ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໃຊ້ຢາຕ້ານເຊື້ອໂຣກຢ່າງບໍ່ຖືກຕ້ອງພາໃຫ້ເກີດ ເຊື້ອພະຍາດວັນນະໂຣກທີ່ດື້ໄດ້


ການໃຊ້ຢາຕ້ານເຊື້ອ​ໂຣກຢ່າງ​ບໍ່​ຖືກຕ້ອງ ພາໃຫ້​ເກີດ​ເຊື້ອພະຍາດວັນນະໂຣກ ຫລື ໂຣກປອດແຫ້ງທີ່ດື້ຢາ​ໄດ້.

ການສຶກສາຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າ ການໃຊ້ຢາຕ້ານເຊື້ອ​ໂຣກ ທີ່ຄົນນິຍົມໃຊ້ກັນຫລາຍ ຊະນິດ​ນື່ງ ຢ່າງ​ບໍ່ຖືກຕ້ອງ ກຳລັງພາໃຫ້ເກີດເຊື້ອພະຍາດ ວັນນະໂຣກ ຫລື TB ທີ່​ດື້ຢາ. ວັນນະ​ໂຣກ ເປັນພະຍາດກ່ຽວກັບຫລອດລົມຫາຍໃຈ ທີ່​ມີ​ສາ​ເຫດ​ມາ​ຈາກການ​ຕິດ​ເຊື້ອ​ໂຣກ ຊຶ່ງອົງການອະນາໄມໂລກເວົ້າວ່າ ໄດ້ເຮັດໃຫ້ຜູ້ຄົນຢູ່​ໃນ​ທົ່ວ​ໂລກ ເສຍຊີວິດ ຮອດ 2 ລ້ານຄົນ ໃນແຕ່ລະປີ.

ເຖິງແມ່ນວ່າ ວັນນະໂຣກ ຫລື ໂຣກປອດແຫ້ງ ເປັນພະ ຍາດທີ່ປິ່ນປົວໄດ້ ແຕ່ການ ປິ່ນປົວຕ້ອງໄດ້ໃຊ້ຢາປົວຫລາຍ ຢ່າງພ້ອມກັນບາດດຽວ ຢ່າງຕໍ່​ເນື່ອງກັນເປັນເວລາ 6 ເດືອນ. ພວກນັກຄົ້ນຄວ້າໄດ້ມີຄວາມຫວັງວ່າ ຢາຕ້ານເຊື້ອ ພະຍາດ​ລຸ້ນນື່ງ ທີ່ມີຊື່ວ່າ fluoroquinolones [floor-oh-KWIN-oh-loans] ອາດຊ່ວຍປ່ຽນ​ແປງ​ວິທີ​ປິ່ນປົວ​ໂຣກນີ້ ໄດ້. ຫາກແຕ່ວ່າ ທ່ານນາງ Rose Devasia [deh-VAHZ-ee-ah] ນັກຄົ້ນຄວ້າດ້ານ​ພະຍາດ​ທີ່​ເກີດ​ຈາກ​ການ​ຕິດ​ເຊື້ອ ທີ່​ມະຫາວິທະຍາ​ໄລ Vanderbilt University ​ເວົ້າວ່າ ຍ້ອນ​ວ່າຢາ​ພວກ​ນີ້ມີປະສິດທິຜົນ,​ປອດ​ໄພ ​ແລະ ​ໃຊ້​ງ່າຍ​ ​ຈື່ງພາໃຫ້ພວກ​ນາຍໝໍ​ສັ່ງຢາ​ ໃຫ້​ຄົນ​ເຈັບ​ກິນຢ່າງ​ກວ້າງ ຂວາງ ເພື່ອປົວພະຍາດຫລາຍ​ຊະນິດ, ບາງ​ຄັ້ງກໍ​ສັ່ງ​ໃຫ້​ກິນ​ ​ເຖິງແມ່ນບໍ່ຮູ້​ແນ່ນອນວ່າ ​ຄົນ​ເຈັບ​ປ່ວຍ​ເປັນ​ພະຍາດ​ຕິດ​ເຊື້ອອັນ​ໃດ ກໍ​ຕາມ. ທ່ານ​ນາງ Devasia ເວົ້າວ່າ ການ​ເຮັດ​ແນວ​ນັ້ນ ສາມາດ​ກໍ່ໃຫ້​ເກີດ​ບັນຫາ​ໄດ້ ສຳລັບ​ຄົນ​ເຈັບທີ່​ປ່ວຍເປັນວັນນະໂຣກ​ແທ້ໆ​. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ​ເວລາ​ຄົນ​ເຈັບເຂົ້າ​ໄປຫ້ອງ​ສຸກ​ເສີນແລະ ໄອອອກ​ມາ ຫລາຍໆ​ຫລື​ແຮງໆ ນາຍໝໍກໍຄິດ​ວ່າ, ​ໂອ້ ລາວ​ຄົງ​ຈະ​ເປັນ​ໂຣກປອດ​ບວມ, ສະນັ້ນ, ຂ້ອຍ​ຈະ​ເອົາ​ຢາ fluoroquinolones ​ໃຫ້​ລາວ ກິນ. ​ແຕ່ຢາ fluoroquinolones ປົວ​ພະຍາດ TB ​ໄດ້​ແຕ່​ບາງ​ພາກສ່ວນ​ເທົ່າ​ນັ້ນ. ຄົນ​ປ່ວຍ​ຈະຮູ້ສຶກດີ​ຂຶ້ນມາ ປະມານ 10 ຫາ 13 ມື້ ແລ້ວ ອາການ​ໄອກໍຈະ​ກັບ​ມາ​ຄືນອີກ. ສະນັ້ນ ລາວກໍ​ຈະໄປ​ຫາ​ນາຍໝໍອີກ​ຜູ້​ນຶ່ງ ຫລື ກັບ​ຄືນ​ໄປ​ຫ້ອງ​ສຸກ​ເສີນ​ອີກ​ ແລະ ບອກ​ນາຍ​ແພດວ່າ ລາວ​ເປັນໄອອີກ​ແລ້ວ ນາຍ​ໝໍກໍ​ຈະ​ເອົາ​ຢາ fluoroquinolones ​ໃຫ້​ລາວ​ກິນອີກຊຸດ​ນຶ່ງ.

ທ່ານ​ນາງ Devasia ເວົ້າວ່າ ໃນ​ແຕ່ລະຄັ້ງທີ່ຄົນ​ເຈັບທີ່​ຍັງ ບໍ່ໄດ້ຖືກ​ກວດ​ເຫັນວ່າ​ ເປັນ​ໂຣກ​ປອດ​ແຫ້ງ​ ​ແຕ່​ໄດ້​ກິນ​ຢາ fluoroquinolones ​ເພື່ອປິ່ນປົວ​ພະຍາດ​ອື່ນ ຕາມ​ໃບ​ສ່ັງ​ຂອງນາຍ​ແພດ​ນັ້ນ, ມັນ​ກໍ​ຈະເພິ່ມທະວີ​ຄວາມ​ສ່ຽງ ທີ່ວ່າ ລາວ​ຈະ​ເປັນ​ພະຍາດ TB ທີ່ດື້ຕໍ່ຢາ fluoroquinolones.

ຢູ່​ໃນການສຶກສາຄົ້ນຄວ້າໃໝ່ ທີ່​ລົງພິມ​ຢູ່​ໃນວາລະສານ ການແພດ​ຂອງ​ອາ​ເມ​ລິ​ກາ ກ່ຽວກັບ ພະຍາດຫລອດ​ລົມ ​ແລະການ​ປິ່ນປົວພະຍາດ ທີ່ໜັກໜ່ວງ ຫລື American Journal of Respiratory and Critical Care Medicine, ທ່ານນາງ Devasia ​ກ່າວ​ວ່າ ນາງແລະ​ເພື່ອນ ຮ່ວມງານຂອງ​ນາງ ໄດ້​ຄົ້ນພົບ​ວ່າ ຄົນປ່ວຍ​ເປັນ​ TB ຫລື​ປອດ ແຫ້ງ ເກືອບ 1 ຄົນ​ໃນ​ 5 ຄົນ​ໃດ ​ແມ່ນໄດ້ຮັບ​ໃບ​ສັ່ງ​ໃຫ້​ກິນຢາ fluoroquinolones ​ໃນ​ປີ ກ່ອນ​ທີ່​ເຂົາ​ເຈົ້າຈະຖືກ ກວດ​ພົບວ່າ ເປັນ​ວັນນະ​ໂຣກ. ການ​ກິນ​ຢາ fluoroquino-lones ງວດ​ນຶ່ງ​ແມ່ນ 10 ມື້. ທຸກໆ 10 ມື້​ໃດທີ່​ຄົນ​ເຈັບ​ກິນ​ຢາ​ fluoroquinolones ຕື່ມ​ອີກ​ນັ້ນ ​ໂອກາດ​ທີ່​ຈະ​ພາ​ໃຫ້​ເກີດ​ເຊື້​ອພະຍາດ ປອດແຫ້ງ ທີ່​ດື້ຕໍ່ຢາ fluoroquino-lones ນັ້ນ ​ແມ່ນ​ເພີ້ມຂຶ້ນ 50%.

ຢູ່​ໃນ​ຮ້ານຂາຍ​ຢາ​ໃນບັນດາປະ​ເທ​ດກຳລັງ​ພັດທະນາ ຢາ fluoroquinolones ມີ​ໄວ້​ໃຫ້​ຊື້​ໄດ້​ງ່າຍ ​ໂດຍ​ບໍ່ຈຳ​ເປັນຕ້ອງ​ມີໃບ​ສັ່ງ​ຢາ​ຈາກໝໍ ພາຍ​ໃຕ້​ຊື່ ​ເຊັ່ນ Cipro ​ເແລະ Levaquin​ ​ແລະ​ໃຊ້​ເພື່ອ​ປິ່ນປົວ​ພະຍາດ​ທຸກ​ຢ່າງ ນັບ​ແຕ່ໂຣກຖອກທ້ອງຈົນ​ເຖິງປອດ​ບວມ.

ທ່ານນາງ Devasia ​ເວົ້າວ່າ​ ຜົນ​ການຄົ້ນຄວ້າ​ຄັ້ງນີ້ ​ເຮັດ​ໃຫ້​ທ່ານ​ນາງລັງ​ເລໃຈ ທີ່​ຈະ​ສະ​ນັບ​ສະໜູນ​ໃຫ້​ໃຊ້​ຢາ fluoroquinolones ເປັນ​ຢາ​ທຳ​ອິດ ​ເພື່ອ​ປົວ​ໂຣກ TB ​ໃນ​ທັນທີໂລດ. ທ່ານນາງ ຢາກ​ໃຫ້​ລໍຖ້າໃຊ້ ​ໃນພາຍຫລັງໃນ​ກໍລະນີ​ທີ່ໃຊ້ຢາ​ອ່ອນ​ອ່ອນ​ບໍ່​ໄດ້ຜົນ​ແລ້ວ.

XS
SM
MD
LG