ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວເນັ້ນຄືນນະໂຍບາຍຕ້ອນຮັບຄົນລາວຢູ່ຕ່າງປະເທດກັບຄືນເມືອບ້ານ


ທາງການລາວຢືນຢັນໃນນະໂຍບາຍເປີດກ້ວາງແລະ ຕ້ອນຮັບຄົນລາວທີ່ຢູ່ຕ່າງປະເທດກັບຄືນໄປຊ່ວຍ ສ້າງສາພັດທະນາປະເທດຊາດ ແລະ ກໍພ້ອມທີ່ຈະ ໃຫ້ສັນຊາດລາວກັບຄືນຖ້າຫາກວ່າຄົນລາວຍອມ ປະລະ ຈາກສັນຊາດປັດຈຸບັນ.

ທ່ານ ອ້ວນ ພົມມະຈັກ ເອກອັກຄະຣັດຖະທູດລາວ ປະຈຳບາງກອກປະເທດປະເທດໄທໄດ້ໃຫ້ການຢືນ ຢັນໃນລະຫວ່າງການໃຫ້ສຳພາດພິເສດກັບ VOA ວ່າຣັດຖະບານລາວ ມີນະໂຍບາຍໃນການເປີດກ້ວາງ ເພື່ອຮັບຕ້ອນເອົາຄົນລາວ ທີ່ຢູ່ໃນຕ່າງປະເທດກັບຄືນ ໄປຊ່ວຍເຫລືອໃນການສ້າງສາພັດທະ ນາປະເທດຊາດນັບເປັນລະຍະເວລາກວ່າ 30 ປີມາແລ້ວ ພຽງແຕ່ວ່າໃນໄລຍະທຳອິດນັ້ນຍັງຄົງບໍ່ ທັນເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ເມື່ອຕົກມາເຖິງປັດຈຸບັນນີ້ ແລະ ດ້ວຍການດຳເນີນໃນແນວນະໂຍບາຍດັ່ງກ່າວ ຢ່າງຕໍ່ເນື່ອງ ກໍໄດ້ເປັນຜົນເຮັດໃຫ້ ມີຄົນລາວຈາກຕ່າງປະເທດຈຳນວນບໍ່ໜ້ອຍພາກັນເດີນທາງກັບ ຄືນໄປລາວ ດ້ວຍເປົ້າໝາຍຕ່າງໆ ຊຶ່ງກໍມີທັ້ງການກັບໄປຢ້ຽມຢາມຍາດພີ່ນ້ອງ, ການກັບໄປລົງທຶນ ຫລື ດຳເນີນທຸລະກິດໃນລາວ, ການກັບໄປໃຫ້ຄວາມຊ່ວຍເຫລືອລັດຖະບານລາວໃນ ດ້ານຕ່າງໆ ແລະ ການກັບຄືນໄປຢູ່ໃນລາວເລີຍກໍມີ.

ຫາກແຕ່ວ່າ ກ່ຽວກັບການທີ່ຄົນລາວໃນຕ່າງປະເທດ ຖ້າຫາກຕ້ອງການທີ່ຈະໄດ້ຮັບສັນຊາດລາວກັບ ຄືນ ນັ້ນກໍມີເງື່ອນໄຂວ່າ ຄົນລາວຄົນນັ້ນ ຈະຕ້ອງໄດ້ຍອມເສຍສະລະ ຫລື ປະລະຈາກສັນຊາດໃນ ປັດຈຸບັນ ເສຍກ່ອນ ຈຶ່ງຈະສາມາດຖືສັນຊາດລາວໄດ້. ທັງນີ້ກໍເນື່ອງຈາກວ່າ ຕາມກົດໝາຍຂອງ ລາວແລ້ວໄດ້ກຳ ນົດໄວ້ຢ່າງຈະແຈ້ງວ່າ ຄົນລາວທຸກຄົນສາມາດທີ່ຈະຖືສັນຊາດລາວໄດ້ພຽງສັນ ຊາດດຽວເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ການທີ່ຄົນເຊື້ອຊາດລາວຈະຖືສັນຊາດໃດ ກໍບໍ່ເປັນບັນຫາທັງສິ້ນ ຖ້າຫາກວ່າຕ້ອງ ການທີ່ຈະກັບຄືນໄປລາວ ດ້ວຍເປົ້າໝາຍໃດກໍຕາມ ຕ່າງກໍຈະໄດ້ຮັບການສະນັບສະໜູນ ແລະ ສົ່ງ ເສີມຈາກລັດ ຖະບານລາວເປັນຢ່າງດີ ໂດຍຂໍໃຫ້ເປັນການກັບຄືນໄປລາວ ຢ່າງຖືກຕ້ອງຕາມລະ ບຽບ ແລະ ກົດໝາຍຂອງລາວເທົ່ານັ້ນກໍເປັນພໍ.

ກ່ອນໜ້ານີ້ ທີ່ກອງປະຊຸມສະໄໝສາມັນຄັ້ງທີ່ 7 ຂອງ ສະພາແຫ່ງຊາດລາວຊຸດທີ 6 ໄດ້ມີມະຕິຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍແນວລາວສ້າງຊາດຢ່າງເປັນ ທາງການແລ້ວ ຊຶ່ງກໍ່ຈະເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຂອງແນວລາວສ້າງຊາດໃນການເຕົ້າໂຮມ ເອົາຄວາມສາມະຄີປອງດອງຊາດລະຫວ່າງປະຊາ ຊົນລາວບັນດາເຜົ່າທັງຢູ່ໃນລາວ ແລະຕ່າງປະເທດ ນັ້ນ ສາມາດດຳເນີນການໄດ້ ໂດຍມີລະບຽບກົດ ໝາຍຮອງຮັບ.ທັງນີ້ໂດຍສະເພາະແມ່ນການເຕົ້າໂຮມເອົາຄົນລາວຈາກຕ່າງປະເທດເພື່ອໃຫ້ປະກອບສ່ວນເຂົ້າໃນ ການ ພັດທະນາປະເທດລາວໃຫ້ມີຄວາມຈະເລີນກ້າວໜ້ານັບມື້ເນື່ອງຈາກວ່າຍຸກສະໄໝ ແລະ ສະ ຖານະ ການໂລກທີ່ປ່ຽນແປງໄປຢ່າງໄວວາ ມັນໄດ້ເຮັດໃຫ້ມີຄວາມຮຽກຮ້ອງຕ້ອງການທີ່ຈະຕ້ອງລະ ດົມ ເອົາທຸກກ້ອນກຳລັງສາມະຄີໃຫ້ປະກອບສ່ວນເຂົ້າ ໃນການສ້າງສາ ແລະ ພັດທະນາປະເທດ ໃນໄລຍະໃໝ່ຕາມແຜນການແລະ ເປົ້າໝາຍທີ່ພັກປະຊາຊົນປະຕິວັດລາວໄດ້ວາງອອກ.

ຍິ່ງໄປກວ່ານັ້ນພາຍຫຼັງຈາກກົດໝາຍດັ່ງກວ່ານີ້ໄດ້ປະກາດບັງຄັບໃຊ້ຢ່າງເປັນທາງການແລ້ວນັ້ນກໍ່ຍັງ ຈະເຮັດໃຫ້ແນວລາວສ້າງຊາດ ເປັນອົງການທີ່ມີສ່ວນຢ່າງສຳຄັນໃນການພິຈາລະນາເພື່ອໃຫ້ສັນຊາດ ຄົນລາວໃນຕ່າງປະເທດທີ່ຢາກກັບຄືນໄປຢູ່ໃນລາວເປັນການຖາວອນໄດ້ອີກດ້ວຍ.

ໂດຍການດຳເນີນໃນແນວທາງດັ່ງກ່າວນີ້ຂອງລາວກໍນັບເປັນແນວທາງດຽວກັນກັບການທີ່ທາງການ ຫວຽດນາມໄດ້ໃຊ້ກັບຊາວຫວຽດນາມໃນຕ່າງປະເທດ ຫຼືຊາວຫວຽດກ້ຽວ ຊຶ່ງກໍປາກົດວ່າ ປະສົບຜົນ ສຳເລັດເປັນຢ່າງດີ ນັບເປັນເວລາຍາວນານກວ່າ 10 ປີມາແລ້ວ.

XS
SM
MD
LG