ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະຣັດບໍ່ມີນະໂຍບາຍ ທີ່ຈະຮັບເອົາຊາວມົ້ງທີ່ ບ້ານຫ້ວຍນ້ຳຂາວມ ມາຕັ້ງຖິ່ນຖານທີ່ອາເມຣິກາ 


ເຈົ້າໜ້າທີ່ລະດັບສູງຂອງສະຫະຣັດ ອາເມຣິ

ກາ ຢືນຢັນກັບແກນນຳຊາວມົ້ງຢູ່ສູນ​ຮອງ

ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວວ່າລັດຖະ

ບານສະຫະຣັດບໍ່ມີ​ແນວທາງ​ນະ​ໂຍບາຍທີ່

ຈະ​ຮັບ​ເອົາ​ຊາວ​ມົ້ງ​ໄປ​ຕັ້ງຖິ່ນຖານ​ໃໝ່ຢູ່​ໃນ

ສະຫະຣັດອາ​ເມ​ຣິ​ກາ ​ໃນ​ຂະນະ​ທີ່​ແກນ​ນຳ

​ຊາວ​ມົ້ງກໍ​ຍັງ​ຄົງ​ຮຽກຮ້ອງ​ຂໍໃຫ້ອົງການຂ້າ

ຫລວງໃຫຍ່ຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ຫລື UNHCR ​ເຂົ້າໄປ​ມີ​ສ່ວນ​ຮ່ວມ

​ໃນການ​ພິຈາລະນາ​ກ່ຽວກັບ​ສະຖານະ​ພາບ​ຂອງ​ບັນດາ​ຊາວ​ມົ້ງທຸກ​ຄົນ​ດ້ວຍ.


ທ້າວ ຈົງ ​ເຈີ ​ລໍ້,ແກນ​ນຳ​ຊາວ​ມົ້ງລາວທີ່ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວໃນເຂດ

ອຳ​ເພີ​ເຂົາ​ຄໍ້,ຈັງຫ​ວັດ​ເພັດ​ສະ​ບູນ,ທາງ​ພາ​ກ​ເໜືອຕອນ​ຫລ່າງ​ຂອງ​ປະ​ເທດ​ໄທຊຶ່ງ​ໄດ້ພົບ

ປະ​ກັບ​ບັນດາ​ຄະນະ​ຜູ້​ແທນຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດອາເມ​ຣິ​ກາ​ ​ໂດຍມີ

ທ່ານ Samanuel Witten ຮອງ​ຜູ້​ຊ່ວຍ​ລັດຖະມົນຕີ​ວ່າ​ການກະຊວງ​ຕ່າງປະ​ເທດ​ຂອງ

ສະຫະຣັດ ​ເປັນ​ຫົວໜ້າຄະນະ​ໃນ​ການ​ເດີນທາງ​ໄປກວດ​ຢ້ຽມ​ແລະຮັບ​ຊາບ​ຂໍ້​ມູນກ່ຽວກັບ

​ມາດ​ຕະການ​ຕ່າງໆທີ່​ກອງທັບ​ພາກ​ທີ່​ 3 ຂອງ​ໄທ​ໄດ້ປະຕິບັດ​ຕໍ່ບັນດາ​ຊາວ​ມົ້ງຢູ່​ສູນ​ຮອງ

ຮັບ​ຊົ່ວຄາວ​ດັ່ງ ກ່າວ​ເມື່ອ​ວັນ​ທີ 30 ກໍລະກົດ​ທີ່​ຜ່າ​ນມານີ້ ​ໄດ້ໃຫ້ການຢືນຢັນ​ພາຍ​ຫລັງ

ຈາກ​ການ​ພົບ​ປະ​ດັ່ງກ່າວວ່າ ຕອນນີ້ຊາວມົ້ງ ທີ່ຢູ່ສູນຮອງຮັບບ້ານຫ້ວຍນ້ຳຂາວ, ບໍ່ມີໂອ

ກາດຈະໄດ້ໄປຕັ້ງຖິ່ນຖານໃໝ່ທີ່ສະຫະຣັດອາເມຣິກາແລ້ວແລະບອກວ່າພວກມົ້ງເຫລົ່ານີ້

ຍັງບໍ່ຢາກກັບຄືນໄປລາວ.


ຊຶ່ງນີ້​ກໍໝາຍຄວາມ​ວ່າ ບັນດາ​ຊາວ​ມົ້ງລາວ

ທີ່ອາ​ໃສ​ຢູ່ສູນ​ຮອງ​ຮັບ​ຊົ່ວຄາວບ້ານ​ຫ້ວຍ

ນ້ຳຂາວ, ໃນ​ທຸກ​,ມື້ນີ້, ນອກຈາກ​ຈະ​ບໍ່ມີໂອ

ກາດ​ໄດ້​ເດີນທາງ​ໄປ​ຕັ້ງຖິ່ນ​ຖານໃໝ່ຢູ່​ໃນ

ສະຫະຣັດ​ອາ​ເມ​ຣິ​ກາ ​ແລ້ວກໍ​ຍັງຈະຕ້ອງ

ຖືກ​ສົ່ງກັບ​ຄືນໄປ​ນຳ​ພູມລຳ​ເນົາເດີມ​ຢູ່ໃນ

ປະ​ເທດລາວຂອງ​ພວກ​ຕົນຕາມ​ແຜນການ

ທີ່​ທາງການລາວ​ແລະໄທໄດ້ກຳນົດ​ເອົາ​ໄວ້​ກໍ​ຄືການ​ທີ່​ຈະ​ຮ່ວມກັນດຳ​ເນີນ​ການສົ່ງ​ແລະຮັບ

ເອົາ​ຊາວມົ້ງເຫລົ່າ​ນີ້ໃຫ້​ແລ້ວ​ເສັດ​ທັງໝົດພາຍ​ໃນ​ທ້າຍ​ປີ 2009ນີ້ ນັ້ນ​ເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ້າວ ຈົງ ​ເຈີ ​ລໍ້ ​ໃນ​ຖານະ​ແກນນຳ​ຂອງ​ຊາວ​ມົ້ງລາວ ທີ່​ພັກ​ອາ​ໃສ

ຢູ່ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ​ນັ້ນ ກໍ​ໄດ້​,ຖະ,​ແຫລ​ງຮຽກຮ້ອງ​ວ່າທາງ​ການລາວ

ແລະ ​ໄທຄວນ​ທີ່​ຈະ​ເປີດ​ໂອກາດ​ໃຫ້​ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງອົງການສະຫະ

ປະຊາຊາດ ຫລື UNHCR ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພິຈາລະນາເຖິງ​ສະຖານະ​ພາບ

​ຂອງ​ຊາວ​ມົ້ງກ່ອນ​ທີ່​ຈະ​ຕັດສິນ​ໃຈ ​ແລະດຳ​ເນີນ​ການ​ສົ່ງ​ຊາວ​ມົ້ງກັບ​ຄືນ​ໄປ​ລາວ​ດ້ວຍ.

ທັງນີ້ກໍ​ເພາະວ່າ​ໃນ​ຄວາມ​ເປັນ​ຈິງ​ແລ້ວມີ​ຊາວ​ມົ້ງລາວ​ຢູ່​ສອງ​ກຸ່ມ​ດ້ວຍ​ກັນ​ ທີ່​ພັກ​ອາ​ໃສ​ຢູ່

ໃນສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍນ້ຳຂາວ,ຊຶ່ງກໍຄື ຊາວມົ້ງປ່າ ແລະ ຊາວ​ມົ້ງທີ່​ເປັນ​ອາ

​ດີດທະຫານ​ຂອງ CIA ກັບ​ອີກ​ກຸ່ມໜຶ່ງຊຶ່ງ​ເປັນ​ຊາວ​ມົ້ງລາວ​ທີ່​ເປັນ​ຊາວບ້ານ​ທຳ​ມະ​ດາ ທີ່

ອົບພະ​ຍົບ​ມາ​ດ້ວຍເຫດຜົນທາງ​ເສດຖະກິດຊຶ່ງ​ໃນປະ​ເພດທີສອງ​ນີ້ສາມາດ​ທີ່​ຈະ​ສົ່ງ​ກັບ

ຄືນໄປລາວ​ໄດ້​,ຢູ່​ແລ້ວ.

ສ່ວນ​ຊາວ​ມົ້ງ​ໃນ​ປະ​ເພດ​ທຳ​ອິດ ຫລື ກຸ່ມ​ທຳ​ອິດຊຶ່ງ​ມີ​ຢູ່​ປະມານ​ 2.000 ກວ່າ​ຄົນ​ນັ້ນ

ຍ່ອມບໍ່ສາມາດ​ທີ່​ຈະ​ຖືກ​ສົບ​ກັບ​ຄືນ​ໄປ​ປະ​ເທດ​ລາວໄດ້ ​ເນື່ອງ​ຈາກ​ວ່າ​ໄດ້​ຖືກ​ທາງ​ການ

​ລາວ​ດຳ​ເນີນ​ມາດ​ຕະການ​ປາບ​ປາມ​ມາ​ຢ່າງ​ຕໍ່​ເນື່ອງຈຶ່ງ​ໄດ້​ພາກັນ​ອົບ​ພະ​ຍົບໜີ​ໄພ​ສົງຄາມ

ມາຢູ່​ໃນ​ປະ​ເທດ​ໄທ​ນັ້ນ​ເອງ.

ຫາກ​ແຕ່​ວ່າທາງ​ການ​ລາວກໍ​ໄດ້​ຖະ​ແຫລ​ງການ

ປະຕິ​ເສດມາ​ໂດຍ​ຕະຫລອດ​ເຊັ່ນ​ກັນ​ວ່າ ​ບໍ່ມີ

ການ​ປາບ​ປາມ​ຊາວ​ມົ້ງຢູ່​ໃນ​ລາວ​ແລະກະ​ແສ

ຂ່າວ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນີ້ກໍ​ເປັນ​ຍ້ອນວ່າກຸ່ມ

ຄົນ​ບໍ່ດີ​ໃນ​ຕ່າ​ງປະ​ເທດຕ້ອງການ​ທີ່​ຈະ​ບ່ອນທຳ

ລາຍ​ພາ​ບພົດຂອງ​ລັດຖະບານ​ລາວ​ໃນ​ເວທີ​ສາ

ກົນ. ສ່ວ​ນ​ໃນ​ຊ່ວງ​ເດືອນ​ກຸມພາ​ປີນີ້ ທ່ານ

ພົນຈັດຕະວາບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ

ລາວ ຊຶ່ງ​ໄດ້​ເດີນທາງ​ໄປກວດ​ຢ້ຽມສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍນ້ຳຂາວ​ມາແລ້ວນັ້ນກໍ

ໄດ້​ຢືນຢັນ​ກັບ​ບັນດາ​ແກນນຳ​ຊາວ​ມົ້ງວ່າ ຈະ​ໃຫ້ການ​ເບິ່ງ​ແຍງຊາວ​ມົ້ງທຸກຄົນ​ເປັນ​ຢ່າງ​ດີ

ກັບ​ທັງ​ຍັງ​ຈະ​ລົບ​ລ້າງ​ບັນດາ​ຄວາ​ມຜິດ​ຕ່າງ​ໆ ​ໃຫ້​ໃນ​ທຸກ​ກໍລະນີ​ອີກ​ດ້ວຍ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 04 ສິງຫາ 2009. ຟັງສຽງລາຍງານ ເພື່ອລາຍລະອຽດເພິ່ມຕື່ມ

XS
SM
MD
LG