ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊື່ມວນຊົນລາວຍັງຈໍາເປັນຕ້ອງໄດ້ຮັບການປັບປຸງ


ຜູ້ນໍາລາວລະບຸວ່າຊື່ມວນຊົນລາວຍັງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ມີການປັບປຸງທາງດ້ານຄຸນນະພາບ ຂອງບຸກຄະລາກອນແລະ ເນື້ອໃນການນໍາສະເໜີ ຂໍ້ມູນຂ່າວສານໄປສູ່ ການຮັບຮູ້ຂອງປະ ຊາຊົນລາວ ແລະຕ້ອງໃຫ້ສອດຄ້ອງຕໍ່ແນວທາງການເມືອງ ຂອງພັກ-ລັດທີ່ວາງອອກ.

ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ລາວ​ ​ໄດ້​ຖະ​ແຫຼ​ງເນັ້ນຢໍ້າ ໃນ​ໂອກາດ​ເປັນ​ປະ​ທານ​ໃນ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ຊື່​ມວນ​ຊົນ​ແຫ່ງ​ຊາດ​ ແລະ ການ​ພິມ​ຈໍາ​ຫນ່າຍ​ໃນ​ລາວ​ ຄົບຮອບ 59 ປີ ​ເມື່ອ​ບໍ່​ດົນ​ມາ​ນີ້ຢູ່​ນະຄອນຫຼວງ​ວຽງ​ຈັນວ່າ ຊື່​ມວນ​ຊົນ​ລາວ​ໃນ​ປະຈຸ​ບັນ​ນີ້​ໄດ້​ຮັບ​ການ​ພັດທະນາ​ແລະ​ເຕີບ​ໃຫຍ່​ຂະ​ຍາຍ​ໂຕ​ໃນ​ທຸກ​ໆ ດ້ານ ​ໂດຍ​ສາມາດ​ຕອບ​ສະ ໜອງ​ແລະ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານ​ສູ່​ສັງຄົມ​ລາວ​ໄດ້​ຢ່າງ​ກ້ວາງ​ຂວາງ​ພໍ​ສົມຄວນ ​ເຊິ່ງ ສະ​ແດງ​ອອກ ​ໂດຍ​ມີ​ຊື່​ສິ່ງ​ພິມ​ຂອງ​ພັກ ​ແລະ​ລັດ​ຖະ​ບານ​ຈໍານວນ 8 ສະບັບ ​ແລະ​ ມີ​ສະຖານ​ນີກະ​ຈາຍ​ສຽງ​ອີກ 35 ​ແຫ່ງ ສ່ວນ​ສະຖານ​ນີ​ໂທລະພາບ​ແຫ່ງ​ຊາດ ກໍ່​ມີ​ເຖິງ 32 ​ແຫ່ງ​ໃນ​ທຸກ​ແຂວງ​ທົ່ວ​ປະ​ເທດ.

ສ່ວນ​ໃນ​ດ້ານການສະ​ແດງ​ບົດບາດຂອງ​ຊື່​ມວນ​ຊົນ​ລາວ​ໃນ​ໄລຍະ​ຜ່ານ​ມາ​ນັ້ນ ທ່ານ ບຸນຍັງ ກໍ່​ໄດ້​ລະບຸ​ວ່າຊື່​ມວນ​ຊົນລາວ​ໄດ້​ປະກອບສ່ວນ​ຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ປະຊາຊົນ​ປະຕິບັດ​ລາວ​ໄດ້​ເປັນ​ຢ່າງ​ດີ ​ເຊິ່ງສະ​ແດງ​ອອກ​ໃນ​ການ​ຂະຫຍາຍໂຕ​ທາງ​ເສດຖະກິດ​ແລະ​ການ​ພັດທະນາ​ທາງ​ສັງຄົມ​ລາວ​ໃນ​ທຸກໆ​ດ້ານ ລວມທັງ​ຍັງ​ໄດ້​ສະ​ແດງ​ບົດບາດ​ໃນ​ຖານະ​ເປັນ​ກະບອກ​ສຽງ​ທາງ​ແນວ​ຄິດ​ອັນ​ແຫຼມຄົມ​ຂອງ​ພັກ-ລັດ​ໃນ​ການ​ໂຄສະນາ​ເຜີຍ​ແຜ່ສຶກສາ​ອົບຮົມ​, ​ເຕົ້າ​ໂຮມ-ຈັດ​ຕັ້ງ ​ແລະ​ປຸກລະດົມ​ປະຊາຊົນ​ບັນດາ​ເຜົ່າ ​ໃຫ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ພັດທະນາປະ​ເທດ​ຊາດມາ​ໂດຍ​ຕະຫຼອດ.

​ແຕ່​ຢ່າງໃດ​ກໍ່ຕາມ ​ເນື້ອ​ງຈາກ​ປະຈຸ​ບັນ​ເປັນ​ຍຸກສະ​ໄໝ​ຂອງ​ໂລກ​ບໍ່​ມີ​ພົມ​ແດ​ນທາ​ງດ້ານ​ຂໍ້​ມູນ​ຂ່າວສານ​ນອກຈາກ​ປະຊາຊົນລາວ​ຈະສາມາດ​ເຂົ້າ​ເຖິງ​ຂ່າວສານ​ແລະ​ຂໍ້​ມູນ​ຈາກ​ຕ່າງປະ​ເທດ​ໄດ້​ຢ່າງ​ກ້ວາງ​ຂວາງ ​ແລະ​ເທົ່າ​ທັນ​ກັບ​ສະຖານະ​ການ​ທີ່​ເກີດ​ຂື້ນ​ໃນ​ທົ່ວ​ໂລກ​ແລ້ວການ​ຮັບ​ຮູ້ຂໍ້​ມູນ​ຂ່າວສານ​ດັ່ງກ່າວ​ກໍ່​ຍັງ​ຈະ​ສົ່ງ​ຜົນ​ຕໍ່​ແນວ​ຄິດ​ການ​ເມືອງ​ຂອງ​ປະຊາຊົນ​ລາວ​ເຊັ່ນ​ກັນ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງເຮັດ​ໃຫ້​ ທ່ານ ບຸນ​ຍັງ​ໄດ້​ສະ​ແດງ​ການ​ຮຽກຮ້ອງຂໍ​ໃຫ້​ຊື່​ມວນ​ຊົນ​ລາວ​ແກ້​ໄຂ​ບັນຫາ​ຈຸດ​ອອນ, ຂໍ້​ບົກຜ່ອງ ​ແລະ​ຂໍ້​ຈໍາກັດ​ຂອງ​ພວກ​ຕົນ​ໃນ​ຫຼາຍ​ດ້ານ​ເພື່ອ​ໃຫ້​ຊື່​ມວນ​ຊົນ​ລາວ​ສາມາດ​ນໍາ​ສະ​ເໜີ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ທີ່​ມີ​ຄຸນ​ນະພາ​ບຕໍ່​ສັງຄົມ​ລາວ ​ໃຫ້​ທ່ວງທັນ​ກັບ​ສະຖານະ​ການ.

ໂດຍອິງ​ຕາມ​ແຜ່ນ​ການ​ພັດ​ທະນາ​ຂອງ​ກະ​ຊວ​ງ​ແຫລງ​ຂ່າວ​ແລະ​ວັດ​ທະນະ​ນຳ​ລາວ​ໃນ​ຊ່ວງປີ 2009-2​010 ທີ່​ຈະ​ເລີ້​ມປະຕິບັດການ​ນັບ​ຈາກ​ເດືອນ​ຕຸລາ​ປີ​ນີ້​ໄປ​ຈົນ​ເຖິງທ້າຍ​ເດືອນ​ກັນຍາ ປີໜ້າ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ຂະ​ຫຍາຍ​ພື້ນ​ທີ່​ໃນ​ການ​ສົ່ງສັນຍານສຽງ​ການ​ອອກ​ອາ​ກາດ​ລາຍການ​ຕ່າງໆ​ ຂອງ​ວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ໃຫ້ຄອບ​ຄຸມ​ພື້ນ​ທີ່ 90% ຂອງ​ປະ​ເທດ.​ແລະ​ໃນ​ຂະນະ​ດຽວກັນກໍ​ຈະ​ຂະ​ຫຍາຍ ​ພື້ນ​ທີ່​ການ​ສົ່ງ​ສັນຍານ​ໂທ​ລະ​ພາບແຫ່ງ​ຊາດ​ໃຫ້​ຄອບ​ຄຸ​ມພື້ນ​ທີ່ 70% ຂອງ​ປະ​ເທດໃຫ້​ໄດ້.


ນອກຈາກ​ນີ້ລັດຖະບານ​ກໍ​ຍັງ​ໄດ້​ປະກາດ​ແຜນການ​ການ​ພັດ​ທະນາ​ລະ​ບັບ​ໂຄງ​ຂ່າຍ​ເຄ​ໂບ ສາຍ​ໃຍແກ້ວ​ໃນ​ທົ່ວ​ປະ​ເທດ​ຫວ່າງ​ມໍ່ໆ​ມາ​ນີ້​ອິີກດ້ວຍ. ​ໂດຍ​ລັດຖະບານ​ລາວ​ຈະ​ໃຊ້​ເງິ​ນທຶນ​ເພື່ອ​ດຳ​ເນີນ​ການ​ດັ່ງ​ກ່າວ​ຖິງ 1​00 ລ້ານ​ ສະ​ຫະ​ຣັດ ຊຶ່ງ​ຈະ​ເຮັດ​ໃຫ້ການ​ສົ່ງ​ຂໍ້​ມູນ​ ຂ່າວສານ​ຕ່າງໆ ດ້ວຍ​ລະ​ບົບອີນ​ເຕີ​ເນັດ​ການ ​ສົ່ງ​ສັນຍານ​ສຽງ ​ແລະ ​ພາບຮວມ​ໄປເຖິງບໍລິການ​ຄົມ ມະນາຄົມ​ທັງ​ຂອງລັດຖະ ບານ​ ​ແລະ​ ເອກ​ກະ​ຊົນໃຫ້​ສາມາດ​ເຊື່ອມໂຍງເຖິງ​ກັນ​ໃນ​ທົ່ວ​ປະ​ເທດ ​ແລະ​ເຊື່ອນ​ຕໍ່​ໄປ​ທົ່ວ​ໂລກ​ໄດ້​ຢາງຄົບຊຸດ​ໃນ​ປີ 2012 ​ເປັນຢ່າງ​ຊ້າ.

XS
SM
MD
LG