ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຍັງເປັນຫ່ວງນຳ ພວກນັກໂທດອື່ນໆຂອງມຽນມາ


<!-- IMAGE -->

ເຈົ້າໜ້າທີ່ມຽນມາໄດ້ປ່ອຍຕົວ ນາຍ ຈອນ ແຢັຕຕໍ ທີ່ຖືກຕັດສິນວ່າມີ​ຄວາມຜິດ ແລະ ໄດ້ຖືກຕັດສິນລົງໂທດ ຫລັງຈາກຜູ້ກ່ຽວໄດ້ໄປຢ້ຽມຢາມ​ບ້ານພັກຂອງຜູ້ນຳ ປະຊາທິປ​ະ ໄຕຂອງມຽນມາ ທ່ານນາງອອງຊານ ຊູຈີ ໂດຍທີ່ບໍ່ໄດ້ຖືກເຊື້ອເຊີນ. ໃນຂໍ້ຫາອັນ ເນຶ່ອງມາເຫດການທີ່ເກີດຂື້ນດັ່ງກ່າວນັ້ນ ທ່ານນາງອອງຊານຊູຈີ ກໍໄດ້ ຖືກຕັດສິນ ລົງໂທດໃຫ້ຖືກ​ກັກ​ບໍລິ​ເວນຕື່ມອີກເປັນເວລາ 18 ເດືອນ ຊຶ່ງເປັນການສືບ​ຕໍ່ໂທດ​ຖືກກັກຂັງຂອງ​ທ່ານ​ນາງທີ່​ມີ​ມາ ຕລອດ​ເວລາ​ສ່ວນ​ໃຫຍ່​ຂອງ​ໄລ ຍະ 19 ປີຜ່ານ​ມາ.

​ເຖິງ​ແມ່ນສະຫະລັດມີຄວາມຍິນດີນຳການປ່ອຍຕົວນາຍ​ແຢັຕຕໍນັ້ນກໍຕາມ ແຕ່ສະຫະລັດ ກໍຍັງຄົງມີຄວາມເປັນ ຫ່ວງຫລາຍ​ຢູ່ ນຳການທີ່ລັດຖະບານທະຫານມຽນມາຍັງສືບຕໍ່ ກັກຂັງທ່ານນາງອອງຊານຊູຈີ ແລະພວກນັກໂທດ ການເມືອງຄົນອື່ນໆອີກຈຳນວນ ຫລາຍກວ່າ 2,100 ຄົນ ຊຶ່ງມີໂຮມທັງນາຍ ມິນກໍນີ, ນາຍໂກໂກ ກີ ແລະ ນາຍ ຊູຊູ ນ-ເວ ທີ່​ໄດ້ຖືກປະຕິເສດອິສະລະພາບຂອງພວກເຂົາເຈົ້າ ເນຶ່ອງຈາກວ່າພວກເຂົາ ເຈົ້າໄດ້ສະ​ແຫວ​ງຫາລັດ ຖະບານທີ່​ເຄົາລົບຄວາມປະສົງສິດທິ ແລະຄວາມ​ໄຝ່ຝັນ ປາຖະນາຂອງປະຊາຊົນມຽນມາໝົດທຸກຄົນ.

ໃນຂະນະທີ່ເດີນທາງຢ້ຽມຢາມປະເທດມຽນມາໃນຕົ້ນເດືອນພືດສະພາຜ່ານມານັ້ນ ນາຍ​ແຢັຕຕໍ ໄດ້ລອຍນ້ຳຂ້າມບຶງ​ໄປ​ຍັງ​ເຮືອນຂອງທ່ານ ນາງອອງຊານຊູຈີ. ນາຍ​ແຢັຕຕໍ​ເວົ້າວ່າ ລາວ​ເຮັດ​ແນວ​ນັ້ນ ກໍຍ້ອນວ່າ ລາວ​ໄດ້ເຫັນພາບ ພວກກໍ່ການຮ້າຍທີ່ປອງ ຈະສັງຫານທ່ານນາງ.ໃນການກໍ່ເຫດການທີ່ຝ່າຝືນເງຶ່ອນໄຂການກັກບໍລິເວນ ຂອງທ່ານນາງ ອອງ ຊານຊູຈີຄັ້ງນີ້ ສານໄດ້ຕັດສິນຈຳຄຸກນາຍ​ແຢັຕຕໍ 7 ປີ ໂຮມທັງ ໃຊ້ແຮງງານໜັກ ອີກເປັນເວລາ 4 ປີ.ສຳລັບທ່ານນາງອອງ ຊານ​ຊູ​ຈີນັ້ນ ສານໄດ້ຕໍ່​ເວລາໃນ​ການກັກຂັງ​ທ່ານ​ນາງທີ່ໄດ້ຍືດເຍື້ອມາຕລອດ​ເວລາ​ສ່ວນໃຫຍ່​ຂອງ​ໄລຍະ 19 ປີຜ່ານ​ມານັ້ນອອກ​ໄປອີກ ໃນ​ຂໍ້​ຫາຮັບ​ເອົາ​ນາຍແຢັຕຕໍເຂົ້າມາ​ພັກ​ໃນ​ເຮືອນ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າທ່ານມີຄວາມດີໃຈຫລາຍທີ່ ລັດຖະບານ ທະຫານມຽນມາໄດ້ຕັດສິນໃຈ ປ່ອຍຕົວນາຍແຢັຕຕໍ ​ໃຫ້​ເປັນອິສະລະ.​ໂດຍ​ພື້ນຖານ​ແລ້ວມຽນມາໄດ້ເປັນປະເທດທີ່ປົກຄອງໂດຍລະບອບຜະ ເດັດການທະຫານມາຕລອດ​ສ່ວນ​ໃຫຍ່​ຂອງ​ເວລາ 47 ປີ ຜ່ານມາ ແລະສະຫະລັດກໍກຳລັງສິ້ງຊອມເບິ່ງຮ່ອງ ຮອຍຕ່າງໆ ທີ່ສະ​ແດງ​ວ່າມຽນມາກຳລັງທຳການປ່ຽນແປງນະໂຍບາຍຂອງຕົນຢູ່. ​ແຕ່ການປ່ອຍຕົວນາຍ​ແຢັຕຕໍນັ້ນ ​ເຖິງແມ່ນເປັນເຈດຕະນາທີ່ດີກໍ​ຕາມ ​ແຕ່​ກໍບໍ່ ແມ່ນສິ່ງຊີ້ບອກວ່າການ​ປ່ຽນ​ແປງນັ້ນກຳລັງເກີດຂື້ນ.

ໃນເວລານີ້ ພວກນັກເຄຶ່ອນໄຫວດ້ານການເມືອງຈຳນວນຫລາຍພັນຄົນ ຍັງຖືກ ຈຳຄຸກຢູ່.ການປ່ອຍຕົວພວກເຂົາເຈົ້າເຫລົ່ານັ້ນຈະ​ມີ​ຄວາມໝາຍ​ທີ່ສຳຄັນຫລາຍ. ນອກ​ນີ້​ແລ້ວ ພວກຜູ້ນຳລັດຖະບານທະຫານ ມຽນມາ ກໍຄວນຈະ​ເອົາ​ບົດບາດ​ເຂົ້າພົວພັນໃນການໂອ້ລົມສົນທະນາທີ່ມີຄວາມໝາຍ ກັບພວກຝ່າຍຄ້ານທາງ ການເມືອງຂອງຕົນນັ້ນ ແລະ​ເຄື່ອນ​ໄຫວ​ກ້າວໄປສູ່​ການ​ຫັນປ່ຽນຢ່າງສັນຕິ ໄປສູ່ ລະບອບປະຊາທິປະໄຕທີ່ແທ້ຈິງແລະການ​ສ້າງຄວາມຖືກຕ້ອງປອງດອງຊາດຄືນໃໝ່.

XS
SM
MD
LG