ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໄນຈີເຣຍເປັນປະເທດອຸດົມຮັ່ງມີ ແຕ່ປະຊາຊົນຍັງທຸກຈົນ


<!-- IMAGE -->

ອາຟຣິກາເປັນທະວີບທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ​ແຕ່​ເຖິງ​ປານ​ນັ້ນ ປະຊາກອນ​ສ່ວນ​ໃຫຍ່​ກໍ​ຍັງ​ດຳລົງ​ຊີວິດຢູ່​ໃນ​ຄວາມທຸກ​ຈົນ. ປະເທດໄນຈີເຣຍ ກໍ​ຄື​ກັນ.ໄນຈີເຣຍສາມາດ ຜລິດນ້ຳມັນ ໄດ້ສອງລ້ານຖັງຕໍ່ມື້ ແລະມີ​ບໍ່ແກສທຳມະຊາດສຳຮອງ ທີ່ໃຫຍ່ອັນດັບເຈັດຂອງໂລກ.ແຕ່ວ່າອີງຕາມຂໍ້ມູນຂອງອົງການສະຫະປະຊາ ຊາດ ອັດຕາຄວາມທຸກຈົນໃນປະເທດໄນຈີເຣຍໄດ້ຖີບຕົວ ສູງຂື້ນ ຈາກສີ່ສິບຫົກເປີເຊັນ ເປັນເຈັດສິບຫົກເປີເຊັນ ໃນລະຍະ 13 ປີຜ່ານມາ.ໃນການໄປຢ້ຽມຢາມທະວີບ ອາຟຣິກາຂອງທ່ານນາງເມື່ອໝໍ່ໆມານີ້ ທ່ານ​ນາງລັດຖະມົນ ຕີຕ່າງປະເທດ ສະຫະລັດຮິລແລຣີ ຄລິນ ຕັນ ໄດ້ກ່າວ​ໃຫ້​ຂໍ້ສັງເກດວ່າ ຕົ້ນຕໍ່ທີ່ແທ້ຈິງທີ່ພາໃຫ້ເກີດ ຊ່ອງວ່າງລະວ່າງ ຄວາມຮັ່ງມີແລະຄວາມທຸກຈົນຂອງ​ໄນ​ຈີ​ເຣຍນັ້ນ ​ແມ່ນ​ການຂາດ ການປົກຄອງທີ່ດີຂອງລັດຖະບານ ໃນລະດັບທ້ອງ ຖິ່ນລະດັບລັດ​ໄປ​ຈົນຮອດ​ລະດັບ ລັດຖະບານກາງ

ອີງຕາມທະນາຄານໂລກ ກໍແມ່ນວ່າ ໄນຈີເຣຍສູນເສຍລາຍໄດ້ເຂົ້າປະ ເທດໄປ ຫລາຍກວ່າສາມຮ້ອຍພັນລ້ານໂດລາໃນລະຍະສາມສິບປີຜ່ານມາ ຍ້ອນການ ສໍ້ລາດບັງຫລວງ ແລະການບໍລິຫານປະເທດບໍ່ຖືກຕ້ອງ ຊຶ່ງ ໝາຍຄວາມວ່າບໍ່ມີ ການສ້າງສາພັທະ​ນາ​ປະ​ເທດ​ເລີຍ ບໍ່​ວ່າຈະ​ເປັນຖະນົນຫົນທາງ ໂຮງຮຽນແລະໂຮງໝໍ. ການ ຂາດຄວາມໂປ່ງໃສແລະ ຄວາມຮັບຜິດຊອບ ​ໄດ້ບັ່ນທອນສະຖານະ​ພາບ​ອັນຖືກຕ້ອງ​ຊອບ​ທຳ ຂອງຣັຖບານ ໄນຈີເຣຍ ແລະມີ​ສ່ວນ​ພາ​ໃຫ້ກຸ່ມຕ່າງໆກໍ່​ໂຕ​ຂື້ນ​ມາ ທີ່ຮັບເອົາ​ແນວທາງ​ຂອງ​ຄວາມຮຸນ​ແຮງ ແລະບໍ່ຮັບຮູ້ອຳນາດ ການປົກຄອງຂອງລັດ ຊຶ່ງທ່ານນາງຮິລແລຣີ ກ່າວວ່າ “ພາກສ່ວນ​ນື່ງຂອງຄຳຕອບ ກໍແມ່ນການແກ້ໄຂລະບົບ ການເລືອກຕັ້ງທີ່ຂາດ​ຕົກ​ບົກ​ຜ່ອງ​ຂອງ​ໄນ​ຈີ​ເຣຍ ໂດຍແຕ່ງຕັ້ງໃຫ້ມີສະພາ​ຄຸ້ມ​ຄອງ​ການເລືອກຕັ້ງທີ່​ເປັນ​ເອກ​ກະ ລາດ​ຢ່າງ​ແທ້​ຈິງຂື້ນມາ

ເພື່ອທີ່ຈະສ້າງ​ໃຫ້​ມີສະພາບແວດລ້ອມທີ່ສັນຕິແລະໝັ້ນຄົງ ທີ່ສົ່ງ​ເສີມການພັທະນານັ້ນ ຈະ​ຕ້ອງ​ເຮັດ​ໃຫ້ປະຊາຊົນ ມີຄວາມໝັ້ນໃຈວ່າຄະແນນສຽງເລືອກຕັ້ງຂອງພວກເຂົາ ເຈົ້າມີ​ຄວາມ​ສຳຄັນ ແລະໝັ້ນ​ໃຈວ່າ ລັດຖະບານມີ ຄວາມເປັນຫ່ວງເປັນໃຍພວກ ເຂົາເຈົ້າ ແລະປະຊາທິປ​ະໄຕສາມາດສະ​ນອງການບໍລິການຂັ້ນພື້ນຖານຕ່າງໆໃຫ້ແກ່ ປະຊາຊົນ​ໄດ້.ທ່ານນາງລັດຖະມົນຕີຕ່າງປະເທດ ຄລິນຕັນ ກ່າວຕໍ່ໄປວ່າ “ປະຊາ​ຊົນຈຳ​ເປັນຕ້ອງຮູ້ວ່າພວກເຈົ້າ ໜ້າທີ່ລັດຖະບານແມ່ນຈະຕ້ອງ ຖືກ​ໄລ່​ອອກ ຫລື ສັບປ່ຽນ ຖ້າຫາກພວກເຂົາເຈົ້າຝ່າຝືນກົດໝາຍ ຫລື​ບໍ່​ສາມາດທີ່ ຈະຕອບສະນອງ ປະຊາຊົນໄດ້ ​ຕາມຄຳ​ໝັ້ນສັນຍາທີ່​ໄດ້ໃຫ້ໄວ້. ນອກນັ້ນ​ແລ້ວ ປະຊາຊົນຈຳ​ເປັນ​ຕ້ອງຮູ້ອີກວ່າ ຊັບພະຍາກອນທຳ​ມະຊາດຕ່າງໆຂອງໄນຈີເຣຍ ໂດຍສະເພາະ​ນ້ຳມັນແ ແລະແກສທຳມະຊາດຂອງໄນຈີເຣຍນັ້ນ ແມ່ນຈະຖືກນຳມາໃຊ້​ໃນໂຄງການ ພັທະນາສັງຄົມຕ່າງໆ ທີ່ສ້າງຜົນປະໂຍດໃຫ້ແກ່ຊາວໄນຈີເຣຍ ໝົດທຸກຄົນ.

ພ້ອມດຽວກັນນີ້ ໄນຈີເຣຍ ຍັງຕ້ອງການກຸ່ມສີ້ງຊອມຕ່າງໆອີກ ເພື່ອ​ໃຫ້​ທຳ​ການຊຸກຍູ້​ແລະ​ກົດ​ດັນໃຫ້ມີຄວາມ ໂປ່ງໃສຂອງລັດຖະບານ ແລະຕ້ອງການນັກຂ່າວທີ່ເປັນ ຕົວສ່ອງແສງ ຫລືເຈາະຈີ້ມ ​ແລະເເຜ່​ແບການຝ່າຝືນ ຄວາມໄວ້ວາງໃຈຂອງມະຫາຊົນ ​ໂດຍ​ພວກ​ເຈົ້າໜ້າ​ທີ່​ ຫລື​ ພວກທີ່ຢາກຄູນຮັ່ງຄູນມີຕົນ​ເອງ ​ບົນ​ຄວາມ​ເສຍ​ຫາຍ​ຂອງປະຊາຊົນ ໄນຈີເຣຍ.ຄະນະຕຸລາການທີ່​ເປັນອິສລະ ກໍຈຳເປັນຕ້ອງ​ມີຄື​ກັນ ​ເພື່ອລົງໂທດຜູ້ກະທຳຜິດ ທັງຫລາຍ ແລະປ້ອງກັນການກະທຳຜິດໃນອະນາຄົດ.

ສະຫະລັດເຊື່ອວ່າ ມີຫລາຍສິ່ງຫລາຍຢ່າງທີ່ຕົນສາມາດເຮັດໄດ້ ໃນການຮ່ວມ ງານກັນກັບໄນຈີເຣຍນັ້ນ ໂດຍ ເລີ່ມຕົ້ນຈາກການຈັດຕັ້ງຄະນະກຳມາ​ທິການສອງ ປະເທດຂື້ນ​ມາເພື່ອ​ສຶກສາ​ເບິ່ງ​ວ່າສະຫະຣັດ ຈະສາມາດ ໃຫ້ການຊ່ວຍເຫລືອດ້ານ ວິຊາການ ​ແນວ​ໃດ​ໄດ້​ແດ່ ​ເພື່ອ​ຊ່ວຍ​ໃນຂັ້ນຕອນການເລືອກຕັ້ງຂອງ​ໄນ​ຈີ​ເຣຍນັ້ນ. ທ່ານນາງຄລິນຕັນ ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ກ່າວໃນທີ່ສຸດວ່າ “ຄວາມສາມາດ​ໃນ​ການ ຈັດຕັ້ງປະຕິບັດການປົກຄອງທີ່ດີນັ້ນແມ່ນມີຢູ່ໃນອາຟຣິກາ ແລະ ມີຢູ່ໃນປະເທດໄນຈີເຣຍ.”

XS
SM
MD
LG