ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫລວງພຣະບາງ ຕິດອັນດັບ 10 ຫົວເມືອງ ທີ່ໜ້າຢູ່ທີ່ສຸດໃນໂລກ


ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການໂຈມຕີ ສະລະຊີບດ້ວຍຣະເບີດ ຣົດ ໄດ້ມີຂຶ້ນທີ່ທາງສຳຄັນສາຍນຶ່ງ ຢູ່ໃນເຂດ ຊານເມືອງຂອງນະຄອນຫລວງກາບູລເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 7 ຄົນ ຂະນະທີ່ການ ກໍ່ຄວາມຮຸນແຮງ ໄດ້ເພີ້ມທະວີຂຶ້ນກ່ອນການ ເລືອກຕັ້ງປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນວັນ ພະຫັດຈະມາ. ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ ໃນວັນອັງຄານມື້ນີ້ ແມ່ນແນເປົ້າໝາຍໃສ່ ຂະ ບວນຣົດທະຫານ ຕ່າງປະເທດ. ອົງການສະ ຫະປະຊາຊາດ ກ່າວວ່າ ພະນັກ ງານຂອງຕົນ ສອງ​ຄົນ ທີ່ເປັນຊາວອັຟການິສຖານ ໄດ້ເສັຽຊີ ວິດ ໃນເຫດຣະເບີດ. ນອກນັ້ນ ຍັງມີອີກ​ຢ່າງ​ນ້ອຍ 50 ຄົນ ໄດ້ຮັບບາດເຈັບ. ໃນເຊົ້າມື້ນີ້ ມີຈະຣວດ ຢ່າງນ້ອຍນຶ່ງລູກ ໄດ້ຕົກລົງໃສ່ ໃກ້ໆທຳນຽບ ປະທານາທິບໍດີ ທີ່ນະຄອນຫລວງກາບູລ. ນອກນັ້ນ ຍັງມີ ລາຍງານວ່າ ມີຈະຣວດອີກລູກນຶ່ງ ໄດ້ຕົກໃສ່ ກອງບັນຊາການຕຳຣວດ ທີ່ນະຄອນຫລວງ ອັຟການິສ ຖານ. ສ່ວນທີ່ແຂວງ URUZGAN ໃນພາກໃຕ້ ອັຟການິສຖານນັ້ນ ກໍໄດ້ມີ ການໂຈມຕີ ສະລະຊີບ ຢູ່ທີ່ໜ່ວຍ ປ່ອນບັດແຫ່ງນຶ່ງ ເຮັດໃຫ້ທະຫານ 3 ຄົນ ແລະພົລເຮືອນ 2 ຄົນ ເສັຽຊີວິດ. ນອກນັ້ນ ຍັງມີອີກ 5 ຄົນ ໄດ້ຮັບບາດເຈັບ ຮວມທັງທະຫານ 2 ຄົນ.

ເກົາຫລີໃຕ້ - ທ່ານກິມ: ອະດີດປະທານາທິ ບໍດີເກົາຫລີໃຕ້ ທ່ານ KIM DAE JUNG ຊຶ່ງ ໄດ້ຮັບສົມຍານາມວ່າ ເປັນຜູ້ນຳພາ​ ກ້າວໄປສູ່ ຍຸກສມັຍໃໝ່ໃນການສ້າງຄວາມປອງດອງຊາດ ກັບເກົາຫລີເໜືອນັ້ນ ໄດ້ເຖິງແກ່ ມໍຣະນະກັມ ແລ້ວ ຮວມອາຍຸໄດ້ 85 ປີ. ເຈົ້າໜ້າທີ່ໂຮງ ພະຍາບານ ກ່າວວ່າ ທ່ານ KIM ໄດ້ເຖິງແກ່ ມໍຣະນະກັມ ຍ້ອນອະວັຍວະ ຫລາຍໆຢ່າງມີ ບັນຫາ. ອະດີດຜູ້ນຳ ຂອງເກົາຫລີໃຕ້ທ່ານນີ້ ໄດ້ເຂົ້າຮັບການປິ່ນປົວ ທີ່ໂຮງພະຍາບານ ມາຕັ້ງແຕ່ເດືອນແລ້ວ ຍ້ອນເປັນປອດບວມ. ຍາດມິດທີ່ໃກ້ຊິດ ແລະສະມາຊິກ ໃນຄອບຄົວ ຂອງທ່ານ ໄດ້ຢູ່ຄຽງຂ້າງທ່ານ ເວລາທ່ານ ເຖິງແກ່ມໍຣະນະກັມ ໃນມື້ວານນີ້. ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG-BAK ກ່າວວ່າ ເກົາຫລີໃຕ້ ໄດ້ສູນເສັຽ ນັກການເມືອງ ທີ່ຍິ່ງໃຫຍ່ຄົນນຶ່ງ ຊື່​ງຄວາມໄຝ່ຝັນຂອງ​ທ່ານ​ ທີ່ຢາກໃຫ້ບັນລຸ ການເປັນປະຊາທິປະໄຕ ແລະການສ້າງຄວາມ ຖືກຕ້ອງປອງດອງຊາດ ລະຫວ່າງເກົາຫລີນັ້ນ ປະຊາຊົນ ຈະຈົດຈຳໄວ້ ເປັນເວລາດົນນານ. ທ່ານ KIM ໄດ້ຮັບລາງວັນໂນແບລ ຂແນງສັນຕິພາບ ຍ້ອນໄດ້ເປັນຜູ້ຈັດແຈງ ໃຫ້​ມີການພົບປະສຸດຍອດ ກັບຜູ້ນຳ ເກົາຫລີເໜືອ ທ່ານ KIM JONG-IL ໃນປີ 2000.

ຈີນ - ອອສເຕຣເລັຽ: ຈີນໄດ້ຍົກເລີກ ການ ເດີນທາງ ຂອງຣັຖມຸນຕຣີອະວຸໂສທ່ານນຶ່ງ ໄປ ຢ້ຽມຢາມອອສເຕຣເລັຽ ໃນຕົ້ນເດືອນນີ້ ຍ້ອນ ການຂັດແຍ້ງ ທາງດ້ານການທູດ ກ່ຽວກັບນັກ ເຄື່ອນໄຫວ ຊາວວີເກີ້ຄົນນຶ່ງ ທີ່ໄດ້ຮັບວີຊ່າໃຫ້ ໄປຮ່ວມ​ງານສແດງຮູບເງົາ ທີ່ນະຄອນ MELBOURNE. ຫ້ອງການຂອງທ່ານ STEPHEN SMITH ຣັຖມຸນຕຣີ ການຕ່າງ ປະເທດອອສເຕຣເລັຽໃຫ້ການຢືນຢັນໃນວັນອັງ ຄານມື້ນີ້ວ່າ ຮອງຣັຖມຸນຕຣີການຕ່າງປະເທດ ຈີນ ທ່ານ HE YAFEI ບໍ່ໄດ້ໄປຮ່ວມ ກອງປະ ຊຸມກ່ຽວກັບໝູ່ເກາະ ໃນເຂດມະຫາ ສະມຸດ ປາຊີຟິກ ທີ່​ເມືອງ CAIRNS ແຕ່ໄດ້ສົ່ງ ເຈົ້າໜ້າທີ່ ໃນຣະດັບຕ່ຳລົງມາ ໄປແທນ. ຫ້ອງການຂອງທ່ານ SMITH ໄດ້ອອກຖແລງຂ່າວ ສະບັບນຶ່ງ ສະແດງຄວາມເສັຽໃຈ ຕໍ່ການເຄື່ອນ​ໄຫວ ​ດັ່ງກ່າ​ວຂອງຈີນ ​ເນື່ອງ​ຈາກອອສເຕຣເລັຽ ສນັບສນຸນ ອະທິປະໄຕ​ຂອງ​ຈີນ ​ເໜືອເຂດຊິນຈຽງ ທີ່ວຸ້ນວາຍນັ້ນ. ປັກກິ່ງໄດ້ກ່າວຫາ ທ່ານນາງ KADEER ວ່າ ຍຸແຍ່ໃຫ້ເກີດ ການຈະລາຈົນ ລະຫວ່າງຊາວວີເກີ້ ຊຶ່ງເປັນຊົນກຸ່ມນ້ອຍ ແລະຊາວຮັນ ຊຶ່ງເປັນຊົນກຸ່ມໃຫຍ່ຂອງຈີນ ທີ່ເຂດຊິນຈຽງ ໃນເດືອນກໍຣະກົດຜ່ານມາ ມີຜູ້ເສັຽຊີວິດ ເກືອບ 200 ຄົນ ແລະໄດ້ຮັບບາດເຈັບ ຫຼາຍກວ່າ 1 ພັນ 600 ຄົນ ໃນຄວາມຮຸນແຮງດັ່ງກ່າວ.

ໃຕ້ຫວັນ - ລົມໄຕ້ຝຸ່ນ: ຮອງຣັຖມຸນຕຣີການ ຕ່າງປະເທດ ໃຕ້ຫວັນທ່ານ ANDREW HSIA ໄດ້ລາອອກ ທ່າມກາງທີ່ມີການຕຳໜິຕິຕຽນເພີ້ມ ຂຶ້ນ ກ່ຽວກັບການຮັບມື ທີ່ຊັກຊ້າຂອງຣັຖບານ ກັບ​ຜົນ​ກະທົບ​ ຈາກລົມພາຍຸ ໄຕ້ຝຸ່ນມໍຣະກົດ. ທ່ານ HSIA ກ່າວໃນວັນອັງຄານ ມື້ນີ້ວ່າ ທ່ານຂໍຮັບເອົາ ຄວາມຮັບຜິດຊອບ ກ່ຽວກັບ ບັນທຶກສະບັບນຶ່ງ ທີ່ສົ່ງໄປຫາ ສະຖານທູດໄຕ້ ຫວັນ ໃນຕ່າງປະເທດ ເມື່ອສັບປະດາແລ້ວ ໂດຍມີ ຄຳສັ່ງໃຫ້ ເຈົ້າໜ້າທີ່ ປະຈຳການທີ່ນັ້ນ ບໍ່ໃຫ້ຮັບເອົາ ການຊ່ອຍເຫລືອ ທີ່ບໍ່ແມ່ນເງິນ ຈາກປະເທດຕ່າງໆ. ການລາອອກ ຂອງ​ທ່ານ HSIA ມີຂຶ້ນຂະນະທີ່ ປະທານາທິບໍດີ MA YING JEOU ໃຫ້ຄຳໝັ້ນສັນຍາ ທີ່ຈະທຳການປ່ຽນແປງ ເພື່ອປັບປຸງ ການຮັບມື ຂອງຣັຖບານ ຕໍ່ພັຍພິບັດຕ່າງໆ. ໃນການຖແລງ ຕໍ່ພວກນັກຂ່າວ ຕ່າງປະເທດ ໃນວັນອັງຄານມື້ນີ້ ທ່ານ MA ກ່າວ​ວ່າ ໃນໄລຍະ 10 ມື້ ຜ່ານມານີ້ ໄດ້ມີການ ຍົກຍ້າຍ 39 ພັນຄົນ ອອກຈາກໝູ່ບ້ານຕ່າງໆ ທີ່ຕັ້ງຢູ່ຕາມພູ​ເຂົາ. ທ່ານໄດ້ຖິ້ມໂທດ ໃສ່ຝົນຕົກໜັກ ວ່າເຮັດໃຫ້ ການຍົກຍ້າຍຊາວບ້ານ ທີ່ຕົກຄ້າງ ຕ້ອງໄດ້ດຳເນີນໄປ ແບບຊັກຊ້າ ໃນໄລຍະ ບໍ່ເທົ່າໃດມື້ທຳ​ອິດ ຫລັງຈາກເ ກີດລົມພາຍຸ.

ສະຫະຣັດ - ມຽນມາ: ສື່ມວນຊົນຂອງທາງ ການມຽນມາ ກ່າວໃນວັນອັງຄານ ມື້ນີ້ວ່າ ການ ຢ້ຽມຢາມມຽນມາ ເມື່ອໄວໆມານີ້ຂອງສະມາຊິກ ສະພາສູງສະຫະຣັດ JIM WEBB ເປັນຄວາມ ສຳເຣັດຂອງທັງສອງຝ່າຍ ຊຶ່ງອາດສາມາດປັບ ປຸງຄວາມສັມພັນ ທີ່ເຄັ່ງຕຶງ ລະຫວ່າງປະເທດ ທັງສອງ ໃຫ້ດີຂຶ້ນ​ໄດ້. ໜັງສືພິມ NEW LIGHT OF MYANMAR ກ່າວໃນບົດວິ ຈານບົດ​ນື່ງ ໃນວັນອັງຄານ ມື້ນີ້ວ່າ ການຢ້ຽມຢາມຄັ້ງນີ້ ແມ່ນບາດກ້າວອັນທຳອິດ​ ໃນການກ້າວເດີນໄປ ​ສູ່​ເປົ້າໝາຍ​ ໄລຍະທາງ 1 ພັນໄມລ໌. ໃນວັນອາທິດ ຜ່ານ​ມາ​ນີ້ ທ່ານ JIM WEBB ສະມາຊິກສະພາສູງ ສັງກັດພັກ ເດໂມແຄຣັທ ​ໄດ້​ເຈລະຈາ​ ກັບ​ຜູ້ນຳ​ມຽນມາ ຢ່າງ​ສຳ​ເລັດ​ຜົນ ​ໃຫ້​ປ່ອຍ​ໂຕ ນາຍ JOHN YETTAW ທີ່ຖືກຕັດສິນ ໃນສັບປະດາແລ້ວ ໃຫ້ອອກແຮງງານໜັກ ເປັນເວລາ 7 ປີ ຍ້ອນໄດ້ໄປຢ້ຽມ ເຮືອນຂອງທ່ານນາງ ອອງຊານ ຊູຈີ ຜູ້ນຳ ປະຊາທິປະໄຕ ມຽນມາ ທີ່ຕັ້ງຢູ່ແຄມບຶງ ໂດຍບໍ່ໄດ້ຮັບ ອະນຸຍາດນັ້ນ. ທ່ານ WEBB ກ່າວ ລຸນຫລັງ ອອກຈາກມຽນມາມາ ພ້ອມກັບນາຍ YETTAW ໃນມື້ວັນອາທິດ ຜ່ານມາວ່າ ທ່ານກໍຫວັງ ເຊັ່ນດຽວກັນວ່າ ການຢ້ຽມຢາມຂອງທ່ານ ຈະນຳພາ ໄປສູ່​ແນວທາງໃໝ່ ໃນຄວາມສັມພັນ ລະຫວ່າງສະຫະຣັດ ກັບມຽນມາ ຮວມທັງ ຄວາມເປັນ​ໄປ​ໄດ້ ​ໃນການຜ່ອນຜັນ ການລົງໂທດ ທາງດ້ານເສຖກິດ ຕໍ່​ມຽນມານັ້ນ.

ສະຫະຣັດ - ອີຈິບ: ປະທານາທິບໍດີ ອີຈິບ ທ່ານ HOSNI MUBARAK ຈະພົບປະທີ່ທຳ ນຽບຂາວກັບປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ເພື່ອສົນທະນາຫາຣື ກ່ຽວກັບຂັ້ນຕອນ ການສ້າງສັນຕິພາບໃນພາກ ຕາເວັນອອກກາງ ແລະບັນຫາອື່ນໆ. ການເດີນ ທາງມາຢ້ຽມຢາມ ທຳນຽບຂາວ ຂອງທ່ານ MUBARAK ໃນວັນອັງຄານມື້ນີ້ ແມ່ນເປັນ ເທື່ອທຳອິດ ໃນຮອບ 5 ປີ. ໃນມື້ວານນີ້ ປະ ທານາທິບໍດີອີຈິບ ໄດ້ພົບປະ ເປັນເວລາ ປະມານ ນຶ່ງຊົ່ວໂມງ ກັບຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ທີ່ນະຄອນຫລວງ ວໍຊິງຕັນ. ໂຄສົກຄົນນຶ່ງ ຂອງທຳນຽບຂາວ ກ່າວວ່າ ພວກທ່ານທັງສອງ ໄດ້ສົນທະນາຫາຣືກັນ ໃນຂອບເຂດ ທີ່ກວ້າງຂວາງ ຮວມທັງຂັ້ນຕອນ ການສ້າງສັນຕິພາບ​ ໃນພາກ​ຕາ​ເວັນ​ອອກ​ກາງ ແລະສະຖານະການ ໃນອີຣ່ານ ກັບປະເທດຊູດານ.

ຫລວງພຣະບາງ - ເມືອງໜ້າຢູ່: ເມືອງຫລວງພຣະບາງ ຊຶ່ງຕັ້ງຢູ່ທາງ ພາກເຫນືອ ຂອງປະເທດລາວ ທີ່ເປັນ ເມືອງມໍຣະດົກໂລກ ຂອງອົງການ UNESCO ໄດ້ເປັນເມືອງນຶ່ງ ໃນສິບ ຫົວເມືອງ ທີ່ດີທີ່ສຸດໃນໂລກຕາມການ ສຳຣວດຄັ້ງຫຼ້າສຸດ ຂອງວາຣະສານ Travel+Leisure ອະເມຣິກັນ. ວາຣະ ສານ ອະເມຣິກັນດັ່ງກ່າວ ໄດ້ຣະບຸວ່າ ເມືອງ Udaipur ໃນອິນເດັຽ ໄດ້ຖືກຈັດ ໃຫ້ເປັນທີ່ນຶ່ງ ແລະຕິດຕາມມາດ້ວຍ Cape Town ໃນ South Africa, Bangkok ໃນປະເທດໄທ; Buenos Aires ໃນ Argentina; Chiang Mai ໃນປະເທດໄທ; Florence ໃນ Italy; Luang Prabang ໃນລາວ; New York ໃນສະຫະຣັດ; Rome ໃນ Italy ແລະ San Francisco ໃນສະຫະຣັດ. ອີງຕາມລາຍງານປະຈຳປີ ຄັ້ງທີ່ 14 ຂອງລາງວັນດີເດັ່ນ ຂອງໂລກ ທີ່ຈັດມອບໃຫ້ ຊຶ່ງທ່ານສາມາດ ຄົ້ນຫາລາຍຣະອຽດ ເພີ່ມຕື່ມໄດ້ທີ່ www.travelandleisure.com/worldbest/2009. ຫລວງພຣະບາງ ຄັ້ງນຶ່ງຖືກຂນານນາມວ່າ ອານາຈັກຊຽງທອງ ແລະຍັງເຄີຍເປັນ ອະດີດຣາຊທານີ ຂອງຣາຊອານາຈັກລ້ານຊ້າງ. ແລະເປັນເພັດເມັດງາມ ຂອງປະເທດ ລຸ່ມແມ່ນ້ຳຂອງ ໄດ້ຖືກເລືອກ ໃຫ້ເປັນອັນດັບທີ່ເຈັດຂອງໂລກ ທີ່ເປັນຫົວເມືອງຫນ້າຢູ່ຫນ້າຊົມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG