ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອັຟການິສຖານ ເວົ້າວ່າ ມັນຍັງເປັນການໄວເກີນໄປ ທີ່ຈະກ່າວອ້າງ ເອົາໄຊຊະນະ


ອັຟການິສຖານ: ຫົວໜ້າເລືອກຕັ້ງອັຟການິສ ຖານເຕືອນວ່າ ມັນເປັນການໄວເກີນໄປ ທີ່ຈະ ອ້າງເອົາ ໄຊຊະນະ ໃນການເລືອກຕັ້ງ ປະທາ ນາທິບໍດີ ຂອງປະເທດ ຫຼັງຈາກຜູ້ສະມັກ ທີ່ມີ ຄະແນນນຳໜ້າທັງສອງ ຕ່າງກໍໄດ້ປະກາດວ່າ ຕົນເປັນຜູ້ຊະນະນັ້ນ. ຄະນະໂຄສະນາຫາສຽງ ຂອງ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ທີ່ສະມັກເຂົ້າແຂ່ງຂັນເອົາ ຕຳແໜ່ງ ຕື່ມອີກນັ້ນ ກ່າວວ່າ ການມີຄະແນນ ສຽງນຳໜ້າຂອງທ່ານ KARZAI ແມ່ນຫຼາຍພໍ ທີ່ການເລືອກຕັ້ງຮອບສອງ ຈະບໍ່ມີຄວາມຈຳເປັນ. ສ່ວນໂຄສົກຄົນນຶ່ງ ຂອງອະດີດ ຣັຖມນຸຕຣີ ການຕ່າງປະເທດ ABDULLAH ABDULLAH ທີ່ຖືກັນວ່າ ເປັນຜູ້ທ້າທາຍ ທີ່ມີຄະແນນສຽງ ໃກ້ຄຽງທ່ານ KARZAI ຫລາຍທີ່ສຸດນັ້ນ ໄດ້ກ່າວອ້າງວ່າ ແນ່ນອນທ່ານ ABDULLAH ເປັນຜູ້ມີ ຄະແນນສຽງນຳໜ້າ. ແຕ່ເລຂາທິການໃຫຍ່ ຂອງຄະນະ ກັມມະການເລືອກຕັ້ງ ຊຶ່ງເປັນອົງການ ຈັດຕັ້ງອິສຣະ ທ່ານ DAOUD ALI NAJAFI ກ່າວໃນມື້ນີ້ວ່າ ຍັງບໍ່ທັນມີ ການນັບບັດ ຄະແນນສຽງ ທັງໝົດເທື່ອ ແລະດັ່ງນັ້ນ ຜົນການນັບ ຄະແນນສຽງຂັ້ນຕົ້ນ ຈຶ່ງຈະບໍ່ມີການ ປະກາດໃຫ້ຊາບ ພາຍໃນໄລຍະ ຕື່ມອີກ 4 ມື້ ຄືຈົນຮອດວັນທີ 25 ສິງຫາ.

ເກົາຫລີ: ຄະນະຜູ້ແທນ ຂອງເກົາຫລີເໜືອ ໄດ້ໄປຢ້ຽມຄຳນັບສົບ ມື້ລາງອະດີດປະທານາ ທິບໍດີເກົາຫລີໃຕ້ທ່ານກິມແດຈຸງ ຕາງໜ້າໃຫ້ ທ່ານ ກິມຈົງອິລ ຜູ້ນຳຂອງເກົາຫລີເໜືອ ໃນ ລະຫວ່າງ ການເດີນທາງ ໄປຢ້ຽມຢາມເກົາຫຼີ ໃຕ້. ຄະນະຜູ້ແທນ ຂອງເກົາຫລີເໜືອຍັງໄດ້ ນຳເອົາ ພວງມາລາ ໄປຍັງບ່ອນ ວາງສົບຂອງ ທ່ານກິມ ທີ່ສະພາແຫ່ງຊາດ ເກົາຫລີໃຕ້. ທ່ານກິມ ໄດ້ເຖິງແກ່ມໍຣະນະກັມ ໃນມື້ ວັນອັງຄານ ຜ່ານມາ ຮວມອາຍຸໄດ້ 85 ປີ. ນີ້ແມ່ນເທື່ອທຳອິດ ທີ່ເກົາຫລີເໜືອ ໄດ້ໄປຢ້ຽມຄຳນັບສົບ ຢ່າງເປັນທາງການ ຂອງຜູ້ນຳເກົາຫລີໃຕ້ ແລະນີ້ກໍເປັນເທື່ອທຳອິດ ໃນຮອບເກືອບສອງປີ ທີ່ເຈົ້າໜ້າທີ່ ເກົາຫລີເໜືອ ໄດ້ເດີນທາງ ໄປເກົາຫລີໃຕ້. ການຢ້ຽມຢາທີ່ວ່ານີ້ ແມ່ນຖືກເບິ່ງກັນວ່າ ເປັນໂອກາດອັນດີ ສຳລັບເປີດ ການເຈຣະຈາຫາຣືກັນ ລຸນຫລັງທີ່ໄດ້ເກີດ ຄວາມເຄັ່ງຕຶງ ມາເປັນເວລາ ຫລາຍໆເດືອນ. ຄະນະຜູ້ແທນ ຂອງເກົາຫລີເໜືອ ແມ່ນຮວມທັງ ຫົວໜ້າໜ່ວຍສືບລັບ ຂອງພຽງຢາງ ແລະເຈົ້າໜ້າທີ່ ອະວຸໂສຂອງພັກ. ແຕ່ໂຄສົກຄົນນຶ່ງ ຂອງກະຊວງ ທ້ອນໂຮມຊາດ ເກົາຫລີໃຕ້ກ່າວວ່າ ບໍ່ມີໝາຍກຳນົດການ ທີ່ຈະເປີດ ການເຈຣະຈາ ລະຫວ່າງຄະນະຜູ້ແທນ ເກົາຫລີເໜືອ ກັບຣັຖບານ ເກົາຫລີໃຕ້.

ຈີນ - ການສໍ້ຣາດ: ສື່ມວນຊົນຂອງທາງການ ຈີນ ລາຍງານວ່າ ມີຜູ້ບັນຊາການຕຳຣວດ ຢ່າງ ນ້ອຍຢູ່ໃນ 6 ເຂດໄດ້ຖືກຈັບ ໃນການປາບປາມ ການສໍ້ຣາດບັງຫຼວງຄັ້ງໃຫຍ່ທີ່ເມືອງ CHONG QING ໃນພາກຕາເວັນຕົກ ສຽງໃຕ້ຂອງຈີນ. ເຈົ້າໜ້າທີ່ຕຳຣວດຄົນນຶ່ງ ກ່າວຕໍ່ໜັງສືພິມ CHINA DAILY ວ່າ ມີການສົງສັຍວ່າ ຜູ້ບັນຊາການ ຕຳຣວດທັງ 6 ໃຫ້ການປົກປ້ອງຄຸ້ມຄອງ ແກ່ກຸ່ມອັນທະພານ. ເຈົ້າໜ້າທີ່ເວົ້າວ່າ ມີຜູ້ບັນຊາການຕຳຣວດ ຢ່າງນ້ອຍ 3 ຄົນ ໄດ້ຖືກຈັບບໍ່ດົນ ກ່ອນຈະໄປຮ່ວມປະຊຸມ ທີ່ທາງກົມຕຳຣວດຈັດຂຶ້ນ ເພື່ອປຶກສາຫາຣື ກ່ຽວກັບ ການປາບປາມດັ່ງກ່າວ. ເຈົ້າໜ້າທີ່ຄົນນີ້ ເວົ້າຕື່ມວ່າ ມີຕຳຣວດ ລະຫວ່າງ 30 ຫາ 40 ຄົນ ໄດ້ຖືກຈັບ ໃນຂໍ້ຫາ ພົວພັນກັບ ການກໍ່ອາຊຍາກັມ ຫລືບໍ່ກໍໃຫ້ການຄຸ້ມຄອງ ແກ່ກຸ່ມອັນທະພານ. ສື່ມວນຊົນຂອງຈີນ ລາຍງານວ່າ ມີຕຳຣວດ ຫລາຍກວ່າ 500 ຄົນ ກຳລັງຖືກສືບສວນ. ໃນຕົ້ນເດືອນນີ້ ອະດີດ ຜູ້ອຳນວຍການຕຳຣວດ ທີ່ເມືອງ CHONGQING ກໍໄດ້ຖືກຈັບ ຊຶ່ງເປັນພາກສ່ວນນຶ່ງ ໃນການປຸກຣະດົມ ຕໍ່ຕ້ານການສໍ້ຣາດບັງຫຼວງ.

ປະເທດໄທ: ທະຫານ 2 ຄົນແລະພົລເຮືອນ ຄົນນຶ່ງ ໄດ້ຖືກຂ້າຕາຍ ໃນການໂຈມຕີ 2 ຄັ້ງ ຂອງພວກ ທີ່ສົງສັຍວ່າ ເປັນກະບົດ ຢູ່ໃນເຂດ ພາກໃຕ້ ທີ່ວຸ້ນວາຍຂອງໄທ. ຕຳຣວດກ່າວວ່າ ຣະເບີດແຄມທາງລູກນຶ່ງ ໄດ້ແຕກໃສ່ ພວກທະ ຫານ ທີ່ພວມລາຕເວນ ຢູ່ທີ່ຈັງຫວັດ ນະຣາທິ ວາດ. ມີທະຫານ 2 ຄົນ ເສັຽຊີວິດ ແລະອີກຄົນນຶ່ງ ໄດ້ຮັບບາດເຈັບ ໃນເຫດຣະເບີດແຕກ ດັ່ງກ່າວ ແລະການຍິງຕໍ່ສູ້ກັນ ທີ່ຕິດຕາມມາ ໃນວັນສຸກມື້ນີ້. ສ່ວນທີ່ຈັງຫວັດ ປັດຕະນີ ຊຶ່ງຕັ້ງຢູ່ ໃກ້ຄຽງນັ້ນ ມືປືນ ໄດ້ສັງຫານຜູ້ໃຫຍ່ບ້ານ ຊາວມຸສລິມ ຄົນນຶ່ງ ຂະນະທີ່ລາວ ພວມກະກຽມ ຈະສວດມົນ ພາວະນາ ໃນຕອນເຊົ້າມື້ນີ້ ແລະໃນມື້ວານ ຜູ້ຊາຍຄົນນຶ່ງ ທີ່ນັບຖືສາສນາພຸດ ກໍໄດ້ຖືກຂ້າຕາຍ ຢູ່ນອກຮ້ານ ແປງຣົດຈັກ ຂອງລາວ. ຣະເບີດທີ່ຫ້າງໄວ້ ໃກ້ໆກັບບ່ອນລາວຕາຍ ໄດ້ແຕກຂຶ້ນ ເວລາເຈົ້າໜ້າທີ່ສືບສວນ ໄປຮອດບ່ອນເກີດເຫດ ແຕ່ປາກົດວ່າ ບໍ່ມີຜູ້ໃດ ໄດ້ຮັບບາດເຈັບລົ້ມຕາຍ. ມີປະມານ 3 ພັນ 500 ຄົນ ໄດ້ເສັຽຊີວິດ ນັບແຕ່ ພວກກະບົດ ແບ່ງແຍກດິນແດນ ຊາວພວກມຸສລິມ ເລີ້ມທຳການຕໍ່ສູ້ ຢູ່ໃນເຂດພາກໃຕ້ ຂອງໄທ ໃນປີ 2004.

ມາເລເຊັຽ: ອົງການ ນິຣະໂທດກັມສາກົນໄດ້ ຮ້ອງຮຽນ ໄປຍັງຣັຖບານມາເລເຊັຽ ໃນວັນສຸກ ມື້ນີ້ໃຫ້ຍົກເລີກ ການຕັດສິນໂທດຂ້ຽນຕີແມ່ຍິງ ຄົນນຶ່ງ ທີ່ໄດ້ກິນເຫລົ້າ. ກຸ່ມປົກປ້ອງ ສິດທິມະ ນຸດນາໆຊາດກຸ່ມນີ້ ກ່າວໃນ ຖແລງຂ່າວ ສະບັບນຶ່ງວ່າ ການຂ້ຽນຕີ ແມ່ນເປັນການກະທຳ ທີ່ໂຫດຮ້າຍທາຣຸນ ໄຮ້ຄວາມເປັນມະນຸດ ແລະຕ່ຳຊ້າ ແລະການກະທຳ ທີ່ວ່ານີ້ ຄວນຈະໄດ້ຮັບ ການຍົກເລີກ ໂດຍສິ້ນເຊີງ. ແຕ່ລາຍງານ ຂອງອົງການ ຂ່າວເອພີ ຂອງສະຫະຣັດແຈ້ງວ່າ ນາງ KARTIKA DEWI SHUKARNO ແມ່ຍິງຜູ້ທີ່ໄດ້ຮັບ ການຕັດສິນໂທດ ໃຫ້ຖືກຂ້ຽນຕີ 6 ບາດ ແລະປັບໃໝ 1 ພັນ 400 ໂດລານັ້ນ ໄດ້ປະຕິເສດ ຕໍ່ການຂໍອຸທອນ ໃນນາມນາງ. ນາງຈະເປັນ ແມ່ຍິງຄົນທຳອິດ ທີ່ຈະຖືກຂ້ຽນຕີ ພາຍໃຕ້ກົດໝາຍ ສາສນາອິສລາມ ຂອງມາເລເຊັຽ. ມາເລເຊັຽ ຊຶ່ງເປັນປະເທດ ທີ່ປະຊາຊົນສ່ວນໃຫຍ່ ນັບຖືກສາສນາ ອິສລາມນັ້ນ ໄດ້ຫ້າມບໍ່ໃຫ້ ຊາວມຸສລິມ ກິນເຫລົ້າ ແຕ່ປ່ອຍໃຫ້ພວກທີ່ ບໍ່ໄດ້ນັບຖື ສາສນາອິສລາມ ກິນໄດ້.

ລີເບັຽ: ຣັຖມຸນຕຣີ ການຕ່າງປະເທດ ອັງກິດ ທ່ານ DAVID MILLIBAND ກ່າວວ່າ ມັນ ເປັນເຣື່ອງທີ່ໜ້າເສັຽໃຈ ແລະໜ້າວິຕົກຫຼາຍທີ່ ໄດ້ເຫັນພາບຜູ້ຊາຍທີ່ຖືກພົບເຫັນວ່າ ມີຄວາມ ຜິດໃນການວາງຣະເບີດ ໃນເຂດນ່ານຟ້າເມືອງ LOCKERBIE ໃນປີ 1988 ໄດ້ຖືກຕ້ອນຮັບ ຢ່າງວິຣະຊົນ ເວລາຜູ້ກ່ຽວ ເດີນທາງ ກັບຄືນ ໄປ ລີເບັຽ. ທ່ານ MILLIBAND ຍັງເອີ້ນນາຍ ABDEL BASET AL-MEGRAHI ວ່າ ເປັນຄາຕກອນ ສັງຫານໝູ່. ນາຍ MEGRAHI ໄດ້ຖືກຈຳຄຸກ ຕລອດຊີວິດ ຍ້ອນວາງຣະເບີດ ໃສ່ຖ້ຽວບິນ 103 ຂອງສາຍການບິນ PAN AM ເໜືອເຂດນ່ານຟ້ າເມືອງ LOCKERBIE ໃນ SCOTLAND ເມື່ອປີ 1988 ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ 270 ຄົນ. ນາຍ MEGRAHI ໄດ້ເດີນທາງ ກັບຄືນໄປລີເບັຽ ໃນຕອນແລງ ຂອງມື້ວານນີ້ ຫຼັງຈາກເຈົ້າໜ້າທີ່ SCOTLAND ໄດ້ປ່ອຍຜູ້ກ່ຽວ ຍ້ອນຄວາມເມດຕາ ກາຣຸນາ. ພວກໜຸ່ມນ້ອຍ ຊາວລີເບັຽ ຈຳນວນຫລາຍຮ້ອຍຄົນ ທີ່ໄປຕ້ອນຮັບ ໄດ້ພາກັນຮ້ອງເຊັຽ ແລະໂບກທຸງຊາດລີເບັຽ ພ້ອມກັບຮູບຂອງລາວ ຕ້ອນຮັບນາຍ MEGRAHI ທີ່ສນາມບິນ TRIPOLI.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG