ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກໂທດຍິງອັງກິດ ທີ່ລັກລອບຂົນສົ່ງຢາເສບຕິດຖືກສົ່ງຕົວໄປ ຮັບໂທດທີ່ປະເທດຂອງຕົນ


ທາງການ ສປປ ລາວ ແລະ ອັງກິດໄດ້​ເລີ້ມປະຕິບັດຕາມ​ສົນທິສັນຍາ ວ່າດ້ວຍ ການໂອນຕົວນັກໂທດ ລະວາງກັນແລ້ວ ຊຶ່ງເຮັດໃຫ້ທາງການລາວໂອນນາງ Samantha Orobator ​ໃຫ້ແກ່​ທາງ ການອັງກິດ ​ເພື່ອ​ນຳ​ຕົວ​ໄປ ຮັບໂທດຢູ່ປະເທດອັງກິດ ໄດ້ໃນຂັ້ນຕໍ່ໄປ.

ທາງການລາວໄດ້ໂອນຕົວ ນາງ Samantha Orobator ນັກໂທດອັງກິດ ໃນຄະດີຄວາມ ຜິດກ່ຽວກັບຢາເສບຕິດ ໄວ 20ປີ ໃຫ້ແກ່​ທາງການອັງກິດໂດຍໄດ້ຈັດພິທີສົ່ງມອບຕົວນັກໂທດ ດັ່ງກ່າວ ຢ່າງເປັນ ທາງການ ຢູ່ສະໜາມບິນວັດໄຕ ໃນຕອນແລງຂອງວັນທີ 6 ສິງຫາ ທີ່ຜ່ານມານີ້.

ການສົ່ງມອບຕົວນັກໂທດໃນຄັ້ງນີ້ ກໍເປັນການຈັດຕັ້ງປະຕິບັດຕາມ ສົນທິສັນຍາ ວ່າດ້ວຍ ການໂອນຕົວ ຜູ້ຖືກຕັດສິດລົງໂທດລະຫວ່າງລາວກັບອັງກິດ ຊຶ່ງລັດຖະມົນຕີການຕ່າງ ປະເທດຂອງທັງສອງຝ່າຍ ໄດ້ລົງນາມຮ່ວມກັນຢ່າງເປັນທາງການ ເມື່ອວັນທີ 7 ພຶດ ສະພາ ທີ່ຜ່ານມາ ຢູ່ກຸງລອນດອນ ແລະ ຢູ່ຕໍ່ມາໃນວັນທີ 28 ກໍລະກົດນັ້ນ ທາງການ ທັງສອງຝ່າຍ ກໍໄດ້ລົງນາມຮ່ວມກັນໃນບົດບັນທຶກ ວ່າດ້ວຍການຈັດຕັ້ງປະຕິບັດຕາມສັນ ຍາວ່າດ້ວຍ ການໂອນຕົວນັກໂທດດັ່ງກ່າວ ຊຶ່ງກໍ່ໄດ້ເປັນຜົນເຮັດໃຫ້ ການ ໂອນຕົວ ຫລື ສົ່ງມອບຕົວ ນັກໂທດສາມາດປະຕິບັດໄດ້ໃນຄັ້ງດັ່ງກ່າວນີ້.

ສ່ວນທາງການອັງກິດນັ້ນ ກໍໄດ້ຢືນຢັນວ່າ ການຮັບໂອນຕົວ ​ນັກໂທດໃນຄັ້ງນີ້ກໍຖືເປັນ ການ ນຳເອົາຕົວນັກໂທດ ໄປຮັບການລົງໂທດຕໍ່ຢູ່ໃນປະເທດອັງກິດຊຶ່ງເປັນພູມລຳ ເນົາຂອງນາງ Samanthaຕໍ່ໄປ.

ສໍາລັບ ດ້ານທາງການຝ່າຍລາວນັ້ນ ກໍຖືວ່າການປະຕິບັດດັ່ງກ່າວນີ້ ນອກຈາກຈະເປັນໄປ ເພື່ອການຮັກສາໄວ້ ໃນຄວາມສຳພັນອັນດີ ລະຫວ່າງລາວກັບອັງກິດແລ້ວ ກໍຍັງນັບວ່າ ເປັນການປະຕິບັດຕາມ ຫລັກການເພື່ອມະນຸດສະທຳອີກດ້ວຍ. ດັ່ງທີ່ທ່ານ ທອງ​ລຸນ ສີ​ສຸ​ລິດ, ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງ​ລາວ ຊຶ່ງເປັນຜູ້ຕາງໜ້າລັດຖະບານລາວ ໃນການ ລົງນາມໃນສົນທິສັນຍາວ່າດ້ວຍການໂອນຕົວ ນັກໂທດຮ່ວມກັນກັບ ທ່ານ David Miliban ລັດຖະມົນຕີວ່າການ​ຕ່າງປະ​ເທດ​ຂອງຂອງອັງກິດໃນໄລຍະທີ່ ຜ່ານມາ ນັ້ນ ໄດ້ຖະແຫລງ ຊີ້ແຈງໃນຕອນນຶ່ງວ່າ:

ພວກເຮົາຈະປະຕິບັດຕາມສົນທິສັນຍາ​ ແລະ ລັດຖະບານລາວ​ ກໍ​ມີ​ນະໂຍບາຍ​ມະນຸດສະທຳ​ ກົດໝາຍຂອງ​ລາວກ່ຽວກັບ​ເລື່ອງ​ນີ້ ກໍ​ມີ​ບົ່ງ​ໄວ້​ຢູ່​ໃນ​ມາດ​ຕາ​ທີ່​ວ່າ ຫ້າມ​ບໍ່​ໃຫ້​ລົງ​ໂທດ​ປະຫານ​ຊີວິດຜູ້ທີ່ຖືພາຢູ່ ໄດ້. ​ແຕ່​ວ່າ ລັດຖະທຳ​ມະນູນ ຫລືວ່າ ​ກົດໝາຍຂອງ​ລາວ​ກໍ​ມີ​ບົ່ງ​ໄວ້​ຢູ່ຫັ້ນ ສານ​ກໍຕັດສິນໄປ​ດ້ວຍ​ຄວາ​ມ​ຍຸດຕິທຳ."

​ນາງ Samantha Orobator ເປັນພົນລະເມືອງຂອງອັງກິດ ຖືກສານປະຊາຊົນລາວ ໃນນະຄອງຫຼວງ ວຽງຈັນຕັດສິນຈຳຄຸກຕະຫຼອດຊີວິດ ເມື່ອເດືອນ ມີຖຸນາທີ່ຜ່ານມາ ດ້ວຍຄວາມຜິດ ໃນຖານພະຍາຍາມລັກລອບຂົນຢາເສບຕິດປະເພດເຮໂຣອີນນ້ຳໜັກ680 ກຣາມ ຈາກລາວໄປຍັງຕ່າງປະເທດ ຊຶ່ງກໍ່ຖືກທາງການລາວຈັບກຸມຕົວໄດ້ ເມື່ອ ເດືອນ ສິງຫາ ປີກາຍ ໃນຂະນະຜູ້ກ່ຽວກຳລັງພະຍາຍາມທີ່ຈະລັກລອບຂົນຢາເສບຕິດດັ່ງກ່າວ ອອກຈາກສະຫນາມບິນວັດໄຕ.

ທັງນີ້ໂດຍຕາມ ກົດໝາຍອາດຍາຂອງລາວແລ້ວ ຜູ້ກ່ຽວຈະຕ້ອງໄດ້ຮັບໂທດເຖິງຂັ້ນປະ ຫານຊີວິດ ຫາກແຕ່ວ່າ ເນື່ອງຈາກວ່າ ຜູ້ກ່ຽວເປັນຜູ້ຍິງທີ່ກຳລັງຖືພາຢູ່ນັ້ນຈຶ່ງໄດ້ຮັບ ການຍົກເວັ້ນໂທດປະຫານຊີວິດ ແລະກໍໄດ້ຖືກ ຫລຸດໂທດລົງມາເປັນການຈຳ ຄຸກຕະຫຼອດຊີວິດແທນ.

ແຕ່ຢ່າງໃດກໍຕາມ ສິ່ງທີ່ກະແສສັງຄົນທີ່ໄດ້ມີການວິພາກວິຈານເຖິງກໍລະນີດັງກ່າວນີ້ ຢ່າງກວ້າງຂວ້າງທີ່ສຸດນັ້ນ ກໍຄືສາເຫດທີ່ເຮັດໃຫ້ນາງ Samantha ສາມາດຖືພາໄດ້ ໃນຂະນະທີ່ຕົວນາງຖືກຄວບຄຸມຕົວຢູ່ໃນຄຸກເນື່ອງຈາກບາງຫາງສຽງກໍເຊື່ອວ່າເປັນຍ້ອນ ນາງຖືກຂົ່ມຂືນ. ຫາກແຕ່ວ່າຈາກການສືບສວນຂອງທາງການລາວໃນໄລຍະທີ່ຜ່ານມາ ກໍສະຫຼຸບໄດ້ສຳນວນວ່ານາງ Samantha ໄດ້ເຮັດໃຫ້ນາງຖືພາໄດ້ດ້ວຍຕົວເອງຊຶ່ງກໍ ຄືການສີດເອົານ້ຳອາສຸຈິທີ່ໄດ້ຮັບຈາກນັກໂທດເພດດ ຊາຍເຂົ້າໄປໃນຊ່ອງຄອດຂອງຕົວວ ນາງເອງ ແລະ ສາເຫດທີ່ເຮັດໃຫ້ນາງSamantha ສາມາດກະທຳການ ດັ່ງກ່າວ ນັ້ນໄດ້ດ້ວຍຕົວເອງນັ້ນກໍຍ້ອນວ່ານາງເຄີຍເປັນນັກສຶກສາແພດຢູ່ປະເທດອັງກິດມາ ກ່ອນນັ້ນເອງ.

ມາຮອດປັດຈຸບັນນີ້ກໍປະກົດວ່ານາງ Samantha ຖືພາໄດ້ຫລາຍກວ່າ 7 ເດືອນແລ້ວ ແລະ ກໍຄາດວ່ານາງຈະຄອດລຸກອອກມາພາຍໃນເດືອນ ກັນຍາ ທີ່ຈະມາເຖິງນີ້.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ໃນວັນທີ 11 ສິງຫາ 2009

XS
SM
MD
LG