ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງສະຫະລັດ ກັບນັກໂທດອາເມລິກັນ ທີ່ຖືກປ່ອຍຈາກຄຸກມຽນມ້າ ເດີນທາງໄປຮອດບາງກອກແລ້ວ


ສະຫະລັດ - ມຽນມ້າ: ​ເຮືອບິນ​ທະຫານ​ລຳ​ນື່ງ ທີ່​ບັນ​ທຸກນັກ​ໂທດ​ອາ​ເມ​ລິ​ກັນ​ທີ່​ຖືກ​ປ່ອຍ​ອອກຈາກ​ຄຸກ​ໃນ​ມຽນມ້າ ​ແລະ​ສະມາ​ຊິກ​ສະພາ​ສູງ​ສະຫະລັດ ທີ່​ໄດ້​ເຈລະຈາ​ກັບ​ຜູ້ນຳ​ທະຫານ​ມຽນມ້າ ​ໃຫ້​ປ່ອຍ​ໂຕ​ຜູ້ກ່ຽວ​ນັ້ນ ໄດ້ໄປ​ຮອດ​ບາງ ກອກ​ແລ້ວ. ນາຍ John Yettaw ​ໄດ້​ຕິດຕາມ​ໄປ​ກັບສະມາ​ຊິກ​ສະພາ​ສູງ Jim Webb ໃນ​ຖ້ຽວ​ບິນ​ໄປ​ຍັງປະ​ເທດ​ໄທ ​ໃນ​ວັນ​ອາທິດ​ມື້​ນີ້. ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Webb ​ໄດ້ພົບ​ປະ​ສົນທະນາ​ກັບ​ຜູ້ນຳ​ມຽນມ້ານາຍ​ພົນ Than Shwe ທີ່​ໄດ້​ອະນຸຍາດ​ໃຫ້​ປ່ອຍ​ໂຕ​ນາຍ Yettaw​ ທີ່​ຖືກ​ໂທດ​ຈຳ​ຄຸກ 7 ປີ ຍ້ອນ​ໄດ້ລອຍນ້ຳຂ້າມ​ບຶງ​ໄປ​ພັກ​ຢູ່​ເຮືອນ​ຂອງ ທ່ານ​ນາງ​ອອງ ຊານ​ຊູ​ຈີ. ທ່ານ Webb ​ເປັນ​ເຈົ້າໜ້າ​ທີ່​ສະຫະລັດຄົນ​ທຳ​ອິດ​ທີ່​ໄດ້​ພົບ​ກັບ​ທ່ານ Than Shwe. ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວສັ້ນໆ ກ່ອນອອກຈາກ​ມຽນມ້າ ທ່ານ Webb ​ໄດ້​ກ່າວ​ຂອບ​ໃຈ​ລັດຖະບານ​ມຽນມ້​າ ສຳ​ລັບການ​ປ່ອຍ​ໂຕ​ນາຍ Yettaw. ຫລັງ​ຈາກ​ເດີນທາງ​ໄປ​ຮອດ​ບາງກອກ ທ່ານ Webb ​ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ ປະ​ເທດ​ຈີນ​ມີພັນທະທີ່​ຈະ​ຕ້ອງ​ໃຊ້​ອິດ​ທິພົນ​ຂອງ​ຕົນ ​ເພື່ອ​ປະຕິ​ຮູບ​ລັດຖະບານ​ທີ່​ກົດ​ຂີ່ ​ແລະ​ແຍກ​ໂຕ​ເອງ​ຢູ່​ຢ່າງ​ໂດດດ່ຽວ ຂອງ​ມຽນມ້ານັ້ນ. ທ່ານ​ກ່າ​ວຕື່ມ​ວ່າ ທ່ານ​ມີ​ແຜນການ​ທີ່​ຈະ​ພົບ​ປະ​ ກັບລັດຖະມົນຕີການ​ຕ່າງປະ​ເທດ Hillary Clinton ​ເພື່ອ​ປຶກສາ​ຫາລື​ກັນກ່ຽວ​ກັບ​ທາງ​ເລືອກ​ ໃນ​ການ​ຫາ​ທາງຢຸດຕິສະຖານະການ​ທາງ​ການ​ເມືອງ ທີ່ຕົກ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່ມາ​ໃນ​ມຽນມ້ານັ້ນ ​ແລະ​ນຳ​ເອົາ​ຄວາມຈະ​ເລີ​ນ ຮຸ່ງ​ເຮືອງ ວັດທະນາ​ຖາວອນ ມາສູ່​ປະຊາຊົນ​ມຽນມ້າ. ທ່ານ Webb ​ເດີນທາງໄປ​ຢ້ຽມຢາມ​ເອ​ເຊຍ ໃນ​ຖານະ​ປະທານອະນຸ​ກຳມາ​ທິການ​ຄວາມ​ສຳພັນ​ກັບ​ຕ່າງປະ​ເທດ ຂອງ​ສະພາ​ສູງສະຫະລັດ ກ່ຽວ​ກັບ​ກິດຈະການ​ເອ​ເຊຍ​ແລະ​ປາຊີ​ຟິກ.

ອິຣ່ານ: ສື່ມວນຊົນອີຣ່ານກ່າວວ່າ ພວກທີ່ຖືກກັກຕົວຫລາຍກວ່າ 25 ຄົນໄດ້ ຖືກນຳ​ມາ​ຂື້ນສານດຳເນີນ ຄະດີ​ໃນ​ມື້​ນີ້ ໃນຂໍ້ຫາທີ່ກ່ຽວພັນກັບການກໍ່ຄວາມ​ບໍ່​ສະ​ງົບ ລຸນຫລັງການເລືອກຕັ້ງປະທານາທິບໍດີຂອງອິ ຣ່ານ ທີ່​ໄດ້​ກາຍ​ມາ​ເປັນ​ບັນຫາຂັດແຍ້ງກັນນັ້ນ. ອົງການຂ່າວ IRNA ຂອງທາງການ ອິຣ່ານເວົ້າວ່າ ຄຳ​ຟ້ອງ​ຮ້ອງ​ທີ່ອ່ານໃນສານ​ ໃນວັນອາທິດມື້ນີ້ ກ່າວຫາພວກກັກຂັງຈຳນວນ 25 ຄົນນັ້ນວ່າ ໄດ້ວາງແຜນ ເພື່ອ ສ້າງຄວາມວຸ້ນວາຍລຸນ​ຫລັງການເລືອກຕັ້ງ ມາເປັນເວລາຫລາຍປີ​ແລ້ວ. ລາຍງານຂ່າວເວົ້າວ່າ​ໄດ້​ມີ​ການ​ນຳ​ເອົາວີດີໂອບັນທຶກພາບ ຂອງການກໍ່ການຈະລາຈົນຕາມຖະນົນຫົນທາງ ມາສາຍໃຫ້​ເບິ່ງ ຢູ່ໃນສານ. ລັດຖະບານອິຣ່ານໄດ້ຈັບກຸມປະຊາຊົນ ຫລາຍຮ້ອຍ ຄົນ ​ໃນ​ຂໍ້​ຫາ​ວ່າມີສ່ວນພົວພັນນຳການປະທ້ວງ ຕໍ່ຕ້າ​ນ ຜົນການ ເລືອກ ຕັ້ງປະທານາທິບໍດີອິຣ່ານ ເມື່ອວັນທີ່ 12 ເດືອນມິຖຸນາ ຜ່ານມາ ທີ່ມອບ​ໄຊຊະນະ​ໃຫ້ປະທາ ນາທິບໍດີ Mahmoud Ahmadinejad ​ແຕ່ພວກຜູ້ນຳຝ່າຍຄ້ານ ກ່າວວ່າ ມີ​ການ​ສໍ້ໂກງການເລືອກຕັ້ງ.

ປາ​ກິ​ສະຖານ: ທູດ​ພິ​ເສດ​ຂອງ​ສະຫະລັດ ທ່ານ Richard Holbrooke ກຳລັງ​ຢູ່​ທີ່​ປາ​ກິ​ສະຖານ ບ່ອນ​ທີ່​ທ່ານ​ມີ​ກຳນົດ​ພົບ​ພໍ້​ ກັບ​ເຈົ້າໜ້າ​ທີ່ຂັ້ນສູງ​ຂອງ​ປາ​ກິ​ສະ​ຖານ ​ໃນ​ມື້​ນີ້. ທ່ານ Holbrooke ​ໄດ້​ມີແຜນການຈະເດີນທາງ​ໄປ​ຍັງ​ເຂດ​ຮ່ອມ​ພູ Swat ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງເໜືອ ​ຂອງ​ປາ​ກິ​ສະຖານຄື​ກັນ ​ແຕ່​ເຈົ້າໜ້າ​ທີ່ສະຖານທູດ​ສະຫະລັດ​ກ່າວ​ວ່າ ຝົນຕົກ​ໜັກ​ໄດ້​ເຮັດ​ໃຫ້​ທ່ານ​ຕ້ອງ​ໄດ້​ລົບ​ລ້າງ​ແຜນການ. ກອງທັບ​ປາ​ກິ​ສະຖານ​ໄດ້​ເປີດ​ສາກ ທຳການ​ບຸກ​ໂຈມ​ຕີຢູ່​ໃນ​ເຂດ​ຮ່ອມ​ພູ Swat ​ແລະເຂດ​ອ້ອມ​ເ​ແອ້ມ ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ ຫລັງ​ຈາກ​ທີ່​ພວກ​ຕາ​ລີ​ບານ​ໄດ້​ລະ​ເມີດ​ການ​ຢຸດ​ຍິງ ​ແລະ​ເຣີ່ມ​ເຄື່ອນ​ກຳລັງ​ເຂົ້າ​ ໄປ​ ຍັງ​ເຂດ​ນະຄອນຫລວງ​ອິສະ​ລາມາ​ບັດ. ທາງ​ກອງທັບ​ກ່າວ​ວ່າ ຕົນ​ໄດ້ຂັບ​ໄລ່​ພວກ​ຕາ​ລີ​ບານ ອອກ​ໄປ​ຈາກ​ເຂດ​ຮ່ອມ​ພູ​ແລ້ວ​ເປັນ​ສ່ວນ​ໃຫຍ່ ​ແຕ່​ກໍ​ຍັງ​ມີ​ການ​ຕໍ່ສູ້​ກັນ​ຢູ່​ເປັນ​ບາງ​ຄັ້ງບາງ ຄາວ. ໄດ້​ມີ​ການ​ພົບ​ເຫັນ​ 18 ສົບ​ທີ່​ສົງ​ໃສ​ວ່າ​ເປັນຂອງ​ພວກ​ຕາ​ລີ​ບານໃນ​ມື້​ນີ້ ​ໃນ​ເຂດ​ຮ່ອມ​ພູ Swat ​ຊື່​ງເຈົ້າໜ້າ​ທີ່​ທະຫານເຊື່​ອວ່າ ຖືກ​ພວກ​ຊາວ​ບ້ານທ້ອງ​ຖິ່ນ​ຂ້າ​ຕາຍ ​ເພື່ອ​ແກ້​ແຄ້ນ​ຄືນ. ​

​ໄຟໄໝ້ທີ່​ຄູ​ເວດ: ທາງການຄູເວດກ່າວວ່າ ປະຊາຊົນຈຳນວນ 41 ຄົນເສຍຊີວິດ ຫລັງຈາກໄຟໄໝ້ ເຕັ້ນຂອງງານແຕ່ງງານ ທີ່ເຕັມໄປ ດ້ວຍພວກແມ່ຍິງແລະເດັກນ້ອຍ. ເຈົ້າໜ້າທີ່ກ່າວວ່າ ພວກນັກ ຊ່ຽວຊານ ພິສູດຫລັກຖານ ກຳລັງ ທຳງານເພື່ອຊີ້ບອກ ຊື່ສຽງ ຂອງແມ່ຍິງ ທີ່ເສຍຊີວິດ 35 ຄົນ ແລະເດັກນ້ອຍ 6 ຄົນ ທີ່ ຖືກໄຟໄໝ້ນັ້ນຢູ່ ເນຶ່ອງຈາກວ່າ ຫລາຍ ສົບຖືກໄຟໄໝ້ຫລາຍ ຈົນບໍ່ສາມາດຈະຊີ້ບອກ​ໄດ້ວ່າເປັນຜູ້ໃດ. ມີ ຜູ້​ໄດ້​ຮັບບາດເຈັບ ຢ່າງໜ້ອຍ 57 ຄົນໃນເຫດ​ໄຟໄໝ້ດັ່ງກ່າວ ຊຶ່ງເກີດຂື້ນເມື່ອ ຕອນແລງຂອງວັນເສົາວານນີ້ ທີ່ເມືອງ Jahra ທາງພາກ ຕາເວັນຕົກຂອງຄູເວດ. ເຈົ້າໜ້າທີ່ກ່າວວ່າ ພວກເຄາະ ຮ້າຍ ຫລາຍໆຄົນ ຖືກຢຽບ ຍ້ອນຜູ້ຄົນ​ແຕກຕື່ນ​ຕົກ​ໃຈ​ ແລະຟ້າວ ຫລົບໜີອອກ ຈາກເຕັ້ນ. ສາເຫດທີ່ພາໃຫ້ເກີດໄຟໄໝ້ທີ່ແທ້ຈິງນັ້ນ ຍັງບໍ່ຮູ້ເທື່ອໃນເວລານີ້ ເຖິງແມ່ນລາຍງານ ຂ່າວບົ່ງວ່າ ອາດ ເປັນເພາະ ການຕໍ່ສາຍໄຟຟ້າບໍ່ຖືກຕ້ອງ. ໂດຍທົ່ວໆໄປແລ້ວ ພິທີແຕ່ງງານໃນຄູເວດ ຊຶ່ງເປັນປະເທດທີ່ຖືແນວ ທາງ​ເດີມຂອງ​ອິສະລາມນັ້ນ ຈະຈັດແຍກກັນ ລະວ່າງພວກຜູ້ຊາຍແລະພວກແມ່ຍິງ. ສ່ວນພວກເດັກນ້ອຍ ຍິງຊາຍ ແມ່ນຮ່ວມໃນພິທີຂອງຝ່າຍຍິງ.

ຄວາມ​ເຄ່ງ​ຕຶງ​ລະ​ວ່າງ​ເກົາຫລີ: ເກົາຫລີ​ເໜືອ​ ຫລື​ສາທາລະນະ​ລັດ​ປະຊາທິປະ​ໃຕ​ເກົາຫລີ ໄດ້​ກ່າວ​ຄຳ​ຂູ່ໃນ​ມື້​ນີ້ວ່າ ຈະທຳລາຍ​ສະຫະ​ລັດ​ກັບ​ເກົາຫລີ​ໃຕ້ ​ໃຫ້ຮາບ​ຄາບດ້ວຍ​ອາວຸດ​ນິວ​ເຄລຍ ຖ້າ​ຫາກ​ວ່າ​ສອງ​ປະ​ເທດ​ນີ້​ຄຸກ​ຄາມ​ຕົນ. ສຳນັກງານ​ຂ່າວ​ກາງຂອງ​ເກົາຫລີ ຊື່​ງ​ເປັນ​ອົງການ​ຂ່າວ​ທາງ​ການຂອງ ຣັຖບານ​ພຽງ​ຢາງ ອ້າງ​ຄຳ​ຖະ​ແຫລ​ງຂອງ​ກອງທັບ​ເກົາຫລີ​ເໜືອ ທີ່​ເວົ້າວ່າ "ຖ້າວ່າ​ພວກ​ຈັກກະ​ພັດ​ສະຫະ​ລັດ​ອາ​ເມ​ລິ​ກາ ​ແລະ​ກຸ່ມ​ລີມິ​ອຸງພັກ ໝາຍ​ເຖິງ​ເກົາຫລີ​ໃຕ້ ຫາກຂົ່ມຂູ່​ສາທາລະນະ​ລັດ​ປະຊາທິປະ​ໃຕ​ເກົາຫລີ ດ້ວຍ​ອາວຸດ​ນິວ​ເຄລຍ ​ຕົນກໍ​ຈະ​ຕອບ​ໂຕ້​ຄືນ​ດ້ວຍ​ອາວຸດ​ນິວ​ເຄລຍ ຄື​ກັນ." ສະຫະລັດ​ກັບ​ເກົາຫລີ​ໃຕ້ ມີ​ກຳນົດ​ຈະ​ລົງມື ​ທຳ​ການ​ຊ້ອມ​ລົບ​ຈຳລອງ​ປະຈຳ​ປີຮ່ວມ​ກັນ ​ໂດຍ​ໃຊ້ຄອມ​ພິວ​ເຕີ​ຈັດ​ສາກ ​ໃນ​ວັນ​ຈັນ​ມື້​ອື່​ນນີ້ ຊື່​ງເກົາຫລີ ເໜືອຖື​ວ່າ ​ເປັນ​ການ​ກະກຽມ​ເພື່ອ​ບຸກລຸກ​ຕົນ. ລັດຖະບານ​ພຽງຢາງ​ໄດ້​ອອກ​ຄຳ​ຖະ​ແຫລ​ງ ທີ່​ແຂງ​ກະດ້າງ​ຢູ່​ສະ​ເໝີ ​ເວລາໃດ​ທີ່​ສະຫະລັດ​ກັບ​ເກົາ​ກລີ​ໃຕ້ ກຳລັງຈະ​ຊ້ອມ​ລົບ​ຮ່ວມ​ກັນ.

ຄວາມ​ວຸ້ນວາຍ​ໃນ​ຟີ​ລິບ​ປິນ: ທີ່ປະເທດຟິລິບປິນ ປະທານາທິບໍດີ ກລໍເຣຍ ອາໂຣຍໂຍ ໄດ້ສັ່ງໃຫ້ພວກທະຫານທຳລາຍລ້າງ ພວກຫົວຮຸນແຮງ ມູສລິມ Abu Sayyaf ໃນເຂດພາກໃຕ້ຂອງ ຟິລິບປິນ ຫລັງຈາກ ການສູ້ລົບກັນ ທີ່ຍັງຜົນໃຫ້ພວກທະຫານຖືກຂ້າ ຕາຍ 23 ຄົນ. ທ່ານນາງ ໄດ້ຖະແລງ ທີ່ເມືອງ Zamboanga ທາງພາກໃຕ້ ບ່ອນທີ່ ທ່ານນາງ​ໄດ້ໄປຢ້ຽມຢາມພວກທະຫານບາດເຈັບ ເມື່ອວັນເສົາ ວານນີ້ ແລະເຂົ້າຮ່ວມພິທີ​ຢ້ຽມຢາມ​ແລະງັນສົບ ຂອງທະຫານ ທີ່ເສຍຊີວິດໃນການສູ້ລົບກັບກຸ່ມມູສລິມຫົວຮຸນແຮງ Abu Sayyaf ເມື່ອວັນພຸດຜ່ານ ມາທີ່ເກາະບາຊິລັນນັ້ນ. ລັດຖະມົນຕີຕ່າງປະເທດຟິລິບປິນ ທ່ານ Gilbert Teodoro ກ່າວ ວ່າ ທ່ານນາງປະທານາທິບໍດີອາໂຣຍໂຢ ຍັງ​ໄດ້ເຕືອນວ່າ ສະມາຊິກ ຂອງກຸ່ມ​ແນວ​ໂຮມປົດປ່ອຍອິສລາມ Moro ທີ່​ໄດ້ຮ່ວມກັບກຸ່ມ Abu Sayyaf ສັງຫານພວກທະຫານນັ້ນ ກໍຈະຖືກຕາມລ່າ​ໂຕ​ເຊ່ນ​ກັນ ເຖິງແມ່ນມີການ ຢຸດຍິງ ກັບພວກກຸ່ມກະບົດດັ່ງກ່າວ ກໍຕາມ.

ຄົບຮອບ​ວັນ​ຍອມ​ຈຳນົນ​ຂອງ​ຍິ່ປຸ່ນ: ນາຍົກລັດຖະມົນຕີ ຍີ່​ປຸ່ນ ທ່ານ Taro Aso ​ໄດ້​ກ່າວ​ສະ​ແດງ​ຄວາມ​ເສົ້າ​ເສຍ​ຢ່າງ​ສຸດ​ຊຶ້ງ ຕໍ່​ການທີ່​ປະ​ເທດ​ຂອງ​ທ່ານ​ໄດ້ສ້າງຄວາມທຸກທໍລະມານ​ໃຫ້​ແກ່​ເອ​ເຊຍ ​ໃນ​ລະ​ວ່າງ​ສົງຄາມ​ໂລກ​ຄັ້ງທີ​ສອງ​. ທ່ານ​ອາ​ໂຊະ​ໄດ້​ເຊ່ນ​ນັ້ນ ຢູ່​ໃນ​ພິທີ​ທີ່​ຈັດ​ຂື້ນ​ຢ່າງ​ເຄ່ງ​ຂຶມທີ່​ໂຕ​ກຽວ ​ໃນ​ວັນ​ເສົາ ວານ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ​ວັນ​ຄົບຮອບ 64 ປີ ທີ່​ຍິ່ປຸ່ນຍອມ​ຈຳນົນຕໍ່ຝ່າຍ​ພັນທະ​ມິດ ໃນສົງຄາມ​ໂລກ​ຄັ້ງທີ່​ສອງ. ຄຳ​ເຫັນ​ຂອງ​ທ່ານອາ​ໂຊະ ​ໄດ້​ຖືກຖ່າຍ​ທອດ​ທາງ​ໂທລະພາບ​ອອກ​ໄປ​ທົ່ວ​ປະ​ເທດ ​ແລະ​ທ່ານ​ໄດ້​ສະ​ແດງເສຍ​ໃຈ​ ແລະ​ກິນ​ແໜງ​ໃຈຢ່າງ​ທີ່​ສຸດ ຕໍ່​ການ​ເສຍ​ຊີວິດ​ຂອງ​ຊາວ​ຍິ່ປຸ່ນ ຫລາຍ​ກ່ວາສາມ​ລ້ານ​ຄົນ​ໃນ​ລະ​ວ່າງ​ສົງຄາມ​ນັ້ນ ​ຕລອດ​ທັງ​ພວກ​ທີ່​ໄດ້ຮັບ​ເຄາະ​ຈາກ​ການຮຸກ​ຮານ​ຂອງ​ຍິ່ປຸ່ນ. ເຈົ້າຈັກກະພັດອາ​ກິ​ຮິ​ໂຕະ ​ແລະ​ພະ​ຊາ​ຍາ ​Michiko ກໍ​ໄດ້​ຊົງ​ເຂົ້າຮ່ວມ​ໃນ​ພິທີຄົບຮອບ​ນີ້ເຊ່ນ​ກັນ ຊື່​ງພະ​ອົງ​ກໍໄດ້ສະ​ແດງ​ຄວາມ​ເສົ້າ ພະໄທ ຕໍ່​ຄອບຄົວ​ຂອງ​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ ​ແລະ​ຊົງສະ​ແດງ​ຄວາມ​ປາດ​ຖະນາ​ຂອງ​ພະ​ອົງວ່າ ​ໂສກ​ນາຕະ​ກຳແບບ​ນີ້ ​ຄົງ​ຈະ​ບໍ່​ເກີດ​ຂື້ນ​ອີກຈັກ​ເທື່ອ. ພະ​ບິດາ​ຂອງ​ຈັກກະພັດ​ອາ​ກິ​ຮິ​ໂຕະ ມື້​ລາງ​ຈັກກະ​ພັດ​ຮິ​ໂຣຮິ​ໂຕະ ​ເປັນ​ຜູ້​ປະກາດ​ຍອມ​ແພ້​ໃນ​ສົງຄາມ​ໂລກ​ຄັ້ງທີ່​ສອງ​ນັ້ນ ​ເມື່ອ​ວັນ​ທີ 15 ​ສິງ ຫາ ປີ 1945.

ໄຕ້​ຫວັນ - ​ໄຕ້​ຝຸ່ນ: ທ່ານ ໝາຫຢິງ ຈີວ ປະທານາທິບໍດີໄຕ້ຫວັນ ໄດ້ກ່າວຂໍໂທດຕໍ່ປະຊາຊົນ ສຳຫລັບການປະຕິບັດງານ ຮັບມືຕໍ່​ ໄພລົມພາຍຸໄຕ້ຝຸ່ນທີ່ຊັກຊ້າຂອງລັດຖະບານ ທີ່ຍັງຜົນໃຫ້ ມີຜູ້ຊີວິດ ຫລາຍຮ້ອຍຄົນນັ້ນ. ປະທານາທິບໍດີ ໝາ ກ່າວໃນ ຖະແລງການ ທາງທີວີເມື່ອວັນເສົາຜ່ານມານີ້ວ່າ ທ່ານມີຄວາມເສຍ ໃຈຫລາຍ ທີ່ລັດຖະບານຂອງທ່ານບໍ່ໄດ້ປະຕິບັດງານຮັບມືກັບ​ໄພພິບັດຄັ້ງນີ້ ​ໄດ້ດີ ແລະວ່ອງໄວກ່ວາ​ນັ້ນ. ລັດຖະບານໄຕ້ຫວັນ ໄດ້ຖືກຕຳໜິ ຕິຕຽນ ຢ່າງໃຫຍ່ ທີ່ບໍ່ສາມາດຄາດ​ຄະ​ເນ​ໄດ້​ ເຖິງ​ລະດັບ​ຄວາມ​ຮ້າຍ​ແຮງ​ຂອງວິ​ກິດ​ການລົມໄຕ້ຝຸ່ນ ມໍຣະກົດ ທີ່ປະທະເກາະໄຕ້ຫວັນ ເມື່ອຕົ້ນເດືອນນີ້.

XS
SM
MD
LG