ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຢັ່ງສຽງຜູ້ປ່ອນບັດ ສະແດງວ່າ ພັກຝ່າຍຄ້ານຂອງຍິ່ປຸ່ນ ໄດ້ຊະນະການເລືອກຕັ້ງ ຢ່າງຖ້ວມລົ້ນ


ການ​ເລືອກ​ຕັ້ງ​ໃນ​ຍີ່ປຸ່ນ: ຜົນ​ການ​ຢັ່ງ​ຫາງ​ສຽງ​ພວກ​ປ່ອນ​ບັດໂດຍ​ສື່​ມວນ​ຊົນຍີ່​ປຸ່ນ ຫລັງ​ຈາກ​ການປ່ອນ​ບັດໄດ້​ອັດ​ລົງ ສະ​ແດງ​ໃຫ້​ເຫັນ​ວ່າ​ພັກ​ຝ່າຍ​ຄ້ານ ຄື​ພັກ​ປະຊາທິປັດ​ແຫ່ງ​ຍີ່ປຸ່ນ ຫລື​ພັກ DPJ ​ໄດ້​ຮັບໄຊຊະນະ ຢ່າງ​ຖ້ວມ​ລົ້ນໃນ​ການ​ເລືອກ​ຕັ້ງສພາ​ແຫ່ງ​ຊາດ​ໃນ​ມື້​ນີ້ ຊື່​ງຖ້າ ຫາກວ່າ​ຜົນ​ການ​ເລືອກ​ຕັ້ງຂອງ​ທາງ​ການ ປາກົດອອກ​ມາ​ໃນ​ຮູບ​ດຽວ​ກັນ​ກັບ​ການ​ຢັ່ງ​ສຽງ​ພວກ​ທີ່​ອອກ​ມາ​ຈາກບ່ອນປ່ອນ​ບັດ ກໍ​ແມ່ນ​ສະ​ແດງ​ວ່າ ການ​ປົກຄອງ​ປະ​ເທດ​ຂອງ​ພັກ​ເສຣີປະຊາທິປັດ ຫລືພັກ LDP ທີ່ມີ​ມາ​ຢ່າງ​ເກືອບວ່າ​ຕໍ່​ເນື່ອງ ກັນ ​ເປັນ​ເວລາ​ດົນ​ກ່ວາ 50 ​ປີ​ນັ້ນ ຈະ​ຕ້ອງສີ້​ນສຸດ​ລົງ​. ພວກ​ສະຖານີ​ໂທລະພາບ​ຕ່າງໆ ທຳ​ນາຍ​ວ່າ ພັກ DPJ ຈະ​ໄດ້​ບ່ອນ​ນັ່ງ​ໃນ​ລະ​ວ່າງ 300 ຫາ 321 ບ່ອນຢູ່​ໃນ​ສະພາ​ຕ່ຳ​ ທີ່​ມີ 480 ບ່ອນນັ້ນ. ປັດຈຸບັນ​ນີ້ ພັກ​ດັ່ງກ່າວ​ມີ​ບ່ອນ​ນັ່ງ​ຢູ່ 112 ບ່ອນ​ໃນ​ສະພາ​ຕ່ຳ. ຜົນ​ການ​ຢັ່ງ​ຫາງສຽງ​ປະຊາຊົນໄດ້​ຊີ້​ບອກ​ວ່າ ຄວາມ​ເປັນ​ຫ່ວງ​ກ່ຽວ ກັບ ສະພາບ​ການ​ເສດຖະກິດທີ່​ຊຸດ​ໂຊມ​ລົງ​ນັບ​ມື້ຂອງ​ປະ​ເທດ ​ແລະ​ບັນຫາ​ການແກ່​ຊະລາ​ໄວ​ຂອງ​ພົນລະ​ເມືອງ ​ໄດ້​ສົ່ງ​ຜົນ​ໃຫ້​ຜູ້​ປ່ອນ​ບັດ​ຫລາຍ​ຄົນ ຫັນເຫ​ອອກ​ຈາກ​ພັກ​ຂອງ​ລັດຖະບານ ທີ່​ນຳໂດຍ ນາຍົກລັດ​ຖະມົນຕີ TARO ASO ນັ້ນ. ພັກ​ປະຊາທິປັດ​ແຫ່ງ​ຍີ່​ປຸ່ນ ຫລື​ພັກ DPJ ​ແມ່ນຄວບ​ຄຸມ​ສະພາ​ສູງໄວ້​ໄດ້ແລ້ວ ​ໂດຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຈາກ​ພັກ​ນ້ອຍໆຫລາຍ​ພັກ ​ແລະ​ການ​ໄດ້​ຮັບ​ໄຊຊະ ນະ​ຢູ່​ໃນ​ສະພາ​ຕ່ຳ ກໍ​ຈະ​ສົ່ງຜົນ​ໃຫ້​ຜູ້ນຳ​ພັກ DPJ ທ່ານ YUKIO HATOYAMA ​ໄດ້​ເປັນນາຍົກລັດຖະ ມົນຕີ​ຄົນ​ຕໍ່​ໄປຂອງ​ຍີ່​ປຸ່ນ.

ການ​ເມືອງ​ໃນ​ອິຣ່ານ: ປະທານາທິບໍດີອີຣ່ານ ທ່ານ MAHMOUD AMADINEJAD ໄດ້ສະເນີລາຍ​ຊື່ ຄະນະລັດຖະບານຊຸດໃໝ່ຂອງທ່ານຕໍ່ສະພາ​ແລ້ວ ເພື່ອ​ໃຫ້ພິຈາລະ ນາຮັບຮອງ​ເອົາ. ສະພາຂອງອີຣ່ານ ເປີດປະຊຸມ ເປັນເວລາສາມວັນ​ໃນ​ມື້​ນີ້ ເພື່ອພິຈາລະນາ ຄະນະລັດຖະມົນຕີທີ່ຖືກສະ​ເນີ​ຊື່ ຈຳນວນ 21 ຄົນ ກ່ອນຈະ​ລົງມະຕິໄວ້ວາງໃຈ. ພວກຜູ້​ແທນສະພາທີ່ສັງກັດ ພັກນິຍົມ​ແນວທາງ​ເດີມ ຂອງທ່ານ AHMADINEJAD ​ເອງ ໄດ້ ຄັດຄ້ານຢ່າງແຂງຂັນຕໍ່ຫລາຍຄົນ ທີ່ຖືກສະ​ເນີ​ຊື່ໃຫ້ເຂົ້າຮັບຕຳ ແໜ່ງລັດຖະມົນຕີນັ້ນ ຊຶ່ງມີແມ່ຍິງ​ໂຮມ​ຢູ່​ນຳສາມຄົນ. ສະມາຊິກ ສະພາບາງຄົນເວົ້າວ່າ ຜູ້ທີ່ຖືກຄັດເລືອກບາງຄົນ ບໍ່ມີປະສົບປະ ການຫຍັງເລີຍ. ທ່ານ AHMADINEJAD ໄດ້ຮັບ​ໄຊຊະນະ​ໃນການເລືອກ ຕັ້ງປະທານາທິບໍດີອີກຄັ້ງນື່ງ ເມື່ອເດືອນມິຖຸນາ ຜ່ານມາ ຊຶ່ງພວກຄັດຄ້ານລັດຖະບານກ່າວວ່າ ມີການໂກງ ການເລືອກຕັ້ງ. ປະຊາຊົນ ອີຣ່ານຫລາຍພັນຄົນ ຖືກຈັບກຸມ ຍ້ອນພາກັນປະທ້ວງ ຜົນການເລືອກຕັ້ງ. ທ່ານ AHMADINEJAD ໄດ້ຮຽກຮ້ອງ ໃຫ້ດຳເນີນຄະດີພວກທີ່ເປັນໂຕຕັ້ງ​ໂຕ​ຕີໃນການປະທ້ວງ ທີ່ດຳ​ເນີນ​ໄປເປັນ ເວລາຫລາຍອາທິດ ລຸນຫລັງ​ການ​ເລືອກ​ຕັ້ງນັ້ນ.

ປາ​ກິ​ສຖານ: ​ເຈົ້າໜ້າ​ທີ່​ປາກິ​ສຖານ​ກ່າວ​ວ່າ ມີ​ຕຳຫລວດ​ເກນ​ຢ່າງ​ນ້ອຍ 14 ຄົນເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະລະ​ຊີບ​ ຢູ່ໃນ​ເຂດ​ຮ່ອມ​ພູ SWAT ​ ໃນ​ວັນ​ອາທິດມື້​ນີ້ ຊື່​ນັບ​ວ່າເປັນຄັ້ງຮ້າຍ​ແຮງ​ທີ່​ສຸ​ດ ນັບ​ແຕ່ທາງ​ກອງທັບ​ໄດ້​ຍາດ​ເອົາ​ການຄວບ​ຄຸມ​ເຂດ​ດັ່ງກ່າວ​ ມາ​ໄດ້​ຈາກພວກ​ກະ​ບົດ​ຕາ​ລີ​ບານ. ການ​ໂຈມຕີ​ ມີ​ຂື້ນ​ໃນ​ເມືອງ MINGORA ​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງຮ່ອມ​ພູ ​ໃນ​ຂະນະ​ທີ່​ພວກນັກຮຽນ​ຕຳຫລວດເຫລົ່ານັ້ນ ກຳລັງ​ທຳ​ການ​ເຝິກ​ແອບ​ຢູ່ ໄກ້ໆ​ກັບ​ປົດ​ຕຳຫລວດ​ແຫ່ງ​ນື່ງ. ການ​ໂຈມ​ຕີໃນມື້​ນີ້ ​ແມ່ນ​ຕິດຕາມ​ມາ​ຫລັງ​ຈາກ​ທີ່​ກອງທັບ​ປາ​ກິ​ສຖານ ​ໄດ້​ອອກ​ມາ​ປະກາດ​ໃນ​ມື້ວານ​ນີ້​ວ່າ ຕົນ​ໄດ້​ທຳລາຍ​ຄ້າຍ​ເຝິກ​ແອບ​ແຫ່ງ​ນື່ງ ຂອງ​ພວກ​ວາງ​ລະ​ເບີດ​ສະລະ​ຊີບ ​ໃນ​ເຂດ​ຮ່ອມ​ພູ SWAT.​ ຖະ​ແຫລ​ງການ​ຂອງກອງ ທັບເວົ້າວ່າ ລາຍ​ງານ​ຈາກ​ແຫ​ລ່ງສືບ​ລັບແລະຈາກ​ປະຊາຊົນ​ທ້ອງ​ຖິ່ນ ​ໄດ້​ນຳພາ​ພວກ​ທະຫານ​ໄປ​ຍັງບ່ອນ​ເຝິກ​ແອບ​ຂອງ​ພວກ​ກະບົດ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ນັ້ນ. ພວກ​ກະບົດຫົກ​ຄົນ​ ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຂອງ​ຝ່າຍ​ກອງທັບ ​ແລະ​ອີກ​ຫລາຍ​ຄົນໄດ້​ຮັບ​ບາດ​ເຈັບ.

ສະຫະລັດ - ປາ​ກິ​ສຖານ: ໜັງສືພິມ​ໃຫຍ່​ສະບັບ​ນື່ງຂອງ​ສະຫະລັດລາຍ​ງານ​ຂ່າວວ່າ ວໍ​ຊິງ​ຕັນ​ໄດ້​ກ່າວ​ຫາ​ປາ​ກິ​ສຖານ​ວ່າ ທຳ​ການ​ດັດ​ແກ້ລູກ​ສອນ​ໄຟທີ່​ຜະຫລິດ​ໂດຍ​ສະຫະລັດ ສຳລັບ​ໃຊ້​ໃນ​ທະ​ເລນັ້ນ ​ໃນ​ແບບ​ທີ່​ຜິດ​ກົດໝາຍ ເພື່ອ​ເຮັດ​ໃຫ້ສາມາດ​ຍິງ​ໄປໂຈມ​ຕີ​ເປົ້າໝາຍ​ທາງພື້ນ​ດິນ​ໄດ້ ຊື່​ງອາດ​ສາມາດ​ເປັນ​ໄພ​ຂົ່ມຂູ່ຕໍ່​ອິນເດຍໄດ້ນັ້ນ. ລາຍ​ງານ​ຂອງໜັງສືພິມ NEW YORK TIMES ​ເວົ້າວ່າການ​ກ່າວ​ຫາ​ທີ່​ວ່າ​ນີ້ ໄດ້​ມີ​ຂື້ນ​ຢູ່​ໃນ​ສານ​ປະ​ທ້ວງ​ທາງ​ການ​ທູດ ທີ່​ບໍ່​ໄດ້​ເປີດ​ເຜີຍໃຫ້​ຮູ້ ທີ່​ທາງ​ສະຫະລັດ​ໄດ້​ຢື່ນຕໍ່ນາຍົກລັດຖະມົນ ຕີ YUSUF RAZA GILANI ​ແລະ​ເຈົ້າໜ້າ​ທີ່ຂັ້ນສູງ​ຄົນ​ອື່ນໆ​ອີກ​ຂອງປາ​ກິ​ສຖານ ​ໃນ​ທ້າຍ​ເດືອນ​ມີ​ຖຸນາ​ຜ່ານ​ມາ. ລາຍ​ງານເວົ້າວ່າພວກ​ ເຈົ້າໜ້າ​ທີ່​ສະຫະລັດສົງ​ໃສ​ວ່າ ປາ​ກິ​ສຖານ​ໄດ້​ທຳ​ການ​ດັດ​ແກ້​ລູກ​ສອນ​ໄຟ​ເຫລົ່ານັ້ນ ​ໃນລັກສະນະ​ທີ່​ເປັນ​ການລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ອອກ​ອາວຸດ​ທີ່ຖືກ​ຄວບ​ຄຸມ. ກ່ຽວ​ກັບ​ຂ່າວ​ນີ້ ສຳນັກງານ​ຂ່າວສານ​ຂອງ​ປະ​ເທດ​ຝຣັ່ງລາຍ​ງານ​ວ່າ ​ເຈົ້າໜ້າ​ທີ່​ຝ່າຍຄວາມ​ໝັນ​ຄົງ​ຂອງ​ປາ​ກິສ​ຖານ​ທ່ານ​ນື່ງກ່າວ​ວ່າ ການ ກ່າວ​ຂອງໜັງສືພິມ​ນິວຢ​ອກ​ທາຍມ໌ ​ແມ່ນ​ພາກສ່ວນ​ນື່ງຂອງ​ການ​ປຸກ​ລະ​ດົມ ​ເພື່ອ ເຮັດ​ໃຫ້ປາ​ກິ​ສຖານ​ແລະ​ກອງທັບ​ເສຍ​ຊື່​ສຽງ​. ການ​ຂັດ​ແຍ້​ງກັນ​ເລື່ອງ​ລູກ​ສອນ​ໄຟ​ນີ້​ໂຜ່​ໂຕ​ຂື້ນ​ມາ ​ໃນ​ຂະ​ນະ​ທີ່​ລັດຖະບານ​ທ່ານ​ໂອ​ບາ​ມາ ກຳລັງ​ພະຍາຍາມ​ໃຫ້​ລັດຖະສະພາ​ອະນຸມັດ​ການ​ຊ່ວຍ​ເຫລືອ ມູນ​ຄ່າ 7500 ລ້ານ​ດອລລ່າ ​ໃຫ້​ແກ່​ປາກິ​ສຖານ ສຳລັບ​ໄລຍະ​ຫ້າ​ປີ​ຂ້າງ​ໜ້າ.

ອັຟກາ​ນິສຖານ: ປາກົດ​ວ່າ ປະທານາທິບໍດີອັຟການີສຖານ ທ່ານ HAMID KARZAI ໄດ້ມີຄະແນນ ນຳ​ໜ້າຄູ່ແຂ່ງທີ່ໄກ້ຊິດທີ່​ສຸດຂອງທ່ານ ຄືອະດີດລັດຖະມົນຕີ ວ່າການ ຕ່າງປະເທດ ABDULLAH ABDULLAH ນັ້ນ ຫລາຍ​ຂື້ນ ອິງຕາມຜົນການ ເລືອກຕັ້ງຄັ້ງລ່າສຸດ ເມື່ອວັນເສົາວານນີ້. ພວກເຈົ້າໜ້າທີ່ເລືອກຕັ້ງກ່າວວ່າ ຫລັງ ຈາກການນັບບັດເລືອກ ຕັ້ງ ຈາກນຶ່ງສ່ວນສາມຂອງບ່ອນປ່ອນ​ບັດທັງ​ໝົດ ​ໃນການເລືອກ ຕັ້ງຄັ້ງ ວັນທີ່ 20 ເດືອນ ສິງຫານີ້ ປາກົດ​ວ່າ ທ່ານ KAZAI ໄດ້ຮັບຄະແນນສຽງ 46 ເປີເຊັນ ໃນຂະນະທີ່ທ່ານ ABDULLAH ໄດ້ຮັບ 31 ເປີເຊັນ. ປະທານາທິບໍດີ ກາຊາຍ ຖືກຕຳໜິ ຕິຕຽນວ່າ ເກນເອົາການ​ສະໜັບ​ສະ​ໜູນ​ຈາກພວກ ຂຸນເສິກ ເພື່ອຊ່ວຍໃຫ້ ທ່ານໄດ້ຮັບ​ໄຊຊະນະໃນການເລືອກຕັ້ງ. ນາຍ ABDUL RASHID DOSTUM ທີ່ມີລາຍງານຂ່າວ ຢ່າງກວ້າງຂວາງ ວ່າເປັນຜູ້ມີສ່ວນຮັບຜິດຊອບ​ ໃນ​ການສັງຫານໝູ່ ພວກນັກໂທດ ຕາລິບານຈຳນວນປະມານ 2 ພັນຄົນນັ້ນ ກໍ​ໄດ້ໂຄສະນາຫາ ສຽງເລືອກຕັ້ງ ຊ່ວຍປະທານາທິບໍດີກາ​ຊາຍ​ ໃນອັຟການີສຖານ ​ໃນອາທິດ​ແລ້ວນີ້. ແຕ່ຢ່າງໃດກໍຕາມ ຜົນການເລືອກຕັ້ງຄັ້ງນີ້ ອາດບໍ່ຖືກຮັບຮູ້ ຫລືອາດຖືກ​ລົບລ້າງ​ໄດ້ ໂດຍຄະນະກຳມາທິການຮັບ​ຟັງ​ຄຳຮ້ອງທຸກກ່ຽວ​ກັບການເລືອກຕັ້ງ ທີ່ໄດ້ຮັບໜັງສືຮ້ອງທຸກ ຫລາຍກວ່າ 2 ພັນສະບັບ ໂຮມທັງ 450 ສະບັບ ທີ່​ຖື​ວ່າ​ໜັກ​ແໜ້ນພໍທີ່ຈະ​ເຮັດ​ໃຫ້ຜົນການເລືອກຕັ້ງປ່ຽນ​ໄປໄດ້.

ອອສ​ເຕຣ​ເລຍກັບ​ເລື່ອງ​ອາວຸດ​ຂອງ​ເກົາຫລີ​ເໜືອ: ເຈົ້າໜ້າທີ່ອອສເຕຣເລຍກຳລັງກວດກາເບິ່ງວ່າ ​ໄດ້​ມີ​ການ​ກະທຳຜິດກົດໝາຍຫລືບໍ່ ຫລັງ​ຈາກ​ທີ່ເຮືອເດີນທະເລຂອງ​ຕົນລຳນື່ງ ທີ່ມຸ້ງໜ້າໄປຍັງອີຣ່ານ ຖືກ​ຈັບ​ໄດ້ວ່າ ບັນທຸກອາວຸດຂອງເກົາຫລີເໜືອ. ທ່ານ ANTHONY ALBANESE ລັດຖະມົນຕີການ​ຂົນ​ສົ່ງ ທາງເຮືອ ຂອງອອສເຕຣເລຍ ໄດ້ໃຫ້ການຢືນຢັນ​ໃນວັນອາທິດມື້ນີ້ວ່າ ກຳ​ປັ່ນ ANL AUSTRALIA ໄດ້ ບັນທຸກອາວຸດ ຈາກ​ເກົາຫລີ​ເໜືອແທ້ ຊຶ່ງມີໂຮມທັງລະເບີດທີ່​ຂັບ​ດັນ​ໂດຍຈະ​ຫລວດ​ແລະ​ຍິງ​ຈາກ​ບ່າ​ໄຫລ.​ເຮືອລຳດັ່ງກ່າວຖືກ ຍຶດໄວ້ ເມື່ອຕົ້ນເດືອນນີ້ ໂດຍສະຫະລັດອາຫລັບ​ເອມິ​ເຣດສ໌ ພາຍໃຕ້ອຳນາດການລົງໂທດຂອງອົງການ ສະຫະປະຊາຊາດ ຕໍ່ເກົາຫລີເໜືອ ຊື່​ງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ກຳໜົດການ ລົງໂທດເຫລົ່ານັ້ນ ຍ້ອນໂຄງການອາວຸດນິວເຄລຍຂອງເກົາຫລີເໜືອ. ມາດຕາ​ການລົງໂທດ​ເຫລົ່ານີ້ ທີ່ໄດ້ຖືກ​ຮັບຮອງ​ເອົາເມື່ອເດືອນມິຖຸນາຜ່ານມາ ຮຽກຮ້ອງໃຫ້ນາໆ​ຊາດ​ທຳ​ການກວດກາ ກຳ​ປັ່ນ​ແລະ​ເຮືອບິນ​ຂົນ​ສົ່ງ ຂອງເກົາຫລີເໜືອ ທີ່​ຜ່ານ​ເຂດ​ນ້ຳ​ແລະ​ເຂດ​ນ່ານຟ້າ​ຂອງ​ຕົນ.

ຄວາມ​ວຸ້ນວາຍ​ໃນ​ມຽນມ້າ: ລາຍ​ງານ​ຂ່າວ​ຫລ້າ​ສຸດ​ແຈ້ງວ່າ ການ​ສູ້​ລົບ​ກັນ​ໃນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ມຽນມ້າ ຢູ່​ເລາະ​ຕາມ​ຊາຍ​ແດນ​ຈີນ​ນັ້ນ ​ໄດ້​ຢຸດຕິ​ລົງ​ແລ້ວ ລຸນຫລັງ​ມີ​ການ​ປະ​ທະ​ກັນ​ມາ​ເປັນ​ເວລາ​ຫລາຍ​ມື້ ລະ​ວ່າງກອງ​ທະຫານ​ຂອງ​ຝ່າຍ​ລັດຖະບານ ກັບ​ພວກ​ກະບົດ​ຊົນ​ເຜົ່າ. ມີ​ທະຫານ​ຢ່າງ​ນ້ອຍ 700 ຄົນຈາກ​ກຸ່ມ​ທະຫານ​ບ້ານ​ຂອງ​ຊົນ​ເຜົ່າ KOKAN ທີ່​ເອີ້ນວ່າ ກອງທັບ​ພັນທະ​ມິດ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ມຽນມ້າ ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງ​ປະ​ເທດ​ຈີນ ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ມອບ​ອາວຸດ​ຂອງ​ເຂົາ​ເຈົ້າ ​ໃຫ້​ເຈົ້າ ໜ້າ​ທີ່​ທ້ອງ​ຖິ່ນ ​ແລະ​ກອງທັບ​ຈີນ​ໄດ້ຢາຍ ເຄື່ອງນຸ່ງ ຊຸດ​ສົ້ງຂາຍາວ​ ຄຸມຮອດ​ບ່າ ສີຟ້າ​ ​ໃຫ້​ພວກ​ທະຫານເຫລົ່ານັ້ນນຸ່ງ ​ແທນ​ຊຸດ​ເຄື່ອງ​ແບບ​ຂອງ​ເຂົາ​ເຈົ້າ. ປະຊາຊົນ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ຫລັ່ງ​ໄຫລໜີໄປຈາກ​ເມືອງ​ຊາຍ​ແດນ NANSAN ​ໃນ​ແຂວງ​ຢຸນນານ​ຂອງ​ຈີນ​ໃນ​ເດືອນ​ນີ້ ​ເພື່ຫລົບໜີ​ການ​ສູ້ລົບ​ກັນ​ໃນ​ເຂດ KOKANG ຂອ​ງມຽນມ້າ ຫລັງ​ຈາກ​ທີ່​ລັດຖະ ບານ​ມຽນມ້າ ​ໄດ້​ສົ່ງ​ກອງທະຫານ​ໄປ​ຍັງ​ເຂດ​ນັ້ນ. ອົງການ​ຂ້າ​ຫລວງ​ໃຫຍ່​ຝ່າຍ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ປະຊາຊົນ​ຫລາຍ​ຮອດ​ສາມ​ໝື່ນ​ຄົນ ຫລົບໜີ​ໄພ​ໄປ​ຍັງ​ ປະ​ເທດ​ຈີນ.

ພິທີ​ສົ່ງສະການ​ທ່ານ​ເຄນ​ເນ​ດີ: ສົບ​ຂອງ​ມື້​ລາງທ່ານ EDWARD ຫລື TEDDY KENNEDY ທີ່ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວ​ສະດຸ​ດີ​ວ່າ ເປັນນັກນິຕິບັນຢັດ ຜູ້ຍິ່ງໃຫຍ່ ທີ່ສຸດ ໃນຍຸກຂອງ​ພວກ​ເຮົາ​ນັ້ນ ​ໄດ້ຖືກນຳໄປຝັງທີ່ສຸສານແຫ່ງຊາດ ອາລິງຕັນ ໄກ້ນະຄອນຫລວງວໍຊິງຕັນ​ແລ້ວ. ສົບຂອງ ທ່ານ ເອັດເວີດ ເຄນເນດີ້ ໄດ້ຖືກຝັງ ເມື່ອຕອນແລງວັນເສົາວານນີ້ ໄກ້ໆ ກັບຫລຸມຝັງ ສົບຂອງອ້າຍທັງສອງທີ່ ຖືກລອບສັງຫານ ຄືປະທາ ນາທິບໍດີ ຈອນ ເອັຟ ເຄນເນດີ້ ແລະສະມາຊິກສະພາສູງ ​ໂຣ​ເບີດ ເຄນເນ​ດີ້.

ຟັງສຽງ ຢູ່ທາງຂວາມື ຂ້າງເທິງ


XS
SM
MD
LG