ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັຖ ທ່ານນາງ ຮິລແລຣີ ຄລິນຕັນ ກ່າວວ່າ “ສະຫະລັຖແມ່ນຈະຕ້ອງມີສາຍສຳພັນທີ່ເຂັ້ມແຂງ ແລະການມີໜ້າທີ່ແຂງແຮງແລະມີໝາກຜົນ ຢູ່ໃນຂົງເຂດເອເຊຍຕາເວັນອອກສ່ຽງໃຕ້.” ທ່ານນາງຮິລແລຣີ ໄດ້ກ່າວເຊ່ນນັ້ນຢູ່ທີ່ເກາະພູເກັດ ປະເທດໄທເມື່ອບໍ່ນານມານີ້ ຊື່ງຢູ່ທີ່ນັ້ນທ່ານນາງໄດ້ລົງນາມໃນເອກກະ ສານເຂົ້າເປັນພາຄີໃນສົນທິສັນ ຍາມິດຕະພາບແລະການຮ່ວມມືໃນຂົງເຂດເອເຊຍຕາເວັນອອກສ່ຽງໃຕ້ ແລະໃນເວລາດຽວກັນນັ້ນ ບັນດາລັຖມຸນຕຣີຕ່າງ ປະເທດຈາກ 10 ປະເທດສະມາຊິກຂອງສະມາຄົມອາຊ່ຽນ ກໍໄດ້ລົງນາມໃນເອກກະ ສານຂະຫຍາຍສົນທິສັນຍາສະບັບດັ່ງກ່າວອອກ ໄປກວມເອົາປະເທດອື່ນໆທີ່ບໍ່ແມ່ນສະມາຊິກ
ໃນບັນດາຄວາມໝາຍໝັ້ນຕ່າງໆນັ້ນ ພວກປະເທດທີ່ເປັນພາຄີໃນສົນທິສັນຍາສະບັບນີ້ ໃຫ້ຄຳໝັ້ນສັນຍາທີ່ຈະສົ່ງເສີມໃຫ້ມີສັນຕິພາບທີ່ຖາວອນ ແລະມິດຕະພາບທີ່ຍືນຍາວ ຕລອດໄປ ໃນລະວ່າງປະຊາຊົນຂອງພວກເຂົາເຈົ້າ ແລະຮ່ວມມືກັນໃນດ້ານເສດຖະກິດ ສັງຄົມ ວັທະນະທຳ ດ້ານວິຊາການ ແລະວິທະຍາສາດ.
ເມື່ອເດືອນກຸມພາຂອງປີນີ້ ໃນລະວ່າງການຢ້ຽມຢາມສຳນັກງານກອງເລຂາທິການຂອງ ສະມາຄົມອາຊ່ຽນທີ່ນະຄອນຫລວງ ຈາກາຕ້າ ປະເທດອິນໂດເນເຊຍນັ້ນ ທ່ານນາງ ລັຖມຸນຕຣີຕ່າງປະເທດຄລິນຕັນ ໄດ້ປະກາດວ່າລັຖບານຂອງປະທານາ ທິບໍດີບາຣັກ ໂອບາມາ ຈະດຳເນີນການເພື່ອໃຫ້ໄດ້ເຂົ້າເປັນສະມາຊິກໃນສົນທິສັນຍາສະບັບນີ້. ຄວາມໄວຂອງສະຫະລັຖໃນການເລ່ງ ມືປະຕິບັດງານຮ່ວມກັບບັນດາປະເທດສະມາ ຊິກອາຊ່ຽນ ເພື່ອເຮັດໃຫ້ການເຂົ້າເປັນພາຄີໃນສົນທິສັນຍາ ດັ່ງກ່າວເປັນຄວາມຈິງ ຂື້ນມານັ້ນ ແມ່ນເນ້ນໃຫ້ເຫັນເຖິງການພົວພັນທີ່ໄດ້ຮັບແຮງກະຕຸ້ນໃຫ້ມີຊີວິດຊີວາຄືນ ມາໃໝ່ຂອງສະຫະລັດ ຢູ່ໃນຂົງເຂດເອເຊຍຕາເວັນອອກສ່ຽງໃຕ້ ຕະຫລອດທັງສາຍ ສຳພັນອັນໃກ້ຊິດ ທີ່ທັງສະມາຄົມອາຊຽນແລະ ສະຫະລັຖຕ່າງກໍສະແຫວງຫາຢາກ ມີຮ່ວມກັນນັ້ນ.ແລະການເຂົ້າເປັນພາຄີຂອງສະຫະລັຖໃນສົນທິສັນຍາສະບັບນີ້ ແມ່ນເປັນສັນຍະລັກຂອງຄວາມປາຖນາຂອງສະຫະລັດ ທ່ີຢາກຈະເຂົ້າພົວພັນຢ່າງ ເລິກເຊິ່ງແລະຢ່າງມີປະສິດທິຜົນຫລາຍຂື້ນກັບສະມາຄົມອາຊ່ຽນ ໃນເລື່ອງບຸລິມະສິດ ຕ່າງໆຂອງສ່ວນພູມິພາກນີ້ ແລະຂອງໂລກ
ສົນທິສັນຍາວ່າດ້ວຍມິດຕະພາບແລະການຮ່ວມມືໃນຂົງເຂດເອເຊຍຕາເວັນອອກສ່ຽງໃຕ້ ໄດ້ຖືກເຊັນລົງນາມໂດຍບັນດາ ສະມາຊິກຊຸດເລີ່ມຕົ້ນຂອງສະມາຄົມອາຊ່ຽນໃນປີ 1976 ໂດຍຕັ້ງແຕ່ນັ້ນມາສະມາຊິກສະມາຄົມອາຊ່ຽນທັງໝົດ ກໍໄດ້ຮັບຮອງເອົາສົນທິ ສັນຍາດັ່ງກ່າວ.ໃນປີ 1987 ສະມາຄົມອາຊ່ຽນ ໄດ້ແກ້ໄຂສົນທິສັນຍາສະບັບນີ້ ເພື່ອອະນຸມັດໃຫ້ປະເທດ ອື່ນໆທີ່ບໍ່ແມ່ນສະມາຊິກໄດ້ເຂົ້າເປັນພາຄີໃນສົນທິສັນຍານີ້ໄດ້ ຊຶ່ງສະທ້ອນໃຫ້ ເຫັນເຖິງຄວາມປາຖະນາທີ່ສະມາຄົມອາ ຊຽນໄດ້ປະກາດອອກມາ ທີ່ວ່າຢາກຈະຂະຫຍາຍການຮ່ວມມືໃຫ້ກວ້າງໄກອອກໄປອີກກັບພວກປະເທດທີ່ຮັກຫອມສັນຕິ ພາບທັງຫລາຍທີ່ຢູ່ພາຍໃນແລະພາຍນອກຂົງເຂດເອເຊຍຕາເວັນອອກສ່ຽວໃຕ້ນັ້ນ
ໃນການຖະແລງຂ່າວຕໍ່ສື່ມວນຊົນຮ່ວມກັນ ກັບຮອງນາຍົກລັຖມຸນຕຣີໄທ ທ່ານກອບສັກ ຊັບວະຊູ ທີ່ບາງກອກທ່ານນາງ ລັດຖະມົນຕີຄລິນຕັນກ່າວວ່າ ການເຂົ້າປະກອບສ່ວນ ຂອງສະຫະລັຖ ໃນສົນທິສັນຍາສະບັບສະບັບນີ້ແມ່ນຖືວ່າ “ເປັນຖ້ອຍຖະແລງທີ່ໜັກ ແໜ້ນທີ່ສຸດ ໃນນາມລັຖບານຂອງເຮົາວ່າ ສະຫະລັຖມີເຈດຕະນາທີ່ຈະມີໜ້າ ແລະມີ ການປະກອບສ່ວນທີ່ແຂງແຮງ ແລະແຂງຂັນຢູ່ໃນຂົງເຂດນີ້ ທັງໃນແບບສອງຝ່າຍກັບ ປະເທດເພື່ອນມິດ ແລະພັນທະມິດຄືກັນກັບປະເທດໄທນີ້ ແລະແບບຫລາຍໆຝ່າຍ ກັບຫລາຍໆປະເທດ ຜ່ານອົງການຈັດຕັ້ງຕ່າງໆ ເຊັ່ນສະມາຄົມອາຊ່ຽນເປັນຕົ້ນ.