ການໃຊ້ຢາຕ້ານເຊື້ອໂຣກຢ່າງບໍ່ຖືກຕ້ອງພາໃຫ້ເກີດ ເຊື້ອ ພະຍາດວັນນະໂຣກ ຫລືໂຣກປອດແຫ້ງທີ່ ດື້ຢາໄດ້.
ການສຶກສາຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າການໃຊ້ ຢາຕ້ານເຊື້ອໂຣກ ທີ່ຄົນນິຍົມໃຊ້ກັນຫລາຍຊະນິດ ນື່ງ ຢ່າງບໍ່ຖືກຕ້ອງກຳລັງພາໃຫ້ເກີດ ເຊື້ອພະຍາດ ວັນນະໂຣກ ຫລື TB ທີ່ດື້ຢາ. ວັນນະໂຣກເປັນພະ ຍາດ ກ່ຽວກັບຫລອດລົມຫາຍໃຈທີ່ມີສາເຫດມາ ຈາກການຕິດເຊື້ອໂຣກ ຊຶ່ງອົງການອະນາໄມໂລກ ເວົ້າວ່າໄດ້ເຮັດໃຫ້ຜູ້ຄົນຢູ່ໃນທົ່ວໂລກ ເສຍຊີວິດຮອດ 2 ລ້ານຄົນ ໃນແຕ່ລະປີ.
ເຖິງແມ່ນວ່າ
ວັນນະໂຣກ ຫລື ໂຣກປອດແຫ້ງ ເປັນພະ ຍາດທີ່ປິ່ນປົວໄດ້ ແຕ່ການປິ່ນ ປົວຕ້ອງໄດ້ໃຊ ້ຢາປົວຫລາຍ
ຢ່າງພ້ອມກັນບາດດຽວ ຢ່າງຕໍ່ເນື່ອງກັນເປັນເວລາ 6 ເດືອນ. ພວກນັກຄົ້ນຄວ້າໄດ ້ມີຄວາມຫວັງວ່າ
ຢາຕ້ານເຊື້ອ ພະຍາດລຸ້ນນື່ງ ທີ່ມີຊື່ວ່າ fluoroquinolones
ອາດຊ່ວຍປ່ຽນແປງວິທີປິ່ນປົວໂຣກນີ້ ໄດ້. ຫາກແຕ່ວ່າ ທ່ານນາງ Rose Devasia ນັກຄົ້ນຄວ້າດ້ານພະຍາດທີ່ເກີດຈາກການຕິດເຊື້ອ
ທີ່ມະຫາວິທະຍາໄລ Vanderbilt University ເວົ້າວ່າ ຍ້ອນວ່າ ຢາພວກນີ້ມີປະສິດທິຜົນ,ປອດໄພ
ແລະ ໃຊ້ງ່າຍ ຈື່ງພາໃຫ້ພວກນາຍໝໍສັ່ງຢາ ໃຫ້ຄົນເຈັບກິນຢ່າງກວ້າງຂວາງ ເພື່ອປົວພະຍາດ ຫລາຍຊະນິດ,
ບາງຄັ້ງກໍສັ່ງໃຫ້ກິນ ເຖິງແມ່ນບໍ່ຮູ້ແນ່ນອນວ່າ ຄົນເຈັບປ່ວຍເປັນພະຍາດຕິດເຊື້ອອັນໃດ
ກໍຕາມ. ທ່ານນາງ Devasia [deh-VAHZ-ee-ah] ເວົ້າວ່າ ການເຮັດແນວນັ້ນ ສາມາດກໍ່ໃຫ້ເກີດບັນ
ຫາໄດ້ ສຳລັບຄົນເຈັບທີ່ປ່ວຍເປັນວັນນະໂຣກແທ້ໆ. ທ່ານນາງກ່າວຕໍ່ໄປວ່າ ເວລາຄົນເຈັບເຂົ້າໄປຫ້ອງສຸກເສີນແລະ
ໄອອອກມາ ຫລາຍໆ ຫລືແຮງໆ ນາຍໝໍກໍຄິດວ່າ, ໂອ້ ລາວຄົງຈະເປັນໂຣກປອດບວມ, ສະນັ້ນ,
ຂ້ອຍຈະເອົາຢາ fluoroquinolones
ໃຫ້ລາວ ກິນ. ແຕ່ຢາ fluoroquinolones
ປົວພະຍາດ TB ໄດ້ແຕ່ບາງພາກສ່ວນເທົ່ານັ້ນ. ຄົນປ່ວຍຈະຮູ້ສຶກດີຂຶ້ນມາ ປະມານ
10 ຫາ 13 ມື້ ແລ້ວ ອາການໄອກໍຈະກັບມາຄືນອີກ.
ສະນັ້ນ ລາວກໍຈະໄປຫານາຍໝໍອີກຜູ້ນຶ່ງ ຫລື ກັບຄືນໄປຫ້ອງສຸກເສີນອີກ ແລະ ບອກນາຍແພດວ່າ
ລາວເປັນໄອອີກແລ້ວ ນາຍໝໍກໍຈະເອົາຢາ fluoroquinolones ໃຫ້ລາວກິນອີກຊຸດນຶ່ງ.
ທ່ານນາງ Devasia ເວົ້າວ່າ ໃນແຕ່ລະຄັ້ງທີ່ຄົນເຈັບທີ່ຍັງ ບໍ່ໄດ້ຖືກກວດເຫັນວ່າ ເປັນໂຣກປອດແຫ້ງ ແຕ່ໄດ້ກິນຢາ fluoroquinolones ເພື່ອປິ່ນປົວພະຍາດອື່ນ ຕາມໃບສັ່ງຂອງນາຍແພດນັ້ນ, ມັນກໍຈະເພິ່ມທະວີຄວາມສ່ຽງ ທີ່ວ່າ ລາວຈະເປັນພະຍາດ TB ທີ່ດື້ຕໍ່ຢາ fluoroquinolones.
ຢູ່ໃນການສຶກສາຄົ້ນຄວ້າໃໝ່ ທີ່ລົງພິມຢູ່ໃນວາລະສານ ການແພດຂອງອາເມລິກາກ່ຽວກັບ ພະຍາດຫລອດລົມ ແລະການປິ່ນປົວພະຍາດ ທີ່ໜັກໜ່ວງ ຫລື American Journal of Respiratory and Critical Care Medicine, ທ່ານນາງ Devasia ກ່າວວ່າ ນາງ ແລະ ເພື່ອນຮ່ວມງານຂອງນາງ ໄດ້ຄົ້ນພົບວ່າ ຄົນປ່ວຍເປັນ TB ຫລືປອດແຫ້ງເກືອບ 1 ຄົນໃນ 5 ຄົນໃດ ແມ່ນໄດ້ຮັບໃບສັ່ງໃຫ້ກິນຢາ fluoroquinolones ໃນປີ ກ່ອນທີ່ເຂົາເຈົ້າຈະຖືກກວດພົບວ່າ ເປັນວັນນະໂຣກ. ການກິນຢາ fluoroquino-lones ງວດນຶ່ງແມ່ນ 10 ມື້. ທຸກໆ 10 ມື້ໃດ ທີ່ຄົນເຈັບກິນຢາ fluoroquinolones ຕື່ມອີກນັ້ນ ໂອກາດທີ່ຈະພາໃຫ້ເກີດເຊື້ອພະຍາດປອດແຫ້ງ ທີ່ດື້ຕໍ່ຢາ fluoroquino-lones ນັ້ນ ແມ່ນເພີ້ມຂຶ້ນ 50%.
ຢູ່ໃນຮ້ານຂາຍຢາໃນບັນດາປະເທດກຳລັງພັດທະນາ
ຢາ fluoroquinolones ມີໄວ້ໃຫ້ຊື້ໄດ້ງ່າຍ ໂດຍບໍ່ຈຳເປັນຕ້ອງມີໃບສັ່ງຢາຈາກໝໍ
ພາຍໃຕ້ຊື່ ເຊັ່ນ Cipro ເແລະ Levaquin
ແລະໃຊ້ເພື່ອປິ່ນປົວພະຍາດທຸກຢ່າງ ນັບແຕ່ ໂຣກຖອກທ້ອງ ຈົນເຖິງປອດບວມ.
ທ່ານນາງ Devasia ເວົ້າວ່າ ຜົນການຄົ້ນຄວ້າຄັ້ງນີ້ ເຮັດໃຫ້ທ່ານນາງລັງເລໃຈ ທີ່ຈະສະນັບສະໜູນໃຫ້ໃຊ້ຢາ fluoroquinolones ເປັນຢາທຳອິດ ເພື່ອປົວໂຣກ TB ໃນທັນ ທີໂລດ. ທ່ານນາງ ຢາກໃຫ້ລໍຖ້າໃຊ້ໃນພາຍ ຫລັງ ໃນກໍລະນີທີ່ໃຊ້ຢາອ່ອນອ່ອນບໍ່ໄດ້ຜົນແລ້ວ.
ແປແລະອ່ານ ໂດຍບົວສະຫວັນ