ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນກະທົບຕໍ່ລູກຢູ່ໃນຄອບຄົວທີ່ມີພໍ່ຂົ່ມເຫັງທາລຸນແມ່


ເດັກນ້ອຍທີ່ມີພໍ່ທີ່ທາລຸນຂົມເຫັງແມ່ເຂົາເຈົ້ານັ້ນ ມີຄວາມ ສ່ຽງຕໍ່ການເປັນໂຣກຫລອດ​ລົມອັກ ເສບ ແລະ​ເປັນໂຣກທ້ອງສຸ ຫລື​ຖອກທ້ອງ​ ຂັ້ນຮ້າຍແຮງຫລາຍກວ່າເດັກພວກອື່ນ ເຊິ່ງທັງ ສອງໂຣກນີ້ ເປັນສາເຫດອັນດັບນຶ່ງຂອງການ ຕາຍຂອງ ເດັກນ້ອຍໃນທົ່ວໂລກທີ່ເສຍຊີວິດ ແຕ່ຍັງເຍົາໄວ.

ການວິເຄາະ​ເບິ່ງຜົນການສຳຫລວດພົລເມືອງ ຂອງບັງກລາເດັດ ໄດ້ເປີດເຜີຍ​ໃຫ້​ເຫັນ​ວ່າ ມີ​ການ​ພົວພັນ​ກັນ​ລະ​ຫວ່າງການທາລຸນ ຫລືໃຊ້ຄວາມຮຸນແຮງຕໍ່ຜູ້ເປັນເມຍ ຫລືແມ່ຂອງ ເດັກ ກັບສຸຂະພາບ ຂອງເດັກອີງ​ຕາມນັກຄົ້ນຄວ້າ Jay Silverman.

​ທ່ານ ​ເວົ້າວ່າໃນ​ບັນດາຄອບຄົວ​ ທີ່ຜູ້ຊາຍ ລາຍ​ງານວ່າ ຕົນໄດ້ໃຊ້ຄວາມຮຸນແຮງກັບ ເມຍນັ້ນ ປາກົດວ່າ ພວກລູກໆຂອງຜູ້ຍິງພວກນັ້ນ ມັກຈະລາຍງານວ່າ ເຂົາເຈົ້າເປັນໂຣກ ກ່ຽວກັບລະບົບຫາຍໃຈອັກເສບ ຫລືລອດ​ລົມ​ອັກ​ເສບ ແລະເປັນໂຣກທ້ອງສຸຂັ້ນຮ້າຍ​ແຮງ ຫລາຍກວ່າເດັກນ້ອຍທີ່ຢູ່ໃນຄອບຄົວ ທີ່ບໍ່ມີການທາລຸນທາງຮ່າງກາຍ ຫລືໃຊ້ຄວາມຮຸນ ແຮງ ນັ້ນໃນລະຫ​ວ່າງ​ 37 ຫາ 65%.

ໃນການຄົ້ນຄວ້າຂອງພວກເຂົາເຈົ້ານັ້ນ ທ່ານ Silverman ແລະ ເພື່ອນຮ່ວມງານຂອງ ທ່ານ ທີ່ສະຖາ​ບັນການແພດ ຂອງມະຫາວິທະຍາໄລ Harvard ຫລື Harvard School of Public Health, ໄດ້ພະ ຍາຍາມສຶກສາເບິ່ງປະເດັນອື່ນໆ ເຊັ່ນ ດ້ານ ສຸຂະອານາໄມ, ລະດັບການສຶກສາ ແລະ ຄວາມທຸກຈົນ ທີ່ອາດມີສ່ວນເຮັດໃຫ້ ເກີດພະຍາດເຫລົ່ານີ້. ທ່ານເວົ້າວ່າ ການພົວພັນກັນລະຫວ່າງການໃຊ້ ຄວາມຮຸນແຮງ ຫລືທາລຸນຢູ່ໃນຄອບຄົວ ແລະ ການເຈັບປ່ວຍ ມີ​ສາເຫດ ທີ່ສາມາດອະທິບາຍ ໄດ້ຫລາຍຢ່າງຢູ່.

ທ່ານຊິລ​ເວີ​ແມນ​ຊີ້​ແຈງ​ວ່າ ຜົນກະທົບໂດຍກົງກໍຄື ຜູ້ຊາຍ ທີ່ໃຊ້ຄວາມຮຸນແຮງຫລາຍຕໍ່​ເມຍ ກໍມັກຈະທາລຸນຂົ່ມເຫັງ ທາງຮ່າງກາຍ ແລະ ທາງເພດ ຕໍ່ລູກໆຂອງພວກເຂົາ. ສະນັ້ນ ຈື່ງເປັນທີ່ຈະແຈ້ງວ່າ ການທາລຸນຈະມີຜົນກະທົບ ໂດຍກົງຕໍ່ສຸຂະພາບເດັກຫລາຍທີ່ສຸດ. ຜົນກະທົບທາງ ອ້ອມ ກໍຄື ພວກເຮົາເຫັນວ່າ ຄວາມຮູ້ສຶກ ເຈັບປວດໃນໃຈ ແລະ ຄວາມອຸກອັ່ງຂອງເດັກນ້ອຍ ທີ່​ສືບ​ເນື່ອງ​ມາ​ຈາກ ການ​ທາລຸນ​ຂົ່ມ​ເຫັງ​ ທີ່ພວກເຮົາເຫັນຢູ່ໃນ​ເດັກນ້ອຍ ທີ່ ໃຫຍ່​ຂື້ນ​ມາ ​ໃນຄອບຄົວ​ແບບນັ້ນ ມັກພາໃຫ້ລະບົບພູມ ຕ້ານທານ​ໃນ​ຮ່າງກາຍ​ຂອງ​ເດັກ ຖືກ​ກົດໃຫ້ຕໍ່າລົງ​ເລື້ອຍໆ.


ທ່ານ Silverman ກ່າວ​ຕໍ່​ໄປ​ວ່າ ຜົນ​ ການຄົ້ນຄວ້າ​ທີ່​ອອກ​ມາ​ນີ້ ​ເປັນ​ທີ່​ໜ້າ​ພາ​ໃຫ້​ຕົກ​ໃຈເປັນ​ພິ​ເສດ ເມື່ອພິຈາລະນາເບິ່ງສະ ຖານະການຂອງການໃຊ້ຄວາມຮຸນແຮງລະ ຫວ່າງຄູ່ຄອງທີ່ມີ ທົ່ວໄປແລະ​ຢ່າງ​ແຜ່​ຫລາຍ ໃນບາງກລາເດັດ. ການຄົ້ນພົບນີ້ ເປັນສິ່ງ ບອກເຕືອນວ່າບັນຫານີ້ຕ້ອງໄດ້ຮັບການ ແກ້ໄຂຢ່າງຮີບ ດ່ວນເປັນພິເສດ. ທ່ານ ກ່າວເພີ້ມອີກວ່າການສຶກສາຄົ້ນຄວ້ານີ້ ອາດ​ໄດ້​ປະ​ເມີນ​ຕ່ຳ​ກວ່າ​ຄວາມ​ເປັນຈິງຂອງ ການໃຊ້ຄວາມຮຸນ ແຮງຢູ່ໃນຄອບຄົວທີ່ແຜ່ ຫລາຍຢູ່ໃນປະເທດນີ້​ແລະຜົນກະທົບບ ຂອງມັນ.

ທ່ານ Silverman ເວົ້າຕື່ມວ່າ ​ໃນ​ບັນດາພວກຜູ້ຊາຍທີ່ ລາຍງານວ່າພວກເຂົາໄດ້ ຂົ່ມເຫັງເມຍທາງດ້ານຮ່າງກາຍ ແລະທາງເພດນັ້ນຫລາຍກວ່າ 40% ແມ່ນໄດ້ເຮັດ ແນວນັ້ນໃນປີກາຍນີ້ ແລະຈາກການສຶກສາຄົ້ນຄວ້າອື່ນໆ ພວກ​ເຮົາເຫັນວ່າຄວາມ​ຈິງ​ ແລ້ວ ຖ້າ​ຫາກພວກ​ເຮົາຄິດ​ໄລ່​ເວລາເປັນ​ຊົ່ວ​ຊີວິດ​ຂອງເຂົາ​ເຈົ້າແລ້ວ ​ແມ່ນ​ຈະ​ມີ​ຮອດ ສາມ ສ່ວນ​ສີ່ ຂອງ​ຜູ້​ຊາຍ Bangladesh ທັງ​ໝົດທີ່ຈະລາຍງານວ່າ ​ເຂົາ​ເຈົ້າໄດ້ທາ ລຸນຂົ່ມເຫັງເມຍຂອງເຂົາ ເຈົ້າໃນເວລາໃດນຶ່ງໃນຊີວິດຂອງເຂົາເຈົ້າຊື່​ງ​ເປັນທີ່ຈະແຈ້ງ ວ່າຜົນການຄົ້ນຄວ້ານີ້ມີ​ຄວາມ​ສຳຄັນ​ຫລາຍ​ຕໍ່ການ ວາງນະໂຍບາຍດ້ານສາທາລະນະ ສຸກ. ທ່ານ​ຊິ​ລ​ເວີ​ແມນ ກ່າວ​ໃນ​ທີ່​ສຸດ​ວ່າ ພວກເຮົາຕ້ອງ​ໄດ້ຖືວ່າການຂົ່ມເຫັງ ທາລຸນ ຜູ້ຍິງຢູ່ໃນຄອບຄົວໂດຍຜູ້ເປັນຜົວນັ້ນເປັນສິ່ງທີ່ໜ້າເປັນຫ່ວງອັນດັບນຶ່ງ​ແທ້ໆໃນໂຄງການ ຢູ່ລອດຂອງເດັກຂອງພວກເຮົາ.

ລາຍງານນີ້ຂອງທ່ານ Silverman ສາມາດອ່ານໄດ້ ໃນວາລະສານການ​ແພດ Achives of Pediatrics and Adolescent Medicine.

XS
SM
MD
LG