ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດຊ່ວຍເຫລືອຊາວອົພຍົບ


<!-- IMAGE -->

“​ຢູ່ທຸກໆ​ຫົນແຫ່ງໃນ​ທົ່ວ​ໂລກທີ່​ເຮົາ​ມອງ​ເບິ່ງ​ໄປ ​ແມ່ນພວກ​ເຮົາ​ຈະ​ເຫັນປະຊາຊົນ ທີ່​ໄດ້​ກາຍ​ເປັນ​ອົບພະຍົບຈຳນວນ​ຫລວງ ຫລາຍ ຍ້ອນ​ການ​ຂັດ​ແຍ້​ງສູ້​ລົບກັນ ​ຍ້ອນ​ການ​ອຶດ​ອາຫານ ພະ​ຍາດ​ໂຣຄາ ​ແລະການ​ເສດຖະກິດ ​ຊຶ່ງ​ເລື່ອງ​ນີ້​ນັບ​ວ່າ​ເປັນ​ບັນຫາ​ທີ່ສະລັບຊັບຊ້ອນ​ຫລາຍ” ນັ້ນ​ຄື​ຖ້ອຍ​ຖະ​ແຫລງ​ຕອນ​ນຶ່ງ​ຂອງ​ທ່ານ​ນາງ​ລັດ​ຖະມົນຕີ​ຕ່າງປະ​ເທດ​ຮິ​ລ​ແລຣີ ຄລິນ​ຕັນ ​ໃນ​ຕອນທ່ານ​ນາງໄປໃຫ້ການ​ຕໍ່ກຳມາ​ທິການ​ວ່າ​ດ້ວຍ​ຄວາມ​ສຳພັນ​ຕ່າງ​ປະ​ເທດຂອງສະ​ພາ​ສູງ​ ຊຶ່ງ​ທ່າ​ນນາງ​ໄດ້ກ່າວ​ຕໍ່ວ່າ

ພວກ​ເຮົາຈະ​ເຫັນ​ມີ​ພົນລະ​ເມືອງ​ອົບ​ພະຍົບຢູ່ໃນ​ຫລາຍ​ໆ​ແຫ່ງ ຊື່​ງ​ບາງ​ພວກແມ່ນເປັນ​ອົບ​ພະຍົບ​ມາ​ໄດ້ດົນນານ​ເຖິງຫລາຍ​ສິບ​ປີ​ ​ແລະ​ບາງ​ພວກ ຫາ​ກໍ​ເປັນ​ມາ​ໄດ້​ບໍ່​ເທົ່າ​ໃດ​ມື້​ ກໍ​ມີ​. ​ຂ້າພະ​ເຈົ້າຈະ​ກະທຳ​ສຸດ​ຄວາມ​ພະຍາຍາມ​ຂອງ ຂ້າພະ​ເຈົ້າ ​ເພື່ອ​ແກ້​ໄຂ​ບັນຫາ​ນີ້. ພວກ​ເຮົາ​ຈະ​ຍົກ​ເອົາ​ເລຶ່ອງນີ້​ຂື້ນ​ມາ​ເປັນ ບູລິ​ມະ​ສິດ​ໃນລະດັບສູງ​ ​ແລະ​ຈະຊອກ​ຫາ​ທາງ​ອອກ​ໃຫ້​ແກ່ບັນຫາ​ທ້າ​ທາຍ​ຕ່າງໆກ່ຽວ​ກັບ​ເລື່ອງ​ຊາວອົບພະຍົບ ທີ່​ມີ​ມາ​ເປັນ​ເວລາຍາວ​ນານ​ນັ້ນໃຫ້ໄດ້”

ອີງ​ຕາມ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕ່າງປະ​ເທດ​ສະຫະລັດ ຮັບຜິດ ຊອບ​ກິດຈະການ​ປະຊາກອນ ຊາວ​ອົບພະຍົບ ​ແລະ​ການອົບ​ພະຍົບ​ຍ້າຍ​ບ່ອນຢູ່ ທ່ານ Eric Schwartz ນັ້ນກໍ​ແມ່ນ​ວ່າ ປະຊາຊົນ​ໃນ​ທົ່ວ​ໂລກ​ປະມານ 42 ລ້ານ​ຄົນ ​ໄດ້ຖືກ​ຖອນ​ຮາກຕ້ອງ​ຍົກຍ້າຍ​ບ່ອນຢູ່ ຍ້ອນ​ການ​ຂັດ​ແຍ້​ງ ​ແລະ​ການ​ປະ​ຫັດ​ປະຫານ. ​ໃນ​ຈຳນວນພວກ​ຄົນ​ທີ່​ມີ​ຄວາມ​ອ່ອນແອ​ສູງ​ເຫ​ລົ່ານີ້ສ່ວນ​ໃຫຍ່​ແລ້ວ​ແມ່ນພວກ​ແມ່ຍິງ​ແລະ​ເດັກນ້ອຍ​. 16 ລ້ານ​ຄົນ​ ​ໃນ​ຈຳນວນ​ພວກປະຊາຊົນທີ່​ພັດ​ພາກ​ຈາກ​ຖິ່ນ​ຢູ່​ອາ​ໃສ​ນັ້ນ ​ແມ່ນ​ເປັນ​ອົບພະຍົບຢູ່​ນອກ​ປະ​ເທດ​ຂອງ​ພວກເຂົາ​ເຈົ້າ ​ໃນ​ຂະນະ​ທີ່ 26 ລ້ານ​ຄົນເປັນອົພຍົບ​ທີ່​ຫລົບ​ໄພ​ຢູ່ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ເອງ​. ນອກນັ້ນ​ແລ້ວເມື່ອ​ປີຜ່ານມາ​ນີ້ ມີ​ປະຊາຊົນ​ຫລາຍ​ກວ່າ 235,000 ຄົນຖືກ​ຂ້າ​ຕາຍ ​ແລະ​ອີກ 214 ລ້ານ​ຄົນໄດ້​ປະສົບ​ກັບ​ໄ​ພ​ທຳ​ມະ​ຊາດ ສົ່ງ​ຜົນ​ໃຫ້​ເກີດ​ການ​ສູນເສຍ​ທາງເສດຖະກິດ ຕົກ​ເປັນ​ມູນ​ຄ່າ​ປະມານ 190 ພັນ​ລ້ານ​ໂດ​ລາ. ຕົວ​ເລກ​ທີ່ກ່າວມານັ້ນ​ແມ່ນ​ສູງກວ່າຕົວ​ເລກ​ສະ​ເລ່ຍ​ສຳ​ຫລັບ​ສອງ​ສາມ​ປີຜ່ານມາຢ່າງ​ຫລວງຫລາຍ.

ຈຳນວນ​ເງິນ​ທີ່​ສະຫະລັດໄດ້ຮ່ວມ​ບໍລິຈາກ​ ​ໃຫ້ແກ່​ຄວາ​ມພະຍາຍາມ​ຊ່ວຍ​ເຫລືອ​ເພື່ອ​ມະ​ນຸດສະ​ທຳ​ຂອງ​ໂລກ ​ສຳ​ຫລັບປີ 2009 ຕາມທີ່ໄດ້​ປະ​ເມີນມາ​ກ່ອນໜ້າ​ນີ້ ​ແມ່ນ​ຕົກ​ເປັນ​ປະມານ 4500 ຮ້ອຍ​ລ້ານ​ໂດ​ລາ​ແລ້ວ ຊຶ່ງ​ບໍ່​ໄດ້​ລວມ​ເອົາ​ການ​ຊ່ວຍ​ເຫລືອ​ໂດຍ​ທາງ​ການ​ທະຫານ​ສະຫະລັດ​.ແລະ​ເມື່ອ​ວັນ​ທີ່ 19 ສິງຫາ​ຜ່ານ​ມາ​ນີ້ ທ່ານ Schwartz ລັດຖະມົນຕີ​ຊ່ວຍວ່າ​ຕ່າງປະ​ເທດ​ສະຫະລັດ​ກໍ​ໄດ້​ປະກາ​ດງົປມານ​ການ​ຊ່ວຍ​ເຫລືອ​ເພິ່ມອີກຂອງ​ສະຫະລັດ ​ເພື່ອ​ສະ​ນັບ​ສະນຸນ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍ​ເຫລືອ​ແລ​ະປົກ​ປ້ອງດ້ານ​ມະນຸ​ດສະ​ທຳຂອງ​ນາໆ​ຊາດ ພ້ອມ​ທັງ​ການ​ປະຕິບັດ​ງານ​ເພື່ອກໍ່​ສ້າງສະພາບ​ການ​ທີ່​ເອື້ອ​ອຳນວຍ​ໃຫ້​ມີການ​ຟື້ນ​ຕົວ​ຄືນ​ຢ່າງ​ຍືນ​ຍົນ​ຖາວອນ​.ທ່ານລັດຖະມົນຕີ​ຊ່ວຍ Shwartz ກ່າວ​ວ່າ “ພວກ​ເຮົາ​ມີສິນລະ​ທຳ​ປະຈຳ​ໃຈ​ ທີ່​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ຊ່ວຍ​ຊີວິດ​ຜູ້​ຄົນເອົາ​ໄວ້”ທ່ານ​ກ່າວຕໍ່​ໄປວ່າ

ຖ້າຫາກວ່າມັນເກີດວິກິດການດ້ານມະນຸດສະທຳລະວ່າງຊາດຢູ່ບ່ອນໃດ ບ່ອນນຶ່ງຢູ່ໃນໂລກ ແຫລ່ງຊ່ອຍເຫລືອຕ່າງໆ ຂອງສະຫະລັດ ບໍ່ວ່າຈະໄປຈາກກະຊວງການຕ່າງປະເທດ ຈາກອົງການພັທະນາລະວ່າງຊາດ ແລະຈາກແຫລ່ງຊ່ອຍ ເຫລືອຂອງພົນລະເຮືອນສະຫະລັດ ບໍ່ວ່າຈະເປັນວິທີໃດວິທີນຶ່ງ ກໍແມ່ນມີທາງວ່າການຊ່ອຍເຫລືອທີ່ວ່ານັ້ນຈະໄປຮອດ ໄປເຖິງບ່ອນຫັ້ນໂລດ ເພື່ອປົກປ້ອງຄຸ້ມຄອງຜູ້ໄດ້ຮັບເຄາະກັມທັງຫລາຍ

ທ່ານລັດຖະມົນຕີ​ຊ່ວຍ​ Eric Shwartz ກ່າວໃນ​ທີ່​ສຸດວ່າ “ຄວາມ​ພະຍາຍາມ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ສະຫະລັດ​ ​ບໍ່​ໄດ້ ສຸມໃສ່​ສະ​ເພາະແຕ່​ວິ​ກິດ​ການ​ຕ່າງໆ​ທີ່ເປັນຂ່າວ​ໃຫຍ່​ເທົ່າ​ນັ້ນ. ມັນ​ບໍ່​ແມ່ນ​ສິ່ງ​ທີ່​ນັກ​ຊ່ວຍ​ເຫລືອ​ເພື່ອມະ​ນຸດ​ສະ​ທຳ​ຄວນ​ຈະ​ເຮັດ ​ແລະກໍ​ບໍ່​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ເຮັດ. ​ພວກເຮົາ​ພະຍາຍາມ​ສຸມ​ຄວາມ​ສົນ​ໃຈ​ໄປ​ໃສ່​ທົ່ວ​ທຸກ​ຫົນແຫ່ງ​ໃນ​ໂລກ ບ່ອນ​ທີ່​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ຄວາມ​ເດືອດຮ້ອນ ທຸກທໍລະມານ ​ແລະ​ຄວາມ​ຮ້າຍ​ແຮງຂອງ​ວິ​ກິດ​ການ​ຢູ່​ໃນ​ຂັ້ນທີ່ຈຳ​ເປັນ​ຕ້ອງໄດ້​ມີ​ການ​ພົວ​ພັນຊ່ວຍ​ເຫລືອ​ຂອງ​ນານາ​ຊາດ​ ໃນ​ລະ​ດັບ​ໃດ​ລະດັບ​ນຶ່ງ​.

XS
SM
MD
LG