ທາງການໄທຢືນຢັນວ່າຈະດຳເນີນມາດ
ຕະການໃນທຸກວິທີທາງເພື່ອຈະສົ່ງຊາວ
ມົ້ງກັບຄືນໄປລາວແລະ ປິດສູນຮອງຮັບ
ຊົ່ວຄາວບ້ານຫ້ວຍນ້ຳຂາວໃຫ້ໄດ້ພາຍໃນ
ທ້າຍປີນີ້. ສ່ວນຄະນະຜູ້ຕາງໜ້າຂອງ
ທາງກອງທັບລາວນັ້ນ ກໍໄດ້ເດີນທາງໄປ
ພົບປະເຈລະຈາກັບບັນດາແກນນນຳຂອງຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວເປັນຄັ້ງທີສອງແລ້ວ.
ທ່ານ ພັນເອກ ປະສິດທິພົງ ມູນດີ ເສນາທິການໜ່ວຍສະເພາະກິດຂອງກອງທັບພາກທີ່
3 ຂອງກອງທັບບົກໄທຊຶ່ງຮັບຜິດຊອບພື້ນທີ່ໃນສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວ
ໃນເຂດອຳເພີເຂົາຄໍ້ຈັງຫວັດເພັດສະບູນທາງພາກເໜືອຕອນຫລ່າງຂອງປະເທດໄທໄດ້ໃຫ້
ການຢືນຢັນວ່າ ທ່ານກະສິດ ພິຣົມ ລັດຖະມົນຕີວ່າການຕ່າງປະເທດຂອງໄທຊຶ່ງໄດ້ເດີນ
ທາງຢ້ຽມຢາມແລະກວດຢ້ຽມສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວເມື່ອບໍ່ນານມານີ້
ໄດ້ໃຫ້ນະໂຍບາຍແລະສັ່ງການໃຫ້ໜ່ວຍສະເພາະກິດດຳເນີນມາດຕະການຕາມຄວາມ
ເໝາະສົມໃນທຸກວິທີ່ທາງເພື່ອຈະໄດ້ດຳເນີນການສົ່ງຊາວມົ້ງກັບຄືນໄປລາວໃຫ້ໄດ້ທັງ
ຫມົດແລະກໍຈະໄດ້ທຳການປິດສູນຮອງຮັບຊົ່ວຄາວດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງໃຫ້ໄດ້
ພາຍໃນປີ 2009 ນີ້.
ທ່ານພັນເອກ ປະສິດທິພົງ ຍັງບອກດ້ວຍວ່າການດີເນີນມາດຕະການເພື່ອເຮັດໃຫ້ສາ
ມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ນັບເປັນການປະຕິບັດຕາມການຕົກລົງຮ່ວມກັນ
ລະຫວ່າງທາງການໄທທີ່ໄດ້ຕົກລົງກັບທາງການລາວແລະກໍໄດ້ຕົກລົງການຄັກແນ່
ວ່າຈະຮ່ວມກັນດຳເນີນການສົ່ງແລະຮັບເອົາຊາວມົ້ງກັບຄືນໄປລາວໃຫ້ໄດ້ທັງໝົດພາຍ
ໃນທ້າຍປີນີ້.
ຍິ່ງໄປກວ່ານັ້ນທ່ານພັນເອດ ປະສິດທິພົງ
ຍັງໄດ້ໃຫ້ການຍອມຮັບອີກດ້ວຍວ່າຖ້າ
ຫາກຊາວມົ້ງຍັງຄົງບໍ່ພາການສະມັກ
ໃຈເດີນທາງກັບຄືນໄປລາວໃນໄລຍະ
ນີ້ຈົນເຖິງທ້າຍປີທາງການໄທກໍມີທາງ
ທີ່ຈະປະຕິບັດເຫລືອຢູ່ພຽງທາງດຽວ
ເທົ່ານັ້ນຊຶ່ງກໍຄືການປະຕິບັດຕາມກົດ
ໝາຍວ່າດ້ວຍການເຂົ້າເມືອງຢ່າງຜິດ
ກົດໝາຍຊຶ່ງກໍຈະເຮັດໃຫ້ທາງການໄທ
ນັ້ນສາມາດດຳເນີນການສົ່ງຊາວມົ້ງກັບ
ຄືນໄປລາວໄດ້ຕາມກົດໝາຍໃນທັນທີ່.
ກ່ອນໜ້ານີ້ກໍຄືເມື່ອວັນທີ 7 ສິງຫາ ທີ່ຜ່ານມາຄະນະເຈົ້າໜ້າທີ່ຂັ້ນສູງຂອງທາງການລາວ
ນຳໂດຍທ່ານພົນຈັດຕະວາ ບົວສ້ຽງຈຳປາພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງ
ທັບປະຊາຊົນລາວກໍໄດ້ເດີນທາງໄປສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວມາແລ້ວເພື່ອ
ພົບປະເຈລະຈາກັບບັນດາແກນນຳຂອງຊາວມົ້ງທີ່ພັກອາໃສຢູ່ສູນຮອງຮັບຊົ່ວຄາວດັ່ງກ່າວ
ໂດຍມີເປົ້າໝາຍເພື່ອຊັກຊວນໃຫ້ຊາວມົ້ງ ພາກັນສະມັກໃຈເດີນທາງກັບຄືນໄປລາວທັງ
ນີ້ໂດຍທ່ານນາຍພົນຈັດຕະວາ ບົວສ້ຽງໄດ້ໃຫ້ການຢືນຢັນກັບບັນດາແກນນຳຊາວມົ້ງ
ວ່າພວກເຂົາເຈົ້າຈະໄດ້ຮັບການເບິ່ງແຍງ ແລະ ຊ່ວຍເຫຼືອຈາກທາງການລາວເປັນຢ່າງດີ
ໃນທຸກໆດ້ານຊຶ່ງລວມທັງຍັງຈະໄດ້ຮັການຄຸ້ມຄອງຄວາມປອດໄພໃນທຸກໆດ້ານ ແລະ
ກໍຈະໄດ້ຮັບການລົບລ້າງຄວາມຜິດທີ່ຊາວມົ້ງໄດ້ກະທຳໄວ້ໃນອາດີດ, ຊຶ່ງການເດີນທາງ
ພົບປະກັບແກນນຳຊາວມົ້ງໂດຍທ່ານພົນຈັດຕະວາ ບົວສ້ຽງໃນຄັ້ງນີ້ກໍ່ນັບເປັນຄັ້ງທີ່ສອງ
ແລ້ວ. ໂດຍຄັ້ງທຳອິດໄດ້ມີຂື້ນຊ່ວງເດືອນກຸມພາຫາກແຕ່ວ່າກໍສາມາດຊັກຊວນໃຫ້ຊາວ
ມົ້ງໃຫ້ກັບຄືນໄປລາວໄດ້ພຽງບໍ່ເຖິງ 1.000 ຄົນເທົ່ານັ້ນໃນຂະນະທີ່ຍັງຄົງມີຊາວມົ້ງ
ເຫລືອຢູ່ຫຼາຍກວ່າ 4.600 ຄົນທີ່ຍັງຄົງພັກອາໃສຢູ່ສູນຮອງຮັບຊົ່ວຄາວບ້ານຫ້ວຍ
ນ້ຳຂາວຈົນເຖິງທຸກມື້ນີ້.
ຍິ່ງໄປກວ່ານັ້ນ ກໍຍັງຄົງປາກົດອີກວ່າມີບັນ
ດາຊາວມົ້ງສ່ວນຫຼາຍຍັງຄົງບໍ່ຊື່ໝັ້ນການຮັບ
ປາກຂອງທ່ານພົນຈັດຕະວາບົວສ້ຽງອີກ
ດ້ວຍໂດຍພວກເຂົາເຈົ້າໄດ້ພາກັນຮຽກຮ້ອງ
ຂໍໃຫ້ສຳນັກງານຜູ້ລີ້ກໄພແຫ່ງອົງການສະ
ຫະປະຊາຊາດຫຼືUNHCR ເຂົ້າໄປມີສ່ວນ
ຮ່ວມ ໃນການເບິ່ງແຍງແລະພິຈາລະນາ
ເຖິງສະຖານະພາບຂອງຊາວມົ້ງທຸກຄົນດ້ວຍທັງນີ້ກໍເພື່ອຈະໄດ້ໃຈ້ແຍກອອກຈາກກັນລະ
ຫວ່າງຊາວມົ້ງທີ່ສາມາດຈະສົ່ງກັບຄືນໄປລາວໄດ້ກັບຊາວມົ້ງທີ່ກັບຄືນໄປລາວບໍ່ໄດ້ ນັ້ນເອງ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 13 ສິງຫາ