ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໄທຫາທາງໃຫ້ກະສັດໄທໃຫ້ອະໄພໂທດແກ່ທ່ານທັກສິນ


ການເມືອງທີ່ໄທ: ພວກ​ສນັບ​ສນຸນອະດີດ​ນາຍົກຣັຖມຸນຕີ​ໄທ ທ່ານທັກສິນ ​ຊີ​ນນະ​ວັດ ຈຳນວນ​ຫລາຍ​ກວ່າສອງ​ໝື່ນ​ຄົນ​ ໄດ້​ໂຮມ​ຊຸມ​ນຸມກັນ​ທ່ີ​ບາງກອກ​ໃນ​ວັນ​ຈັນມື້​ນີ້ ​ເພື່ອ​ຮ້ອງ​ຮຽນ​ໄປ​ຍັງ​ກະສັດ​ຂອງໄທ​ ໃຫ້​ຊົງ​ອະ​ໄພ​ຍະໂທດ​ໃຫ້​ແກ່​ທ່ານ​ທັກສິນ. ພວກ​ສນັບ​ສນຸນທ່ານ​ທັກສິນ ທ່ີ​ເອີ້ນ​ວ່າ ພວກ​ເສື້ອ​ແດງ ກ່າວ​ວ່າ ປະຊາ​ຊົນ​ຈຳນວນ​ຫລາຍ​ກວ່າ 4 ລ້ານ​ຄົນ​ ໄດ້​ລົງ​ນາມ​ໃນ​ຄຳ​ຮ້ອງຮຽນ​ຕໍ່​ກະ​ສັດ​ພູມິ​ພົນ​ອະດຸນ​ຍະ​ເດດ ​ໃຫ້​ຊົງ​ອະ​ໄພ​ຍະ​ໂທດ​ໃຫ້ແກ່​ອະດີດ​ຜູ້ນຳ​ໄທ​ທ່ານ​ນີ້. ສານໄດ້ຕັດສິນ​ ໃນ​ປີກາຍ​ນີ້ ວ່າທ່ານ​ທັກສິນ​ມີ​ຄວາມ​ຜິດ​ ໃນ​ຂໍ້ຫາ​ຖານ​ ໃຊ້​ອຳນາດ​ເກີນ​ຂອບ​ເຂດ​ ແລະ​ຕັດສິນ​ລົງ​ໂທດ​ໃຫ້​ທ່ານ​ຈຳ​ຄຸກ 2 ປີ ​ແຕ່​ທ່ານ​ທັກສິນ​ໄດ້​ໂຕນ​ໜີ​ອອກ​ນອກປະ​ເທດ​.
ຣັຖບານ​ຂອງ​ນາຍົກຣັຖມຸນຕີ ອະພິສິດ ​ເວດ​ຊາ​ຊີວະ​ໄດ້​ປະຕິ​ເສດ​ຕໍ່​ ໜັງສື​ຮ້ອງ​ຮຽນດັ່ງກ່າວ​ວ່າ ​ ​ຜິ​ດກົດໝາຍ​ແລະເປັນ​ການ​ເຄື່ອນ​ໄຫວ ທາງ​ດ້ານການ​ເມືອງ ​ແລະ​ກ່າວ​ວ່າ ການ​ເຄື່ອນ​ໄຫວແບບນີ້​ຈະ​ບໍ່​ສຳ​ເຣັດຜົນ ​ເພາະວ່າທ່ານ​ທັກສິນ​ຕ້ອງ​ຮັບ​ໃຊ້​ໂທດ​ຈຳ​ຄຸກ ​ເພື່ອ​ໃຫ້​ຖືກຕ້ອງ​ຕາມຂໍ້​ບັງຄັບ​ທາງ​ກົດໝາຍ​ ກ່ອນ​ຈະ​ໄດ້​ຮັບ​ການ​ອະໄພ​ຍະ​ໂທດ​. ​ໃນ​ການ​ຊຸມ​ນຸມແສດ​ງການ​ສນັບ​ສນຸນຕໍ່​ຄຳ​ຮ້ອງຮຽນດັ່ງກ່າວ ເມື່ອ​ບໍ່​ນານມາ​ນີ້ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ກ່າວ​ວ່າ ພວກເສື້ອ​ແດງ​ຫລາຍ​ຄົນ​ໃນ​ກຸ່ມຂອງ​ທ່ານ​ຄຶດ​ວ່າ ທ່ານ​ທັກສິນ​ບໍ່​ໄດ້​ຮັບ​ການ​ພິຈາຣະນາຄະ​ດີ​ທ່ີ​ຍຸຕິ​ທັມ.
ສະຫະຣັດ​ແລະ​ມຽນມ້າ: ທ່ານ Jim Webb ສະມາຊິກ​ສະພາ​ສູງ​ສະຫະຣັດກ່າວ​ວ່າ ມຽນມ້າ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ທ່ີ​ວ່າ ຕົນ​ກຳລັງ​ພະຍາຍາມ​ຊອກ​ຫາ​ເທັກ​ໂນ​ໂລ​ຈີດ້ານ​ນີວເຄລັຍ​ນັ້ນ. ໃນ​ການ​ແຖລ​ງ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີບາງກອກ ໃນວັນ​ຈັນ​ມື້​ນີ້ ສະມາຊິກສະພາ​ສູງ Jim Webb ກ່າວ​ວ່າ ທ່ານ​ບໍ່​ໄດ້​ຍົກ​ເຣື່ອງນີ້​ ຂຶ້ນ​ມາ​ສົນທະນາເວລາ​ທ່ານ​ພົບ​ປະ​ກັບ​ນາຍ​ພົນ Than Shwe ຜູ້ນຳ​ທະຫານ​ມຽນມ້າ​ໃນມື້​ວັນ​ເສົານັ້ນ. ຢ່າງ​ໃດ​ກໍ​ຕາມ ທ່ານ​ກ່າວ​ວ່າ ຣັຖບານມຽນມ້າໄດ້ປະຕິ​ເສດ​ວ່າ ​ຕົນ​ບໍ່​ມີ​ໂຄງການ​ນີວ​ເຄລັຍ. ​ໃນ​ຕົ້ນ​ເດືອນ​ນີ້ ພວກນັກ​ຄົ້ນ​ຄວ້າ Australia ກ່າວ​ວ່າ ການ​ສຳພາດ​ ກັບ​ພວກ​ທ່ີ​ໂຕນ​ໜີ​ຈາກ​ມຽນມ້າຫລາຍ​ຄົນ ​ສໍ່ສະ​ແດງວ່າ ຣັຖບານ ມຽນ​ມ້າມີ​ໂຄງການ​ນີວ​ເຄລັຍ​ລັບ ທ່ີ​ກ່າວ​ຫາ​ກັນວ່າ ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ ຈາກ​ເກົາຫລີ​ເໜືອ​ນັ້ນ.
ທ່ານ Webb ຍັງ​ໄດ້​ຮັບ​ອະນຸຍາດ​ ໃຫ້​ພົບ​ປະ​ກັບ​ທ່ານ​ນາງອອງຊານ ​ຊູ​ຈີ ຜູ້ນຳ​ປະຊາທິປະ​ໄຕ​ໃນ​ມຽນມ້າໃນ​ວັນ​ອາທິດວານ​ນີ້ ​ແລະທ່ານໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ນາງ​ອາດ​ຈະ​ບໍ່​ຄັດຄ້ານຕໍ່​ການ​ຜ່ອນຄາຍ​ການ​ລົງ​ໂທດ​ຕໍ່​ມຽນມ້າ​ນັ້ນ.
ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ: ​ເກົາຫລີ​ໃຕ້​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຢ່າງ​ລະມັດລະວັງ​ ນຳ​ການ​ຕັດສິນ​ໃຈຂອງ​ເກົາຫລີ​ເໜືອ​ ທ່ີ​ຍົກ​ເລີກ​ຂໍ້​ຈຳກັດ​ຮັດ​ແຄບຕໍ່​ການ​ຂ້າມ​ຊາຍ​ແດນ​ແລະ​ເປີດການທ່ອງທ່ຽວ​ຄືນ​ໃໝ່​ ທີ່​ໄດ້​ຕົກລົງ​ກັບ​ກຸ່ມ​ບໍຣິສັດ​ຮຸນໃດນັ້ນ ແຕ່​ກ່າວ​ວ່າຣັຖບານ​ສອງ​ປະ​ເທດ​ຈະ​ຕ້ອງ​ໄຂການ​ເຈຣະຈາ​ກັນ​ຄືນ​ໃໝ່​ເສັຍ​ກ່ອນ​ ກ່ອນ​ທີ່ຈະ​ເປີດ​ໃຫ້​ມີ​ການ​ເດີ​ນທາງ​ໄປ​ສູ່ຄອມ​ມີ​ວນິດ​ເກົາຫລີ​ເໜືອ ຄືນ​ໃໝ່​ໄດ້.
ທ່ານ Chun Hae-sung ​ໂຄສົກ​ປະຈຳກະຊວງ​ທ້ອນ​ໂຮມ​ຊາດ​ເກົາຫລີ​ໃຕ້ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຣັຖບານ​ມອງ​ເບິ່ງ​ການ​ທຳ​ສັນຍາ​ຂອງ​ກຸ່ມ​ບໍລິສັດຮຸນ​ໃດກັບ​ກຸງ​ພຽງ​ຢ້າງ​ໃນ​ທາງ​ບວກ ​ແຕ່​ຖື​ວ່​າ​ເປັນ​ການບັນລຸ ​ຂໍ້​ຕົກລົງ​ກັນ​ໃນ​ລະດັບ​ພົນລະ​ເຮືອນ ຊື່​ງຈະ​ຕ້ອງໄດ້​ຮັບ​ການ​ເຫັນ​ພ້ອມ​ນຳ ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັນໃນ​ລະດັບຣັຖບານລະວ່າງ​ສອງ​ປະ​ເທດ.
ທ່ານ​ກິມຈົງ​ອີລ ຜູ້ນຳ​ເກົາຫລີ​ເໜືອ ​ແລະ​ທ່ານ​ນາງ Hyun Jeong-eun ປະທານ​ກຸ່ມ​ບໍລິສັດ​ຮຸນ​ໃດ ​ໄດ້​ພົບ​ປະ​ສົນທະນາ​ກັນ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະຕົກລົງ​ກັນ ທີ່​ຈະ​ຮື້​ຟື້ນ​ໂຄງການ​ທ່ອງ​ທ່ຽວ​ແລະ​ອະນຸຍາດ​ໃຫ້​ມີການເຕົ້າໂຮມ​ກັນ​ລະຫວ່າງ​ສມາ​ຊິກຄອບຄົວ​ ທ່ີ​ໄດ້​ຖືກ​ແບ່ງ​ແຍກ​ກັນ ​ຕັ້ງ​ແຕ່​ປາງສົງຄາມ​ເກົາຫລີ​ນັ້ນ​.
ສະຖານະການທີ່ Caucasus ຂອງຣັດ​ເຊັຍ: ຕຳຫລວດ​ໃນ​ຂົງ​ເຂດ Caucasus ​ເໜືອ​ ທ່ີ​ປັ່ນ​ປ່ວນ​ຂອງຣັດ​ເຊັຍ ກ່າວ​ວ່າ ​ປະຊາຊົນຢ່າງ​ນ້ອຍ 19 ຄົນ​ເສັຍ​ຊີວິດ ແລະ​ເກືອບ 70 ຄົນ​ໄດ້​ຮັບ​ບາດ​ເຈັບ​ ຈາກ​ການວາງ​ລະ​ເບີດ​ໂຈມ​ຕີ​ຄັ້ງ​ຮ້າຍແຮງ​ ທີ່​ພາ​ໃຫ້ມີ​ຄົນ​ຕາຍ​ຫລາຍທ່ີ​ສຸດໃນ​ຂົງ​ເຂດ ໃນ​ຮອບ​ຫລາຍ​ເດືອນຜ່ານ​ມາ. ບັນດາ​ເຈົ້າ​ໜ້າ​ທ່ີ​ທ້ອງ​ຖ່ິນ​ໃນ​ເຂດ Ingushetia ກ່າວ​ວ່າ ລະ​ເບີດ​ທ່ີ​ຫ້າງ​ໄວ້​ໃນ​ລົດ​ຂົນ​ສົ່ງ​ຄັນ​ນຶ່ງ​ ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້​ ທ່ີ​ສຳນັກງານໃຫຍ່​ຂອງ​ຕຳຫລວດ​ໃນ​ເມືອງ Nazran. ​ພວກ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ລົດ​ບັນທຸກ​ຄັນ​ນີ້ ​ໄດ້​ແລ່ນ​ຕຳ​ປະຕູ​ໃຫຍ່​ເຂົ້າ​ໄປ​ໃນ​ບໍລິ​ເວນ ​ແລະ​ລະ​ເບີດ​ຂຶ້ນ​ ໃນ​ຂະນະ​ທ່ີ​ພວກ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ພາກັນ​ຢືນລຽນ​ແຖວ​ ເອີ້ນ​ຊື່​ໃນ​ຍາມ​ມື້​ເຊົ້າ. ພວກ​ເຈົ້າ​ໜ້າ​ທີ​ປະຕິບັດ​ກັດ​ໝາຍ​ກ່າວ​ວ່າ ລະ​ເບີດ​ທ່ີແຕກ​ຂື້ນ​ນັ້ນ ປະ ກອບວັດຖຸ​ລະ​ເບີດ​ຈຳນວນ​ຫລາຍ​ກວ່າ 20ກີ​ໂລກຣາມ ​ແລະ​ໄດ້​ສ້າງ​ຄວາມເສັຍ​ຫາຍ​ຢ່າງ​ໜັກ​ແກ່​ພວກ​ລົດ​ລາ​ແລະ​ຕຶກ​ອາຄານ​ຕ່າງໆ​ໃນ​ບໍລິ​ເວນ. ໃນ​ຈຳນວນ​ພວກ​ທ່ີ​ໄດ້​ຮັບ​ບາດ​ເຈັບ​ ມີ​ເດັກນ້ອຍຢ່າງ​ນ້ອຍ ​9 ຄົນ​ຮວມຢູ່​ນຳ. ກຳລັງຂອງ​ຝ່າຍຣັຖບານ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ໃນ​ເຂດ Ingushetia , Chechnya ​ແລະເຂດອື່ນໆ​ໃນ​ພາກ​ໃຕ້​ຂອງ ຣັດເຊັຍ​ ມາຕັ້ງແຕ່​ສະຫະພາບ​ໂຊ​ວຽດ​ໄດ້ແຕກແຍກອອກ​ຈາກ​ກັນ​ໃນ​ປີ 1991 ​ເປັນ​ຕົ້ນມາ. ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ ​ເຖິງ​ຂັ້ນ​ເສັຍ​ຊີວິດ​ຍັງ​ຄົງ​ມີ​ມາ​ເປັນ​ປະຈຳ ​ໃນ​ພວກສະທາຣະນະຣັດຕ່າງໆ​ ທ່ີ​ປະ​ສົບ​ກັບ​ຄວາມ​ວຸ້ນວາຍ​ ໃນ​ພາກ​ໃຕ້​ຂອງຣັດ​ເຊັຍ​ນັ້ນ.
ຊາວ​ເອ​ເຊັຍ​ຊະນະ​ການ​ແຂ່ງຂັນ Champ ຕີ golf: ​ເອ​ເຊັຍ​ກຳລັງ​ສເລີມ​ສລອງໄຊຊະນະ​ຂອງ​ນາຍ Yang Yong-eun ຄົນ​ເກົາຫລີ​ໃຕ້​ ທີ່ຍາດເອົາຕຳ​ແໜ່​ງ Champ ກີລາ​ຕີ golf ​ມາ​ຈາກນາຍ Tiger Woods ຄົນ​ອະ​ເມຣິກັນຊອດ​ໄທ ມາ​ໄດ້ ໃນ​ການ​ແຂ່ງຂັນຍາດ​ເອົາ​ຂັນ​ຊນະ​ເລີດຂອງ PGA. ໄຊຊະນະ​ຄັ້ງ​ນີ້​ເຮັດ​ໃຫ້​ນາຍ Yang Yond-eun ​ເປັນນັກກີລາຕີ golf ​ເອ​ເຊັຍ​ຄົນ​ທຳ​ອິດ​ ທ່ີ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ຄັ້ງ​ສຳຄັນ. ​ແລະ​ທີ່​ສຳ​ຄັນ​ຍິ່ງ​ກ່ວານັ້ນ ກໍ​ຄື ນາຍ Yang ວັຍ 37 ປີ ​ເປັນ​ນັກກີລາ​ຕີ golf ອັນ​ດັບທີ 110 ຂອງ​ໂລກ ສ່ວນນາຍ Tiger Woods ​ເປັນ​ນັກ ຕີ Golf ນ້ຳ​ເບີ​ 1 ຂອງ​ໂລກ.
ປະທານາທິບໍດີ Lee Myun​g-bak ​ແຫ່ງ​ເກົາຫລີ​ໃຕ້​ໄດ້​ໂທຣະສັບ​ຫາ ນາຍ Yang ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ​ໄຊຊະນະ​ຂອງ​ລາວ ຊຶ່ງ​ເຣື່ຶອງນີ້​ ໄດ້​ເປັນ​ຫົວ​ຂໍ້​ຄອບ​ງຳ​ໃນ​ການ​ປະຊຸມ​ຄນະຣັຖບານ​ຂອງ​ທ່ານ​ໃນ​ວັນຈັນມື້​ນີ້. ທ່ານ Lee ບອກ​ນາຍ Yang ວ່າ ລາວ​ໄດ້​ຍົກ​ສູງ​ກຳລັງ​ໃຈ ຂອງ​ປະຊາຊົນ​ເກົາຫລີ​ໃຕ້ ​ໂດຍ​ການ​ເປັນ​ຄົນ​ເອ​ເຊັຍ​ຄົນ​ທຳ​ອິດ​ ທ່ີ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ແຂ່ງຂັນ​ຄັ້ງ​ສຳຄັນ​ນັ້ນ.

XS
SM
MD
LG