ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນສະແດງຄວາມເຄົາຣົບຕໍ່ມື້ລາງປະທານາທິບໍດີ ກິມເດຈຸງທີ່ເກົາຫລີໃຕ້


ທີ່ເກົາຫລີໃຕ້ : ປະຊາຊົນ​ເກົາຫລີ​ໃຕ້​ພາກັນ​ໄປສະ​ແດງ​ຄວາມ​ເຄົາຣົບຕໍ່​ມື້​ລາງ​ປະທານາທິບໍດີ ກິມ​ເດ​ຈຸ​ງ ​ໃນ​ພິທີ​ສົ່ງສະການ​ທ່ີ​ທາງ​ການຈັດ​ຂຶ້ນ​ໃນ​ວັນ​ອາທິດ​ມື້ນີ້ ຊຶ່ງ​ຜູ້ກ່ຽວ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ພວກ​ຜະ​ເດັດ​ການ​ທ່ີ​ປົກຄອງ​ປະ​ເທດ​ມາ ເພື່ອນຳເອົາ​ລະບອບ​ປະຊາທິປະ​ໄຕ​ ມາສູ່ປະ​ເທດຊາດ ​ແລະ​ຍື່ນ​ມືໄປ​ຫາເກົາຫລີ​ເໜືອ​ ເວລາ​ທ່ານ​ຂຶ້ນ​ມາ​ເປັນປະທານາທິບໍດີ​ນັ້ນ. ພິທີ​ສົ່ງສະການ​ໄດ້​ຈັດ​ຂຶ້ນ​ທ່ີ​ສະພາ​ແຫ່ງ​ຊາດ ບ່ອນ​ທ່ີ​ທ່ານ​ກິມໄດ້ສາ ບານ​ໂຕ ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ເກົາຫລີ​ໃຕ່​ໃນ​ປີ 1998 ຫລັງ​ຈາກ​ທີ່​ໄດ້​ຜ່ານ​ຜ່າ​ການ​ທາຣຸນນະ​ກັມ ການ​ນາບ​ຂູ່​ເອົາ​ຊີວິດ​ແລະ​ຖືກ​ຂັງ​ຄຸກ​ ​ໃນໄລຍະເວລາ​ຫລາຍ​ທົດ​ສວັດ​ ທີ່​ທ່ານ​ໄດ້​ເປັນ​ຜູ້ນຳ​ຝ່າຍ​ຄ້ານນັ້ນ.
ພວກ​ນັກ​ການ​ເມືອງ ​ແຂກ​ຜູ້​ມີ​ກຽດ​ຈາກ​ຕ່າງປະ​ເທດ ພ້ອມ​ທັງ​ປະຊາ ຊົນ​ທັມມະ​ດາ​ສາມັນ​ ຫລາຍ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ. ທ່ານ​ກິມ​ເດ​ຈຸ​ງ ​ໄດ້​ເຖິງ​ແກ່​ອະສັນ​ຍະ​ກັມ ​ໃນ​ວັນ​ອັງຄານ​ສັບປະດາ​ແລ້ວ​ນີ້ ຮວມອາຍຸ​ໄດ້ 85 ປີ. ​ທ່ານ Han Seung-soo ນາຍົກຣັຖມຸນຕີເກົາຫລີ​ໃຕ້​ ​ໄດ້​ເປັນ​ຜູ້​ກ່າວ ກ່າວ​ສະດຸ​ດີ ຊື່​ງທ່ານ​ເວົ້າ​ວ່າ ທ່ານ​ກິມ​ໄດ້​ເປີດເສ້ນທາງໄປ​ສູ່ການ​ສ້າງຄວາມ​ປອງ​ດອງ​ ການ​ແລກປ່ຽນ​ແລະຮ່ວມ​ໄມ້​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ເກົາຫລີ ໂດຍ​ຜ່ານ​ກອງ​ປະຊຸມ​ສຸດ​ຍອດລະຫວ່າງ​ເກົາຫລີ​ເໜືອ​ແລະ​ເກົາຫລີໃຕ້​ ທ່ີ​ມີຂຶ້ນ​ເປັນຄັ້ງທຳ​ອິດ ນັບ​ແຕ່​ແຫລມ​ເກົາຫລີ​ໄດ້​ຖືກ​ແບ່ງ​ແຍກ​ ​ເປັນ​ຕົ້ນ​ມາ.
ທີ່​ປະ​ເທດ​ໄທ: ຕຳລວດກ່າວວ່າ ທະຫານສອງຄົນຖືກຂ້າຕາຍ ແລະອີກ ສາມຄົນໄດ້ຮັບບາດເຈັບ ໃນການໂຈມຕີຂອງພວກທີ່​ສົງ​ໃສ​ວ່າ​ເປັນກຸ່ມ​ ກະບົດແບ່ງແຍກດິນແດນ ຕໍ່ດ່ານກວດ​ຂອງທະຫານ​ແຫ່ງ​ນື່ງ​ໃນວັນອາ ທິດມື້ນີ້ ໃນເຂດພາກໄຕ້ທີ່ວຸ້ນວາຍຂອງປະ​ເທດ. ເຈົ້າໜ້າທີ່ກ່າວວ່າ ພວກມືປືນ ປະມານສິບຄົນ ໃນລົດປິກກັບສອງຄັນ ໄດ້ເປີດສາກລະດົມຍິງ ​ໃສ່ດ່ານກວດ​ໃນຈັງຫວັດນະຣາທິວາດ ​ແລະ​ຍິງ​ຕໍ່ສູ້​ກັນ​ກັບ​ທະຫານເປັນເວລາຫ້ານາທີ ກ່ອນຈະຫລົບໜີໄປນັບຕັ້ງແຕ່ການກໍ່​ການ​ກະບົດ​ເພື່ອແບ່ງແຍກດິນແດນໄດ້ ລະ​ເບີດ​ຂື້ນ ເມື່ອຫ້າປີກ່ອນ ໃນສາມຈັງຫວັດທາງພາກໄຕ້ຂອງໄທ ຄືຈັງຫວັດ ນະຣາທິວາດ ປັດຕານີ ແລະຢະ ລານັ້ນ ມາ​ຮອດປັດຈຸບັນນີ້ ​ແມ່ນມີ ຄົນເສຍຊີວິດ​ໄປ​ ປະມານ 3500 ຄົນແລ້ວ.
ພວກກະບົດມຸສລິ​ມຫົວຮຸນແຮງ ໄດ້ແນເປົ້າໂຈມຕີໃສ່ ທັງພວກຊາວພຸດ ແລະມູສລິມ ໂດຍທີ່ພວກເຄາະຮ້າຍມີ​ໂຣມທັງ ເຈົ້າໜ້າທີ່ຮັກສາຄວາມ ປອດພັຍ ໄປຈົນເຖິງປະຊາຊົນທຳມະດາ ເຊັ່ນພວກນາຍຄູ ເຈົ້າໜ້າທີ່ ບ້ານ ແລະພວກຄົນງານສວນຢາງ.
ທີ່​ອັຟກາ​ນີສຖານ: ຄນະ​ກັມມະການ​ກຳກັບ​ການ​ເລືອກ​ຕັ້ງ​ອັຟກາ​ນີສຖານ​ກ່າວ​ວ່າ ການຈົ່ມ​ວ່າ​ກ່ຽວ​ກັບ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ ​ໄດ້ຂຍາຍກວ້າງ ອອກ​ໄປ​ຫລາຍ ຊື່​ງອາດສາມາດ​ຫັນ​ເຫ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ສຸດ​ທ້າຍ​ໄດ້. ຄນະກັມມະການລາຍ​ງານ​ໃຫ້​ຮູ້ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕົນ​ໄດ້ ຣັບຄຳ​ຈົ່ມ​ວ່າ 225 ສະບັບ ຕັ້ງ​ແຕ່​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ພະຫັດ​ອາ ທິດ​ແລ້ວ​ນີ້​ມາ ຊື່​ງມີ​ໂຮມ​ທັງ​ການ​ກ່າວ​ອ້າງ​ວ່າ ມີ​ການ​ເອົາ​ບັດ​ປອມ​ໄປ​ຍັດ​ໃສ່​ຫີບປ່ອນ​ບັດ ກັບ​ການ​ນາບ​ຂູ່​ພວກ​ປ່ອນບັດ. ທາງ​ຄນະ​ກັມມະ ການ​ເວົ້າວ່າ ຕົນ​ຈະ​ທຳ​ການ​ສືບ​ສວນ​ເບິ່ງ​ຄຳ​ຈົ່ມ​ວ່າ​ເຫລົ່ານັ້ນ. ທ່ານ Richard Holbrooke ທູດ​ພິ​ເສດ​ສະຫະຣັດວ່າ​ດ້ວຍກິດຈະການ​ອັຟກາ​ນີສຖານ​ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບການ​ເລືອກ​ຕັ້ງ​ນັ້ນ ບໍ່​ສ້າງ​ຄວາມ​ປລາດ​ໃຈ​ຫຍັງ​ໃຫ້ເລີຍ. ທ່ານ Holbrooke ​ກ່າວ​ຢູ່​ທີ່​ແຂວງ Heart ​ໃນພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນີສຖານ ວ່າສະຫະຣັດຈະ​ເຄົາຣົບນັບຖືຂັ້ນ​ຕອນ ທ່ີ​ອັຟກາ​ນີສຖານ​ສ້າງ​ຕັ້ງຂຶ້ນ​ມາ​ໃນ​ການຕັດສິນ​ຜູ້​ຊນະ​ການ​ເລືອກ​ຕັ້ງ​ຂອງ​ຕົນ​ນັ້ນ. ພວກ​ທ່ີ​ຕິດຕາມ​ເບິ່ງ​ການ​ເລືອກ​ຕັ້ງ​ໃນ​ອັຟກາ​ນີສຖານ​ກ່າວ​ວ່າ ຄວາມຮຸນ​ແຮງ​ແລະ​ ການ​ບາບ​ຂູ່ໄດ້​ຂັດຂວາງ​ບໍ່​ໃຫ້​ມີ​ການປ່ອນ​ບັດ​ເລືອກ​ຕັ້ງ​ທ່ີເສຣີ​ໂດຍ​ເຕັມ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຫົວໜ້າ​ຄນະ​ສັງ​ເກດ​ການ​ຈາກ​ສະຫະພາບ​ຢູ​ໂຣບ ​ເອີ້ນການ​ປ່ອນ​ບັດ​ເລືອກ​ຕັ້ງ​ ​ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ຍຸຕິ​ທັມ. ປະທານາທິບໍດີ Hamid Karzai ທ່ີ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ແລະ​ຄູ່​ແຂ່ງຂັນ​ຄົນ​ສຳຄັນຈາກ​ຝ່າຍ​ຄ້ານ ຄື ອະດີດຣັຖມຸນຕີ​ຕ່າງປະ​ເທດ​ອັຟກາ​ນີສຖານ ທ່ານ Abdullah Abdullah ​ຕ່າງກໍອ້າງວ່າ​ຕົນ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.
ທີ່ປາກີສຖານ: ພວກຫົວຮຸນແຮງກ່າວວ່າ ຂບວນການຕາລິບານໃນປາກິສຖານໄດ້ ແຕ່ງຕັ້ງຜູ້ນຳຄົນ ໃໝ່ແລ້ວ ຊຶ່ງໄດ້ແກ່ນາຍ ກາຍມູລາ ເມຊຸດ ອາຍຸ 28 ປີທີ່ເຄີຍເປັນຫົວໜ້າຝ່າຍທະຫານ ຂອງກຸ່ມຕາລິບານ ຢູ່ໃນສາມເຂດຂອງພວກຊົນເຜົ່າ. ບັນດາຊ່ຽວຊານດ້ານຄວາປອດພັຍກ່າວວ່າ ນາຍກາຍ ມູລາເປັນຄົນ ໂຫດຮ້າຍປ່າເຖື່ອນເທົ່າໆກັນກັບນາຍບາຍຕູລາ ເມຊູດ ຜຸ້ນຳຄົນກ່ອນຜູ້ບັນຊາການພວກຫົວຮຸນ ແຮງຄົນນຶ່ງ ບອກພວກນັກຂ່າວໃນວັນເສົາ ວານນີ້ ວ່າສະພາປົກຄອງຕາລິບານທີ່ປະກອບດ້າຍສະມາຊິກ 42ຄົນ ໄດ້ແຕ່ງຕັ້ງຜູ້ນຳຄົນໃໝ່ຂື້ນມາ ເພາະວ່ານາຍບາຍຕູລາ ເມຊູດ ບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນວ່າ ປ່ວຍໜັກເກີນໄປ. ແຕ່ພວກເຈົ້າໜ້າທີ່ສະຫະລັດ ແລະປາກີສຖານເວົ້າວ່າ ພວກເຂົາເຈົ້າ ເຊຶ່ອວ່າ ນາຍບາຍຕູລາ ໄດ້ຖືກຂ້າຕາຍແລ້ວໃນການ ໂຈມຕີໂດຍເຮືອ ບິນບໍ່ມີຄົນຂັບຂອງສະຫະລັດເມື່ອຕົ້ນເດືອນນີ້.
ທີສະຫະຣັດ: ​ເຈົ້າ​ໜ້າ​ທ່ີ​ກອງທັບ​ສະຫະຣັດກ່າວ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ເຣີ່ມ ມອບ​ລາຍ​ຊື່​ຂອງ​ພວກ​ທ່ີ​ຖືກ​ຄຸມ​ຂັງ​ໄວ້​ໃນ​ຄ້າຍ​ລັບ​ແຫ່ງຕ່າງໆ​ໃນ​ອິຣັກແລະ​ໃນ​ອັຟກາ​ນີສຖານ ​ໃຫ້​ແກ່​ຄນະ​ກັມມາທິການ​ຂອງ​ສະພາກາ​ແດງ ສາກົນ​ແລ້ວ. ເຈົ້າ​ໜ້າ​ທ່ີ​ເຫລົ່າ​ນີ້ ທ່ີ​ຂໍ​ສງວນຊື່​ໄວ້ ບອກ​ໜັງສືພິມ The New York Times ​ແລະ​ອົງການ​ຂ່າວ AP ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ຊື່​ງ​ເປັນ ການ​ປ່ຽນແປງ​ໃນນະ​ໂຍບາຍ​ນັ້ນ ໄດ້​ມີຂຶ້ນເມື່ອ​ຕົ້ນ​ເດືອ​ນີ້ ​ໄດ​ຍບໍ່​ໄດ້ມີ​ການ​ປະກາດ​ໃຫ້​ປະຊາຊົນ​ຊາບ. ໃນ​ອະດີດ​ຜ່ານ​ມາ ລະບຽບ​ການຂອງ​ກອງທັບ​ແມ່ນ​ແຈ້ງ​ໃຫ້​ສະພາກາ​ແດງຊາບ​ໃນ​ເວລາ​ໄວທີ່​ສຸດ​ເທ່ົາ​ທ່ີຈະເຮັດ​ໄດ້ ​ແຕ່​ບໍ່​ຈຳ​ເປັນ​ຕ້ອງ​ແຈ້ງ​ໃຫ້​ຊາຍ​ພາຍ​ໃນ​ສອງ​ສັບປະດາ ​ຫລັງຈາກ​ທຳ​ການ​ຈັບ​ກຸມ ຄື​ກັນ​ກັບ​ກົດ​ລະບຽບ​ໃໝ່. ທ່ານ Brian Whitman ​ໂຄສົກ​ທຳນຽບຫ້າ​ແຈ ຫລື​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະຣັດ ບໍ່​ໄດ້​ຖື​ສຳຄັນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ ​ແລະ​ຄວາມລັບ​ຂອງ​ພວກ​ຄ້າຍ​ຄຸມ​ຂັງ​ເຫລົ່ານັ້ນ ໂດຍ​ກ່າວ​ວ່າ ພວກ​ປະ​ເທດ​ທ່ີ​ຄ້າຍ​ເຫລົ່າ​ນີ້​ຕັ້ງ​ຢູ່​ ​ແລະ​ສະພາກາ​ແດງ​ ຕ່າງ​ກໍຮູ້ຈັກ​ດີ ກ່ຽວກັບ​ທີ່​ຕັ້ງຂອງສະຖານ​ທີ່ຄຸມ​ຂັງ​ດັ່ງກ່າວ​.

XS
SM
MD
LG