ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ແທນສະຫະຣັດ Jim Webb ໄດ້ຢ້ຽມຢາມ ສປປ ລາວ ໃນອາທິດແລ້ວນີ້


ດັ່ງທີ່​ເຮົາ​ໄດ້​ສະ​ເໜີ​ໃນ​ຂ່າວຮອບ​ໂລກ​ໄປ​ແລ້ວ​ ຜູ້​ແທນສະພາສູງສະຫະຣັດ Jim Webb ​ໄດ້​ຢ້ຽມຢາມ ສປປ ​ລາວ ​ໃນ​ອາທິດ​ແລ້ວນີ້ ​ແລະ ​ໄດ້​ພົບ​ປະກັບ ເຈົ້າໜ້າທີ່​ຂັ້ນສູງ ຂອງລັດຖະ ບານລາວ ແລະຜູ້ນຳ​ທາງທຸລະ​ກິດ ​ເພື່ອສົ່ງເສີມ ຜົນ​ປະ​ໂຫຍ​ດ ຂອງສະຫະຣັດ.

ຫ້ອງການ​ຂອງ ທ່ານ Jim Webb, ສະມາຊິກ​ສະພາ​ສູງ ປະ ຈຳລັດ​ເວີ​ຈີ​ເນຍ ​ໄດ້ປະກາດ​ໃຫ້​ຊາບວ່າ ທ່ານຜູ້​ແທນ​ຣັດຖະ ສະພາ ​ສະຫະຣັດ ທີ່​ສັງກັດ​ພັກ​ເດ​ໂມ​ແກຣດ ທ່ານ​ນີ້ ​ໄດ້ເດີນ ທາງ​ໄປຮອດ​ນະຄອນຫລວງ​ວຽງຈັນ ​ໃນ​ວັນ​ພະຫັດ​ແລ້ວນີ້ ​ເພື່ອ​ພົບ​ກັບເຈົ້າໜ້າທີ່​ຂັ້ນສູງ ຂອງລັດຖະບານລາວຈຳນວນ​ນຶ່ງ ແລະຜູ້ນຳ​ທາງອຸດ​ສະຫະ​ກຳ ​ເພື່ອເສີມ​ຂະຫຍາຍຜົນ​ປະ​ໂຫຍ​ດ ຂອງສະຫະຣັດ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງໃຕ້.

ການ​ຢ້ຽມຢາມ​ລາວ​ໃນ​ຄັ້ງນີ້ ຂອງ​ທ່ານ​ຜູ້​ແທນ​ສະພາ​ສູງ ​Webb ແມ່ນ​ພາກສ່ວນ​ນຶ່ງຂອງການເດີນທາງເຄື່ອນ​ໄຫວຢ້ຽມຢາມ 5 ​ປະ​ເທດ​ໃນ​ເອ​ເຊຍ ​ເຊິ່ງລວມທັງມ້ຽນມ້າ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມນຳດ້ວຍ ​ເປັນ​ເວລາ 2 ອາທິດ.


ທ່ານ​ຜູ້​ແທນ​ສະພາ​ສູງ ​Webb ​ຊື່​ງເປັນ​ຜູ້ນື່ງທີ່ມີ​ປະສົບປະ​ການ​ໃນ​ຂົງ​ເຂດ​ນີ້ ມາ​ເປັນ​ເວລາ​ດົນ​ນານ ​ດຳລົງ​ຕຳ​ແໜ່​ງ​ເປັນປະ ທານ ອະນຸກຳມາທິການດ້ານກິດຈະການເອ​ເຊຍຕາ​ເວັນ​ອອກ​ ​ແລະ ​ເຂດ​ມະຫາ​ສະມຸດ ປາຊີ​ຟິກ ຂອງຄະນະ ກຳມາທິການ ສາຍພົວພັນ​ຕ່າງ​ປະ​ເທດ ຂອງສະພາ​ສູງ​ສະຫະຣັດ. ທ່ານ ກ່າວ​ວ່າ:

"ມັນ​ເປັນ​ສິ່ງ​ສຳຄັນ​ຍິ່ງ ທີ່​ສະຫະຣັດອາ​ເມຣິກາ ຈະ​ຕ້ອງ ກັບເຂົ້າ​ໄປ​ພົວພັນ ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງໃຕ້​ໃນ​ທຸກ​ລະດັບ ຄືນອີກ". ​ໃນ​ສ່ວນ​ທີ່​ກ່ຽວ​ກັບປະ​ເທດ​ລາວ​ນັ້ນ ທ່ານ​ກ່າວ​ ວ່າ

"ສາຍພົວພັນຂອງ​ພວກ​ເຮົາກັບ​ລາວ ບໍ່​ເຄີຍ​ໄດ້ຮັບການ ປົວ​ແປງຢ່າງ​ເຕັມ​ສ່ວນ ນັບ​ຕັ້ງ​ແຕ່ ສົງຄາມ​ຫວຽດນາມ ​ໄດ້​ສິ້ນສຸດ​ລົງ ເມື່ອ 30 ປີ​ກວ່າຜ່ານ​ມາ​ແລ້ວ. ຂ້າ​ພະ​ເຈົ້າ ມີ​ຄວາມ​ມຸ້ງ ຫວັງ ​ແລະ​ກະຕືລືລົ້ນ ​ທີ່​ຈະ​ທຳ​ງານຮ່ວມກັນ​ກັບເຈົ້າໜ້າທີ່ຂອງ ລັດຖະບານ ລາວ ​ເພື່ອ​ເຮັດ​ໃຫ້​ສອງ​ປະ​ເທດ​ຂອງ​ພວກ​ເຮົາ ມີ​ຄວາມ​ສຳພັນ​ອັນຮັດ​ແໜ້ນກວ່າ​ເກົ່າ ທັງ​ທາງ​ດ້ານ​ເສດຖະກິດ, ວັດທະນາ​ທໍາ ​ແລະ ການ​ທູດ.

​ລາຍການ​ພົບ​ປະ​ຂອງ ທ່ານ​ຜູ້​ແທນ​ສະພາ​ສູງ ​Webb ຢູ່​ໃນ​ລາວ ລວມມີ ການ​ພົບປະ​ກັບ​ຜູ້ຕາງໜ້າ​ຈາກກະຊວງ ການ​ຕ່າງປະ​ເທດ, ​ແລະ ກະຊວງ​ປ້ອງ​ກັນຊາ​ດ ​ພ້ອມ​ທັງກະຊວງ ອຸດ​ສະຫະ​ກຳ ​ແລະ ​ການ​ຄ້າຂອງ​ລາວ ທີ່ຮັບຜິດ​ຊອບວຽກງານ ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ລາວ ​ເພື່ອ​ໃຫ້​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ ອົງການການ​ຄ້າ​ໂລກນັ້ນ. ທ່ານ ​Webb ​ຍັງ​ໄດ້​ພົບ​ກັບ ຄະນະກຳມາທິການ​ແມ່ນ້ຳຂອງ ​ແລະ ບັນດາຜູ້ ນຳ​ທາງ ທຸລະ​ກິດ ​ເພື່ອ​ຊອກ​ຫາ ​ໂອກາດ​ລົງທຶນ​ໃຫ້​ແກ່ ນັກ​ລົງທຶນ​ຂອງ ສະ ຫະຣັດຢູ່​ໃນ​ລາວ ​ແລະ ຊ່ອງ​ທາງ​ທີ່​ຈະ​ເສີມ​ຂະຫຍາຍການ ຮ່ວມມື​ກັນລະ​ຫວ່າງ 2 ປະ​ເທດ.

ທ່ານ ​Webb ໄດ້​ມີ​ການ​ພົວພັນ ເປັນ​ການ​ສ່ວນ​ໂຕ ​ໃນ​ກິດຈະ ການ​ ທີ່​ກ່ຽວ​ກັບ​ຂົງ​ເຂດເອ​ເຊຍ ​ແລະ ປາຊີ​ຟິກ ຢ່າງ​ຕໍ່​ເນື່ອງ ມາເປັນ​ເວລາ​ດົນ​ນານ ກ່ອນໜ້າທີ່​ທ່ານຈະໄດ້​ຖືກ​ເລືອກ​ຕັ້ງ​ເປັນ ຜູ້​ແທນ​ສະພາ​ສູງ​ຂອງ​ສະຫະຣັດ ດ້ວຍຊ້ຳ. ນອກຈາກ​ການ​ຢ້ຽມ ຢາມ​ ​ໃນນາມຂອງສະມາຊິກ​ຂອງຄະນະກຳມາທິການ ສາຍ​ພົວ ພັນ​ຕ່າງ​ປະ​ເທດຂອງສະພາ​ສູງ​ສະຫະຣັດ ​ໃນ​ຄັ້ງນີ້​ແລ້ວ, ທ່ານ​ Webb ຍັງ​ໄດ້​ເຄີຍ​ປະຕິບັດ​ງານ ​ແລະ ​ເດີນທາງ ໄປ​ທົ່ວ​ຂົງ​ເຂດ ອັນ​ກວ້າງ​ໃຫຍ່​ນີ້ ນັບ​ແຕ່ເກາະ​ Micronesia ​ໄປ​ຈົນເຖິງ ມ້ຽນມ້າ ມາ​ເປັນ​ເວລາ​ນານ​ເກືອບ 4 ທົດ​ສະ​ວັດ​ ຫລື​ເກືອບ ສີ່ສິບ​ປີແລ້ວ ​ເຊິ່ງ​ທ່ານ​ໄດ້ໄປໃນ​ນາມ ​ນາຍ​ທະ​ການນາວີ​ກະ​ໂຍທິນ ຫລື​ທະຫານ​ມາຣີນສ໌, ຜູ້​ວາງ​ແຜນການ​ປ້ອງກັນຊາ​ດ, ນັກ​ຂ່າວ, ນັກຂຽນປຶ້ມ, ​ເຈົ້າໜ້າ​ທີ່​ລະດັບ​ບໍລິຫານຂອງກະຊວງ​ປ້ອງ​ກັນປະ​ເທດ ​ແລະ ​ໃນ​ນາມ​ທີ່​ປຶກສາ​ດ້ານທຸລະກິດ.

ທ່ານ​ Webb ຍັງ​ເຄີຍ​ໄດ້​ຮັບ​ໃຊ້​ເປັນ​ທະຫານມາຣີນສ໌ ຢູ່​ຫວຽດນາມ, ​ແລະ ຕໍ່​ມາ ກໍໄດ້ເປັນ ​ລັດຖະມົນຕີຊ່ວຍວ່າການ ​ກະຊວງ​ປ້​ອງກັນ​ປະ​ເທດ ​ແລະ ລັດຖະມົນຕີ​ກອງທັບ​ເຮືອ ທີ່​ທຳນຽມ 5 ​ແຈ ຫລື Pentagon.

ທ່ານຍັງເຄີຍເປັນຜູ້​ວາງ​ແຜນການ​ທະຫານສຳລັບ​ຂົງ​ເຂດເອ​ເຊຍ ​ແລະ ປາຊີ​ຟິກ​ ປະຈຳເກາະ Guam, ໄດ້ຂຽນປຶ້ມ ຢ່າງຫລວງ ຫລາຍ ກ່ຽວກັບບັນຫາຕ່າງໆ ຢູ່ໃນຍີ່ປຸ່ນ, ໄທ, ຫວຽດນາມ, ແລະ ຟີລິບປິນ ໃນລະດັບທ້ອງຖິ່ນ ກໍຄື ລະດັບ ຊາດ ແລະ ລະດັບສາກົນ ແລະ ໃນຊຸມປີ 1990 ທ່ານໄດ້ທຳ​ງານເປັນ ທີ່ປຶກສາໃຫ້ແກ່ ບໍລິສັດທຸລະກິດ ທີ່ມີຄວາມມຸ້ງຫວັງຢາກເຮັດ ທຸລະກິດຢູ່ຫວຽດນາມ. ທ່ານໄດ້ເຮັດວຽກ ໃນຄະນະກຳມາທິ ການສາຍ​ພົວພັນ​ຕ່າງ​ປະ​ເທດ ຂອງສະພາ​ສູງ​ສະຫະຣັດ ນັບຕັ້ງ ແຕ່ທ່ານ​ໄດ້​ຖືກ​ເລືອກ​ຕັ້ງ ​ໃຫ້​ເປັນ​ຜູ້​ແທນສະພາ​ສູງ​ສະຫະ ຣັດ ໃນ ເດືອນ ມັງກອນ ປີ 2007 ​ເປັນຕົ້ນມາ.

ໃນຖານະ ​ປະທານ ຂອງອະນຸກຳມາທິການດ້ານກິດຈະການ​ກ່ຽວ​ກັບຂົງ​ເຂດ ເອ​ເຊຍຕາ​ເວັນ​ອອກ ແລະ ເຂດຝັ່ງມະຫາ​ສະມຸດປາຊີ​ຟິກນັ້ນ, ທ່ານ Webb ​ແມ່ນ​ມີໜ້າ​ທີ່​ຮັບຜິດຊອບ ​ແລະກຳກັບ​ເບິ່ງ​ນຳ ສາຍພົວພັນຂອງສະຫະຣັດ ກັບບັນດາປະ ເທດໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ ເອ​ເຊຍຕາ​ເວັນ​ອອກສຽງໃຕ້, ​ເຂດ​ເລາະ​ແຄມຝັ່ງມະຫາ​ສະມຸດປາຊີ​ຟິກ ແລະເຂດ​ໂອ​ຊິ​ອານາ. ນອກ​ນັ້ນ ອະນຸກຳມາທິການຂອງຄະນະກຳມາທິການ ສາຍ​ພົວພັນ​ຕ່າງ​ປະ​ເທດຂອງ​ສະພາ​ສູງ​ສະຫະລັດ ຍັງຮັບຜິດ ຊອບ ພວກອົງການຈັດຕັ້ງ ລະດັດບຂົງເຂດ ເຊັ່ນ ສະມາຄົມ ກຸ່ມປະເທດໃນເຂດເອ​ເຊຍຕາ ​ເວັນ​ອອກສຽງໃຕ້ ຫລື ASEAN ແລະ ອົງການ ຮ່ວມມື ເສດຖະກິດ ເອເຊຍ-ປາຊີຟິກ ຫລື APEC ນຳ​ອີກ
XS
SM
MD
LG