ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫດຣະເບີດ ທີນະຄອນຫລວງກາບູລ ເຮັດໃຫ້ມີ ຜູ້ເສັຽຊີວິດ 7 ຄົນ ຮວມທັງ ແມ່ຍິງ ແລະເດັກນ້ອຍ


ອັຟການິສຖານ - ເຫດຣະເບີດ: ພວກ ກະບົດທາລີບານ ໄດ້ອ້າງເອົາຄວາມຮັບຜິດ ຊອບຕໍ່ເຫດຣະເບີດທີ່ໄດ້ສ້າງ ຄວາມສັ່ນສະ ເທືອນໃຫ້ແກ່ນະຄອນຫຼວງກາບູລທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 7 ຄົນ ແລະໄດ້ຮັບ ບາດເຈັບ ອີກຫລາຍກວ່າ 90 ຄົນຮວມທັງ ແມ່ຍິງແລະເດັກນ້ອຍ. ເຈົ້າໜ້າທີ່ອັຟການິສ ຖານກ່າວວ່າ ຜູ້ໂຈມຕີ ດ້ວຍຣະເບີດສະລະ ຊີບໄດ້ຂັບຣົດໄປຍັງທາງເຂົ້າ ກອງບັນຊາການ ຂອງອົງການນາໂຕ້ ຊຶ່ງເປັນນຶ່ງ ໃນເຂດທີ່ມີການຍາມ ຮັກສາຄວາມປອດພັຍ ເຄັ່ງຄັດທີ່ສຸດ ໃນນະຄອນຫລວງ ອັຟການິສຖານ ໃນຕອນເຊົ້າມື້ນີ້ ແລະໄດ້ບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ. ພວກທີ່ເຫັນເຫດການ ກ່າວວ່າ ເຫດຣະເບີດ ໃນເທື່ອນີ້ ໄດ້ເຮັດໃຫ້ ຕຶກອາຄານ ທີ່ຢູ່ໃນ ບໍຣິເວນອ້ອມແອ້ມ ສັ່ນສະເທືອນ. ຮູບພາບວີດີໂອ ຈາກບ່ອນເກີດເຫດ ສະແດງໃຫ້ເຫັນວ່າ ມີພົລເຮືອນ ຈຳນວນນຶ່ງ ທີ່ຕົນໂຕ ເຕັມໄປດ້ວຍເລືອດ ແລະໄດ້ຮັບບາດເຈັບ ສ່ວນອີກຈຳນວນນຶ່ງ ໄດ້ຖືກສົ່ງ ໄປໂຮງພະຍາບານ ຂະນະທີ່ສຽງຫວໍ ໄດ້ດັງນອງສນັ່ນ ຢູ່ຕາມຫົນທາງ. ໂຄສົກ ຂອງກຸ່ມທາລີບານ ແຈ້ງໃຫ້ ອົງການຂ່າວຣອຍເຕີ້ ຊາບວ່າ ກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ພະຍາຍາມ ທີ່ຈະໂຈມຕີ ສະຖານທູດ ສະຫະຣັດ ຊຶ່ງຕັ້ງຢູ່ ໃນບໍຣິເວນດຽວກັນນີ້.

ສະຫະຣັດ - ມຽນມາ: ສະມາຊິກສະພາສູງ ສະຫະຣັດ ທ່ານ JIM WEBB ໄດ້ພົບປະກັບ ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ ໃນວັນເສົາມື້ນີ້ ບໍ່ດົນຫຼັງຈາກໄດ້ ເຈຣະຈາ ຫາຣືກັບຜູ້ນຳຣັຖບານທະຫານມຽນມາ. ທ່ານ ນາງ ອອງຊານ ຊູຈີວັຍ 64 ປີ ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໄດ້ຂຶ້ນຣົດ ຈາກເຮືອນ ຂອງທ່ານນາງ ໃນນະຄອນຢ່າງກຸ້ງ ພາໄປຍັງບ້ານພັກຂອງຣັຖບານ ທີ່ຕັ້ງຢູ່ໃກ້ຄຽງ ໃນການພົບປະ ດັ່ງກ່າວ. ບໍ່ໄດ້ມີການເປີດເຜີຍ ໃຫ້ຊາບ ກ່ຽວກັບ ລາຍລະອຽດ ໃນການເຈຣະຈາຫາຣືກັນ. ກ່ອນໜ້ານີ້ ທີ່ນະຄອນຫລວງ NAYPIDAW ທ່ານ WEBB ກໍໄດ້ພົບປະ ກັບຜູ້ນຳຣັຖບານ ທະຫານມຽນມາ ນາຍພົນ THAN SHWE. ທ່ານ WEBB ເປັນເຈົ້າໜ້າທີ່ ອະວຸໂສ ຄົນທຳອິດ ຂອງສະຫະຣັດ ທີ່ໄດ້ພົບປະ ກັບຜູ້ນຳຣັຖບານ ທະຫານມຽນມາ. ນີ້ແມ່ນເທື່ອທຳອິດ ທີ່ສະມາຊິກ ຣັຖສະພາສະຫະຣັດ ໄດ້ເດີນທາງ ໄປມຽນມາ ໃນນາມຂອງ ທາງການ ໃນຮອບ ນຶ່ງທົສວັດກວ່າໆ. ທັງທຳນຽບຂາວ ແລະກະຊວງ ການຕ່າງປະເທດ ສະຫະຣັດ ຕ່າງກໍກ່າວວ່າ ທ່ານ WEBB ບໍ່ໄດ້ນຳສານ ພິເສດໃດໆ ຈາກປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄປຍັງ ຣັຖບານມຽນມາ.

ປາແລສໄຕນ໌ - ເຂດກາຊາ: ຜູ້ນຳປາແລສ ໄຕນ໌ທີ່ນິຍົມ ພວກກໍ່ການຮ້າຍ AL-QAIDA ກຸ່ມນຶ່ງ ໃນເຂດກາຊາ ໄດ້ຖືກຂ້າຕາຍ ລຸນຫລັງ ການຍິງຕໍ່ສູ້ກັນທີ່ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 22 ຄົນ ແລະໄດ້ຮັບບາດເຈັບ ອີກຫລາຍກວ່າ 120 ຄົນ. ເຈົ້າໜ້າທີ່ຂອງກຸ່ມ HAMAS ກ່າວ ໃນວັນເສົາມື້ນີ້ວ່າ ນັກສອນສາສນາຫົວແຂງກະ ດ້າງ ABDEL-LATIF MOUSSA ຜູ້ນຳຂອງ ກຸ່ມ JUND ANSAR ALLAH ຫລື ກຳລັງ ຂອງພວກ ທີ່ເຫລື້ອມໃສ ໃນພຣະເຈົ້າ ໄດ້ຖືກ ຂ້າຕາຍ ໃນເຫດຣະເບີດ ໃນຕອນເຊົ້າ ຂອງວັນ ເສົາມື້ນີ້. ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ກຳລັງຂອງກຸ່ມ HAMAS ຫລືພວກຫົວຮຸນແຮງ ທີ່ຢູ່ທາງໃນ ເຮືອນນາຍ MOUSSA ເປັນຜູ້ ແກວ່ງຣະເບີດ. ໃນມື້ວານນີ້ ນາຍ MOUSSA ໄດ້ປະກາດໃຫ້ ເຂດກາຊາ ເປັນເຂດປົກຄອງ ອິສລາມ ແລະຮຽກຮ້ອງໃຫ້ ມີການນຳໃຊ້ ກົດໝາຍ ສາສນາອິສລາມ ທີ່ເຄັ່ງຄັດ ຊຶ່ງເປັນການທ້າທາຍ ຕໍ່ກຸ່ມ HAMAS ທີ່ປົກຄອງ ເຂດກາຊາ ໃນເວລານີ້. ກຳລັງຮັ ກສາຄວາມສະງົບ ຂອງກຸ່ມ HAMAS ໄດ້ທຳການສູ້ຣົບ ເປັນເວລານຶ່ງຊົ່ວໂມງ ທີ່ວັດ ສາສນາອິສລາມ ແຫ່ງນຶ່ງ ໃນເມືອງ RAFAH ຊຶ່ງຕັ້ງຢູ່ ທາງໃຕ້ ຂອງເຂດກາຊາ ເພື່ອປາບປາມ ການລຸກຮືຂຶ້ນດັ່ງກ່າວ.

ອິນເດັຽ - ວັນເອກກະຣາດ: ເຈົ້າໜ້າທີ່ອິນ ເດັຽໄດ້ສເລີມສລອງ ວັນເອກກະຣາດ ຄົບຮອບ 62 ປີ ໃນວັນເສົາມື້ນີ້ ພາຍໃຕ້ທ້ອງຟ້າ ທີ່ມືດ ຄຶ້ມ ໂດຍຫວັງທີ່ຈະໃຫ້ ການຄ້ຳປະກັນ ແກ່ປະ ຊາຊົນທີ່ມີຄວາມ ວິຕົກກັງວົນໃຈວ່າ ສະພາບ ການທີ່ດີຂຶ້ນ ກຳລັງຈະມາເຖິງແລ້ວ. ນາຍົກ ຣັຖມຸນຕຣີອິນເດັຽທ່ານ MANMOHAN SINGH ໄດ້ຊັກທຸງຊາດ ອິນເດັຽຂຶ້ນສູ່ປາຍເສົາ ທີ່ປ້ອມແດງ ຊຶ່ງເປັນປ້ອມ ປະວັດສາດ ໃນນະ ຄອນຫລວງ ນິວເດລີ ຂະນະທີ່ ໄດ້ມີການຍິງປືນໃຫຍ່ ແລະກອງ ດຸຣິຢາງທະຫານ ບັນເລງເພງ ສະດຸດີ. ການສເລີມສລອງ ວັນເອກກະຣາດ ໃນມື້ນີ້ ແມ່ນເທື່ອທຳອິດ ນັບແຕ່ໄດ້ມີ ການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ນະຄອນມູມໄບ ໃນເດືອນພະຈິກ ປີກາຍ ແລະມີຂຶ້ນ ໃນຂະນະທີ່ ອິນເດັຽກຳລັງ ພະຍາຍາມ ຫາທາງຄວບຄຸມ ການແຜ່ລະບາດ ຂອງໂຣກ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A H1N1. ໃນການກ່າວ ຄຳປາສັຍ ຈາກຂ້າງຫລັງ ແກ້ວກັນລູກປືນນັ້ນ ນາຍົກຣັຖມຸນຕຣີອິນເດັຽ ກ່າວຕໍ່ພວກ ທີ່ໄປຮ່ວມພິທີວ່າ ຣັຖບານ ໄດ້ເອົາບາດກ້າວຕ່າງໆ ທີ່ຈະລຶບລ້າງ ການກໍ່ການຮ້າຍ ແລະໃນຂະນະທີ່ ທ່ານບໍ່ໄດ້ກ່າວໂດຍກົງ ເຖິງປາກິສຖານ ຊຶ່ງເປັນຄູ່ປໍຣະປັກນັ້ນ ທ່ານ SINGH ເວົ້າວ່າ ອິນເດັຽ ຕ້ອງການ ຢາກຢູ່ຢ່າງ ມີສັນຕິພາບ ກັບທຸກປະເທດ ເພື່ອນບ້ານ.

ເກົາຫລີ: ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG-BAK ຮຽກຮ້ອງໃຫ້ເກົາຫລີ ເໜືອ ຍຸຕິໂຄງການ ອາວຸດນິວເຄລັຽ. ທ່ານ LEE ໃຫ້ທັສນະດັ່ງກ່າວ ໃນຄຳປາສັຍມື້ນີ້ ເນື່ອງໃນໂອກາດ ວັນຄົບຮອບ ການປົດປ່ອຍ ແຫລມເກົາຫລີ ຈາກການປົກຄອງ ຂອງຍີ່ປຸ່ນ ໃນປີ 1945. ທ່ານກ່າວວ່າ ອາວຸດນິວເຄລັຽ ບໍ່ໄດ້ຄ້ຳປະກັນ ຄວາມໝັ້ນຄົງ ຂອງເກົາຫລີເໜືອ ມີແຕ່ຈະເຮັດໃຫ້ ອະນາຄົດ ປະສົບກັບບັນ ຫາຍຸ່ງຍາກທໍ່ນັ້ນ. ນອກນັ້ນ ທ່ານ LEE ຍັງ ເວົ້າວ່າ ເກົາຫລີທັງສອງ ຄວນດຳເນີນງານ ເພື່ອຫລຸດຜ່ອນ ກຳລັງອາວຸດ ທັມມະດາ. ທ່ານກ່າວຕື່ມວ່າ ຖ້າເກົາຫລີເໜືອ ຫາກຢຸດເຊົາ ໂຄງການອາວຸດນິວເຄລັຽ ເກົາຫລີໃຕ້ ຈະສເນີ ໃຫ້ການຊ່ອຍເຫລືອ ທາງດ້ານເສຖກິດ ຄັ້ງໃໝ່. ເກົາຫລີເໜືອ ພວມໄດ້ຮັບ ການກົດດັນ ຫລາຍຂຶ້ນ ໃຫ້ກັບຄືນ ເຂົ້າຮ່ວມການ ເຈຣະຈາ 6 ຝ່າຍ ເພື່ອຍຸຕິ ໂຄງການນິວເຄລັຽ. ສະຫະຣັດ ແລະອີກ 4 ປະເທດ ປະກອບດ້ວຍຈີີນ ຍີ່ປຸ່ນ ຣັດເຊັຽ ແລະເກົາຫລີໃຕ້ ຢາກໃຫ້ເກົາຫລີເໜືອ ກັບຄືນສູ່ ໂຕະເຈຣະຈາອີກ. ເກົາຫລີເໜືອ ໄດ້ທຳການທົດລອງ ອາວຸດນິວເຄລັຽ ໃນເດືອນພຶສະພາ ຜ່ານມານີ້.

ສະຫະຣັດ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກຳລັງພະຍາຍາມຫາທາງ ຄວບຄຸມການອະພິປາຍ ທີ່ພວມເຜັດຮ້ອນຂຶ້ນກ່ຽວ ກັບ ການປະຕິຮູບ ຣະບົບຮັກສາສຸຂພາບ ໂດຍ ຮຽກຮ້ອງ ໃຫ້ຊາວອະເມຣິກັນ ຫລຸດຜ່ອນນ້ຳສຽງລົງ ແລະເວົ້າເຖິງ ຄວາມແຕກຕ່າງ ທີ່ມີຢູ່ແທ້ໆ. ຫລັງຈາກ ໄດ້ທຳການປະຊຸມ ພົບພໍ້ກັບປະຊາຊົນ ມາໄດ້ນຶ່ງອາທິດ ຊຶ່ງການພົບພໍ້ ຈຳນວນນຶ່ງ ໄດ້ເຫັນການປະທ້ວງ ດ້ວຍຄວາມໂກດແຄ້ນ ທີ່ທ່ານ OBAMA ເວົ້າວ່າ ເປັນຄວາມວຸ້ນວາຍນັ້ນ ທ່ານ OBAMA ຈຶ່ງໄດ້ໃຊ້ ການກ່າວຄຳປາສັຍ ທາງວິທຍຸ ແລະອິນເຕີແນັດ ໃນມື້ນີ້ ອີກເທື່ອນຶ່ງ ເພື່ອວາງຂອບເຂດ ໃນການອະພິປາຍ ພາຍໃຕ້ເງື່ອນໄຂ ຂອງທ່ານ. ທ່ານກ່າວວ່າ ພວກທີ່ໄດ້ຣັບ ຜົນປໂຍດ ຈາກສະພາບການ ທີ່ເປັນຢູ່ ໃນປັດຈຸບັນ ກຳລັງພະຍາຍາມ ສ້າງຄວາມຢ້ານກົວ ໃຫ້ແກ່ປະຊາຊົນ ກ່ຽວກັບ ການປະຕິຮູບ ແຕ່ທ່ານກ່າວວ່າ ເຖິງແມ່ນໄດ້ມີ ຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບ ລາຍລະອຽດກໍຈິງ ແຕ່ຊາວອະເມຣິກັນ ສ່ວນໃຫຍ່ ເຫັນພ້ອມນຳກັນ ເຖິງຄວາມຈຳເປັນ ອັນຮີບດ່ວນ ທີ່ຈະຕ້ອງໄດ້ ປະຕິຮູບ ຣະບົບທີ່ແຕກຫັກ ແລ້ວນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG