ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງອອງຊານ ຊູຈີ ທີ່ຖືກພົບເຫັນວ່າ ມີຄວາມຜິດ ຈະຖືກ ກັກບໍຣິເວນຕື່ມ


ມຽນມາ - ຊູຈີ: ສານແຫ່ງນຶ່ງ ຂອງມຽນມາ ພົບເຫັນວ່າ ທ່ານນາງອອງຊານ ຊູຈີ ຜູ້ນຳປະ ຊາທິປະໄຕ ໃນມຽນມາ ມີຄວາມຜິດໃນການ ລະເມີດກົດໝາຍຄວາມໝັ້ນຄົງພາຍໃນ ແລະ ໄດ້ຕັດສິນກັກບໍຣິເວນທ່ານນາງ ຕື່ມອີກ 1 ປີ ກັບ 6 ເດືອນ. ໃນຂັ້ນຕົ້ນສານທີ່ຄຸກ INSEIN ໃນນະຄອນຢ່າງກຸ້ງ ໄດ້ຕັດສິນໂທດ ທ່ານນາງ ອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໃຫ້ຈຳຄຸກເປັນເວລາ 3 ປີ ພ້ອມດ້ວຍ ການອອກແຮງງານໜັກ ແຕ່ໄດ້ຫລຸດ ລົງມາ ເປັນກັກບໍຣິເວນປີເຄິ່ງ ຕາມຄຳສັ່ງ ຂອງນາຍພົນ THAN SHWE ຜູ້ນຳສູງສຸດ ຂອງມຽນມາ. ເຈົ້າໜ້າທີ່ກ່າວວ່າ ທ່ານນາງໄດ້ຖືກນຳໂຕ ກັບຄືນໄປຢູ່ເຮືອນ ແຄມທະເລສາບ ຂອງທ່ານນາງ ເພື່ອຮັບໃຊ້ໂທດ ທີ່ນັ້ນ. ທ່ານນາງອອງຊານ ຊູຈີ ໄດ້ຖືກດຳເນີນຄະດີ ໃນຂໍ້ຫາ ລ່ວງລະເມີດ ເງື່ອນໄຂການກັກບໍຣິເວນ ໃນເດືອນ ພຶສະພາ ຜ່ານມາ ເວລາທ່ານນາງ ອະນຸຍາດໃຫ້ ຊາວອະເມຣິກັນຄົນນຶ່ງ ທີ່ລອຍນ້ຳ ລ່ວງລ້ຳ ໄປຍັງເຮືອນ ຂອງທ່ານນາງ ທີ່ແຄມທະເລສາບ ພັກຢູ່ທີ່ນັ້ນຄືນນຶ່ງ. ຊາວອະເມຣິກັນ ຄົນດັ່ງກ່າວຄືນາຍ JOHN YETTAW ກໍໄດ້ຖືກ ດຳເນີນຄະດີ ແລະຖືກພົບເຫັນວ່າ ມີຄວາມຜິດ. ລາວໄດ້ຖືກ ຕັດສິນໂທດ ຈຳຄຸກເປັນເວລາ 7 ປີ ພ້ອມດ້ວຍ ການອອກ ແຮງງານໜັກ.

ມຽນມາ - ປະຕິກິຣິຍາ: ຂະນະດຽວກັນ ປະຊາ ຄົມນາໆຊາດ ໄດ້ສະແດງປະຕິກິຣິຍາຕອບ​ຢ່າງໂກດ ແຄ້ນ ຕໍ່ການຕັດສິນ ໃຫ້ກັກບໍຣິເວນ ທ່ານນາງອອງ ຊານຊູຈີ ຕື່ມອີກນັ້ນ. ຖແລງຂ່າວສະບັບນຶ່ງ ຂອງສະ ວີເດັນ ຊຶ່ງເປັນປະທານວຽນ ຂອງສະຫະພາບຢູໂຣບ ກ່າວວ່າ ຈະມີການລົງໂທດ ເພີ້ມຕື່ມ ຕໍ່ອຳນາດ ການປົກຄອງ ທະຫານມຽນມາ. ຖແລງຂ່າວ ທີ່ນຳອອກເຜີຍ ຢູ່ນະຄອນ BRUSSELS ກ່າວວ່າ ສະຫະພາບຢູໂຣບ ຂໍປະນາມ ຕໍ່ຄຳຕັດສິນ ແລະການດຳເນີນຄະດີ ທີ່ບໍ່ຍຸຕິທັມ ຂອງມຽນມາ. ສະຫະພາບຢູໂຣບ ຊື່​ງເອີ້ນຂໍ້ຫາ ຂອງມຽນມາວ່າ ເປັນການລະເມີດ ຕໍ່ກົດໝາຍ ຂອງປະເທດ ແລະຂອງນາໆຊາດ ຮຽກຮ້ອງໃຫ້ມຽນມາ ປ່ອຍທ່ານນາງອອງຊານຊູຈີ ໃນທັນທີ ແລະຢ່າງບໍ່ມີເງື່ອນໄຂ ໃດໆທັງສິ້ນ. ສ່ວນນາຍົກຣັຖມຸນຕຣີອັງກິດ ທ່ານ GORDON BROWN ກ່າວວ່າ ທ່ານຮູ້ສຶກເສົ້າເສັຽໃຈ ແລະມີຄວາມໂກດແຄ້ນ ຕໍ່ການຕັດສິນໂທດ ໃນວັນອັງຄານ ມື້ນີ້ ໃນອັນທີ່ທ່ານເອີ້ນວ່າ ການດຳເນີນຄະດີ ແບບຫລອກລວງ. ທ່ານຮຽກຮ້ອງ ໃຫ້ສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຫ້າມບໍ່ໃຫ້ທົ່ວໂລກ ຂາຍອາວຸດ ໃຫ້ແກ່ ຣັຖບານມຽນມາ.

ໄທ - ນັກຄ້າອາວຸດ: ສານແຫ່ງນຶ່ງຂອງໄທ ໃນວັນອັງຄານມື້ນີ້ ໄດ້ປະຕິເສດ ບໍ່ຍອມອະນຸ ຍາດໃຫ້ ມີການສົ່ງ ນັກຄ້າອາວຸດ ຊາວຣັດເຊັຽ ນາຍ VIKTOR BOUT ມາຍັງສະຫະຣັດ ເພື່ອປະເຊີນກັບ ຂໍ້ຫາຂາຍອາວຸດ ໃຫ້ພວກກະ ບົດໃນໂຄລັມເບັຽ. ສະຫະຣັດ ຢາກດຳເນີນຄະ ດີ ນາຍ BOUT ທີ່ມີການເອີ້ນກັນວ່າ ພໍ່ຄ້າມໍ ຣະນະນັ້ນ ໃນຂໍ້​ຫາ ສົມຮູ້ຮ່ວມຄິດ ເພື່ອຂາຍອາວຸດ ມູນຄ່າຫລາຍລ້ານໂດລາ ໃຫ້ແກ່ພວກກະບົດ ຈາກກຸ່ມກຳລັງ ປະຕິວັດ ໂຄລັມເບັຽ ຫລືອົງການ FARC ນັ້ນ. ຜູ້ພິພາກສາ ທີ່ອອກຄຳຕັດສິນ ກ່າວວ່າ ຄະດີນີ້ ເປັນຄະດີການເມືອງ ຍ້ອນວ່າ ອົງການ FARC ກຳລັງທຳການຕໍ່ສູ້ ທາງດ້ານການເມືອງ ແລະບໍ່ແມ່ນ ກຸ່ມອັນທະພານ ອາຊຍາກັມ. ທ່ານກ່າວຕື່ມວ່າ ອົງການ FARC ບໍ່ໄດ້ຖືກຮັບຮູ້ວ່າ ເປັນກຸ່ມກໍ່ການຮ້າຍ ຢູ່ໃນປະເທດໄທ. ສານຂອງໄທ ຕັດສິນວ່າ ນາຍ BOUT ຍັງຈະຕ້ອງ ຖືກຂັງຕໍ່ໄປຕື່ມອີກ ຢ່າງນ້ອຍ 72 ຊົ່ວໂມງ ເພື່ືອໃຫ້ໂອກາດ ແກ່ສະຫະຣັດ ທີ່ຈະໄດ້ຍື່ນຂໍອຸທອນ. ຮອງຫົວໜ້າ ສະຖານທູດ ຂອງສະຫະຣັດ ຢູ່ທີ່ບາງກອກ ທ່ານ JAMES ENTWISTLE ກ່າວວ່າ ທ່ານຮູ້ສຶກຜິດ​ຫວັງ ແລະງົງງັນ ກ່ຽວກັບ ການຕັດສິນ ຂອງໄທ.

ເອເຊັຽ - ລົມພາຍຸ: ສື່ມວນຊົນຂອງທາງ ການຈີນ ລາຍງານວ່າ ດິນເຈື່ອນ ຍ້ອນຝົນ ຕົກໜັກ ທີ່ເກີດຈາກ ລົມໄຕ້ຝຸ່ນ ມໍຣະກົດ ໄດ້ທຳລາຍ ເຮືອນ 7 ຫລັງ ໃນພາກຕາເວັນ ອອກ ຂອງຈີນ ເຮັດໃຫ້ມີ ຜູ້ເສັຽຊີວິດ 2 ຄົນ ແລະບາດເຈັບ 4 ຄົນ. ເຮືອນເຫລົ່ານີ້ ໄດ້ພັງ ລົງໃນຕອນແລງ ວານນີ້ ທີ່ເມືອງ PENGXI ໃນ​ເຂດນະຄອນ ​ເວີ້​ນ​ໂຈ (WENZHOU) ແຂວງ ZHEJIANG. ຈຳນວນຜູ້ເສັຽຊີວິດ ຈາກລົມພາຍຸ ເຂດຮ້ອນ 2 ຫົວ ທີ່ໄດ້ພັດຖລົ່ມ ບາງເຂດ ໃນເອເຊັຽ ຕາເວັນອອກ ໃນໄລຍະ ສີ່ຫ້າມື້ ຜ່ານມານີ້ ໄດ້ເພີ້ມຂຶ້ນ ເປັນຫຼາຍກວ່າ 50 ຄົນແລ້ວ. ເຈົ້າໜ້າທີ່ ໃນໃຕ້ຫວັນ ກ່າວວ່າ ລົມໄຕ້ຝຸ່ນ ມໍຣະກົດ ເຮັດໃຫ້ມີ ຜູ້ເສັຽຊີວິດ ບໍ່ຕ່ຳກວ່າ 15 ຄົນ ແລະອີກຢ່າງນ້ອຍ 55 ຄົນ ຫາຍສາບສູນ ເວລາພາຍຸຫົວ​ນີ້ ພັດເຂົ້າຖລົ່ມ ໃຕ້ຫວັນ ໃນມື້ວັນສຸກ ແລະວັນເສົາ ຜ່ານມາ. ເຈົ້າໜ້າທີ່ທ້ອງຖິ່ນ ແລະພວກທີ່ ເຫັນເຫດການກ່າວວ່າ ມີຫລາຍຮ້ອຍຄົນ ໄດ້ຖືກດິນເຈື່ອນຖົມ ທີ່ບ້ານ SHIAO LIN ໃນພາກໃຕ້ ຂອງເກາະໃຕ້ຫວັນ ໃນມື້ວັນອາທິດ ຜ່ານມາ. ເຮືອບິນເຮຣີຄອບເຕີ້ ຂອງກອງທັບ ໃຕ້ຫວັນ ໄດ້ຊ່ອຍພວກ ທີ່ລອດຊີວິດມາໄດ້ ສ່ວນນຶ່ງ ຂອງຈຳນວນ ທັງໝົດປະມານ 100 ຄົນ.

ສະຫະຣັດ - ອາຟຣິກາ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກຳລັງຢູ່ທີ່ ພາກຕາເວັນອອກ ທີ່ມີບັນຫາ ຂອງສາ ທາຣະນະຣັດ ປະຊາທິປະໄຕ ຄອງໂກ ເພື່ອແກ້ໄຂ ບັນຫາແມ່ຍິງ ທີ່ເປັນຜູ້ຮັບ ເຄາະໃນການລ່ວງລະເມີດ ທາງເພດ. ທ່ານນາງ CLINTON ໄດ້ເດີນທາງໄປ ເມືອງ GOMA ເມືອງເອກຂອງແຂວງ KIVU ເໜືອ ຊຶ່ງເປັນເຂດ ທີ່ມີຄວາມຫລໍ່ ແຫລມ ໃນວັນອັງຄານມື້ນີ້ ໂດຍເຮືອບິນ ຂອງອົງການ ສະຫະປະຊາຊາດ. ທ່ານ ນາງຈະໄປພົບພໍ້ ກັບພວກທີ່ ຖືກຂົ່ມຂືນ ສຳເລົາ ທີ່ສູນແຫ່ງນຶ່ງ ຂອງຜູ້ປະສົບພັຍ ຊາວຄອງໂກ 18 ພັນຄົນ. ອົງການ ສະຫະປະຊາຊາດ ໄດ້ຈົດບັນທຶກ ກ່ຽວກັບຢ່າງນ້ອຍ 200 ພັນກໍຣະນີ ການຂົ່ມຂືນ ຢູ່ໃນຂົງເຂດນັ້ນ ນັບແຕ່ປີ 1996 ເປັນຕົ້ນມາ ເວລາການສູ້ຣົບ ລະຫວ່າງພວກທະຫານ ແລະກຸ່ມກະບົດເລີ້ມຂຶ້ນ ເພື່ອຍາດແຍ່ງ ຄວາມອຸດົມສົມບູນ ທາງດ້ານແຮ່ທາດ ຂອງຂົງເຂດ. ກຸ່ມກະບົດເຫລົ່ານີ້ ແມ່ນຮວມທັງ ກຳລັງຂອງ ພວກຮູຕູ ທີ່ປະຕິບັດງານ ຢູ່ໃນເຂດດັ່ງກ່າວ ນັບແຕ່ການ ຂ້າລ້າງເຊື້ອຊາດເຜົ່າພັນ ໃນຣວັນດາ ສິ້ນສຸດລົງ.

ປາກິສຖານ: ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າ ເປັນຂອງ ສະຫະຣັດ ໄດ້ ສັງຫານພວກຫົວຮຸນແຮງ ຢ່າງນ້ອຍ 10 ຄົນ ໃນເຂດ WAZIRISTAN ໃຕ້. ເຈົ້າໜ້າທີ່ ກ່າວວ່າ ເຮືອບິນ ທີ່ບໍ່ ມີຄົນຂັບ ໄດ້ທຳການໂຈມຕີ ໃນວັນອັງຄານມື້ນີ້ ຕໍ່ບ່ອນທີ່ ສົງສັຍວ່າ ເປັນຄ້າຍຂອງພວກ ຫົວຮຸນແຮງ ໃນເຂດຊົນ ເຜົ່າ ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ. ມີລາຍງານວ່າ ການໂຈມຕີ ໃນເຂດດຽວກັນ ເມື່ອສັບປະ ດາແລ້ວ ໄດ້ສັງຫານ ຜູ້ນຳຂອງກຸ່ມ ທາລີບານ ໃນປາກິສຖານ ນາຍ BAITULLAH MEHSUD. ກຸ່ມທາລີບານ ໃນປາກິສຖານ ກ່າວວ່າ ລາຍງານຂ່າວ ກ່ຽວກັບການ ເສັຽຊີວິດ ຂອງນາຍ MEHSUD ນັ້ນ ເປັນລາຍງານ ທີ່ບໍ່ຖືກຕ້ອງ ແຕ່ຣັຖມຸນຕຣີ ກະຊວງພາຍໃນ ປາກິສຖານ ທ່ານ REHMAN MALIK ກ່າວຕໍ່ VOA ໃນມື້ວານນີ້ວ່າ ລາຍງານສືບລັບ ທີ່ໜ້າເຊື່ອຖືໄດ້ ໃຫ້ການຢືນຢັນວ່າ ຜູ້ກ່ຽວຖືກຂ້າຕາຍແທ້ ແລະພວກເຈົ້າໜ້າທີ່ສືບລັບ ກຳລັງດຳເນີນງານ ເພື່ອໃຫ້ໄດ້ຮັບ ຫຼັກຖານພິສູດ ທາງດ້ານຮ່າງ​ກາຍ.

ເຊີນຟັງຂ່າວລາຍລະອຽດ.

XS
SM
MD
LG