ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກິນຢາອັສເປຍຣິນອາດຊ່ວຍໃຫ້ຄົນເປັນໂຣກມະເຮັງລຳໃສ້ໃຫຍ່ ອາຍຸຍືນຂຶ້ນໄດ້


ໃນສະໄໝໂບຮານກ່ອນນັ້ນພວກຜູ້ຄົນສວ່ນໃຫຍ່ແມ່ນໄດ້ ບໍຣິໂພກຫຼືກິນຢາaspirin ເພື່ອຕ້ານອາການເຈັບປວດ ແລະ ລົດຄວາມຮ້ອນ ຂອງຮ່າງກາຍລົງໃນເວລາມີອາ ການໄຂ້. ບັດນີ້ນັກວິຈັຍສະໄໝໃຫມ່ໄດ້ຄົ້ນ ພົບການ ນຳໃຊ້ຂອງຢາ Aspirin ໃນທາງອື່ນ. ຢາ Aspirin ນີ້ເປັນການ ທຳໃຫ້ ເລືອດແຫຼວລົງເພື່ອຊ່ອຍໃຫ້ການຫມູນວຽນຂອງເລືອດສະ ດວກຂຶ້ນແລະບໍ່ອຸດຕັນ ໃນເສັ້ນເລືອດເພາະການອຸດຕັນຂອງ ເລືອດຈະພາໃຫ້ເປັນໂຣກຫົວໃຈວາຍ ຫຼື ໂຣກລົມສາຣະ ບາດໄດ້. ດ້ວຍເຫດຜົນນີ້, ພວກຜູ້ປ່ວຍທີ່ມີອາການສ່ຽງ ຕໍ່ການອຸດຕັນຂອງເສັ້ນເລືອດແລ້ວນັ້ນຈະຖືກທ່ານຫມໍຂອງ ພວກເຂົາເຈົ້າແນະນຳໃຫ້ບໍຣິ ໂພກຢາ aspirin ທີ່ມີຄວາມແຮງຕ່ຳໃນແຕ່ລະວັນຫຼືປະມານ 81 milligrams.


ຍິ່ງການຄົ້ນຄ້ວາດຳເນີນເລິກເຂົ້າໄປກໍຍິ່ງພົບວ່າ ຢາaspirin ຍັງສາມາດຊ່ອຍພວກຜູ້ປ່ວຍ ທີ່ເປັນໂຣກມະເຮງລຳໃສ້່ໃຫ້ມີອາຍຸຍືດອອກໄປອີກ. ຕາມການສຶກສາຄົ້ນຄວ້າພວກຜູ້ປ່ວຍ ທີ່ເປັນໂຣກມະເຮັງລຳໃສ້່ຈຳນວນ 1,300 ຄົນແລະຄົ້ນພົບວ່າມະເຮັງນັ້ນຍັງບໍ່ໄດ້ແຜ່ລາມ ໄປພາກສວ່ນອື່ນຂອງຮ່າງກາຍເທື່ອ. ການຄົ້ນຄວ້ານີ້ແມ່ນໄດ້ ປຽບທຽບກັບພວກຜູ້ປວ່ຍ ທີ່ເປັນໂຣກມະເຮັງລຳໃສ້ທີ່ ບໍຣິໂພກຢາ aspirin ຊະໜິດ ຄວາມແຮງ 325 milligrams ຢ່າງຫນ້ອຍສອງຄັ້ງຕໍ່ອາທິດກັບພວກຜູ້ປ່ວຍທີ່ ບໍ່ກິນຢາ aspirin ນີ້ເລີຍ.

ການສຶກສາຄົ້ນພົບວ່າພວກຜູ້ປວ່ຍທີ່ບໍຣິໂພກ ຢາ aspirin ແມ່ນສາມາດລົດຄວາມສ່ຽງຕໍ່ຄວາມຕາຍ ຈາກໂຣກມະເຮັງ ລຳໃສ້ນີ້ລົງໄດ້ເຖິງ 30% ຫຼັງ ຈາກທີ່ພົບເຫັນໂຣກມະເຮັງມາແລ້ວ ປະມານສິບ ເອັດປີ. ການສຶກສາຄົ້ນພົບນີ້ແມ່ນໄດ້ພິມລົງໃນວາ ຣະສານ Journal of the American Medical Association ໃນອາທິດທີ່ແລ້ວນີ້.


ປີທີ່ຜ່ານມາ ທ່ານຫມໍ Andrew Chan ແຫ່ງມະຫາວິທະຍາລັຍແພດ Harvard ແລະໂຮງພະຍາບານ Massachussetts ລາຍງານວ່າການສຶກສາໄລຍະຍາວກັບພວກ ຜູ້ປວ່ຍຊາຍ ຈຳນວນ 50.000 ໄດ້ສແດງໃຫ້ ເຫັນວ່າຢາ aspirin ນີ້ແມ່ນຊ່ອຍປ້ອງກັນໂຣກ ມະເຮັງລຳໃສ້ ໄດ້ແທ້, ແຕ່ແມ່ນຕ້ອງບໍຣິໂພກຢາ aspirin ຢ່າງຕໍ່ເນື່ອງເປັນເວລາເຖິງຫົກປີ. ແລະພວກທີ່ໄດ້ຮັບຜົນປະໂຫຽດຫຼາຍທີ່ສຸດ ແມ່ນພວກທີ່ບໍຣິໂພກຫຼາຍກວ່າ 14 ເມັດຕໍ່ ອາທິດ, ແຕ່ພວກນັກວິຈັຍເຕືອນວ່າ ອັນຕະ ລາຍໃນການບໍຣິໂພກຢາ aspirin ຈຳນວນ ຫຼາຍນັ້ນ ແມ່ນຄວນໃຫ້ມີການຣະມັດຣະວັງຫຼາຍຂຶ້ນ ເພາະຢາ aspirin ນີ້ສາມາດເຮັດໃຫ້ ມີອາການເລືອດ ອອກໃນທ້ອງ, ໃນລຳໃສ້ຫນ້ອຍ ແລະ ໃນສະຫມອງ. ພວກທີ່ຢາກຈະ ບໍຣິໂພກຢາ aspirin ນີ້ ເພື່ອປ້ອງກັນໂຣກນັ້ນແລ້ວຄວນຈະປຶກສາທ່ານຫມໍ ເສັຽກ່ອນ.
XS
SM
MD
LG