ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສັງເກດການກ່ຽວກັບການເລືອກຕັ້ງ ຊົມເຊີຍ ການດຳເນີນ ຄວາມພະຍາຍາມຂອງ ອັຟການິສຖານ


ອັຟການິສຖານ: ຄະນະສັງເກດການຂອງນາໆ ຊາດ ໄດ້ກ່າວຊົມເຊີຍ ອັຟການິສຖານ ກ່ຽວກັບ ການເລືອກຕັ້ງ ໃນສັບປະດານີ້ ແຕ່ກໍເວົ້າວ່າ ຍັງ ເປັນການໄວເກີນໄປ ທີ່ຈະລົງຄວາມເຫັນໄດ້ວ່າ ຂັ້ນການເລືອກຕັ້ງນີ້ເປັນໄປຢ່າງເສຣີ ແລະຍຸຕິທັມ ຫລືບໍ່. ພວກນັກສັງເກດການ ຈາກສະຖາບັນປະ ຊາທິປະໄຕແຫ່ງຊາດ ກ່ຽວກັບກິຈການ ຕ່າງປະ ເທດຫລື NDI ກ່າວໃນວັນເສົາ ມື້ນີ້ວ່າ ການ ເລືອກຕັ້ງປະທານາທິບໍດີ ແລະການເລືອກຕັ້ງ ລະດັບແຂວງໃນອັຟການິສຖານ ໄດ້ຖືກຈັດຂຶ້ນ ເພື່ອໃຫ້ເປັນ ການສອດຄ່ອງກັບ ຫລັກປະຊາທິ ປະໄຕ ເຖິງແມ່ນວ່າ ໄດ້ມີຄວາມຜິດພາດ ຮ້າຍແຮງຫລາຍໆຢ່າງ ກໍຕາມ. ສ່ວນຄະນະ ສັງເກດການເລືອກຕັ້ງ ຂອງສະຫະພາບຢູໂຣບ ໃນອັຟການິສຖານ ເອີ້ນຂັ້ນຕອນ ການເລືອກຕັ້ງ ຄັ້ງນີ້ວ່າ ສ່ວນໃຫຍ່ແລ້ວ ໄດ້ເປັນໄປໃນທາງບວກ ຂະນະທີ່ເວົ້າວ່າ ການເລືອກຕັ້ງດັ່ງກ່າວ ບໍ່ໄດ້ຖືວ່າ ດຳເນີນໄປຢ່າງເສຣີ ໂດຍທັງໝົດ ຍ້ອນມີການຂົ່ມຂູ່ວ່າ ຈະເກີດຄວາມຮຸນແຮງຂຶ້ນ. ມີຢ່າງນ້ອຍກຸ່ມນຶ່ງ ທີ່ເວົ້າວ່າ ພວກທາລີບານ ໄດ້ປະຕິບັດຕາມ ຄຳຂູ່ຂອງພວກເຂົາ ໃນການໂຈມຕີ ພວກທີ່ປ່ອນບັດ.

ເກົາຫລີ: ອົງການຂ່າວຂອງທາງການເກົາຫຼີໃຕ້ ລາຍງານ ໃນວັນເສົາມື້ນີ້ວ່າຄະນະຜູ້ແທນຂອງ ເກົາຫລີເໜືອ ທີ່ກຸງໂຊລ ໄດ້ຂໍພົບປະ ກັບປະທາ ນາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK. ອົງການຂ່າວຢອນຮັບ ທີ່ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ຣັຖບານ ທີ່ບໍ່ໄດ້ເປີດເຜີຍຊື່ຄົນ ນຶ່ງ ລາຍງານວ່າ ຄະນະຜູ້ແທນ ເກົາຫລີເໜືອ ເວົ້າວ່າ ເຂົ້າເຈົ້າໄດ້ຖືສານ ຂອງຜູ້ນຳເກົາຫລີ ເໜືອ ທ່ານ KIM JONG IL ມາພ້ອມ. ອົງການຂ່າວຢອນຮັບເວົ້າວ່າ ມີການແຈ້ງ ການຮ້ອງຂໍ ຂອງຄະນະຜູ້ແທນ ເກົາຫລີເໜືອ ໄປຍັງຣັຖມຸນຕຣີ ທ້ອນໂຮມຊາດ ເກົາຫລີໃຕ້ ທ່ານ HYUN IN TAEK ໃນມື້ນີ້. ລາຍງານ ຂ່າວ ກ່ຽວກັບການຮ້ອງຂໍດັ່ງກ່າວ ມີຂຶ້ນຫລັງຈາກ ໄດ້ມີການພົບປະກັນ ທີ່ກຸງໂຊລ ລະຫວ່າງທ່ານ HYUN ແລະຫົວໜ້າສອດແນມ ຂອງເກົາຫລີເໜືອ ທ່ານ KIM YANG GON ຊຶ່ງເປັນຜູ້ຮັບຜິດຊອບ ກິຈການພາຍໃນ ເກົາຫລີນຳດ້ວຍ. ລາຍລະອຽດຂອງການພົບປະ ບໍ່ໄດ້ມີການເປີດເຜີຍໃຫ້ຊາບ ແຕ່ທ່ານ HYUN ກ່າວກ່ອນ ການພົບປະກັນວ່າ ທ່ານຢາກຈະສົນທະນາຫາຣື ກ່ຽວກັບກິຈການ ລະຫວ່າງສອງເກົາຫລີ.

ສະຫະຣັດ - ຈີນ: ເອກອັຄຣັຖທູດສະຫະຣັດ ຄົນໃໝ່ ປະຈຳປະເທດຈີນ ໄດ້ກ່າວແນະນຳໂຕ ຕໍ່ສື່ມວນຊົນ ໃນວັນເສົາ ມື້ນີ້ ບໍ່ຮອດ 24 ຊົ່ວ ໂມງ ຫລັງຈາກທ່ານ ໄດ້ເດີນທາງໄປເຖິງ ນະຄອນຫລວງປັກກິ່ງ. ເອກອັຄຣັຖທູດ JON HUNTSMAN ໄດ້ພົບປະ ກັບພວກນັກຂ່າວ ທີ່ບ້ານພັກຂອງທ່ານ ໃນນະຄອນຫລວງປັກກິ່ງ ພ້ອມດ້ວຍພັລຍາຂອງທ່ານ ທ່ານນາງ MARY KAY ແລະລູກໆອີກ 3 ຄົນ ໃນຈຳນວນທັງໝົດ 7 ຄົນ ຂອງທ່ານ. ນາງ MARY ANNE ລູກ ສາວວັຍ 23 ປີຂອງທ່ານ ໄດ້ໂຊວ໌ສີມືໃນການ ຫລິ້ນເປັຽໂນ ຈາກບົດປະພັນ ຂອງທ່ານ RACHMANINOFF ເພື່ອກ່ອມອາຣົມ ພວກ ນັກຂ່າວ ທີ່ຫ້ອງຮັບແຂກ ຢ່າງເປັນທາງການ ຂອງທ່ານເອກອັຄອັຖທູດ. ທ່ານ HUNTSMAN ຮັບຮູ້ວ່າ ໃນອະດີດຜ່ານມາ ຄວາມສັມ ພັນລະຫວ່າງສະຫະຣັດກັບຈີນ ໄດ້ມີຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບບັນຫາຕ່າງໆ ເຊັ່ນເຣື່ອງ ສິດທິມະນຸດເປັນຕົ້ນ. ທ່ານກ່າວວ່າ ຄວາມສັມພັນ ລະຫວ່າງ ສະຫະຣັດກັບຈີນ ຕ້ອງໄດ້ເອົາຊະນະ ຄວາມເຫັນ ບໍ່ລົງຮອຍກັນເຫລົ່ານີ້ ຊຶ່ງທ່ານກ່າວຢ້ຳວ່າ ມັນຈະຢູ່ທີ່ນັ້ນຕລອດໄປ ແລະຈະເພັ່ງເລັງໃສ່ ເຣື່ອງຜົນປໂຍດຮ່ວມກັນແທນ.

ລັອກເກີບີ: ຜູ້ນຳຂອງລີເບັຽທ່ານ MOAMMAR GADHAFI ໄດ້ສວມກອດ ນັກໂທດວາງຣະເບີດ ເໜືອເຂດນ່ານຟ້າ ເມືອງ LOCKERBIE ນາຍ ABDEL BASSET AL-MEGRAHI ຂະນະທີ່ ຜູ້ກ່ຽວ ເດີນທາງໄປເຖິງລີເບັຽ ລຸນຫລັງທີ່ໄດ້ຖືກ ປ່ອຍ ອອກຈາກຄຸກ. ທ່ານ GADHAFI ໄດ້ ກ່າວຊົມເຊີຍ ເຈົ້າໜ້າທີ່ SCOTLAND ທີ່ໄດ້ມີ ໃນອັນທີ່ທ່ານເອີ້ນວ່າ ຄວາມກ້າຫານ ອະນຸຍາດ ໃຫ້ນາຍ MEGRAHI ທີ່ປ່ວຍເປັນມະເຮັງ ຂັ້ນ ສຸດທ້າຍ ໃກ້ຈະຕາຍຢູ່ແລ້ວນັ້ນ ເດີນທາງກັບ ຄືນປະເທດ. ວີດີໂອ ທີ່ອອກອາກາດ ໂດຍໂທຣະພາບລີເບັຽ ສະແດງໃຫ້ເຫັນວ່າ ພັນເອກ GADHAFI ໄດ້ສວມກອດ ນາຍ MEGRAHI ໃນລະຫວ່າງ ການພົບປະກັນ ໃນຄືນວັນສຸກວານນີ້. ຫລັງຈາກນັ້ນ ນາຍ MEGRAHI ກໍຈັບເອົາມື ຂອງຜູ້ນຳລີເບັຽ ຂຶ້ນມາຈູບ ກ່ອນທີ່ບຸກຄົນທັງສອງ ຈະໄດ້ນັ່ງລົມກັນ ກັບບັນດາສະມາຊິກ ໃນຄອບຄົວຂອງນາຍ MEGRAHI ແລະພວກທີ່ ຫວັງດີທັງຫລາຍ. ອັງກິດແລະສະຫະຣັດ ໄດ້ປະນາມ ການຕ້ອນຮັບ ແບບວີຣະຊົນ ຕໍ່ຜູ້ຊາຍ ທີ່ຖືກຕັດສິນໂທດວ່າ ເປັນຄາຕກອນ ສັງຫານ 270 ຄົນ ໃນການວາງຣະເບີດ ໃສ່ເຮືອບິນ ໃນປີ 1988.

ອີຣ່ານ: ສະຫະຣັດແລະອິສຣາແອລໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບການແຕ່ງຕັ້ງ ຜູ້ຕ້ອງ ສົງສັຍວ່າ ເປັນຜູ້ກໍ່ການຮ້າຍຂ້າມຊາດ ໃຫ້ເປັນ ຣັຖມຸນຕຣີ ປ້ອງກັນປະເທດຄົນໃໝ່ ຂອງອີຣ່ານ ໂດຍປະທານາທິບໍດີ MAHMOUD AHMADI NEJAD. ທ່ານ IAN KELLY ໂຄສົກກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ການຮັບ ຮອງເອົາທ່ານ AHMED VAHIDI ເປັນຣັຖມຸນ ຕຣີນັ້ນ ຈະເປັນເຣື່ອງທີ່ສ້າງ ຄວາມວິຕົກກັງວັນ. ພວກຜູ້ນຳຊາວຢິວ ໃນອາເຈັນຕິນາ ຍັງກ່າວວ່າ ຕົນມີຄວາມວິຕົກກັງວົນ ກ່ຽວກັບການແຕ່ງຕັ້ງ ທ່ານ VAHIDI ທີ່ຕຳຣວດສາກົນ INTERPOL ຕ້ອງການໂຕ ຍ້ອນມີການພົວພັນ ກັບການວາງຣະເບີດ ໃສ່ສູນກາງຊາວຢິວ ທີ່ນະຄອນ BUENOS AIRES ໃນປີ 1994. ໄອຍະການຄົນນຶ່ງ ຂອງອາເຈັນຕິນາ ກ່າວວ່າ ການແຕ່ງຕັ້ງ ທ່ານ VAHIDI ແມ່ນເປັນເຣື່ອງ ສຳຄັນ ໂດຍທີ່ອາເຈັນຕິນາ ໄດ້ກ່າວຫາ ຜູ້ກ່ຽວ ແລະຊາວອີຣ່ານ ອີກ 4 ຄົນວ່າ ມີສ່ວນພົວພັນ ນຳການໂຈມຕີ. ການວາງຣະເບີດ ໂຈມຕີສູນກາງ ປະຊາຄົມຊາວຢິວ ທີ່ນະຄອນ BUENOS AIRES ໃນປີ 1994 ເຮັດໃຫ້ມີ ຜູ້ເສັຽຊີວິດ 85 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍຮ້ອຍຄົນ.

ປາກິສຖານ: ໄດ້ມີການຄົ້ນພົບຊາກສົບເພີ້ມຕື່ມ ລຸນຫລັງທີ່ໄດ້ມີ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າເປັນຂອງສະຫະຣັດ ຕໍ່ບ່ອນຫລົບລີ້ ຂອງພວກຫົວຮຸນແຮງ ໃນພາກຕາເວັນຕົກສຽງ ເໜືອຂອງປາກິສຖານ. ເຈົ້າໜ້າທີ່ ຮັກສາຄວາມ ສະງົບ ແລະພວກຜູ້ນຳຊົນເຜົ່າ ຕ່າງກໍກ່າວວ່າ ມີຢ່າງນ້ອຍ 21 ຄົນ ໄດ້ເສັຽຊີີວິດ ເວລາມີການ ຍິງລູກສອນເຂົ້າໃສ່ ເຮືອນຫລັງນຶ່ງ ທີ່ບ້ານ DANDE DARPA KHEL ໃກ້ໆເມືອງ MIRANSHAH ຊຶ່ງເປັນຫົວເມືອງສຳຄັນ ໃນເຂດ WAZIRISTAN ເໜືອ. ເຈົ້າໜ້າທີ່ ກ່າວວ່າ ແມ່ຍິງແລະເດັກນ້ອຍ ບໍ່ຕ່ຳກວ່າ 5 ຄົນ ແມ່ນຮວມຢູ່ໃນຈຳນວນ ພວກທີ່ເສັຽຊີວິດ. ພວກທີ່ບາດເຈັບລົ້ມຕາຍ ສ່ວນນຶ່ງນັ້ຍ ແມ່ນເປັນຊາວ ອັຟການິສຖານ. ເຂດດັ່ງກ່າວນີ້ ເປັນທີ່ໝັ້ນ ຂອງຜູ້ນຳອະວຸໂສ ທາລີບານຄົນນຶ່ງ ຄືນາຍ JALALUDDIN HAQQANI. ເຈົ້າໜ້າທີ່ ປາກິສຖານ ບາງຄົນເວົ້າວ່າ ການໂຈມຕີ ດ້ວຍລູກສອນໄຟ ແມ່ນແນເປົ້າໝາຍໃສ່ ລູກຊາຍຂອງຜູ້ກ່ຽວ ຄືນາຍ SIRAJ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG