ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກີສຖານສືບສວນ ລາຍງານຂ່າວ ການຍິງຕໍ່ສູ້ກັນ ລະຫວ່າງກຸ່ມ ຕາລີບັນ


ທີ່ປາກີສຖານ : ປາ​ກີ​ສຖານ ທີ່​ກ່າວ​ວ່າຕົນ​ກຳ​ລັງ​ທຳ​ການ​ສືບສວນ​ລາຍ​ງານ​ຂ່າວຕ່າງໆ ທ່ີ​ບໍ່​ໄດ້​ຮັບ​ການ​ຢືນຢັນ​ ວ່າ​ໄດ້​ມີການ​ຍິງ​ຕໍ່ສູ້​ກັນ​ ທີ່ີພາ​ໃຫ້​ມີ​ຜູ້​ຄົນ​ເສັຍ​ຊີ ວິດ ລະຫວ່າງ​ຜູ້​ບັນຊາ​ການ 2 ຄົນຂອງ​ກຸ່ມ​ຕາ​ລີ​ບັນ​ທ່ີ​ເປັນ​ຄູ່​ປໍຣະປັກ​ກັນ ທ່ີ​ກຳລັງ​ພະຍາ​ຍາມ​ຂຶ້ນ​ດຳຣົງຕຳ​ແໜ່​ງ​ແທນ​ນາຍ Baitullah Mehsud ຜູ້ນຳ​ກຸ່ມ​ດັ່ງກ່າວ ທ່ີກ່າວ​ກັນວ່າ ​ໄດ້ເສັຍ​ຊີວິດ​ໄປ​ຍ້ອນ​ລູກ​ສອນ​ໄຟ​ຂອງ​ສະຫະຣັດນັ້ນ. ທ່ານ Rehman Malik ຣັຖມຸນຕີ​ພາຍ​ໃນ​ຂອງ​ປາ​ກີ​ສຖານ​ກ່າວ​ໃນ​ວັນ ເສົາ​ວານ​ນີ້​ວ່າ ລາຍ​ງານ​ຂ່າວຫລາຍ​ກະ​ແສເວົ້າ​ວ່າ​ ​ໄດ້​ເກີດ​ການ​ຕໍ່ສູ້ ກັນຂຶ້ນ​ໃນ​ລະຫວ່າງ​ການ​ພົບ​ປະກັນ​ລະຫວ່າງ​ນາຍ Wali-ur-Rehman ແລະນາຍ Hakimullah Mehsud ​ແລະຄົນ​ນຶ່ງ​ໄດ້​ເສັຍ​ຊີວິດ​ໄປນັ້ນ. ​ແຕ່​ນາຍ Noor Sayed ຜູ້​ບັນຊາ​ການ​ກຸ່ມ​ຕາ​ລີ​ບັນ​ອີກ​ຄົນ​ນຶ່ງໄດ້​ປະຕິ​ເສດ​ວ່າ ບໍ່ໄດ້ມີ​ການ​ປະ​ເຊີນໜ້າ​ກັນ​ໃດໆເລີຍ. ​ລາຍ​ງານ​ເວົ້າວ່າ ການ​ພົບ​ປະ​ກັນ​ເພື່ອ​ເຈລະຈາເຣື່ອງການ​ສືບ​ຕຳ ​ແໜ່​ງ​ແທນຜູ້ນຳ​ນີ້​ ມີ​ຂຶ້ນໃນ​ເຂດ Waziristan ໃຕ້​ ຊຶ່ງ​ເປັນ​ເຂດ​ປົກຄອງ​ຕົນ​ເອງເຄິ່ງນຶ່ງຂອງ​ຊົນ​ເຜົ່າ ຕິດ​ກັບ​ຊາຍ​ແດນ​ອັຟກາ​ນີສຖານ​ ບ່ອນ​ທ່ີຣັຖມຸນຕີ​ການ​ຕ່າງປະ​ເທດ​ປາ​ກີ​ສຖານ ທ່ານ Shah Mehmood Qureshi ກ່າວ​ວ່າ ນາຍ Baitullah Mehsud ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້.
ທ່ານ Qureshi ກ່າວ​ວ່າ ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ວາງ​ແຜນ​ທ່ີ​ຈະເດີນທາງ ໄປ​ຍັງເຂດທ່ີ​ໝັ້ນ​ຂອງ​ນາຍ Mehsud ​ເພື່ອ​ພະຍາຍາມໃຫ້​ໄດ້ ຮັບ​ການ​ຢືນຢັນ 100 ​ເປີ​ເຊັນ​ກ່ຽວ​ກັບ​ການ​ເສັຍ​ຊີວິດ​ຂອງນາຍ Mehsud ນັ້ນ.

ທີ່ອິນໂດເນເຊັຍ: ພວກເຈົ້າໜ້າທີ່ໃນອິນໂດເນເຊຍກ່າວວ່າ ພວກເຂົາເຈົ້າຍັງກຳລັງລໍຖ້າ ເບິ່ງຜົນຂອງການ ກວດດດີເອັນເອ ເພື່ອຢືນຢັນວ່າຊາຍຄົນນຶ່ງທີ່ຖືກ ກຳລັງຮັກສາຄວາມປອດພັຍ ຂ້າຕາຍ ໃນການບຸກ​ເຂົ້າຄົ້ນບ້ານເມື່ອ ວັນເສົາວານນີ້ ວ່າເປັນຫົວໜ້າ​ວາງ​ແຜນຂອງພວກກໍ່ການຮ້າຍ ນາຍ Noordin Mohammed Top ນັ້ນຫລືບໍ່. ອົງການຂ່າວອັນຕາຣາ ຂອງລັຖບານອິນໂດເນເຊຍເວົ້າວ່າ ພວກເຈົ້າ ໜ້າທີ່ໄດ້ນຳສົບດັ່ງກ່າວ ຊຶ່ງເຊື່ອວ່າເປັນສົບຂອງນາຍ Noordin ນັ້ນ ໄປຍັງໂຮງພະຍາບານຕຳຫລວດ ໃນເຂດຈາກາຕ້າຕາ​ເວັນ​ອອກ ເພື່ອ ສັນ​ນະ​ສູດສົບແລະ ພິສູດຮູ​ປະພັນ​ແລະຊື່​ສຽງ.
ນາຍ Noordin ເປັນຜູ້ຕ້ອງສົງໄສວ່າ​ເປັນພວກກໍ່ການຮ້າຍ ທີ່ທາງ​ການອິນໂດເນເຊຍ ຕ້ອງການຕົວ ຫລາຍທີ່ສຸດ. ຜູ້ກ່ຽວເປັນເປົ້າຂອງ ການບຸກ​ເຂົ້າກວດຄົ້ນເມື່ອວັນເສົາວານນີ້ ທີ່ບ້ານພັກ​ແຫ່ງ​ນຶ່ງໃນເຂດ ພາກກາງຂອງ​ເກາະ Java ຊຶ່ງໃຊ້ເປັນບ່ອນລີ້ຊ່ອນຂອງພວກຫົວຮຸນແຮງອິສລາມນັ້ນ.
ພວກເຈົ້າໜ້າທີ່ເຊຶ່ອວ່າ ນາຍນໍຣ໌ດິນ ເປັນຜູ້ອອກ​ຄຳສັ່ງ​ໃຫ້ໂຈມຕີໂຮງແຮມຫລູຫລາສອງ​ແຫ່ງ ໃນນະຄອນຫລວງຈາກາຕ້າເມື່ອ​ເດືອນແລ້ວ​ນີ້ ມີຜູ້ເສຍຊີວິດ 9 ຄົນ ແລະບາດເຈັບອີກຫລາຍກວ່າ 50 ຄົນໃນການ ​ໂຈມ​ຕີ​ທີ່ ໂຮງແຮມ Marriot ແລະ Ritz-Carlton ນັ້ນ
ສະຫະຣັດ​ແລະ​ອັງ​ໂກລາ: ທ່ານ​ນາ​ງຮິນ​ລາຣີ ຄລິນຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດເດີນ ທາງ​ໄປ​ຮອດ​ປະ​ເທດ​ອັງ​ໂກລາ​ແລ້ວ ​ເພື່ອສົນທະນາ​ຫາລື​ກັບ​ທາງການ ​ອັງ​ໂກລາ ກ່ຽວ​ກັບ​ເຣື່ອງຄວາມ​ໝັ້ນ​ຄົງ​ທາງ​ພລັງ​ງານ​ແລະ​ອາຫານ. ທ່ານ​ນາ​ງຄລິນ​ຕັນ ມີ​ກຳນົດ​ຈະພົບປະ​ກັບ​ປະທານາທິບໍດີ Jose Eduardo dos Santos ພ້ອມ​ກັບ ຣມຕ ວ່າການ ຕ່າງປະ​ເທດ​ ແລະການ​ນ້ຳມັນ​ຂອງ​ອັງ​ໂກ​ລານຳ.​
ພວກ​ເຈົ້ໜ້າ​ທີ່​ສະຫະຣັດ​ກ່າວ​ວ່າ ທ່ານ​ນາງຄລິນ​ຕັນ​ພະຍາຍາມ​ຫາ​ທາງ ​ເສີມ​ສ້າງສາ​ຍພົວພັນໃຫ້​ແໜ້ນ​ໜາ​ຂຶ້ນ ກັບອັງ​ໂກລາ ຊຶ່ງ​ເປັນຄູ່​ແຂ່ງກັບໄນ​ເຈ​ເຣັຍ ​ໃນ​ຖານະ​ເປັນປະ​ເທດ​ຜລິດ​ນ້ຳມັນ​ດັບລາຍ​ໃຫຍ່​ທ່ີສຸດ​ ໃນທະວີບອາ​ຟຣິກາ ​ແລະ​ຜູ້​ຂາຍ​ທັງ​ນ້ຳມັນ​ແລະ​ແກ​ສທຳ​ມະ​ຊາດ ລາຍ ໃຫຍ່​ໃຫ້​ສະຫະຣັດ.
ການ​ຢ້ຽມຢາມຂອງ​ທ່ານ​ນາງຄລິນ​ຕັນ ​ມີ​ຂຶ້ນ​ ໃນ​ເວລາ​ທ່ີ​ຈີນໄດ້ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ຕົນຂຶ້ນ​ໃນ​ວົງ​ການ​ອຸດສາຫະກັມ​ນ້ຳມັນ​ຂອງ​ອັງ​ໂກລາ. ອັງ​ໂກລາ​ເປັນ​ບ່ອນ​ຢຸດ​ແວ່​ຢ້ຽມຢາມ​ແຫ່ງ​ທີ​ສາມ​ຂອງ​ທ່ານ​ນາງ​ໃນ​ການ​ທ່ຽວ​ຢ້ຽມຢາມ 7 ປະ​ເທດ ໃນ​ທະວີບອາ​ຟຣິກາ​ຄັ້ງນີ້.
ກອງປະຊຸມສຸດຍອດທີ່ເມັກຊິໂກ: ບັນດາຜູ້ນຳຂອງສະຫະລັດ ຄານາດາ ແລະແມ໊ກຊິໂກ ເລີ່ມຕົ້ນກອງ ປະຊຸມສຸດຍອດກຸ່ມປະເທດອາເມລິກາເໜືອ ທີ່ປະເທດແມ໊ກຊິໂກ ໃນວັນອາທິດມື້ນີ້. ປະທານາທິບໍດີ ບາຣັກ ໂອບາມາ ພ້ອມດ້ວຍນາຍົກຣັດຖະມຸນຕຣີ ຄານາດາ ທ່ານ ສຕີເວັ່ນ ຮາບເປີ ແລະປະທານາທິບໍດີແມ໊ກຊິໂກ ທ່ານ ຟີ​ລິບ​ເປ ຄາລ​ເດີ​ໂຣນ (Felipe Calderon) ປະຊຸມກັນ​ເປັນ​ເວລາ ສອງວັນ ທີ່ເມືອງກົວ​ດາ​ລາຮາ​ລາ (Guadalajara) ປະເທດແມ໊ກຊິໂກ. ຄາດກັນວ່າ ພວກທ່ານຈະສົນທະນາ​ຫາລືກັນ ເລຶ່ອງການຟື້ນຕົວຄືນ ຂອງເສດຖະກິດ ແລະການກໍ່ຄວາມຮຸນແຮງ ທີ່ເພີ່ມທະວີຂຶ້ນ​ນັບ​ມື້ ຂອງພວກຄ້າຢາເສບຕິດ ແມ໊ກຊິໂກ
ປະເທດຄານາດາ ເປັນພາຄີດ້ານການຄ້າອັນດັບນຶ່ງຂອງສະຫະລັດ ແລະ ແມ໊ກຊິໂກ ​ແມ່ນອັນດັບສາມ.
ການດຳເນີນຄະດີທີ່ອິຣ່ານ: ອິຣ່ານປະ​ເຊີນ​ກັນ​ການ​ປະນາມ​ຈາກ​ນາໆ​ຊາດ ຫລັງ​ຈາກໄຂ​ການ​ດຳ​ເນີນ​ຄະດີໝູ່ພວກ​ທ່ີ​ຖືກ​ຈັບ​ກຸມ​ທາງ​ດ້ານ​ການ​ເມືອງ​ ຈຳນວນ​ຫລວງຫລາຍ ​ທ່ີຖືກ​ກ່າວ​ຫາ​ວ່າ ​ກໍ່ກວນໃຫ້
ເກີດຄວາມບໍ່​ສງົບ​ໃນ​ລະຫວ່າງ​ການ​ປະ​ທ້ວງຕໍ່​ຕ້ານການ​ເລືອກ​ຕັ້ງ​ປະທານາທິບໍດີ​ອິຣ່ານ ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ. ພວກ​ທ່ີ​ຖືກ​ດຳ​ເນີນ​ຄະດີ​ໃນ​ວັນ​ເສົາ​ວານ​ນີ້ ​ແມ່ນ​ຮວມທັງ ​ແມ່ຍິງ​ຝຣັ່ງຄົນ​ນຶ່ງ​ ແລະ​ພນັກ​ງານ​ຊາວອິຣ່ານຂອງ​ສະຖານທູດ​ຝຣັ່ງ ແລະສະຖານທູດ​ອັງກິດ ​ປະຈຳ​ກຸງ​ເຕຮະຣ່ານນຳ.
ສະຫະພາບ​ຢູ​ໂຣບ​ແລະ​ອັງກິດ​ໄດ້​ປະນາມ​ອິຣ່ານ ທ່ີ​ດຳ​ເນີນ​ຄະດີ​ທ່ານ ນາງ Clotilde Reiss ອາ​ຈານ​ບັນ​ລະ​ຍາຍ​ທີ່​ມະຫາວິທຍາ​ໄລ ຊື່ງ ເປັນຄົນ​ຝຣັ່ງ​ ແລະ​ພນັກ​ງານສະຖານທູດ​ຝຣັ່ງກັບອັງກິດອີກ2 ຄົນ​ນັ້ນ.
Sweden ຊຶ່ງເປັນປະທານໝຸນວຽນຂອງ​ສະຫະພາບ​ຢູ​ໂຣບໃນປັດຈຸບັນ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ປະ​ເທດ​ ​ພົນລະ​ເມືອງ​ ຫລື​ພນັກ​ງານ ​ສະຖານທູດ​ຂອງ​ປະ​ເທດ​ສະມາຊິກ​ໃດໆກໍຕາມ ຂອງ​ສະຫະພາບ​ຢູໂຣບ ແມ່ນຖື​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານສະຫະພາບຢູໂຣບທັງໝົດ ​ແລະ​ຮຽກຮ້ອງ​ໃຫ້​ອິຣ່ານປ່ອຍ​ໂຕ​ພວກ​ທ່ີ​ຖືກ​ຈັບ​ກຸມ​ເຫລົ່າ​ນີ້​ໂດຍ​ທັນ​ທີ.

XS
SM
MD
LG