ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງ ໄດ້ສັ່ນສະເທືອນ ນະຄອນຫລວງກາບູລ ນຶ່ງມື້ ກ່ອນການເລືອກຕັ້ງ ໃນອັຟການິສຖານ


ອັຟການິສຖານ: ກຳລັງຮັກສາຄວາມສະງົບ ຂອງອັຟການິສຖານ ໄດ້ສະແດງ ການມີໜ້າ ຂອງ​ຕົນ​ໃຫ້​ເຫັນ ຢູ່ໃນນະຄອນຫລວງກາບູລ ຫລັງຈາກມືປືນຈຸນຶ່ງ ທີ່ນຸ່ງ​ເສື້ອ​ ບັນຈຸຣະເບີດ ສະລະ​ຊີບໄດ້ບຸກເຂົ້າໄປ ໃນທະນາຄານແຫ່ງ ນຶ່ງ ໃນນະຄອນຫຼວງນື່ງມື້ ກ່ອນການເລືອກ ຕັ້ງແຫ່ງຊາດ. ເຈົ້າໜ້າທີ່ເວົ້າວ່າ ພວກມືປືນ ໄດ້ບຸກເຂົ້າໄປໃນທະນາຄານ ທີ່ຕັ້ງຢູ່ປະມານ 1 ຫລັກກິໂລແມັດ ຫ່າງຈາກທຳນຽບ ປະທາ ນາທິບໍດີ ໃນຕອນເຊົ້າ ຂອງວັນພຸດມື້ນີ້. ຫົວ ໜ້າໜ່ວຍຕໍ່ຕ້ານອາຊຍາກັມ ຂອງກະຊວງພາຍ ໃນ ອັຟການິສຖານ ກ່າວວ່າ ກຳລັງຂອງທ່ານ ໄດ້ສັງຫານມືປືນ 3 ຄົນ ແລະຢຶດໄດ້ອາວຸດ ປະມານ 30 ກະບອກ. ມີຕຳຣວດ 3 ຄົນ ໄດ້ຮັບບາດເຈັບ. ຄວາມຮຸນແຮງ ມີຂຶ້ນໃນວັນພັກ ເນື່ອງໃນໂອກາດ ວັນຊາດອັຟການິສຖານ ແລະຂະນະທີ່ ເຈົ້າໜ້າທີ່ເລືອກຕັ້ງ ກຳລັງທຳການ ກະກຽມຂັ້ນສຸດທ້າຍ ສຳລັບການເລືອກຕັ້ງ ປະທານາທິບໍດີ ແລະການເລືອກຕັ້ງຣະດັບແຂວງ ໃນວັນພະຫັດມື້ອື່ນ. ເຈົ້າໜ້າທີ່ທະຫານ ອັຟການິສຖານ ແລະນາໆຊາດ ມີຄວາມວິຕົກກັງວັນເພີ້ມຂຶ້ນ ກ່ຽວກັບຜົນກະທົບ ຈາກການໂຈມຕີ ຂອງພວກກະບົດ ທີ່ອາດມີຂຶ້ນ ຕໍ່ພວກທີ່ຈະໄປປ່ອນບັດ.

ເກົາຫລີ - ທ່ານກິມ: ເກົາຫລີເໜືອ ມີແຜນ ການທີ່ຈະສົ່ງຜູ້ແທນ ຄະນະນຶ່ງ ໄປຮ່ວມພິທີ ສົ່ງສະການໃຫ້ແກ່ມື້ລາງ ອະດີດປະທານາທິບໍ ດີເກົາຫຼີໃຕ້ ທ່ານ KIM DAE JUNG ທີ່ເຖິງ ແກ່ມໍຣະນະກັມ ໃນວັນອັງຄານ ວານນີ້ ຮວມ ອາຍຸໄດ້ 85 ປີ. ອະດີດ ຜູ້ຊ່ອຍຄົນນຶ່ງ ຂອງ ທ່ານ KIM ກ່າວຕໍ່ພວກນັກຂ່າວ ໃນມື້ນີ້ວ່າ ຜູ້ນຳຂອງ ເກົາຫລີເໜືອ ທ່ານ KIM JONG IL ໄດ້ສົ່ງສານ ສະແດງຄວາມເສົ້າສະລົດໃຈ ໄປຍັງ ຄອບຄົວ ຂອງທ່ານ KIM ແລະໄດ້ຈັດແຈງ​ ໃຫ້​ມີການສົ່ງ ຄະນະຜູ້ຕາງໜ້າພິເສດ ໄປຮ່ວມພິທີ ສົ່ງສະການຂອງທ່ານ. ທ່ານ KIM ໄດ້ເຖິງແກ່ມໍ ຣະນະກັມ ທີ່ໂຮງພະຍາບານກຸງໂຊລ ບ່ອນທີ່ທ່ານ ໄດ້ເຂົ້າຮັບການປິ່ນປົວ ຍ້ອນເປັນປອດບວມ ໃນເດືອນແລ້ວນີ້. ພວກຜູ້ນຳເກົາຫລີໃຕ້ ທັງໃນປັດຈຸບັນ ແລະອະດີດຜ່ານມາ ໄດ້ໄປຢ້ຽມສົບຂອງທ່ານ ທີ່ໂຮງພະຍາບານ ຮວມທັງທ່ານ BAN KI MOON ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທີ່ເຄີຍຮັບໜ້າທີ່ ເປັນຮອງຣັຖມຸນຕຣີ ການຕ່າງປະເທດ ໃນຣັຖບານຂອງທ່ານ KIM ນັ້ນ.

ມຽນມາ - ສະຫະຣັດ: ຜູ້ຊາຍຄົນອະເມຣິກັນ ທີ່ຖືກຈຳຄຸກຢູ່ມຽນມາ ຍ້ອນລອຍນ້ຳໄປຫາເຮືອນ ທ່ານນາງ ອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ມຽນມາ ທີ່ຕັ້ງຢູ່ແຄມບຶງໂດບບໍ່ ໄດ້ຮັບອະນຸ ຍາດນັ້ນ ກຳລັງອອກເດີນທາງ ກັບຄືນມາຍັງ ສະຫະຣັດ ນຳຖ້ຽວບິນຈາກປະເທດໄທ. ນາຍ JOHN YETTAW ໄດ້ຖືກຕັດສິນ ໃນສັບປະ ດາແລ້ວ ໃຫ້ອອກແຮງງານໜັກ ເປັນເວລາ 7 ປີ ຍ້ອນໄດ້ລອຍນ້ຳໄປເຮືອນທ່ານນາງອອງຊານ ຊູຈີ ແຕ່ສະມາຊິກສະພາສູງສັງກັດພັກເດໂມແຄຣັທ JIM WEBB ໄດ້​ເດີນທາງ​ ໄປ​ມຽນມາ ​ແລະເຈຣະຈາ ໃຫ້ມີ​ການປ່ອຍຜູ້ກ່ຽວ ແລະນຳໂຕຜູ້ກ່ຽວ ອອກມາຈາກມຽນມາ ໃນວັນອາທິດ ຜ່ານມາ. ນາຍ YETTAW ໄດ້ຮັບການກວດສຸຂພາບ ເປັນເວລາ 2 ມື້ ທີ່ບາງກອກ ກ່ອນຈະຂຶ້ນເຮືອບິນ ກັບຄືນມາຍັງ ສະຫະຣັດ. ສື່ມວນຊົນ ຂອງທາງການມຽນມາ ລາຍງານວ່າ ການຢ້ຽມຢາມ ຂອງທ່ານ WEBB ຖື​ວ່າ​ເປັນຄວາມສຳເຣັດ ສຳລັບທັງສອງຝ່າຍ ທີ່ອາດສາມາດ ພາໃຫ້ມີ ການປັບປຸງ ຄວາມສັມພັນທີ່ເຄັ່ງຕຶງ ລະຫວ່າງປະເທດທັງສອງ ​ໃຫ້​ດີ​ຂື້ນ​ໄດ້. ບົດວິຈານ ຂອງໜັງສືພິມ NEW LIGHT OF MYANMAR ກ່າວໃນວັນອັງຄານ ວານນີ້ວ່າ ການຢ້ຽມຢາມ ຂອງ​ທ່ານ WEBB ແມ່ນບາດກ້າວ ອັນທຳອິດ ໃນການກ້າວເດີນ ໄປຫາເປົ້າໝາຍ ຕາມເສັ້ນທາງ ທີ່ຍາວ 1 ພັນໄມລ໌.

ໃຕ້ຫວັນ - ໄຕ້ຝຸ່ນ: ຣັຖມຸນຕຣີກະຊວງປ້ອງ ກັນປະເທດ ຂອງໃຕ້ຫວັນ ແລະເລຂາທິການ ຄະນະຣັຖບານ ໄດ້ລາອອກ ເພື່ອຮັບເອົາ ຄວາມຮັບຜິດຊອບ ໃນການຮັບມືແບບຊັກຊ້າ ຂອງຣັຖບານ ກັບ​ຜົນ​ກະທົບ ​ຈາກລົມໄຕ້ຝຸ່ນ ມໍຣະກົດ. ເຈົ້າໜ້າທີ່ ແລະສື່ມວນຊົນ ຂອງໃຕ້ ຫວັນ ລາຍງານວ່າ ຣັຖມຸນຕຣີ ປ້ອງກັນປະເທດ ທ່ານ CHEN CHAO MIN ແລະເລຂາທິການ ຄະນະຣັຖບານ ທ່ານ HSUEH HSIANG CHUAN ໄດ້ຍື່ນໜັງສື ລາອອກ ໃນວັນພຸດມື້ນີ້. ປະທານາທິບໍດີໃຕ້ຫວັນ ທ່ານ MA YING JEOU ໄດ້ສັ່ງໃຫ້ ທຳການສືບສວນ ເບິ່ງການດຳເນີນ ຄວາມພະຍາຍາມ ບັນເທົາທຸກ ຂອງຣັຖບານ ທີ່ບໍ່ໄດ້ເປັນໄປ ຕາມທີ່ຄວນ ຈະເປັນລຸນຫລັງ ທີ່ໄດ້ເກີດລົມພາຍຸ ມໍຣະກົດ. ທ່ານ MA ກ່າວຕໍ່ ພວກນັກຂ່າວ ໃນມື້ວານນີ້ວ່າ ການສືບສວນ ຈະແຈ້ງໃຫ້ຊາບ ເຖິງຄວາມຜິດພາດຕ່າງໆ ແລະລົງໂທດ ເຈົ້າໜ້າທີ່ໆຮັບຜິດຊອບ. ຮອງຣັຖມຸນຕຣີ ການຕ່າງປະເທດ ໃຕ້ຫວັນທ່ານ ANDREW HSIA ກໍໄດ້ລາອອກໃນມື້ວານນີ້ ສືບ​ເນື່ອງ​ມາ​ຈາກ ພັຍພິບັດທັມມະຊາດດັ່ງກ່າວ. ປະທານາທິບໍດີ MA ກ່າວວ່າທ່ານຄົງຈະຮັບເອົາ ການລາອອກຂອງທ່່ານ HSIA ທີ່ໄດ້ສັ່ງໃຫ້ພວກນັກການທູດໃຕ້ຫວັນ ບໍ່ໃຫ້ຮັບ ເອົາການຊ່ອຍເຫລືອຂອງຕ່າງປະເທດ.

ເກົາຫລີໃຕ້ - ຈະຣວດ: ເກົາຫຼີໃຕ້ໄດ້ເລື່ອນ ເວລາ ໃນການຍິງຈະຣວດ ຄັ້ງທຳອິດຂອງຕົນ ປະມານ 7 ນາທີ ກ່ອນທີ່ຈະຣວດ ຈະທະຍານ ຂຶ້ນສູ່ທ້ອງຟ້າ. ຈະຣວດ ຊຶ່ງບັນທຸກດາວທຽມ ສັງເກດການ ມີກຳນົດ ທີ່ຈະຖືກສົ່ງ ຂຶ້ນສູ່ຫ້ວງ ອະວະກາດ ໃນຕອນເຊົ້າຂອງວັນພຸດມື້ນີ້ ຈາກ ສູນກາງສົ່ງ ທີ່ຕັ້ງຢູ່ທາງທິດໃຕ້ ຂອງກຸງໂຊລ. ເຈົ້າໜ້າທີ່ເວົ້າວ່າ ຈະບໍ່ມີ ການຍິງຈະຣວດ ໃນເວລານີ້ ໂດຍບໍ່ໄດ້ໃຫ້ ເຫດຜົນໃດໆ ກ່ຽວກັບການ ​ເລື່ອນ​ເວລາ​ອອກ​ໄປ. ການຍິງຈະຣວດ ຂອງເກົາຫລີໃຕ້ ໄດ້ຖືກເລື່ອນເວລາ ມາຫລາຍໆເທື່ອແລ້ວ ຍ້ອນເຫດຜົນ ທາງດ້ານເທັກນິກ. ຈະຣວດເກົາຫລີໃຕ້ ຊຶ່ງມີຊື່ວ່າ NARO ນຶ່ງ ​ແມ່ນຜລິດຂື້ນ ໂດຍໄດ້ຮັບການຮ່ວມມື ຈາກຣັດເຊັຽ. ກ່ອນໜ້ານີ້ ເກົາຫລີໃຕ້ ຕ້ອງໄດ້ສົ່ງດາວທຽມ ຈາກຖານສົ່ງ ຢູ່ໃນຕ່າງປະເທດ ແລະສົ່ງໂດຍ ຈະຣວດທີ່ ຕ່າງປະເທດຜລິດ. ໃນສັບປະດາແລ້ວ ເກົາຫລີເໜືອເຕືອນວ່າ ຕົນຈະຕິດຕາມເບິ່ງ ປະຕິກິຣິຍາ ຂອງນາໆຊາດ ຢ່າງໃກ້ຊິດ ກ່ຽວກັບການຍິງ ຈະຣວດຂອງເກົາຫລີໃຕ້ ຫລັງຈາກການຍິງຈະຣວດຂອງຕົນ ໃນເດືອນເມສາຜ່ານມາ ໄດ້ເຮັດໃຫ້ ນາໆຊາດລົງໂທດພຽງຢາງ.

ອີຣັກ: ຕຳຣວດອີຣັກ ກ່າວວ່າ ເຫດຣະເບີດ ຂນາດແຮງ ຫລາຍໆຄັ້ງ ໃກ້ເປົ້າໝາຍ ທີ່ສຳ ຄັນໆ ໃນນະຄອນຫລວງ ແບັກແດັດ ເຮັດໃຫ້ ມີ ຜູ້ເສັຽຊີວິດຢ່າງນ້ອຍ 60 ຄົນ ແລະໄດ້ຮັບບາດ ເຈັບ ອີກຫລາຍກວ່າ 310 ຄົນ. ການໂຈມຕີໃນ ວັນພຸດມື້ນີ້ ເປັນການໂຈມຕີ ທີ່ນອງເລືອດທີ່ສຸດ ໃນນະຄອນຫລວງ​ຂອງອີຣັກ ນັບຕັ້ງແຕ່ໄດ້ມີ ການຖອນທະຫານ ອະເມຣິກັນອອກໄປ ຈາກ ເຂດເທສບານຕ່າງໆ ໃນວັນທີ 30 ມິຖຸນາຜ່ານ ມາ. ການໂຈມຕີບັ້ນນື່ງ ແມ່ນມີຂຶ້ນທີ່ຄຸ້ມໆນຶ່ງ ໃກ້ໆເຂດ GREEN ZONE ທີ່ມີການຍາມຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ຊຶ່ງເຮັດໃຫ້ ຄຸ້ມດັ່ງກ່າວ ເຕັມໄປດ້ວຍ ຊາກຫັກພັງ ແລະແກ້ວແຕກ ຢາຍຊະຊາຍ. ຣະເບີດໄດ້ແຕກຂຶ້ນ ໃກ້ກະຊວງ ການຕ່າງປະເທດ ຂອງອີຣັກ ແລະເຮັດໃຫ້ ປະຕູປ່ອງຢ້ຽມ ຕຶກສະພາແຫ່ງຊາດ ອີຣັກແຕກ. ເຈົ້າໜ້າທີ່ກ່າວວ່າ ນອກນັ້ນແລ້ວ ຍັງມີລູກປືນຄົກ ຫລາຍໆລູກ ຕົກໃສ່ເຂດ GREEN ZONE ຊຶ່ງເປັນທີ່ຕັ້ງ ຂອງສະຖານທູດ ຫລາຍໆປະເທດ ແລະໂຮງການ ຣັຖບານຈຳນວນນຶ່ງ. ຕຳຣວດກ່າວວ່າ ມີການຍິງປືນຄົກ ອີກລູກນຶ່ງ ໂຈມຕີຕຶກ ຜູ້ປົກຄອງເຂດ ນະຄອນຫລວງແບັກແດັດ ຂະນະທີ່ຣະເບີດຣົດ ໄດ້ແຕກຂຶ້ນ ໃກ້ໆກະຊວງການເງິນ ທີ່ຕັ້ງຢູ່ທາງກ້ຳເໜືອ ຂອງນະຄອນຫລວງ​ແບັກ​ແດັດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG