ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ເອັດເວິຣ໌ດ ເຄນເນດີ ຊຶ່ງເປັນທາຍາດ ຂອງຕະກຸນ ທີ່ມີອິດທິພົນນັ້ນ ໄດ້ເຖິງແກ່ ມໍຣະນະກັມແລ້ວ


ທ່ານເຄນເນດີ - ມໍຣະນະກັມ: ສະມາຊິກ ສະພາສູງ EDWARD KENNEDY ນ້ອງ ຊາຍຫລ້າຂອງມື້ ລາງປະທານາທິບໍດີ JOHN F. KENNEDY ແລະນຶ່ງໃນບັນດາສະມາຊິກ ສະພາສູງທີ່ມີອິດທິພົນຫລາຍທີ່ສຸດ ໃນປະວັດ ສາດຂອງສະຫະຣັດ ໄດ້ເຖິງແກ່ ມໍຣະນະກັມ ແລ້ວຮວມອາຍຸໄດ້ 77 ປີ. ຄອບຄົວຂອງທ່ານ KENNEDY ກ່າວວ່າ ທ່ານໄດ້ເຖິງແກ່ມໍຣະ ນະກັມ ໃນຕອນເດິກ ຂອງຄືນ ວັນອັງຄານ ວານນີ້ ທີ່ເຮືອນຂອງທ່ານ ໃນເມືອງ HYAN NIS PORT ຊຶ່ງເປັນເມືອງທ່ານ້ອຍໆໃນຣັດ MASSACHUSETTS. ສະມາຊິກສະພາສູງ ສັງກັດພັກເດໂມແຄຣັທ ທ່ານນີ້ ໄດ້ປ່ວຍ ເປັນມະເຮັງໃນ ສມອງ ທີ່ບໍ່ສາມາດປົວໃຫ້ຫາຍໄດ້ນັ້ນ ມາໄດ້ນຶ່ງປີກວ່າໆແລ້ວ. ທ່ານໄດ້ ຫາຍໜ້າຫາຍຕາໄປ ຈາກສະພາສູງ ເປັນເວລາສ່ວນໃຫຍ່ໃນປີນີ້ ຍ້ອນອາການປ່ວຍຂອງ ທ່ານ ​ເຮັດໃຫ້ທ່ານຕ້ອງໄດ້ເຮັດວຽກກ່ຽວກັບບັນຫາທີ່ ສຳຄັນໃນຊົ່ວຊີວິດຂອງທ່ານ ຄືຣະ ບົບປະກັນພັຍສຸຂພາບແຫ່ງຊາດນັ້ນ ຈາກ ເຮືອນຂອງທ່ານທີ່ HYANNIS PORT. ທ່ານ KENNEDY ໄດ້ເປັນຜູ້ຕາງໜ້າຂອງຣັດ MASSACHUSETTS ໃນສະພາສູງ ສະຫະຣັດ ມາຕັ້ງແຕ່ປີ 1962 ເວລາທ່ານຖືກເລືອກໃຫ້ເຂົ້າໄປຮັບຕຳແໜ່ງ ທີ່ປະທານາທິບໍດີ KENNEDY ເຄີຍກຳມາກ່ອນ.

ທ່ານເຄນເນດີ - ປະຕິກິຣິຍາ: ປະທາ ນາທິບໍດີ BARACK OBAMA ກ່າວວ່າ ມື້ລາງສະມາຊິກສະພາ ສູງສະຫະຣັດ EDWARD KENNEDY ເປັນສະມາຊິກ ສະພາສູງທີ່ຍິ່ງໃຫຍ່ ສຸດໃນຍຸກສມັຍ ຂອງພວກເຮົາ. ໃນຖແລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍທຳນຽບຂາວໃນ ຕອນເຊົ້າມື້ນີ້ ທ່ານ OBAMA ກ່າວວ່າ ທ່ານເອງແລະພັລຍາຂອງທ່ານຄືທ່ານນາງ MI-CHELLE ມີຄວາມເສັຽໃຈເປັນທີ່ສຸດ ທີ່ໄດ້ຮັບຂ່າວ ກ່ຽວກັບການເຖິງແກ່ມໍຣະນະ ກັມຂອງທ່ານ KENNEDY. ປະທານາທິບໍ ດີສະຫະຣັດ ກ່າວວ່າ ທ່ານໃຫ້ຄວາມສຳຄັນ ສູງ ຕໍ່ຄຳ​ປຶກສາ​ແລະ​ຄຳ​ແນະນຳ​ທີ່ສລາດ ສ່ອງໃສຕ່າງໆ ທີ່ທ່ານ​ໄດ້ຮັບ ຈາກທ່ານ ​ເຄນ​ເນ​ດີ ເວລາພວກທ່ານທັງສອງ ຮັບໜ້າທີ່ເປັນ ສະມາຊິກສະພາສູງ ຂອງສະຫະຣັດ ແລະສະແດງຄວາມຮູ້ບຸນຄຸນຕໍ່ການ​ສນັບສນຸນອັນສຳຄັນທີ່ ທ່ານ KENNEDY ​ໄດ້​ມອບ​ໃຫ້​ທ່ານ ໃນລະຫວ່າງ ການໂຄສະນາຫາສຽງ ເລືອກຕັ້ງປະທານາທິບໍດີສະຫະຣັດໃນປີ 2008. ທ່ານ OBAMA ກຳລັງພັກຜ່ອນ ກັບຄອບຄົວຂອງທ່ານ ທີ່​ບ່ອນຕາກອາກາດ ແຄມທະເລ MARTHA’S VINEYARD ໃນຣັດMASSACHUSETTS ໃກ້ໆບ້ານພັກ ຂອງທ່ານ KENNEDY ທີ່ເມືອງ HYANIS PORT ບ່ອນທີ່ ສະມາຊິກ ສະພາສູງ ສະຫະຣັດທ່ານນີ້ ເຖິງແກ່ມໍຣະນະກັມ.

ເກົາຫລີ: ຄະນະຜູ້ແທນສະພາກາແດງ ຈາກ ເກົາຫລີເໜືອ ແລະເກົາຫລີໃຕ້ກຳລັງສົນທະນາ ຫາຣື ກ່ຽວກັບການຮື້ຟື້ນ ການອະນຸຍາດໃຫ້ ຄອບຄົວທີ່ພັດພາກຈາກກັນ ໃນປາງສົງຄາມ ເກົາຫລີ ລະຫວ່າງປີ 1950 ຫາ 1953 ນັ້ນ ໄດ້ມີການພົບພໍ້ກັນອີກ. ທ່ານ KIM YOUNG CHOL ເລຂາທິການ ຂອງສະພາກາແດງ ເກົາຫຼີໃຕ້ ໄດ້ເປັນຫົວໜ້າ ຄະນະຜູ້ແທນ ທີ່ປະກອບດ້ວຍເຈົ້າໜ້າທີ່ 3 ຄົນ ເດີນທາງໄປ ຍັງບ່ອນຕາກອາກາດ ທີ່ພູ KUMGANG ໃນເກົາຫລີເໜືອ. ທ່ານ KIM ເວົ້າວ່າ ການພົບພໍ້ ຂອງຄອບຄົວ ທີ່ພັດພາກຈາກກັນ ຈະເປັນຫົວຂໍ້ສຳຄັນ ໃນການເຈຣະຈາຫາຣື ແຕ່ກ່າວຕື່ມວ່າ ຄະນະຂອງທ່ານ ຍັງຈະດຳເນີນຄວາມພະຍາຍາມ ເພື່ອສົນທະນາຫາຣື ກ່ຽວກັບບັນຫາອື່ນໆ ທາງດ້ານມະນຸສທັມນຳດ້ວຍ. ການເຈຣະຈາຄັ້ງນີ້ ແມ່ນເປັນເທື່ອ ທຳອິດລະຫວ່າງສອງເກົາຫລີ ໃນຮອບ ປະມານ 2 ປີ ແລະເປັນເທື່ອລ່າສຸດ ໃນການສະແດງທ່າ​ທີ​ປອງດອງທີ່ມີມາເປັນ ລຳດັບ ຈາກ​ຝ່າຍເກົາຫລີເໜືອຕໍ່ເກົາຫລີໃຕ້. ໃນມື້ວານນີ້ ເກົາຫລີເໜືອ ໄດ້ຟື້ນຟູສາຍໂທຣະສັບຕິດຕໍ່ໂດຍກົງ ກັບເກົາຫລີໃຕ້. ເກົາຫລີເໜືອ ໄດ້ຕັດສາຍໂທຣະສັບ ດັ່ງກ່າວ ແລະຍຸຕິການ ອະນຸຍາດໃຫ້ ຄອບຄົວທີ່ ພັດພາກຈາກກັນ ໄດ້ພົບພໍ້ກັນອີກ ເພື່ອປະທ້ວງ ຕໍ່ນະໂຍບາຍ ທີ່ເປັນປໍຣະປັກ ຂອງເກົາຫລີໃຕ້.

ອອສເຕຣເລັຽ - ຈີນ: ອອສເຕຣເລັຽ ໄດ້ໃຫ້ການ ອະນຸມັດ ຂັ້ນສຸດທ້າຍ ໃນວັນພຸດມື້ນີ້ ກ່ຽວກັບການ ພັທນາ ບໍ່ແກັສທັມມະຊາດ ຂນາດໃຫຍ່ ທີ່ສາມາດ ສົ່ງແກັສໄປໃຫ້ທັງຈີນແລະອິນ ເດັຽໄດ້. ການພັທນາ ມູນຄ່າ 42 ພັນລ້ານໂດລາ ທີ່ເກາະ BARROW ນອກແຄມຝັ່ງທະເລກ້ຳຕາເວັນຕົກຂອງອອສເຕຣເລັຽ ນັ້ນ ຈະເປັນໂຄງການພັທນາທີ່ໃຫຍ່ທີ່ສຸດໃນປະເທດ. ໂຮງງານແກັສ GORGON ຈະສົ່ງແກັສທັມມະຊາດ ໄປໃຫ້ເອເຊັຽແລະ ບໍຣິຫານງານໂດຍບໍຣິສັດນ້ຳມັນ CHEVRON ຂອງສະຫະຣັດ ແລະ ບໍຣິສັດ SHELL ຂອງເນເທີແລນແລະ EXXON MOBIL ທີ່ເປັນຮຸ້ນສ່ວນ. ພວກປົກປ້ອງສະພາບແວດລ້ອມໂຕ້ແຍ້ງວ່າ ເກາະ BARROW ເປັນ ບ່ອນຢູ່ບ່ອນອາສັຍຂອງສັດທີ່ກຳລັງຈະສູນພັນເຊັ່ນເຕົ່າຫລັງແບນ. ເຂົາເຈົ້າ ເວົ້າວ່າ ໂຮງງານແກັສນີ້ຄວນຖືກສ້າງທີ່ແຜ່ນດິນໃຫຍ່ຂອງອອສເຕຣເລັຽ. ຣັຖມຸນຕຣີສິ່ງແວດລ້ອມ ຂອງອອສເຕຣເລັຽ ທ່ານ PETER GARRETT ກ່າວວ່າ ທ່ານໄດ້ຕັ້ງເງື່ອນໄຂໄວ້ 28 ຂໍ້ ກ່ຽວກັບຂໍ້ຕົກລົງເພື່ອປົກປ້ອງສັດປ່າ ແລະ​ກໍບໍ່ໄດ້ເຫັນເຫດຜົນ​ໃດໆທີ່ຈະຂັດຂວາງການຕົກລົງນີ້. ພວກຜູ້ນຳພັກຝ່າຍ ຄ້ານໄດ້ກ່າວຫາຣັຖບານ ອີກຄັ້ງນຶ່ງວ່າ ເຫັນແກ່ຜົນປໂຍດທາງເສຖກິດຫລາຍ ກວ່າສະພາບແວດລ້ອມ.

ອັຟການິສຖານ: ພວກກູ້ພັຍ ໃນພາກໃຕ້ອັຟ ການິສຖານ ຍັງສືບຕໍ່ພາກັນຊອກຄົ້ນຫາຕາມ ຊາກ ຫັກພັງ ທີ່ເມືອງການດາຮາ ໃນວັນພຸດ ມື້ນີ້ ນຶ່ງມື້ລຸນຫລັງທີ່ເຫດຣະເບີດຂນາດແຮງ ທີ່ນັ້ນ ເຮັດໃຫ້ມີຜູ້ເສັຽຊີວິດ ຫລາຍກວ່າ 40 ຄົນ. ຣັຖມຸນຕຣີກະຊວງພາຍໃນອັຟການິສຖານ ກ່າວວ່າ ຣະເບີດຣົດທີ່ວ່ານີ້ເຮັດ ໃຫ້ມີຜູ້ໄດ້ຮັບ ບາດເຈັບຢ່າງນ້ອຍ 65 ຄົນ ເສັຽຊີວິດ 43 ຄົນ ທຳລາຍໂຮງແຮມຫລັງນຶ່ງ ແລະເຮືອນປະຊາຊົນ ອີກ 12 ຫລັງ. ຫົວໜ້າສະພາປົກຄອງ ແຂວງການດາຮາ ທ່ານ AHMAD WALI KARZAI ຊຶ່ງເປັນນ້ອງຊາຍ ຂອງປະທານາທິບໍດີ HAMID KARZAI ກ່າວຕໍ່ VOA ວ່າ ເຫດຣະເບີດ ໃນຄັ້ງນີ້ ຍັງໄດ້ເຮັດໃຫ້ ປະຕູປ້ອງຢ້ຽມ ແລະປະຕູເຮືອນ ທີ່ຕັ້ງຢູ່ ໄກອອກ​ໄປ ເຄິ່ງຫລັກກິໂລແມັດ ​ແຕກ​ກະຈາຍ. ເຫດຣະເບີດ ໄດ້ເກີດຂຶ້ນ ຫລັງຈາກຕາເວັນຕົກ ເວລາຊາວມຸສລິມ ກຳລັງພາກັນ ກິນ​ເຂົ້າ​ແລງ ຫລັງຈາກການອົດອາຫານ ໃນ​ຍາມ​ກາງ​ເວັນ ໃນເດືອນຣາມາດານ. ເຈົ້າໜ້າທີ່ ແລະພວກທີ່ເຫັນເຫດການ ກ່າວວ່າ ມີສຽງປືນດັ່ງຂຶ້ນຢ່າງດຸ ເດືອດຕິດຕາມມາ ຫລັງ​ຈາກເຫດຣະເບີດ. ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ໄດ້ປະນາມ ການໂຈມຕີໃນມື້ນີ້.

ໂຊມາເລັຽ - ຝຣັ່ງ: ເຈົ້າໜ້າທີ່ ໂຊມາເລັຽ ກ່າວວ່າ ນຶ່ງໃນຈຳນວນທີ່ປຶກສາທາງດ້ານຄວາມ ປອດພັຍ 2 ຄົນ ຂອງຝຣັ່ງ ທີ່ຖືກພວກກະບົດ ຈັບເປັນໂຕປະກັນນັ້ນ ສາມາດຫລົບໜີ ໄປໄດ້ ແລະເວລານີ້ປອດພັຍແລ້ວ ຢູ່ທີ່ທຳນຽບປະທາ ນາທິບໍດີໂຊມາເລັຽ. ພວກທະຫານ ຕຳຣວດ ແລະເຈົ້າໜ້າທີ່ ໂຊມາເລັຽ ທີ່ນະຄອນຫລວງ ໂມກາດິສຊູກ່າວວ່າ ທີ່ປຶກສາຝຣັ່ງຄົນນີ້ ໄດ້ໄປຂໍຄວາມຊ່ອຍເຫລືອ ຈາກພວກທະຫານ ທີ່ຢູ່ໃກ້ໆ ທຳນຽບປະທານາທິບໍດີ ໃນຕອນເຊົ້າ ຂອງວັນພຸດມື້ນີ້. ເຈົ້າໜ້າທີ່ກ່າວວ່າ ທີ່ປຶກສາ ບອກພວກ​ທະຫານວ່າ ລາວເປັນໃຜແລະບອກ ວ່າລາວໄດ້ຫລົບໜີ ຈາກພວກທີ່ຈັບໂຕລາວໄວ້ ທີ່ກ່າວກັນວ່າ ເປັນສະມາຊິກຂອງ ກຸ່ມຫົວຮຸນແຮງອິສລາມ AL-SHABAB. ລາວເວົ້າວ່າ ລາວໄດ້ສັງຫານພວກທີ່ ຈັບລາວໄວ້ 3 ຄົນໃນຂະນະທີ່ຫລົບໜີອອກ​ມາ. ຜູ້ກ່ຽວແມ່ນນຶ່ງ ໃນຈຳນວນ ເຈົ້າໜ້າທີ່ ທະຫານຝຣັ່ງ 2 ຄົນ ທີ່ຖືກຈັບໂຕໄປ ຈາກໂຮງແຮມໃນນະຄອນຫລວງໂມກາດິສຊູ ໃນເດືອນແລ້ວນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG