ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືຂອງສະຫະລັດ ກັບກຸ່ມປະເທດລຸ່ມແມ່ນ້ຳຂອງ


<!-- IMAGE -->

ທ່ານນາງຮິລແລຣີຄລິນຕັນ ລັດຖະມົນຕີການຕ່າງ ປະເທດສະຫະລັດ ໄດ້ພົບປະກັບບັນດາລັດຖະມົນ ຕີວ່າການ​ຕ່າງປະ​ເທດຂອງກຳປູເຈຍ ລາວ ໄທ ແລະວຽດນາມ ເພື່ອ​ເນ້ນ​ໜັກ​ເຖິງການຮ່ວມມືທີ່ເພິ່ມທະວີ​ຂື້ນ​ນັບ​ມື້ ລະວ່າງ ສະຫະລັດແລະກຸ່ມ ປະເທດລຸ່ມແມ່ນ້ຳຂອງ. ການປະຊຸມກັນທີ່ຈັດຂື້ນ ຢູ່ທີ່ເກາະພູເກັດ ປະເທດໄທ ​ໃນວັນທີ່ 23 ກໍລະກົດ ເດືອນຜ່ານມານັ້ນ ​ແມ່ນເປັນ​ເທື່ອທຳອິດຂອງການ​ພົບ​ປະກັນໃນທຳນອງ​ນີ້.

ທີ່ກອງປະຊຸມດັ່ງກ່າວນັ້ນ ທ່ານນາງລັດຖະມົນຕີຕ່າງ ປະເທດຄລິນຕັນ ໄດ້ກ່າວ​ເນ້ນເຖິງຄວາມສຳຄັນ ທີ່ສະ ຫະລັດ ອາເມລິກາມອບ​ໃຫ້​ແກ່ຂົງເຂດລຸ່ມແມ່ນ້ຳ ຂອງ ໃນ​ຖານະເປັນພາກສ່ວນນຶ່ງຂອງຄວາມໝາຍໝັ້ນ ຂອງສະຫະລັດ ເພື່ອສົ່ງເສີມສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ​ ຢູ່ ໃນຂົງ​ເຂດ​ຂອງພວກປະ​ເທດ​ສະມາຊິກ​ຂອງສະມາຄົມ ອາຊຽນທັງໝົດນັ້ນ. ບັນດາລັດຖະມົນຕີຕ່າງປະເທດຂອງກຳປູເຈຍ ໄທ ແລະວຽດ ນາມ ແມ່ນມີຄວາມຍິນດີນຳ​ການ​ຮ່ວມ​ມືຢ່າງໄກ້ຊິດຂື້ນ​ກ່ວາ​ເກົ່າກັບສະຫະລັດ ກ່ຽວກັບບັນຫາສຳຄັນຕ່າງໆທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ​ແລະ​ມີຜົນປະໂຍດຮ່ວມ​ກັນ ຊຶ່ງໂຮມທັງບັນຫາທ້າທາຍຂ້າມເຂດຊາຍແດນທີ່ກ່ຽວພັນກັບສະພາບແວດລ້ອມ ສາທາລະ ນະສຸກ ການສຶກສາ ແລະການພັທະນາໂຄງລ່າງພື້ນຖານ ເປັນຕົ້ນ

ເພື່ອເສີມຂຍາຍການຮ່ວມມືກັນໃນດ້ານສະພາບແວດລ້ອມນັ້ນ ທ່ານ ນາງລັດຖະມົນຕີຕ່າງປະເທດຄລິນຕັນ ໄດ້ນຳ ສະ​ເນີ ຂໍ້ສະເນີເພື່ອພັດທະນາ​ໂຕ​ແບບ​ອັນນື່ງຂື້ນມາ ທີ່​ອິງ​ໃສ່ຄອມພິວເຕີ ທີ່ໃຫ້ຊື່ວ່າ Fore-cast Mekong ຫລື “ການທຳນາຍແມ່ນ້ຳຂອງ” ເພື່ອສະແດງໃຫ້ເຫັນ​ເຖິງຜົນກະທົບ ຈາກສະພາວະດິນຟ້າອາກາດປ່ຽນແປງ ແລະສິ່ງ ທ້າທາຍອື່ນໆຕໍ່ການພັທະນາ​ເຂດລຸ່ມແມ່ນ້ຳຂອງແບບຍືນຍົງຖາວອນນັ້ນ. ອີກໂຄງການນຶ່ງກໍແມ່ນຂໍ້ຕົກລົງກັນ ລະວ່າງຄະນະກຳມາທິການ ແມ່ນ້ຳຂອງ ແລະຄະນະກຳມາທິການແມ່ນ້ຳມີສສີສຊິປປີ ເພື່ອຮ່ວມ​ງານເປັນພາຄີກັນ ແບບ “ແມ່ນ້ຳເອື້ອຍ​ແມ່ນ້ຳນ້ອງ” ເພື່ອປັບປຸງສົ່ງເສີມ ການຄຸ້ມ​ຄອງແຫລ່ງນ້ຳ ທີ່​ໄຫລຂ້າມເຂດແດນຕ່າງໆນັ້ນ.ສະຫະລັດ ​ແມ່ນຈະສືບຕໍ່ໃຫ້ການສະນັບສະນຸນໂຄງການຕ່າງໆທີ່ສົ່ງເສີມໃຫ້ມີ ການຊົມໃຊ້ຊັບພະຍາກອນປ່າໄມ້ ແລະນ້ຳ ​ແບບຍືນຍົງຖາວອນ ສະຫງວນ​ແລະ​ຮັກສາ​ຊີວະນາໆພັນ ທີ່ຫລາກຫລາຍມະຫາສານຂອງ​ເຂດ​ລຸ່ມແມ່ ນ້ຳຂອງນັ້ນເອົາໄວ້ ແລະເພີ່ມການສະ​ນອງໃຫ້ປະຊາຊົນ​ໃນຈຳນວນ​ຫລາຍ​ຂື້ນໄດ້ມີນ້ຳດື່ມນ້ຳໃຊ້ທີ່ສະອາດປອດ​ໄພ.ສະເພາະໃນ ປີ 2009 ນີ້ ສະຫະລັດຈະໃຊ້ຈ່າຍເງິນຫລາຍກວ່າ 7 ລ້ານ​ດອລລາ ສຳລັບໂຄງການຕ່າງໆດ້ານ ສະພາບແວດລ້ອມ ໃນຂົງເຂດແມ່ນ້ຳຂອງ.ນອກຈາກນີ້ແລ້ວ ທ່ານນາງລັດຖະມົນຕີຄລິນຕັນຍັງພະຍາຍາມຂໍຮ້ອງ ໃຫ້ສະພາຄອງແກຣສຂອງສະຫະລັດ ອະນຸມັດເງິນເພີ່ມອີກ 15 ລ້ານໂດລາ ສຳຫລັບປີ 2010 ເພື່ອການຊ່ວຍ ເຫລືອທີ່ກ່ຽວຂ້ອງກັບການສົ່ງ ເສີມປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃນບັນດາປະເທດໃນ​ເຂດແມ່ ນ້ຳຂອງ

ສ່ວນການຊ່ວຍເຫລືອດ້ານສາທາລະນະສຸກຂອງສະຫະລັດ ແກ່ກຸ່ມປະ ເທດເຂດແມ່ນ້ຳຂອງນັ້ນ ຈະມີຈຳນວນ ທັງໝົດ 138 ລ້ານກວ່າໂດລາ ໃນປີ 2009 ນີ້ ​ເພື່ອສະນັບສະນຸນໂຄງການປິ່ນປົວແລະປ້ອງກັນເຊື້ອເອຊໄອວີ-ເອດສ໌ ໂຄງການປ້ອງກັນການລະບາດຢ່າງ​ໃຫຍ່​ຂອງໂຣກໄຂ້ຫວັດ ແລະຄວາມພະຍາຍາມຕ່າງໆເພື່ອປິ່ນປົວ​ເຊື້ອພະຍາດທີ່ຕໍ່ຕ້ານຢາ ຂອງໂຣກໄຂ້ຍຸງແລະໂຣກປອດແຫ້ງ.ສະຫະລັດຈະຈັດກອງປະຊຸມ ທີ່​ເອີ້ນ​ວ່າ “ກອງປະຊຸມ ສະຫະລັດ-​ແມ່ນ້ຳຂອງ ກ່ຽວ​ກັບການປະຕິບັດງານຮ່ວມກັນ​ເພື່ອ​ຮັບ​ມື​ກັບພະຍາດຕິດຕໍ່​ຜ່ານ​ເຊື້ອ​ໂຣກ​” ນັນຂື້ນ ເພື່ອຈະພິດຈາະລະນາຮ່ວມກັນ ວິທີທາງທີ່ຈະເຮັດໃຫ້ຄວາມພະຍາຍາມເຫລົ່ານີ້ມີປະສິດທິຜົນຫລາຍຂື້ນ

ໃນດ້ານການສຶກສາ ສະຫະລັດແມ່ນກຳລັງໃຫ້ການສະນັບສະນຸນການ ແລກປ່ຽນນັກຮຽນ​ແລະເຈົ້າໜ້າ​ທີ່ສຶກສາ ຈຳນວນຫລາຍກວ່າ 500ຄົນ ໃນຂົງເຂດ ໃນປີ 2009 ນີ້ ເປັນຕົ້ນວ່າ ຊ່ວຍເຫລືອສະນັບສະນຸນໃຫ້ໄດ້ຮັບການ ສຶກສາເບື້ອງຕົ້ນ ແລະຂຍາຍການສື່ສານທາງອິນເທີເນັທ ໃນ​ເຂດຊົນນະບົດໃຫ້ມີຫລາຍຂື້ນ.ນອກຈາກນີ້ແລ້ວ ສະຫະລັດຍັງມີແຜນການທີ່ຈະຈັດກອງປະຊຸມ “ສະຫະລັດ-ແມ່ນ້ຳຂອງ ກ່ຽວ​ກັບອິນເທີເນັທ ການສຶກສາ ແລະ ການພັທະນາ” ຂື້ນ ເພື່ອສົ່ງ​ເສີມພາກປະຕິບັດທີ່ດີທີ່ສຸດ ​ແລະ​ການ​ຮ່ວມ​ງານ​ໃນ​ຂົງ​ເຂດ ກ່ຽວ​ກັບການນຳໃຊ້ການ​ຕິດ​ຕໍ່​ທາງອິນເທີເນັທ ​ເພື່ອ​ສົ່ງ​ເສີມ​ການພັທະນາ.ການຊ່ວຍເຫລືອຂອງສະຫະລັດທີ່ກ່ຽວພັນກັບການ ສຶກສາໃນປີ 2009 ນີ້ ຈະຕົກເປັນທັງໝົດ 16 ລ້ານໂດລາ.

ການຮ່ວມໄມ້ຮ່ວມມືກັນຢ່າງໄກ້ຊິດຂື້ນລະວ່າງສະຫະລັດ ແລະກຸ່ມປະເທດເຂດ ລຸ່ມແມ່ນ້ຳຂອງນັ້ນ ແມ່ນນອນຢູ່ໃນ ຜົນປະໂຍດຂອງສະຫະລັດຂອງກຸ່ມປະເທດ​ໃນ​ເຂດລຸ່ມແມ່ນ້ຳຂອງ ຕລອດທັງຂອງສະມາຄົມອາຊ່ຽນ ​ແລະຂົງ ເຂດເອເຊຍທັງໝົດ.

XS
SM
MD
LG