ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືດ້ານການປ້ອງກັນລະວ່າງສະຫະລັດ ກັບໂຄລັມເບຍ


<!-- IMAGE -->

ສະຫະລັດອາເມລິກາ ແລະປະເທດໂຄລັມເບຍ ກຳລັງ​ເຄື່ອນ​ໄຫວ​ໄປ​ສູ່ການສ້າງ ຄວາມເຂັ້ມແຂງຍິ່ງຂື້ນໃຫ້​ແກ່​ການຮ່ວມມືກັນ​ໃນ​ດ້ານ​ຄວາມໝັ້ນຄົງປອດ​ໄພ ຄື​ລັດຖະບານສະຫະລັດແລະໂຄລັມເບຍ ໄດ້ບັນລຸການຕົກລົງ ຊົ່ວຄາວກັນກ່ຽວ​ກັບຂໍ້​ຕົກລົງ​ຫລື​ສັນຍາ ວ່າດ້ວຍການຮ່ວມມືດ້ານ​ການປ້ອງກັນ ຫລື DCA ເມື່ອວັນທີ່ 14 ເດືອນສິງຫານີ້.ຂະນະນີ້ກຳລັງມີການທົບທວນເບິ່ງຂໍ້ຕົກລົງບັ້ນສຸດທ້າຍກັນຢູ່ ​ໂດຍ​ຄາດ​ວ່າທັງສອງປະເທດ ຈະຮ່ວມລົງນາມໃນຂໍ້ຕົກລົງດັ່ງກ່າວ.

ສະຫະລັດ ແລະໂຄລັມເບຍ ມີຄວາມສຳພັນສອງ​ຝ່າຍດ້ານຍຸທະສາດທີ່ໄກ້ຊິດກັນ. ການລົງນາມໃນຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືດ້ານປ້ອງກັນທີ່​ຄາດ​ວ່າ​ຈະ​ມີ​ຂື້ນນັ້ນ ແມ່ນຈະ​ເຮັດ​ໃຫ້ຄວາມສຳພັນຂອງທັງສອງປະເທດ ໝັ້ນແກ່ນຍິ່ງ​ຂື້ນໄປອີກ.ຂໍ້ຕົກລົງ ທີ່​ວ່ານີ້ຈະອຳນວຍ​ຄວາມ​ສະດວກໃຫ້ມີການຮ່ວມມືກັນ​ແບບສອງຝ່າຍທີ່ມີປະສິດທິຜົນ ໃນເລຶ່ອງບັນຫາຄວາມໝັ້ນຄົງຕ່າງໆຂອງໂຄລັມເບຍ ອັນໂຮມທັງການຜລິດ ແລະການ ລັກລອບຄ້າຂາຍຢາເສບຕິດ ການກໍ່ການຮ້າຍ ການລັກລອບທີ່​ຜິດ​ກົດໝາຍໝົດທຸກ ປະເພດ ແລະການຊ່ວຍເຫລືອ ດ້ານມະນຸດສະທຳ ແລະພັຍທຳມະຊາດເປັນຕົ້ນ.ຂໍ້ ຕົກລົງນີ້ເປັນຂໍ້ຕົກລົງສອງຝ່າຍໂດຍສະເພາະ ຊຶ່ງບໍ່ກ່ຽວຂ້ອງ​ກັບປະເທດອື່ນໃດທັງ​ນັ້ນ.

ຂໍ້ຕົກລົງຮ່ວມມືດ້ານ​ການປ້ອງກັນນີ້ ບໍ່ອະນຸຍາດໃຫ້ສະຫະລັດຕັ້ງຖານທັບ ຫລື​ຖານ ປະຕິບັດການໃດໆຂື້ນໃນ ປະເທດໂຄລັມເບຍ ແລະທ່ານນາງລັດຖຸມົນຕີຕ່າງປະເທດ ສະຫະລັດ ຮິລແລຣີ ຄລິນຕັນ ກໍໄດ້ກ່າວອອກ​ມາໃຫ້​ເປັນທີ່ແຈ້ງຂາວແລ້ວວ່າສະຫະ ລັດບໍ່ມີຄວາມປະສົງທີ່ຈະຕັ້ງຖານທັບ​ຂື້ນໃນໂຄລັມເບຍນັ້ນ. ​ແຕ່ຂໍ້ຕົກລົງສະບັບນີ້ ຮັບປະກັນ​ໃຫ້​ສະຫະລັດ​ມີ​ສິດສືບຕໍ່ຊົມ​ໄຊ້ສະຖານ​ທີ່​ອຳນວຍ​ຄວາມ​ສະດວກ​ຕ່າງໆ ທີ່ໄດ້ຕົກລົງກັນໄວ້​ໂດຍ​ສະ​ເພາະແລ້ວນັ້ນ ເພື່ອທີ່ຈະດຳເນີນການຮ່ວມກັນ​ໃນກິດ ຈະກຳຕ່າງໆພາຍໃນໂຄລັມເບຍ ທີ່ໄດ້ຕົກລົງກັນ​ໄວ້​ແລ້ວ.

ຂໍ້ຕົກລົງນີ້ແມ່ນເອື້ອອຳນວຍ ໃຫ້ສະຫະລັດເຂົ້າ​ໃຊ້ຖານທັບອາກາດສາມແຫ່ງຂອງ ໂຄລັມເບຍ ທີ່ຕັ້ງຢູ່ປາລານ​ເກໂຣ ອາປີອາຍ ແລະມາລາມ​ໂບ ແລະສະຖານ​ທີ່​ອຳນວຍ​ຄວາມ​ສະດວກ​ທາງທະຫານແຫ່ງອື່ນໆອີກຂອງໂຄລັມ ເບຍຕາມ​ທີ່​ໄດ້ຕົກລົງ​ເຫັນ​ພ້ອມ​ນຳກັນ​ແລ້ວນັ້ນ.ສະຖານທີ່ປະຕິບັດການທາງທະຫານທັງໝົດເຫລົ່ານີ້ແມ່ນຢູ່ພາຍ ໃຕ້ ​ແລະ​ກໍ​ຈະ​ຢູ່​ພາຍ​ໃຕ້ການຄວບຄຸມຂອງໂຄລັມເບຍຕະຫລອດ​ໄປ.ກອງທັບບົກ ໂຄລົມເບຍ​ແມ່ນ​ຈະ​ສືບ​ຕໍ່ເປັນ​ຜູ້ບັນຊາການ ຄວບຄຸມ ປົກຄອງ ບໍລິ​ຫານ ແລະຮັກສາ ປອດ​ໄພຢູ່​ໃນຖານ​ທັບ​ເຫລົ່ານັ້ນ.​ ​ ກິດຈະກຳທັງໝົດທີ່ ດຳເນີນ​ໄປ​ຢູ່​ຖານ​ທັບ​ເຫລົ່ານັ້ນ ຫລື​ຈາກ​ຖານທັບ​ເຫລົ່ານັ້ນ ໂດຍຝ່າຍສະຫະລັດນັ້ນແມ່ນຈະມີ​ຂື້ນ​ໄດ້ ກໍຕໍ່ເມື່ອໄດ້ຮັບ ອະນຸຍາດລ່ວງ​ໜ້າຈາກລັດຖະບານໂຄລັມເບຍເສຍກ່ອນ. ​ແລະການມີໜ້າຂອງ ເຈົ້າໜ້າທີ່ ຫລື​ພະນັກງານ ສະຫະລັດຢູ່ໃນສະຖານທີ່ອຳນວຍຄວາມສະດວກເຫລົ່າ ນີ້ຈະມີຂື້ນບົນ​ພື້ນຖານ​ຂອງຄວາມຈຳເປັນ ແລະການຕົກລົງ​ເຫັນ​ພ້ອມ​ນຳກັນເທົ່ານັ້ນ.

XS
SM
MD
LG