ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຊ່ວຍເກັບກູ້ ລະເບີດຝັງດິນໃນກຳປູເຈຍ


<!-- IMAGE -->

ໃນ​ເວລາ​ນີ້​ລະ​ເບີດຝັງ​ດິນ ວັດຖຸ​ລະ​ເບີດ​ທີ່​ຍັງ​ບໍ່​ແຕກ ​ແລະ​ວັດຖຸ​ລະ​ເບີດຕ່າງໆ​ທີ່​ຫລົງ​ເຫລືອ​ຕົກ​ຄ້າງມາຈາກ​ສົງຄາມ ຍັງ​ຄົງ​ມີ​ຢາຍ​ຊະຊາຍ ​ຢູ່​ໃນເນື້ອ​ທີ່ສ່ວນ​ຫລາຍ​ຂອງຜືນ​ດິນ​ໂລກ​ຢູ່​ຕໍ່​ມາ ເຮັດໃຫ້ພວກປະຊາຊົນ​ທີ່ ​ເຄາະ​ຮ້າຍຖືກ​ລະ​ເບີດຕ້ອງເສຍ ຊີວິດ​ຫລື​ແຂ​ນຂາກຸດ​ຂາດເປັນ​ຈຳນວນຫລາຍ​ພັນ​ຄົນ​ໃນ​ແຕ່ລະ​ປີ. ສະຫະລັດຍັງ​ຄົງມີ​ຄວາມ​ຕັ້ງ​ໃຈໝາຍໝັ້ນ​ທີ່​ຈະ​ຊ່ວຍເຫລືອ​ປະ​ເທດອື່ນໆ​ເ​ກັບ​ກູ້​ລະ​ເບີດຝັງ​ດິນອອກ​ຈາກ​ຜືນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ ​ແລະ​ທຳລາຍຖີ້ມ ພວກ​ອາວຸດ​ປະ​ເພດ​ທຳ​ມະ​ດາຕ່າງໆທີ່​ປະ​ເທດ​ເຫລົ່ານັ້ນຍັງ​ມີ​ເຫລືອ​ຢູ່​ເກີນ​ຄວາມ​ຈຳ​ເປັນນັ້ນ ເພື່ອ​ຊ່ວຍ​ຊີວິດ​ຜູ້ຄົນ​ໄວ້.​ໃນ​ປີ 2008 ຜ່ານ​ມາ​ນີ້ ຫ້ອງການ​ວ່າ​ດ້ວຍການເກັບ​ກູ້ແລະ​ລົດຜ່ອນ​ອາວຸດ​ຂອງກະຊວງ​ຕ່າງປະ​ເທດສະຫະລັຖໄດ້​ມອບເງິນ​ຈຳນວນ 123 ລ້ານ​ສາມແສນ​ໂດ​ລາ ສຳຫລັບ​ໃຊ້​ຈ່າຍໃນການ​ກູ້​ລະ​ເບີດ​ຝັງ​ດິນ​ແລະ​ທຳລາຍ​ອາວຸດ​ຕ່າງໆ​ ໃຫ້​ແກ່ສາມ​ສິບ​ຫ້າ​ປະ​ເທດ. ນຶ່ງ​ໃນ​ບັນ​ດາປະ​ເທດເຫລົ່ານີ້​ທີ່​ປະ​ສົບຜົນສຳ​ເລັດ​ ກໍຄືກຳປູ​ເຈຍ ບ່ອນ​ທີ່​ການ​ປະຕິບັດ​ງານເກັບ​ກູ້ລະ​ເບີດ​ຝັງ​ດິນເພື່ອ​ມະນຸດສະທຳຂອງ​ສະຫະລັຖ ໄດ້​ມີ​ສ່ວນ​ຊ່ວຍ​ເຮັດ​ໃຫ້ຈຳນວນ ຄົນເສຍຊີວິດ ​ແລະບາດ​ເຈັບ​ຍ້ອນລູກລະເບີດລຸດນ້ອຍລົງເຖິງ​ເຈັດ​ສິບ​ສອງ​ເປີ​ເຊັນ

ປັດຈຸບັນ​ນີ້ ປະ​ເທດ​ກຳປູ​ເຈຍ​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ສາຫັດ​ຈາກ​ລະ​ເບີດ​ຝັງ​ດິນ ວັດຖຸ ເສດ​ເຫລືອ​ຈາກ​ສົງຄາມ​ທີ່​ຍັງ​ບໍ່​ລະ​ເບີດນັ້ນ​ຢູ່. ການວາງ​ລະ​ເບີດ​ຝັງ​ດິນ​ທີ່​ໜັກໜ່ວງ​ທີ່​ສຸດ​ນັ້ນ ​ແມ່ນ​ເລີ່​ມຕົ້ນຂື້ນ​ໃນ​ລະ​ວ່າງ​ຊຸມ​ປີ​ 1960 ເວລາສົງຄາມ​ກາງ​ເມືອງລະ​ເບີດ​ຂື້ນ​ ລະ​ວ່າງ​ລັດຖະບານແລະ​ພວກ​ຄອມ​ມິວນີສຂະເມນ​ແດງຊຶ່ງໄດ້​ສີ້​ນສຸດ​ລົງ​ດ້ວຍ​ໄຊຊນະ​ຂອງຝ່າຍ​ຂະເມນ​ແດງ​ໃນປີ​ 1975. ຕໍ່​ມາ ໃນ​ປີ 1978 ວຽດນາມ​ໄດ້​ບຸກລຸກກຳ​ປະ​ເຈຍ​ ແລະ​ໄດ້​ຂັບ​ໄລ່​ກຳລັງ​ຂອງພວກຂະ​ເມນແດງ​ ອອກ​ຈາກ​ຫົວ​ເມືອງ​ຕ່າງໆ ຈົນ​ຕ້ອງ​ໄດ້ຖອຍ​ໄປ​ຢູ່​ໄກ້​ເຂດ​ຊາຍ​ແດນ​ໄທ-ຂະເມນ. ຫລັງ​ຈາກ​ການ​ບຸກລຸກ​ຂອງ ວຽດນາມ ລັຖບານ​ທີ່​ຈັດ​ຕັ້ງ​ຂື້ນມາໃໝ່ໃນກຳປູ​ເຈຍ​ ​ກໍໄດ້​ຫ້າງ​ລະ​ເບີດ​ຝັງດິນຢ່າງ​ໜາ​ແໜ້ນ ເປັນ​ວົງ​ອ້ອມ​ເລາະ​ໄປ​ຕາມ​ເຂດ​ຊາຍ​ແດນ​ໄທ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຝ່າຍ​ຂະ​ເມນ​ແດງ​ກັບ​ຄືນ​ໄປມີ ອຳນາດໃນກຳປູເຈຍ​ໄດ້ອີກ

ໃນ​ປີ​ 2008 ຜ່ານ​ມາ​ນີ້ ຫ້ອງການ​ວ່າ​ດ້ວຍ​ການເກັບ​ກູ້ແລະ​ລົດຜ່ອນອາວຸດຂອງ​ສະຫະລັຖ​ ໄດ້​ມອບ​ເງິນ​ໃຫ້​ ຫລາຍ​ກວ່າສີ່​ລ້ານ​ດອລລາ ​ເພື່ອ​ການ​ປະຕິ​ບັດ​ງານ​ກູ້​ລະ​ເບີດ​ຝັງ​ດິນ​ເພື່ອ​ມະ​ນຸດ​ສະ​ທຳ​ໃນ​ກຳປູ​ເຈຍ ​ໂດຍ​ໄດ້​ທຳ​ງານ ຮ່ວມ​ກັບ​ພາກສ່ວນ​ເອກ​ກະ​ຊົນ ​ເພື່ອ​ບໍລິຫານ ຄຸ້ມ​ຄອງ ຈ່າຍເງິນອອກ​ໃຫ້ ​ແລະ​ຕິດຕາມ​ເບິ່ງການສນັບ​ສນູນທາງ​ດ້ານ​ການ​ເງິນ​ ສຳ​ຫລັບ​ການ​ປະຕິບັດ​ວຽກງານ​ຂອງໜ່ວຍ​ກູ້​ລະ​ເກີດ​ຝັງ​ດິນ​ເລ​ກທີ່ 3 ຂອງ​ສູນ​ກາງ​ປະຕິບັດ​ການ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ​ຂອງ​ກຳປູ​ເຈຍ.

ນອກຈາກ​ນີ້​ແລ້ວ ຫ້ອງການ​ວ່າ​ດ້ວຍ​ການເກັບ​ກູ້ແລະ​ລົດຜ່ອນອາ​ວຸດຂອງ​ສະຫະລັຖ ຍັງ​ໄດ້​ສນອງ​ເງິນ​ຊ່ວຍ​ເຫລືອ​ລ້າ​ໃຫ້ ແກ່​ຫລາຍໆອົງການ​ທີ່​ບໍ່​ຂື້ນ​ກັບ​ລັຖບານ​ ເພື່ອ​ໃຊ້​ໃນ​ການ​ເກັບ​ກູ້​ລະ​ເບີດຝັງ​ດິນ​ແລະ​ທຳລາຍ​ອາວຸດ ​ແລະລູກປືນ​ຕ່າງໆ ຊື່​ງ ພວກ​ອົງການ​ເຫລົ່າ​ນີ້ ກໍໄດ້ວ່າ​ຈ້າງ​ພວກ​ຄົນ​ງານ​ທ້ອງ​ຖິ່ນມາ​ເຮັດ​ວຽກ​ໃຫ້ ຊຶ່ງ​ຖື​ວ່າ​ເປັນ​ການສ້າງ​ໜ້າ​ວຽກ​ແລະ​ກະຕຸກ​ຊຸກຍູ້​ການ​ເສດຖະກິດໄປ​ພ້ອມ

​ໃນ​ກຳປູ​ເຈຍ ນຶ່ງ​ໃນ​ພວກ​ອົງການບໍ່​ຂື້ນ​ກັບ​ລັຖບານ​ເຫລົ່າ​ນີ້​ ກໍຄື​ອົງການ HALO TRUST ຊຶ່ງ​ໄດ້​ຮັບ​ເງິນ​ຊ່ວຍ​ເຫລືອ​ລ້າ​ຈຳນວນ ​850,000$ ​ເພື່ອຊື້ເອົາລະບົບເຄຶ່ອງ ອຸປກອນທັນ​ສະ​ໄມ ສຳ​ຫລັບຊີ້​ຈຸດ​ຂອງ​ລະ​ເບີດ​ຝັງ​ດິນ ປະ​ເພດ​ຈັບ​ເຄຶ່ອນຍ້າຍ​ໄດ້ ທີ່​ຜະລິດໂດຍ​ສະຫະລັດ ​ເພື່ອນຳ​ມາ​ໃຊ້​ໃນ​ການ​ດຳ​ເນີນຄວາມ​ພະຍາຍາມ​ເກັບ​ກູ້ລະ​ເບີດ​ຝັງ​ດິນ​ ອອກ​ຈາກ​ເຂດ​ທີ່​ມີ​ລະ ​ເບີດ​ຝັງ​ດິນ ​ຝັງຢາຍ​ໄວ້​ຢ່າງ​ໜາ​ແໜ້ນຢູ່​ເລາະ​ຕາມ​ຊາຍ​ແດນ​ໄທ​ນັ້ນ.​ເຄຶ່ອງຈັບ​ຫລື​ຊີ້​ຈຸດ​ຂອງ​ລະ​ເບີດ​ຝັງ​ດິນ​ເຫລົ່າ​ນີ້​ ສາມາດ​ບອກ​ໃຫ້​ພະນັກງານເກັບ​ກູ້​ລະ​ເບີດ​ຮູ້​ໄດ້ ວ່າອັນ​ໃດ​ເປັນ​ລະ​ເບີດ​ຝັງ​ດິນ ອັນ​ໃດ​ເປັນ​ເສດ​ເຫລັກ​ອື່ນໆ ຊຶ່ງ​ເປັນ​ການປະຢັດ​ເວລາ​ແລະ​ລາຍ​ຈ່າຍ​ ​ໃນການ​ຂຸດໄງ້​ດິນ​ເພື່ອ​ຊອກ​ຫາ​ລະ​ເບີດ​ດ້ວຍ​ມືນັ້ນ.

ຢ່າງ​ໃດ​ກໍ​ຕາມ ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເກັບ​ກູ້​ລະ​ເບີດທຸກໆ​ລູກ ​ອອກ​ຈາກຜືນ ​ດິນ​ຂອງ​ທຸກໆ​ປະ​ເທດທີ່​ຖືກ​ກະທົບ​ນັ້ນ. ດ້ວຍ​ເຫດ​ນີ້ ສະຫະລັດ​ຈຶ່ງ​ເພັ່ງ​ເລັງ​ໃສ່​ການ​ກູ້​ລະ​ເບີດ​ຝັງ​ດິນໃນ​ກຳປູ​ເຈຍ ​ແລະ ປະ​ເທດ​ອື່ນໆ ທີ່​ມີ​ລະດັບຜົນ​ກະທົບ​ດ້ານ​ມະ​ນຸດ​ສະ​ທຳທີ່​ສູງ​ທີ່​ສຸດ.​ເງິນ​ທືນຊ່ວຍ​ເຫລືອ​ທີ່​ສນອງ​ໃຫ້ ​ແມ່ນ​ນຳ​ໄປໃຊ້​ຈຳ​ເພາະ​ແຕ່​ການ​ກູ້​ລະ​ເບີດ​ໃນ​ຂົງ​ເຂດບ່ອນ​ທີ່​ລະ​ເບີດ​ຝັງ​ດິນ ​ແລະ​ວັດຖຸ​ລະ​ເບີດ​ທີ່​ຍັງ​ບໍ່​ລະ​ເບີດ​ຕ່າງໆ ​ເປັນ​ພັຍ​ຂົ່ມຂູ່​ຕໍ່​ຊີວິດ​ຂອງພວກ​ປະຊາຊົນ​ພົລ​ເຮືອນ​ຫລາຍ​ທີ່​ສຸດ ​ແທນ​ທີ່​ຈະເກັບກູ້​ຢູ່ໃນເຂດ​ສອກຫລີກ​ບ່ອນ​ທີ່​ບໍ່​ມີ​ຄົນ​ອາ​ໃສ​ຢູ່​ນັ້ນ.

ສະຫະ​ລັຖ​ແມ່ນ​ມີ​ຄວາມ​ພາກພູມ​ໃຈ​ໃນ​ການ​ປະຕິບັດ​ງານ​ຮ່ວມ​ກັນ​ກັບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ປະ​ເທດ​ອື່ນໆ ​ຕລອດ​ທັງອົງການ​ຕ່າງໆ ​ເພື່ອ​ກຳຈັດພວກ​ອາວຸດທີ່ລີ້​ຊ່ອນ​ໂຕ​ຢູ່ທີ່ເຂັ່ນຂ້າ​ປະຊາຊົນ​ນັ້ນ​ອອກ​ໃຫ້​ໝົດ​ສິ້ນ​ໄປ ບໍ່​ແມ່ນ​ສະ​ເພາະແຕ່ໃນ​ກຳປູ​ເຈຍ​ເທົ່າ​ນັ້ນ ​ແຕ່ໃນແຫ່ງ​ອື່ນໆ​ຂອງ​ໂລກນຳ

ການ​ລົດ​ນ້ອຍ​ລົງໃນຈຳນວນ​ຜູ້​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ຝັງ​ດິນ​ຢູ່ໃນ​ກຳປູເຈັຍ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການ​ປະຕິບັດ​ການ​ທີ່​ເວົ້າມານີ້​ ແມ່ນ​ກຳລັງສ້າງ​ຄວາມ​ແຕກ​ຕ່າງໃນ​ທາງ​ບວກ​ຢູ່​ໃນ​ກຳປູ​ເຈຍ​ແລະ​ໃນ​ທົ່ວ​ໂລກ.

XS
SM
MD
LG