ການເລືອກຕັ້ງທີ່ຍີ່ປຸ່ນ: ທ່ານຕາໂຣ ອາໂຊະ ນາຍົກຣັຖມຸນຕີຍີ່ປຸ່ນ ກ່າວວ່າ ທ່ານຈະລາອອກຈາກ ຕຳແໜ່ງຜູ້ນຳພັກຣັຖບານຊຸດປັດຈຸບັນ ຫລັງຈາກພັກຂອງທ່ານໄດ້ຮັບການປາໄຊຢ່າງເຈັບແສບ ໃນການເລືອກຕັ້ງສະພາແຫ່ງຊາດໃນວັນອາທິດວານນີ້. ໃນກອງປະຊຸມຖະແຫລງຂ່າວໃນວັນຈັນມື້ນີ້ ຜູ້ນຳຍີ່ປຸ່ນໄດ້ຂໍຂມາໂທດແລະຮັບເອົາຄວາມຜິດຊອບ ສຳລັບການສູນເສັຍການເລືອກຕັ້ງໃຫ້ພັກປະຊາທິປັດແຫ່ງຍີ່ປຸ່ນ ຫລື DPJ ທ່ີໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຊຶ່ງພັກຂອງທ່ານອາໂຊະ ຄືພັກເສຣີປະຊາທິປັດ ຫລື DLP ໄດ້ຄອບງຳການເມືອງໃນຍີ່ປຸ່ນ ມາເປັນເວລາຫລາຍກວ່າ 50 ປີແລ້ວນັ້ນ. ຫົວໜ້າພັກ DPJ ທ່ານ Yukio Hatoyama ຊຶ່ງເກືອບເປັນ ທ່ີແນ່ນອນແລ້ວວ່າ ຈະໄດ້ເປັນນາຍົກຣັຖມຸນຕີຄົນຕໍ່ໄປຂອງຍີ່ປຸ່ນ ໄດ້ເຣີ່ມ ທຳການປຶກສາຫາລືແລ້ວໃນວັນຈັນມື້ນີ້ ເພື່ອຄັດເລືອກເອົາຄນະຣັຖມົນຕີ ແລະປະກອບຣັຖານໃໝ່ຂຶ້ນນັ້ນ. ຜົນການນັບຄະແນນສຽງຢ່າງເປັນທາງການ ໄດ້ມອບບ່ອນນັ່ງໃຫ້ພັກ DPJ 308 ບ່ອນ ໃນຈຳນວນທັງໝົດ 480 ບ່ອນຢູ່ໃນສະພາຜູ້ແທນຫລືສະພາຕ່ຳ ຊຶ່ງມີອຳນາດຫລາຍກວ່າໃນສະພາສູງນັ້ນ. ພັກເສຣີປະຊາທິປັດຂອງທ່ານອາໂຊະ ຈະໄດ້ຮັບບ່ອນນັ່ງ 119 ບ່ອນ. ພັກ DPJ ຂອງທ່ານ Hatoyama ຄວບຄຸມບ່ອນນັ່ງຫລາຍຢູ່ແລ້ວໃນສະພາທີ່ປຶກສາ ຫລືສະພາສູງຂອງຍ່ີປຸ່ນນັ້ນ. ໄຊຊະນະໃນຄັ້ງນີ້ ທີ່ມອບສຽງຂ້າງຫລາຍຢ່າງເດັດຂາດໃຫ້ແກ່ພັກປະ ຊາທິປັດແຫ່ງຍີ່ປຸ່ນ ຈະທັບມ້າງສະພາບການບໍ່ໄປບໍ່ມາທາງການເມືອງ ທີ່ໄດ້ເຮັດໃຫ້ສະພາແຫ່ງຊາດຍີ່ປຸ່ນ ຕົກຢູ່ໃນສະພາບເປັນເປັ້ຍລ່ອຍໃນຂະນະທ່ີປະເທດຊາດຕົກຢູ່ໃນສະພາວະເສດຖະກິດຕົກຕ່ຳຖອຍຫລັງ ຢ່າງຮ້າຍແຮງທ່ີສຸດ ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.
ຂ່າວການປະພາດໄຕ້ຫວັນຂອງອົງດາໄລລາມະ: ຜູ້ນຳດ້ານຈິດໃຈຂອງທິເບດ ໄດ້ຊົງກ່າວສັນລະເສີນລະບອບປະຊາທິ ປະໄຕຂອງໄຕ້ຫວັນໃນວັນຈັນມື້ນີ້ ເຖິງແມ່ນພຣະອົງໄດ້ໃຫ້ຄຳໝັ້ນສັນຍາໄວ້ແລ້ວກໍຕາມ ວ່າຈະບໍ່ພົວພັນໃນການເມືອງໃນລະຫວ່າງທີ່ຢ້ຽມຢາມໄຕ້ຫວັນເປັນເວລາ 5 ມື້ ທ່ີມີຈຸດປະສົງເພື່ອປອບໃຈແລະໃຫ້ຄວາມອົບອຸ່ນ ແກ່ພວກທ່ີໄດ້ຮັບເຄາະຮ້າຍຈາກລົມໄຕ້ຟຸ່ນມໍຣະກົດ.ໃນມື້ນີ້ ຊື່ງເປັນມື້ທຳອິດຂອງການຢ້ຽມຢາມໄຕ້ຫວັນເຕັມມື້ ອົງດາໄລ ລາມະກ່າວວ່າ ເຖິງແມ່ນວ່າໄຕ້ຫວັນຄວນຈະມີສາຍພົວພັນທ່ີໃກ້ຊິດກັບຈີນແຜ່ນດິນໃຫຍ່ກໍຕາມ ແຕ່ໄຕ້ຫວັນກໍຄວນຈະໄດ້ຊົມໄຊ້ລະບອບປະ ຊາທິປະໄຕເຊັ່ນກັນ. ໃນວັນອາທິດວານນີ້ ອົງດາໄລລາມະໄດ້ກ່າວຕໍ່ບັນດານັກຂ່າວຫລັງຈາກເດີນທາງໄປຣອດໄຕ້ຫວັນວ່າ ພຣະອົງບໍ່ໄດ້ເປັນຜູ້ແບ່ງແຍກທາງດ້ານການເມືອງ ແລະວ່າທິເບດມີຄວາມໝັ້ນໝາຍໂດຍເຕັມ ທ່ີຈະເປັນພາກສ່ວນນຶ່ງຂອງຈີນຕໍ່ໄປ.
ອົງການຂ່າວຊິນຫົວຂອງທາງການຈີນ ອ້າງຄຳເວົ້າຂອງເຈົ້າໜ້າທ່ີຝ່າຍກິດຈະການໄຕ້ຫວັນຂອງຈີນທ່ານນຶ່ງ ທີ່ຕຳໜິຕິຕຽນພັກປະຊາທິປັດກ້າວໜ້າຝ່າຍຄ້ານຂອງໄຕ້ຫວັນ ທ່ີເຊື້ອເຊີນຜູ້ນຳດ້ານຈິດໃຈຂອງທິເບດໄປຢ້ຽມຢາມໄຕ້ຫວັນນັ້ນ. ທາງຣັຖບານປັກກິງໄດ້ທຳການກ່າວຫາອົງດາໄລລາມະ ມາເປັນເວລາດົນນານແລ້ວ ວ່າໃຊ້ສາດສະໝາເປັນສິ່ງກຳບັງກິດຈະກຳແບ່ງແຍກຕ່າງໆໃນທິເບດນັ້ນ.
ສາຍພົວພັນລະຫວ່າງສອງເກົາຫລີ: ບັນດາເຈົ້າໜ້າທ່ີເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອຈະເປີດໃຫ້ການໄປມາ ຫາເຂດອຸດສາຫະກັມຮ່ວມໃນເກົາຫລີເໜືອ ມີຂື້ນຢ່າງເປັນປົກກະຕິໃນສັບປະດານີ້. ໂຄສົກຈາກກະຊວງທ້ອນໂຮມເກົາຫລີໃຕ້ ບອກບັນດານັກຂ່າວໃນວັນຈັນມື້ນີ້ວ່າ ເຣີ່ມແຕ່ວັນອັງຄານມື້ອື່ນນີ້ເປັນຕົ້ນໄປ ຊາຍແດນຈະເປີດມື້ນຶ່ງ 23 ເທື່ອ ສຳລັບການໄປມາຫາເມືອງເກຊອງນັ້ນ ຊຶ່ງແມ່ນເພ່ີມຂຶ້ນ ຈາກ 6 ເທື່ອໃນປັດຈຸບັນ. ໂຄສົກກ່າວຕື່ມວ່າ ນອກນັ້ນແລ້ວ ກໍຍັງຈະບໍ່ມີການຈຳກັດຈຳນວນຜູ້ຄົນແລະຍວດຍານພາຫະນະ ທ່ີອະນຸຍາດໃຫ້ຂ້າມຊາຍແດນ ໃນແຕ່ລະເທື່ອນັ້ນອີກ. ຫວ່າງໄວໆມານີ້ ກຸງພຽງຢ້າງໄດ້ສະແດງຮ່ອງຮອຍຫລາຍຢ່າງໃຫ້ເຫັນວ່າຕົນພະຍາຍາມຈະປັບປຸງສາຍພົວພັນໃຫ້ດີຂຶ້ນກັບກຸງໂຊນໃນແຫລມເກົາຫລີທ່ີຖືກແບ່ງແຍກເປັນສອງປະເທດນັ້ນ. ສາຍພົວພັນລະຫວ່າງເກົາຫລີເໜືອແລະໃຕ້ ໄດ້ເຣີ່ມຊຸດໂຊມລົງໃນຕົ້ນປີກາຍນີ້ ເວລາປະທານາທິບໍດີ ຫລີ ມິອຸງ ພັກ ທີ່ມີຫົວນິຍົມແນວທາງເດີມ ຂຶ້ນດຳຣົງຕຳແໜ່ງ.
ຄວາມບໍ່ສງົບໃນມຽນມ້າ: ບັນດາເຈົ້າໜ້າທ່ີຈີນກ່າວໃນວັນຈັນມື້ນີ້ວ່າ ພວກອົບພະຍົບທ່ີຂ້າມຊາຍແດນ ຫລົບໜີຈາກການສູ້ຣົບກັນໃນພາກຕາເວັນອອກສຽງເໜືອຂອງມຽນມ້າ ໄດ້ເຣີ່ມກັບຄືນໄປຍັງບ້ານເກີດເມືອງນອນຂອງເຂົາເຈົ້າແລ້ວ ແຕ່ຫລາຍຄົນຍັງມີຄວາມຢ້ານກົວກອງທັບມຽນມ້າຢູ່. ພວກອົບພະຍົບ ທ່ີຖືກສື່ມວນຊົນສັມພາດກ່າວວ່າ ພວກເຂົາເຈົ້າບໍ່ເຊື່ອ ການກ່າວອ້າງຂອງມຽນມ້າ ທ່ີວ່າຣັຖບານຄວບຄຸມຄວາມຮຸນແຮງໄວ້ ໄດ້ແລ້ວນັ້ນ ແລະມີຄວາມຢ້ານກົວທ່ີຈະກັບຄືນບ່ານເກີດເມືອງນອນຂອງເຂົາເຈົ້າ. ທາງການມຽນມ້າກ່າວວ່າ ສະຖານະການໄດ້ກັບຄືນສູ່ສະພາບປົກກະຕິແລ້ວ ຢູ່ບໍລິເວນເລາະຕາມຊາຍແດນໃນພາກຕາເວັນອອກສຽງເໜືອຕິດກັບຈີນນັ້ນ ຫລັງຈາກມີການສູ້ຣົບກັນມາເປັນເວລາຫລາຍມື້ລະຫວ່າງທະຫານຝ່າຍຣັຖບານ ແລະພວກທະຫານບ້ານຊົນເຜົ່າ Kokang ເຊື້ອສາຍຈີນ. ໃນວັນອາທິດວານນີ້ ຣັຖບານທະຫານມຽນມ້າ ກ່າວວ່າການ ຕໍ່ສູ້ກັນ ໄດ້ເຮັດໃຫ້ທະຫານຝ່າຍຣັຖບານເສັຍຊີວິດໄປ 26 ຄົນແລະພວກກະບົດຕາຍໄປ 8 ຄົນ ແລະວ່າອຳນາດປົກຄອງທ້ອງຖິ່ນທ່ີນິຍົມມຽນມ້າ ໄດ້ເຂົ້າຄວບຄຸມຂົງເຂດນັ້ນໄວ້ແລ້ວ. ອົງການອົບພະຍົບສະຫະ ປະຊາຊາດກ່າວວ່າ ປະຊາຊົນປະມານ3ໝື່ນຄົນພາກັນຂ້າມຊາຍແດນເຂົ້າໄປອາໄສຢູ່ໃນປະ ເທດຈີນ ເພື່ອຫລົບໜີຈາກການຕໍ່ສູ້ກັນນັ້ນ.
ປາກີສຖານ:ບັນດາເຈົ້າໜ້າທ່ີປາກີສຖານກຳລັງທຳການສືບສວນເຫດລະເບີດຢູ່ ດ່ານຂ້າມຊາຍແດນແຫ່ງນຶ່ງກັບອັຟການີສຖານ ທ່ີໄດ້ເຮັດໃຫ້ໄຟໄໝ້ລົດບັນ ທຸກຢ່າງນ້ອຍ 16 ຄັນ ທ່ີຂົນສົ່ງນ້ຳມັນເຊື້ອໄຟແລະສະບຽງຕ່າງໆໄປໃຫ້ພວກທະຫານ NATOນັ້ນ. ຕຳຫລວດສົງໄສວ່າ ລະເບີກລູກນຶ່ງທ່ີຫ້າງໄວ້ຢູ່ກ້ອງລົດບັນທຸກນ້ຳມັນ ຄັນນຶ່ງ ໄດ້ລະເບີດຂຶ້ນໃນຕອນແລງວັນອາທິດວ່ານນີ້ທ່ີດ່ານຂ້າບຊາຍແດນ Chaman ໃນແຂວງ Baluchistan. ໄຟທີ່ລຸກໄໝ້ລົດບັນທຸກນຳມັນຄັນນັ້ນ ໄດ້ລາມໄປໄໝ້ລົດບັນທຸກຄັນອື່ນໆອີກ.
ແຫລ່ງຂ່າວເວົ້າວ່າ ຢ່າງນ້ອຍມີຄົນນຶ່ງໄດ້ຮັບບາດເຈັບຈາກເຫດລະເບີດດັ່ງກ່າວ. ພວກທ່ີເຫັນເຫດການ ລາຍງານວ່າໄດ້ຍິນສຽງປືນດັ່ງຂຶ້ນກ່ອນລະເບີດແຕກ ແລະຕຳຫລວດກ່າວວ່າ ພວກພນັກງານກູ້ໄພສຸກເສີນ ໄດ້ທຳການຕໍ່ສູ້ມອດໄຟຈົນຮອດຕອນເດິກວັນອາທິດວານນີ້. ລົດບັນທຸກ ນັບເປັນຮ້ອຍໆຄັນ ຊຶ່ງສ່ວນຫລາຍແມ່ນບັນທຸກເຄື່ອງຂອງ ໄປໃຫ້ພວກທະຫານ NATO ໄດ້ຕົກຄ້າງຢູ່ໃນເຊດຊາຍແດນຂອງປາກີສຖານ. ດ່ານ Chaman ໄດ້ຖືກອັດມາ 2 ມື້ແລ້ວ ຍ້ອນມີບັນຫາຂັດແຍ່ງກັນ ລະຫວ່າງພວກເຈົ້າໜ້າທ່ີພາສີປາກີສຖານແລະອັຟການີສຖານ ກ່ຽວກັບການກວດກາສິນຄ້າຂ້າມແດນນັ້ນ.