ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັຟການິສຖານ ໄປປ່ອນບັດ ທ່າມກາງ ການຮັກສາຄວາມ ປອດພັຍ ຢ່າງເຄັ່ງຂັດ ແລະການຂົມຂູ່ ຂອງພວກທາລີບານ


ອັຟການິສຖານ: ຜູ້ມີສິດປ່ອນບັດໃນອັຟການິສ ຖານໄດ້ພາກັນ ໄປໃຊ້ສິດໃຊ້ສຽງໃນການເລືອກ ຕັ້ງປະທານາທິບໍດີ ຄັ້ງທີ 2 ຂອງປະເທດ ໃນວັນພະຫັດມື້ນີ້ ທ່າມກາງ ການຍາມຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ແລະການຂົ່ມຂູ່ ຈະກໍ່ຄວາມຮຸນແຮງ ຂອງພວກກະບົດ ທາລີ ບານ. ຈຳນວນ​ປະຊາຊົນ ​ຜູ້​ໄປປ່ອນບັດ ໃນຕອນຕົ້ນໆ ປາກົດ​ວ່າ ​ບໍ່​ມີຫລາຍ ຢູ່ໃນຫລາຍໆເຂດ ຂອງປະເທດ ຮວມທັງເຂດ ນະຄອນຫລວງ ກາບູລ ບ່ອນທີ່ໄດ້ຍິນ ສຽງຣະເບີດແຕກ ດັງຂຶ້ນ ໃນຕອນເຊົ້າມື້ນີ້. ຕໍ່ມາຕຳຣວດ ໄດ້ຍິງຕໍ່ສູ້ກັນ ກັບກຸ່ມຜູ້ຊາຍ ປະກອບອາວຸດ ທີ່ໄດ້ເຂົ້າຢຶດເອົາ ອາຄານຫລັງນຶ່ງ ໃນເຂດກ້ຳ ຕາເວັນອອກ ຂອງນະຄອນຫລວງກາບູລ. ມີຜູ້ຊາຍ 2 ຄົນ ທີ່ມີຣະເບີດມັດອ້ອມໂຕ ໄດ້ຖືກຂ້າຕາຍ. ທີ່ແຂວງ HELMAND ທາງພາກໃຕ້ ອັຟການິສຖານນັ້ນ ມີເດັກນ້ອຍຄົນນຶ່ງ ເສັຽຊີວິດ ຫຼັງຈາກລູກປືນຄົກ ຫລາຍໆລູກ ໄດ້ຕົກໃສ່ເມືອງ LASHKAR GAH ຊຶ່ງເປັນເມືອງເອກ ຂອງແຂວງ. ນອກນັ້ນແລ້ວ ຍັງມີລາຍງານວ່າ ທີ່ແຂວງການດາຮາ ຊຶ່ງຕັ້ງຢູ່ໃກ້ຄຽງ ກໍມີການຍິງ ປືນຄົກໂຈມຕີ ແລະມີການຍິງຈະຣວດ ແນໃສ່ໜ່ວຍປ່ອນບັດ ທີ່ເມືອງ KUNDUZ ໃນພາກເໜືອ ອັຟການິສຖານ.

ອີຣັກ: ຕຳຣວດອີຣັກກ່າວວ່າ ການໂຈມຕີດ້ວຍ ຣະເບີດ ທີ່ນະຄອນຫຼວງ ແບັກແດັດ ເຮັດໃຫ້ມີ ຜູ້ເສັຽຊີວິດ 2 ຄົນ ແລະໄດ້ຮັບບາດເຈັບ ບໍ່ຕ່ຳ ກວ່າ 10 ຄົນ ນຶ່ງມື້ຫລັງຈາກ ໄດ້ມີການໂຈມຕີ ດ້ວຍຣະເບີດ ແລະປືນຄົກ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ 95 ຄົນ ແລະໄດ້ຮັບບາດເຈັບ ຫລາຍກວ່າ 500 ຄົນ ທີ່ນະຄອນຫລວງ ຂອງອີຣັກ. ເຈົ້າໜ້າທີ່ ເວົ້າວ່າ ຣະເບີດໄດ້ຖືກມັດ ຕິດໄວ້ກັບຣົດຖີບ ແລະແຕກຂຶ້ນ ທີ່ຖນົນ RASHEED ໃນເຂດໃຈກາງ ນະຄອນຫລວງ ແບັກແດັດ ໃນວັນພະຫັດມື້ນີ້. ມື້ວານນີ້ ເປັນມື້ທີ່ ນອງເລືອດທີ່ສຸດ ໃນນະຄອນຫລວງ ແບັກແດັດ ນັບແຕ່ໄດ້ມີການຖອນ ທະຫານອະເມຣິກັນ ອອກຈາກເຂດ ເທສບານຕ່າງໆ ໃນວັນທີ 30 ມິຖຸນາຜ່ານມາ. ເຫດຮ້າຍທີ່ວ່ານີ້ ພາໃຫ້ ນາຍົກຣັຖມຸນຕຣີ ອີຣັກ ທ່ານ NOURI AL-MALIKI ອອກ​ມາປະກາດ ໃນທັນທີວ່າ ຈະມີການຊັ່ງຊາ ຕີຣາຄາຄືນເບິ່ງໃໝ່ ວິທີການ ຮັກສາຄວາມສະງົບ ຂອງຣັຖບານ. ຣະເບີດທີ່ຫ້າງໄວ້ ໃນຣົດບັນທຸກ ໄດ້ແຕກຂຶ້ນ ຫ່າງກັນບໍ່ເທົ່າໃດນາທີ ຢູ່ນອກກະຊວງ ການຕ່າງປະເທດ ແລະກະຊວງ ການເງິນ ຂອງອີຣັກ ມື້ວານ​ນີ້.

ສະຫະຣັດ - ເກົາຫລີເໜືອ: ຜູ້ປົກຄອງຣັດ NEW MEXICO ທ່ານ BILL RICHARD SON ຈະເປັນເຈົ້າພາບ ຈັດການ ເຈຣະຈາຫາຣື ທີ່ບໍ່ຄ່ອຍ ໄດ້ເຫັນກັນ ກັບພວກນັກການທູດ ເກົາຫລີເໜືອ ຕື່ມອີກ ໃນວັນພະຫັດມື້ນີ້ ໃນອັນທີ່ ທ່ານເອີ້ນວ່າ ເປັນຮ່ອງຮອຍ ແຫ່ງຄວາມຫວັງ ໃນການປັບປຸງ ຄວາມສັມພັນ ລະຫວ່າງວໍຊິງຕັນ ກັບພຽງຢາງ. ທ່ານ RICHARDSON ແລະນັກການທູດ ເກົາຫລີເໜືອ 2 ຄົນ ຈະພົບປະ ເປັນຄັ້ງທີ 2 ໃນມື້ສຸດທ້າຍ ຂອງການເຈຣະຈາຫາຣື ທີ່ເມືອງ SANTA FE. ທ່ານ RICHARDSON ກ່າວຕໍ່ ໂທຣະພາບ CNN ໃນມື້ວານນີ້ວ່າ ທ່ານຮູ້ສຶກ ວ່າມີຄວາມເຄັ່ງຕຶງ ໜ້ອຍລົງ ໃນລະຫວ່າງ ການເຈຣະຈາ ຫາຣືກັນ. ນັກເຈຣະຈາ ອະວຸໂສ ແລະອະດີດ ເອກອັຄຣັຖທູດ ສະຫະຣັດ ປະຈຳອົງການ ສະຫະປະຊາຊາດ ຍັງກ່າວອີກວ່າ ເກົາຫລີເໜືອ ກຳລັງຊອກຫາຊ່ອງທາງ ເພື່ອຢາກເປີດ ການເຈຣະຈາໂດຍກົງ ກັບສະຫະຣັດ. ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ຣັຖບານທ່ານ OBAMA ເປັນຜູ້ອຳນວຍ​ ຄວາມ​ສະດວກ ໃຫ້ແກ່ການ ເຈຣະຈາຫາຣື ຄັ້ງນີ້ ແຕ່ທາງຣັຖບານ ບໍ່ໄດ້ຮ້ອງຂໍ ໃຫ້ຜູ້​ປົກຄອງ ຣັດ​ເມັກ​ຊິ​ໂກ ຝາກຂໍ້ຄວາມໃດໆ ໄປໃຫ້ເຈົ້າໜ້າທີ່ເກົາ ຫລີເໜືອ ແລະທ່ານ RICHARDSON ກໍບໍ່ໄດ້ເປັນຜູ້ຕາງໜ້າຂອງທຳນຽບ ຂາວ ແຕ່ຢ່າງໃດ.

ສະຫະຣັດ - ວຽດນາມ: ສະມາຊິກສະພາສູງ JIM WEBB ຂອງສະຫະຣັດ ກ່າວວ່າ ສະຫະ ຣັດຄວນດຳເນີນການ ເພີ້ມຕື່ມ ເພື່ອປົກປ້ອງ ອະທິປະໄຕຂ ອງປະເທດຕ່າງໆ ໃນເອເຊັຽ ທີ່ອາດມີຄວາມວິຕົກ ກັງວົນກ່ຽວກັບ ການອ້າງກັມມະສິດ ຂອງຈີນເອົາ 80% ຂອງເຂດທະເລຈີນໃຕ້. ວຽດນາມແລະອີກ 5 ປະເທດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ຕ່າງກໍ ໄດ້ຄັດຄ້ານ ​ແລະໂຕ້ແຍ້ງ ການອ້າງກັມມະສິດຂອງຈີນ. ທ່ານ WEBB ກ່າວທີ່ນະຄອນຫລວງຮ່າໂນ່ຍ ຂອງວຽດນາມ ໃນມື້ວານນີ້ວ່າ ສະຫະຣັດ ຄວນດຳເນີນ ການເພີ້ມຕື່ມ ເພື່ອສ້າງ ຄວາມສົມດູນ ກັບຈີນ ຢູ່ໃນຂົງເຂດ. ແຕ່ທ່ານເວົ້າວ່າ ການດຳ​ເນີນ​ການ ຄວນເປັນໄປ ໃນດ້ານການທູດ ແທນທີ່ຈະແມ່ນ ທາງດ້ານທະຫານ. ທ່ານ WEBB ຊຶ່ງກຳລັງ ຢູ່ໃນລະຫວ່າງ ການຢ້ຽມຢາມ 5 ປະເທດໃນເອເຊັຽ ຊຶ່ງຖືກເບິ່ງກັນວ່າ ເປັນພາກສ່ວນນຶ່ງ ໃນການດຳເນີນ ຄວາມພະຍາຍາມ ທາງດ້ານການທູດ ໃນຂອບເຂດ ທີ່ກວ້າງຂວາງຂື້ນ ຂອງສະຫະຣັດ ເພື່ອເສີມສ້າງ ຄວາມສັມພັນ ກັບຂົງເຂດດັ່ງກ່າວ. ທ່ານເວົ້າວ່າ ຂົງເຂດເອເຊັຽ ແມ່ນມີຄວາມສຳ ຄັນຫລາຍຕໍ່ສະຫະຣັດ.

ໃຕ້ຫວັນ: ຄະນະຣັຖບານໃຕ້ຫວັນໄດ້ຮັບຮອງ​ເອົາ​ ຮ່າງງົປມານ ຈຳນວນ 3 ພັນລ້ານໂດລາ ສຳລັບ ທຳການບູຣະນະ ສ້າງສາ ຫລັງຈາກໄຕ້ ຝຸ່ນມໍຣະກົດ ຊຶ່ງເປັນພາຍຸ ທີ່ຮ້າຍແຮງສຸດ ໃນຮອບ 50 ປີ ໄດ້ພັດເຂົ້າຖລົ່ມ ສົ່ງ​ຜົນໃຫ້ ມີຜູ້ເສັຽຊີວິດ ຫລາຍກວ່າ 100 ຄົນ ແລະສ້າງ ຄວາມເສັຽຫາຍ ຢ່າງໃຫຍ່ໃຫ້ແກ່ ເຂດພາກໃຕ້ ຂອງໃຕ້ຫວັນ. ຄະນະຣັຖບານໃຕ້ຫວັນໄ ດ້ຮັບຮອງເອົາ ຮ່າງງົບປະມານດັ່ງກ່າວ ໃນວັນພະຫັດມື້ນີ້ ເພື່ອເປັນຄ່າໃຊ້ຈ່າຍ ໃນການສ້າງສາ ພັທນາຂົງ​ເຂດ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກລົມໄຕ້ຝຸ່ນມໍຣະກົດ. ບັດ​ນີ້ ທາງຣັຖບານ ຕ້ອງໄດ້ນຳສເນີ ຮ່າງງົບປະມານນີ້ ຕໍ່ສະພາແຫ່ງຊາດ ເພື່ອໃຫ້ການອະນຸມັດ. ໃນມື້ວານນີ້ ພວກທີ່ ລອດຊີວິດມາໄດ້ ຈາກລົມໄຕ້ຝຸ່ນ ມໍຣະກົດ ໃນພາກໃຕ້ ຂອງໃຕ້ຫວັນ ໄດ້ພາກັນຮ້ອງດ່າ ປະທານາທິບໍດີ MA YING JEOU ທີ່ເດີນທາງ ໄປຢ້ຽມຢາມບ້ານນຶ່ງ ທີ່ໄດ້ຮັບ ຄວາມເສັຽຫາຍ ຮ້າຍແຮງ ຈາກລົມພາຍຸຫົວນີ້. ພວກທີ່ ລອດຊີວິດມາໄດ້ ບາງຄົນ ໄດ້ກ່າວຫາ ທ່ານ MA ວ່າ ບໍຣິຫານຜິດພາດ ແລະໄປຊ່ອຍ ປະຊາຊົນຊ້າໂພດ.

ມຽນມາ: ຜູ້ຊາຍຄົນອະເມຣິກັນ ທີ່ຖືກຕັດສິນ ໂທດ ຈຳຄຸກອອກແຮງງານ ໃນມຽນມາ ຍ້ອນ ໄດ້ລອຍນ້ຳ ໄປເຮືອນທ່ານນາ ງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕຂອງ ມຽນມາແບບທີ່ບໍ່ໄດ້ຮັບການເຊື້ອເຊີນນັ້ນ ໄດ້ເດີນທາງກັບຄືນມາຮອດສະຫະ ຣັດ​ແລ້ວ ໃນມື້ວານນີ້. ນາຍ JOHN YETTAW ໄດ້ເດີນທາງ​ ໄປເຖິງນະຄອນ CHICAGO ຈາກປະເທດໄທ ບ່ອນທີ່ຜູ້ກ່ຽວ ໄດ້ເຂົ້າຮັບການ ພະຍາບານໂຕ ລຸນຫລັງທີ່ ໄດ້ຖືກຂັບໄລ່ ອອກຈາກມຽນມາ ໃນມື້ວັນອາທິດແລ້ວ ພາຍໃຕ້ການຕົກລົງ ຂອງສະມາຊິກສະພາສູງ JIM WEBB ກັບທາງການມຽນມາ. ນາຍ YETTAW ເປັນ ໂຣກເບົາຫວານແລະໂຣກບ້າໝູ. ໃນເດືອນນີ້ ສານທະຫານ ໃນມຽນມາ ໄດ້ຕັດສິນວ່າ ທ່ານນາງ ອອງຊານ ຊູຈີ ມີຄວາມຜິດ ໃນການລະເມີດເງື່ອນໄຂ ກ່ຽວກັບການ ກັກບໍຣິເວນທ່ານນາງ ໂດຍໃຫ້ບ່ອນພັກ ແກ່ນາຍ YETTAW ແລະໄດ້ຖືກ ຕັດສິນໂທດ ກັກບໍຣິເວນ ຕື່ມອີກ 1 ປີເຄິ່ງ. ສານແຫ່ງດຽວກັນນີ້ ຍັງຕັດສິນໂທດ ນາຍ YETTAW ໃຫ້ຈຳຄຸກ ເປັນເວລາ 7 ປີ ແຕ່ທ່ານ WEBB ສາມາດບັນລຸ ການຕົກລົງ ເພື່ອໃຫ້ປ່ອຍຜູ້ກ່ຽວ ໃນລະຫວ່າງ ທີ່ທ່ານເດີນທາງ ໄປຢ້ຽມຢາມມຽນມາ ໃນວັນ​ເສົາຜ່ານ​ມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG