ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພິທີສເລີມສລອງ ຊີວິດຂອງມື້ລາງສະມາຊິກສະພາສູງ ເອັດເວີຣ໌ດ ເຄນເນດີ້


ສະຫະຣັດ - ເຄນເນດີ້: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະ ກ່າວຄຳສະດຸດີ ໃນພິທີທາງສາສນາ ເພື່ອສົ່ງ ສະການ ໃຫ້ແກ່ມື້ລາງ ສະມາຊິກສະພາສູງ EDWARD KENNEDY ທີ່ນະຄອນບອສຕັນ ໃນຕອນເຊົ້າ ຂອງວັນເສົາມື້ນີ້. ເປັນທີ່ຄາດກັນ ວ່າ ຈະມີແຂກປະມານ 1 ພັນ 500 ຄົນ ໄປຮ່ວມພິທີ ຮວມທັງ ອະດີດປະທານາທິບໍດີ JIMMY CARTER, BILL CLINTON ແລະ GEORGE W. BUSH ທ່ານ KENNEDY ຊຶ່ງເປັນສັນຍາລັກ ຂອງພວກ LIBERAL ຫລື ພວກເສຣີນິຍົມ ທີ່ຮັບຕຳແໜ່ງ ເປັນສະມາຊິກ ສະພາສູງສະຫະຣັດ ເກືອບ 47 ປີນັ້ນ ຈະຖືກ ນຳໄປຝັງ ທີ່ສຸສານແຫ່ງຊາດອາຣ໌ລິງຕັນ ໃກ້ໆ ນະຄອນຫລວງວໍຊິງຕັນ ໃນຕອນແລງຂອງວັນ ເສົາມື້ນີ້. ຂຸມຝັງສົບຂອງທ່ານ ຈະຢູ່ໃກ້ໆ ກັບຂຸມຝັງສົບຂອງ ພວກອ້າຍທ່ານ ທີ່ຖືກລອບ ຄາຕກັມ ຄືມື້ລາງ ປະທານາທິບໍດີ JOHN F. KEN NEDY ແລະສະມາຊິກສະ ພາສູງ ROBERT KENNEDY. ທ່ານ EDWARD ຫລື TED KENNEDY ໄດ້ເຖິງແກ່ ມໍຣະນະກັມ ໃນວັນອັງຄານຜ່ານມາ ຍ້ອນໂຣກມະເຮັງ ໃນສມອງ ຮວມອາຍຸໄດ້ 77 ປີ.

ອີຣັກ: ຕຳຣວດອີຣັກ ກ່າວວ່າ ການໂຈມຕີ ດ້ວຍຣົດຣະເບີດ ສະລະຊີບ ຢູ່ໃນພາກເໜືອ ອີຣັກເຮັດໃຫ້ມີຜູ້ເສັຽຊີວິດຢ່າງນ້ອຍ 15 ຄົນ ແລະໄດ້ຮັບບາດເຈັບ ອີກບໍ່ຕ່ຳກວ່າ 30 ຄົນ. ຕຳຣວດກ່າວວ່າ ການໂຈມຕີ ບ່ອນທຳອິດ ມີຂຶ້ນໃນຕອນເຊົ້າມື້ນີ້ ທີ່ເມືອງ SHIRQAT ແລະວ່າ ເປົ້າໝາຍກໍຄື ປົດຕຳຣວດແຫ່ງນຶ່ງ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດຢ່າງນ້ອຍ 9 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍໆຄົນ. ສ່ວນບ່ອນທີ 2 ມີຂຶ້ນ ປະມານ 2 ຊົ່ວໂມງຕໍ່ມາ ທີ່ເມືອງ SINJAR ໃກ້ໆເມືອງ MOSUL ບ່ອນທີ່ມີຫລາຍໆຄົນ ເສັຽຊີວິດ ເວລາຣະເບີດ ທີ່ຫ້າງໄວ້ໃນຣົດ ໄດ້ແຕກຂຶ້ນ. ການໂຈມຕີ ໃນມື້ນີ້ ແມ່ນເຫດການ ກໍ່ຄວາມຮຸນແຮງ ໃນອີຣັກ ໂດຍສະເພາະແລ້ວ ແມ່ນໃນເຂດພາກເໜືອ ບ່ອນທີ່ການຮັກສາຄວາມສະງົບ ບໍ່ໄດ້ເຄັ່ງຄັດ ຄືກັນກັບ ຢູ່ໃນເຂດອື່ນໆ. ໃນມື້ວານນີ້ ເຈົ້າໜ້າທີ່ ທະຫານສະຫະຣັດ ໃນອີຣັກ ກ່າວວ່າ ມີທະຫານອະເມຣິກັນ 2 ຄົນ ເສັຽຊີວິດ ຈາກການໂຈມຕີ ດ້ວຍຣະເບີດແຄມທາງ ທີ່ນະຄອນຫຼວງແບັກແດັດ.

ອັຟການິສຖານ: ມີການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃສ່ໜ່ວຍລາຕເວນ ຂອງອົງການນາ ໂຕ້ ທີ່ຕລາດແຫ່ງນຶ່ງ ໃນແຂວງ ZABUL ທາງພາກໃຕ້ ອັຟການິສຖານ ໃນວັນເສົາມື້ນີ້ ເຮັດໃຫ້ພົລເຮືອນ ເສັຽຊີວິດ 2 ຄົນ ແລະບາດ ເຈັບອີກ 21 ຄົນ. ທ່ານ ABDUL QAYOUM ເຈົ້າແຂວງໆ ZABUL ກ່າວວ່າ ພວກທະຫານ ຂອງອົງການນາໂຕ້ ກຳລັງພາກັນ ຍ່າງລາຕເວນ ທີ່ຕລາດໃນເມືອງ SHAH JOY ເວລາຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ໃກ້ໆກັບພວກທະຫານ ທີ່ລາຕເວນ. ເຈົ້າໜ້າທີ່ ອົງການນາໂຕ້ ໃຫ້ການຢືນຢັນວ່າ ມີການໂຈມຕີ ເກີດຂຶ້ນແທ້ ແຕ່ບໍ່ໄດ້ໃຫ້ ລາຍ ລະອຽດຫຍັງ. ບໍ່ມີລາຍງານວ່າ ມີທະຫານ ປະເທດຕາເວັນຕົກ ເສັຽຊີວິດ ໃນການໂຈມຕີ ເທື່ອນີ້ ແຕ່ຢ່າງໃດ. ສິງຫາ ເປັນເດືອນທີ່ໄດ້ຮັບ ຄວາມເສັຽຫາຍ ຮ້າຍແຮງສຸດ ສຳລັບກຳລັງສະຫະຣັດ ນັບແຕ່ໄດ້ມີ ການຂັບໄລ່ຣັຖບານ ພາຍໃຕ້ການນຳພາ ຂອງພວກ ທາລີບານ ອອກຈາກອຳນາດ ໃນປີ 2001. ໃນມື້ວານນີ້ ມີທະຫານ ອະເມຣິກັນຄົນນຶ່ງ ເສັຽຊີວິດ ຍ້ອນຣະເບີດແຄມທາງ ໃນພາກຕາເວັນອອກ ອັຟການິສຖານ ຊຶ່ງເປັນທະຫານ ສະຫະຣັດ ຄົນທີ 45 ທີ່ເສັຽຊີວິດ ໃນເດືອນນີ້.

ກອງທັບສະຫະຣັດ: ເຈົ້າໜ້າທີ່ສູງສຸດທາງ ທະຫານ ຂອງສະຫະຣັດ ຮຽກຮ້ອງໃຫ້ທາງ ກອງທັບເສີມສ້າງ ຄວາມໄວ້ເນື້ອເຊື່ອໃຈໃນ ພາກຕາເວັນອອກກາງ ແລະ ໃນທຸກຂົງເຂດ ທີ່ມີຊາວມຸສລິມອາສັຍຢູ່ ແທນທີ່ຈະໃຊ້ເວລາ ຫລາຍເກີນໄປກ່ຽວກັບຍຸທສາດປະຊາສັມພັນ. ໃນບົດຂຽນບົດນຶ່ງ ທີ່ພິມເຜີຍແຜ່ ໂດຍວາຣະ ສານ ກອງທັບສະຫະຣັດນັ້ນ ປະທານ ເສນາທິການປະສົມ ຂອງກອງທັບສະຫະຣັດ ພົນເຮືອເອກ MIKE MUL LEN ເວົ້າວ່າ ກອງທັບສະຫະຣັດ ບໍ່ຈຳເປັນຈະຕ້ອງ ມີຄວາມວິຕົກກັງວົນ ຫລາຍເກີນໄປ ກ່ຽວກັບວ່າ ຕົນຈະຕິດຕໍ່ສື່ສານແບບໃດ ແລະຕ້ອງໄດ້ດຳເນີນການເພີ້ມຕື່ມ ໃນການປະຕິບັດງານໂຕຈິງ ເພື່ອເສີມສ້າງ ຄວາມໄວ້ເນື້ອເຊື່ອໃຈ. ການໃຫ້ທັສນະຂອງທ່ານ ມີຂຶ້ນໃນຂະນະທີ່ ນາຍທະຫານອະເມຣິກັນ ໄດ້ໃຫ້ຄວາມສຳຄັນເພີ້ມຂຶ້ນ ຕໍ່ຍຸທສາດ ໃນການດຳເນີນ ຄວາມພະຍາຍາມ ກ່ຽວກັບການຕິດຕໍ່ສື່ສານ ຂະນະທີ່ພວມສືບຕໍ່ ເຮັດສົງຄາມ ຢູ່ໃນອີຣັກ ແລະອັຟການິສຖານ. ຣັຖມຸນຕຣີ ປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ໄດ້ສະແດງຄວາມເສັຽໃຈ ທີ່ວ່າສະຫະຣັດ ຊຶ່ງເປັນຜູ້ນຳ ໃນດ້ານການຕລາດ ແລະສື່ມວນຊົນຂອງໂລກ ໄດ້ເສັຽໄຊ ໃນການຕິດຕໍ່ສື່ສານ ໃຫ້ແກ່ກຸ່ມ ກໍ່ການຮ້າຍ AL-QAIDA ທີ່ຢູ່ໃນຖ້ຳ.

ເກົາຫລີ: ໜ່ວຍຍາມຝັ່ງ ຂອງເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ໄດ້ປ່ອຍຊາວປະມົງ ເກົາຫລີໃຕ້ 4 ຄົນ ພ້ອມດ້ວຍ ເຮືອຫາປາ ຂອງເຂົາເຈົ້າໃນວັນເສົາມື້ນີ້ ເກືອບນຶ່ງເດືອນ ຫລັງຈາກໄດ້ຖືກຈັບ ໃນເຂດນ່ານນ້ຳຂອງເກົາ ຫລີເໜືອ. ຕຳຣວດຍາມຝັ່ງ ຂອງເກົາຫລີໃຕ້ ກ່າວວ່າ ເຮືອຫາປາ YEONAN-HO ພ້ອມ ກັບລູກເຮືອ 4 ຄົນ ໄດ້ຖືກມອບໃຫ້ ເຮືອລາຕ ເວນເກົາຫລີໃຕ້ລຳນຶ່ງ ທີ່ລໍຖ້າຢູ່ ໃນບໍຣິເວນ ຊາຍແດນ ທາງທະເລ ຕາເວັນອອກປະມານ 5 ໂມງແລງ ຕາມເວລາທ້ອງຖິ່ນ ໃນມື້ນີ້. ຊາວ ປະມົງທັງ 4 ໄດ້ຖືກຈັບ ຫລັງຈາກເຮືອເຂົາເຈົ້າ ໄດ້ແລ່ນລ່ວງລ້ຳ ເຂົ້າໄປໃນເຂດນ່ານນ້ຳຂອງ ເກົາຫລີເໜືອ ເມື່ອທ້າຍເດືອນແລ້ວ. ໃນເວລານັ້ນ ກະຊວງທ້ອນໂຮມຊາດ ຂອງເກົາຫລີໃຕ້ ກ່າວວ່າ ຣະບົບນຳທິດທາງ ດາວທຽມ ຂອງເຮືອຫາປາ ໄດ້ເກີດ ການຕິດຂັດ. ເກົາຫລີໃຕ້ກ່າວວ່າ ປະຊາຊົນຂອງຕົນ 494 ຄົນ ຊຶ່ງສ່ວນໃຫຍ່ແລ້ວ ເປັນຊາວປະມົງ ໄດ້ຖືກຈັບໂຕໄປ ໃນຮອບຫລາຍໆທົສວັດ ຜ່ານມາ ຫລັງຈາກສົງຄາມ ສິ້ນສຸດລົງ ແລະມີຊະເລີຍເສິກ ຫລາຍກວ່າ 500 ຄົນ ທີ່ຖືກເກົາຫລີເໜືອຈັບໄວ້ ຍັງບໍ່ເຄີຍຖືກສົ່ງມອບ ໃຫ້ເກົາຫລີໃຕ້.

ຍີ່ປຸ່ນ: ບັນດາຜູ້ສະມັກ ໃນທົ່ວປະເທດຍີ່ປຸ່ນໄດ້ ທຳການຮ້ອງຮຽນ ຕໍ່ຜູ້ມີສິດປ່ອນບັດ ເປັນເທື່ອ ສຸດທ້າຍໃນວັນເສົາມື້ນີ້ ນຶ່ງມື້ ກ່ອນການເລືອກ ຕັ້ງ ຊຶ່ງອາດຈະເຮັດໃຫ້ ພັກຝ່າຍຄ້ານ ໄດ້ຮັບ ໄຊຊະນະ ຢ່າງຖ້ວມລົ້ນ ແລະທັບມ້າງ ການ ກຳອຳນາດ ທີ່ມີມາ ເປັນເວລາຫລາຍທົສວັດ ຂອງພັກຣັຖບານ. ນາຍົກຣັຖມຸນຕຣີ TARO ASO ໄດ້ຮ້ອງຂໍ ໃຫ້ຜູ້ມີສິດປ່ອນບັດ ໃນເຂດ ກຸງໂຕກຽວ ໃຫ້ເວລາຕື່ມອີກແກ່ພັກເສຣີປະຊາ ທິປັດຂອງທ່ານ ໃນການປົກຄອງປະເທດ ເພື່ອ ສຳເຣັດເສັດສິ້ນ ການປະຕິຮູບ ທາງດ້ານເສຖ ກິດ ທີ່ແນໃສ່ ເພື່ອແກ່ດຶງເອົາຍີ່ປຸ່ນ ອອກຈາກ ສະພາບເສຖກິດຫລຸດຖອຍ ຢ່າງຮ້າຍແຮງ. ສ່ວນທ່ານ YUKIO HATOYAMA ຜູ້ນຳ ພັກປະຊາທິປະໄຕ ຂອງຍີ່ປຸ່ນ ຊຶ່ງເປັນພັກຝ່າຍ ຄ້ານນັ້ນ ໄດ້ເດີນທາງ ໄປຍັງພາກຕາເວັນຕົກ ຂອງປະເທດ ແລະຮຽກຮ້ອງໃຫ້ ຜູ້ມີສິດປ່ອນບັດ ສນັບສນຸນ ການປ່ຽນແປງ. ພັກເສຣີປະຊາທິປັດ ໄດ້ຄວບຄຸມ ສະພາແຫ່ງຊາດ ຂອງຍີ່ປຸ່ນ ເກືອບວ່າ ບໍ່ມີການລົບກວນ ໃດໆເລີຍ ນັບແຕ່ປີ 1955 ເປັນຕົ້ນມາ. ແຕ່ພວກນັກວິເຄາະ ບາງຄົນເວົ້າວ່າ ພັກປະຊາທິປະໄຕ ຂອງຍີ່ປຸ່ນ ອາດຈະຊະນະ ບ່ອນນັ່ງຫຼາຍເຖິງ 300 ບ່ອນ ຂອງຈຳນວນ ບ່ອນນັ່ງທັງໝົດ 480 ບ່ອນ ທີ່ຈະມີການແຂ່ງຂັນກັນ ໃນການເລືອກຕັ້ງ ຊຶ່ງຈະມີຂຶ້ນ ໃນວັນອາທິດ ມື້ອື່ນນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG