ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາສູງ ຄົນສຳຄັນຂອງສະຫະຣັດ ກຳລັງຢ້ຽມຢາມ ມຽນມາ


ໃຕ້ຫວັນ - ໄຕ້ຝຸ່ນ: ປະທານາທິບໍດີ ໃຕ້ຫວັນ ກ່າວວ່າ ຈຳນວນຜູ້ເສັຽຊີວິດ ຈາກພັຍນ້ຳຖ້ວມ ແລະດິນເຈື່ອນ ທີ່ເກີດຈາກ ພາຍຸໄຕ້ຝຸ່ນມໍຣະກົດນັ້ນ ມີທ່າທາງວ່າ ຈະກາຍ 500 ຄົນ. ທ່ານ MA YING JEOU ກ່າວຕໍ່ ພວກຜູ້ຊ່ອຍ ໃນກອງປະຊຸມ ສະພາຄວາມໝັ້ນຄົງແຫ່ງຊາດ ໃນວັນສຸກມື້ນີ້ວ່າ ເກືອບ 400 ຄົນ ອາດຈະຖືກ ດິນຖົມທັງເປັນ ເວລາດິນເຈື່ອນ ໄດ້ໄຫລລົງມາ ທັບບ້ານ SHIAO LIN ໃນເຂດເມືອງກາວຊຸງ ທາງພາກໃຕ້ ຂອງເກາະໃຕ້ຫວັນ. ເວລານີ້ ມີຫຼາຍກວ່າ 100 ຄົນ ໄດ້ຮັບການຢືນຢັນແລ້ວວ່າ ເສັຽຊີວິດ ຍ້ອນພັຍທັມມະຊາດ ທີ່ວ່ານີ້. ຣັຖບານຂອງທ່ານ MA ໄດ້ຖືກຕຳໜິຕິຕຽນ ໃນອັນທີ່ ຫລາຍໆຄົນເວົ້າວ່າ ເປັນການຮັບມື ທີ່ຊ້າຫລາຍ ຕໍ່ວິກິຕການ ດັ່ງກ່າວ. ມີຊາວບ້ານ ຈຳນວນຫຼາຍພັນຄົນ ໄດ້ຕົກຄ້າງ ເວລາພັຍນ້ຳຖ້ວມ ແລະດິນເຈື່ອນ ທຳລາຍຖນົນຫົນທາງ ແລະຂົວຈຳນວນນຶ່ງ ຫລັງຈາກໄຕ້ຝຸ່ນ ມໍຣະກົດ ພັດເຂົ້າຖລົ່ມ ເກາະໃຕ້ຫວັນ ໃນສັບປະດາແລ້ວ. ໃຕ້ຫວັນ ໄດ້ສົ່ງທະຫານ ຫລາຍພັນຄົນ ໄປຍັງເຂດປະສົບພັຍ ເພື່ອຊ່ອຍໃນການກູ້ພັຍ ຊາວບ້ານ 14 ພັນຄົນ ທີ່ໄດ້ຕົກຄ້າງ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນໂດຍທາງເຮືອບິນ ເຮຣີຄອບເຕີ້.

ສະຫະຣັດ - ມຽນມາ: ສະມາຊິກ ສະພາສູງ ສະຫະຣັດ ທ່ານ JIM WEBB ກຳລັງຢູ່ທີ່ມຽນມາ ເພື່ອເຈຣະຈາຫາຣື ກັບພວກຜູ້ນຳ ຣັຖບານທະຫານ ໃນປະເທດດັ່ງກ່າວ. ເປັນທີ່ຄາດກັນວ່າ ທ່ານ WEBB ຈະໄດ້ພົບປະ ກັບຜູ້ນຳ ຣັຖບານທະຫານມຽນມາ ນາຍພົນ THAN SHWE ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມຂອງທ່ານ. ສະມາຊິກ ສະພາສູງ ສັງກັດພັກ ເດໂມແຄຣັທ ຈາກຣັດເວີຈີເນັຽ ໄດ້ເດີນທາງໄປເຖິງ ນະຄອນຫຼວງ NAYPYIDAW ຫລັງຈາກ ໄດ້ອອກເດີນທາງ ໂດຍທາງເຮືອບິນຈ າກປະເທດລາວ ຊຶ່ງເປັນບ່ອນຢຸດແວ່ ບ່ອນທຳອິດ ໃນການຢ້ຽມຢາມ 5 ປະເທດ ໃນເຂດເອເຊັຽ ຂອງທ່ານ. ທ່ານ WEBB ເດີນທາງ ໄປຢ້ຽມຢາມຂົງເຂດ ໃນນາມປະທານ ອະນຸກັມມະການ ກິຈການເອເຊັຽ ແລະປາຊີຟິກ ຂອງຄະນະກັມມະການ ສາຍສັມພັນ ຕ່າງປະເທດ ຂອງສະພາສູງ ສະຫະຣັດ. ຖແລງການສະບັບນຶ່ງ ຈາກຫ້ອງການຂອງທ່ານ ໃນຕົ້ນອາທິດນີ້ ແຈ້ງວ່າ ທ່ານຈະເປັນ ສະມາຊິກ ຣັຖສະພາສະຫະຣັດ ຄົນທຳອິດ ທີ່ໄດ້ເດີນທາງ ໄປຢ້ຽມຢາມມຽນມາ ໃນຮອບ 10 ກວ່າປີ.

ໂອບາມາ - ອາເປັກ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະເດີນທາງ ໄປສິງກະໂປ ເພື່ອເຂົ້າຮ່ວມ ກອງປະຊຸມ ຜູ້ນຳໃນເຂດ ເອເຊັຽ-ປາຊີຟິກ ຫລື APEC ຊຶ່ງຈະຈັດຂຶ້ນ ໃນເດືອນພະຈິກ ທ້າຍປີນີ້. ໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດ ວານນີ້ວ່າ ທ່ານ OBAMA ຈະເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ການຮ່ວມມື ທາງດ້ານເສຖກິດ ໃນເຂດເອເຊັຽ-ປາຊີຟິກ ຊຶ່ງກຳນົດ ຈະຈັດຂຶ້ນ ໃນວັນທີ 14 ຫາ 15 ພະຈິກ ທີ່ຈະມາເຖິງນີ້. ທ່ານ GIBBS ເວົ້າວ່າ ນອກນັ້ນແລ້ວ ປະທານາທິບໍດີ OBAMA ຍັງຈະ ທຳການຢ້ຽມຢາມ ປະເທດອື່ນໆນຳອີກ ຊຶ່ງຈະມີ ການປະກາດໃຫ້ຊາບ ຕາມພາຍຫລັງ.

ອິນເດັຽ - ວັນເອກກະຣາດ: ທີ່ປະເທດອິນ ເດັຽ ມີການສົ່ງ ກຳລັງຕຳຣວດ ຢ່າງເຕັມອັດຕຣາ ໄປຮັກສາ ຄວາມສະງົບ ທີ່ນະຄອນຫຼວງ ນິວເດລີ ແລະຕາມ ບໍຣິເວນຊາຍແດນ ຂອງປະເທດ ໃນການກະກຽມ ເພື່ອສເລີມສລອງ ວັນເອກກະຣາດ ແຫ່ງຊາດ. ໃນວັນສຸກມື້ນີ້ ຕຳຣວດ ແລະກຳລັງ ຮັກສາຄວາມສະງົບພິເສດ ໄດ້ລາຕເວນ ຢູ່ໃນຫຼາຍໆເຂດ ຂອງເມືອງ SRINAGAR ເມືອງເອກຂອງ ແຄວ້ນແຄັສເມັຽ ສ່ວນທີ່ຢູ່ ພາຍໃຕ້ການປົກຄອງ ຂອງອິນເດັຽ. ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວ ຍັງຈະມີການເພີ້ມ ການຮັກສາຄວາມສະງົບ ຕາມສູນກາງ ການຂົນສົ່ງ ແຫ່ງຕ່າງໆໃນ ທົ່ວປະເທດ. ວັນເສົາມື້ອື່ນນີ້ ແມ່ນວັນຄົບຮອບ 62 ປີ ທີ່ອິນເດັຽໄດ້ຮັບ ເອກກະຣາດ ຈາກອັງກິດ ແລະເປັນການ ສເລີມສລອງ ວັນຊາດເທື່ອທຳອິດ ນັບແຕ່ພວກກໍ່ການຮ້າຍ ໄດ້ໂຈມຕີ ທີ່ເມືອງມູມໄບ ໃນເດືອນພະຈິກ ປີກາຍນີ້.

ປາກິສຖານ - ວັນຊາດ: ພວກຜູ້ນຳປາກິສ ຖານ ທີ່ກຳລັງສເລີມສລອງ ວັນເອກກະຣາດ ຢູ່ນັ້ນ ໄດ້ຮຽກຮ້ອງ ໃຫ້ມີຄວາມສັມພັນ ແບບສະງົບສຸກ ກັບອິນເດັຽ ແລະໄດ້ປະກາດ ກ່ຽວກັບສິດທິໃໝ່ ສຳລັບພວກຊົນເຜົ່າ ທີ່ອາສັຍຢູ່ຕາມ ບໍຣິເວນຊາຍແດນ ທີ່ຕິດກັບ ອັຟການິສຖານ. ຕຳຣວດ ແລະກຳລັງຮັກສາ ຄວາມສະງົບ ໄດ້ຮັບຄຳສັ່ງ ໃຫ້ກຽມພ້ອມ ໃນລະດັບສູງ ລະຫວ່າງໂອກາດ ບຸນວັນຊາດ ຢູ່ໃນທົ່ວປະເທດ ໃນວັນສຸກມື້ນີ້ ເພື່ອປ້ອງກັນ ບໍ່ໃຫ້ພວກ ຫົວຮຸນແຮງ ລົບກວນ ການສເລີມສລອງ ບຸນດັ່ງກ່າວ. ທີ່ນະຄອນຫລວງ ອິສລາມາບັດ ພວກເດັກນ້ອຍ ໄດ້ພາກັນຮ້ອງເພງ ແລະໂບກທຸງຊາດ ປາກິສຖານ. ທີ່ນະຄອນກາຣາຈີ ພວກທະຫານ ໄດ້ພາກັນເດີນ ສວນສນາມ ຂະນະທີ່ ວົງດຸຣິຢາງ ຂອງໂຮງຮຽນ ນາຍຮ້ອຍທະຫານເຮືອ ເປັນຜູ້ເສບບັນເລງ. ໃນຄຳປາສັຍ ເນື່ອງໃນໂອກາດ ວັນສເລີມສລອງ ວັນເອກກະຣາດນີ້ ນາຍົກຣັຖມຸນຕຣີ YUSUF RAZA GILANI ກ່າວວ່າ ປາກິສຖານ ຕ້ອງການ ຢາກໃຫ້ມີ ສັນຕິພາບ ກັບບັນດາ ປະເທດເພື່ອນບ້ານ ແລະໄດ້ສະແດງ ຄວາມຫວັງໄວ້ວ່າ ການເຈຣະຈາ ກັບອິນເດັຽ ຈະໄດ້ຮັບຄວາມກ້າວໜ້າ.

ໂຈນທະເລ - ລູກເຮືອອີຈິບ: ໂຈນທະເລ ໂຊມາເລັຽ ຄົນນຶ່ງກ່າວວ່າ ພະນັກງານເຮືອ ຫາປາອີຈິບ 2 ລຳ ທີ່ໄດ້ຖືກລັກ ພາໂຕໄປນັ້ນ ໄດ້ຮັບອິສຣະພາບແລ້ວ ຫລັງຈາກໄດ້ໂຈມຕີ ພວກໂຈນທະເລ ທີ່ຈັບເຂົາເຈົ້າໄວ້. ນຶ່ງໃນພວກໂຈນທະເລ ທີ່ຢູ່ເທິງເຮືອ ທີ່ມີຊື່ວ່ານາຍ MIRAA ກ່າວວ່າ ພວກໂຕປະກັນ ໄດ້ເອົາຊະນະ ພວກໂຈນທະເລ ໃນມື້ວານນີ້ ໂດຍໃຊ້ພ້າ ເປັນອາວຸດ. ລາວເວົ້າວ່າ ຫລັງຈາກນັ້ນ ພວກພະນັກງານ ເຮືອຫາປາ ຂອງອີຈິບ ກໍຢຶດເອົາປືນ ຈາກພວກໂຈນທະເລ ແລະໄດ້ສັງຫານ ພວກໂຈນທະເລ 2 ຄົນ. ພວກໂຈນທະເລ ໂຊມາເລັຽ ໄດ້ຈັບພະນັກງານ ເຮືອຫາປາອີຈິບ ໄວ້ເປັນໂຕປະກັນ ໃນກາງເດືອນເມສາ ເປັນຕົ້ນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG