອງ​ອະດີດ​ຈອມ​ຜະ​ເດັດ​ການ​ທະຫານ Augusto Pinochet ​ເປັນ​ເວລາ 17 ປີ​ນັ້ນ. ຜູ້​ພິພາກສາVictor Montiglioໄດ້​ອອກ​ໝາຍ​ຈັບ​ໃນ​ວັນ​ອັງຄານ​ວານ​ນີ້ ສຳລັບ​ພວກ​ຈຳ​ເລີຍ​ເຫລົ່ານີ້ ທ່ີ​ຮວມທັງ​ສະມາຊິກ​ຫລາຍ​ຄົນຂອງ​ກອງທັບ​ອາກາດ​ແລະ​ຕຳຫລວດ. ພວກ​ຈຳ​ເລີຍ​ທັງ​ໝົດ​ນີ້​ເປັນອະດີດ​ ສາຍ​ລັບ​ ໃນ​ຜ​ແນ​ກສືບ​ລັບ DINA ຂອງ​ນາຍ​ພົນ PinoChet ທ່ີ​ໄດ້​ຖືກ​ສົງ​ໄສ​ວ່າ ປົກ​ປິດ​ຂ່າວ​ ກ່ຽວ​ກັບ​ການ​ຫາຍ​ສາບ​ສູນໄປ​ຂອງ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ນັ້ນ.
ໝາຍ​ຈັບ​ທ່ີ​ວ່າ​ນີ້​ແມ່ນ​ພົວພັນ​ກັບ​ການ​ປຸກລະດົມ​ຕໍ່ຕ້ານ​ພວກ​ຝ່າຍ​ຄ້ານທ່ີ​ນິຍົມ​ຊ້າຍ​ ຂອງ​ຣັຖບານ​ທະຫານ​ໃນ Chile​ແລະ​ປະ​ເທດ​ອື່ນໆ​ໃນ​ເຂດ​ອະ​ເມຣິກາ​ໃຕ້ ​ໃນ​ຊຸມ​ປີ1970 ນັ້ນ ​ແລະ​ພົວພັນ​ກັບ​ການ​ຫາຍ​ສາບ​ສູນ​ໄປ​ຂອງສະມາຊິກ​ພັກຄອມ​ມີ​ວນິດຫລາຍ​ຄົນ ຈາກ​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ ຢູ່​ຖນົນ Conferencia ໃນ​ປີ 1976 ນັ້ນ.

XS
SM
MD
LG