ອົງການ ອະນາໄມໂລກ ຫລື WHO ເວົ້າວ່າ ການຊຸກຍູ້ໃຫ້ຜູ້ຍິງ ທີ່ມີລູກເປັນເທື່ອທຳອິດ ເອົາລູກນ້ອຍກິນນົມເຂົາເຈົ້ານັ້ນສາມາດ ຊ່ວຍຊີວິດເດັກນ້ອຍໄດ້ເຖິງ 1,3 ລ້ານ ຄົນ ໃນແຕ່ລະປີ.
ອົງການນີ້ຍັງເວົ້າອີກ ວ່າ ມີແມ່ລູກອ່ອນ ຈຳນວນບໍ່ເຖິງ 40% ໃນທົ່ວໂລກທີ່ລ້ຽງ ລູກດ້ວຍນໍ້ານົມຂອງຕົນໃນໄລຍະ 6 ເດືອນ ທຳອິດທີ່ລູກເກີດມາ.
ທ່ານນາງ Constanza Vallenas ເຊິ່ງເປັນເຈົ້າ ໜ້າທີ່ການແພດຂອງອົງການ WHO ປະຈຳພະແນກສຸຂະພາບ ແລະ ການຈະເລີນເຕີບໂຕຂອງເດັກນ້ອຍ ແລະເດັກໄວລຸ້ນເວົ້າວ່າ ຖ້າຫາກພວກເຮົາຍົກອັດ ຕາຂອງຈຳນວນຜູ້ຍິງທີ່ລ້ຽງລູກດ້ວຍນົມແມ່ຂຶ້ນໄດ້ຮອດ 90% ເຮົາກໍຈະສາມາດ ປ້ອງ ກັນເດັກນ້ອຍໄວ້ໄດ້ປະມານ 13% ຂອງຈຳນວນເດັກ ນ້ອຍທັງໝົດໃນປະເທດກຳລັງພັດ ທະນານັ້ນບໍ່ໃຫ້ຕາຍກ່ອນອາຍຸ5ປີເພາະນ້ຳນົມແມ່ເຮັດໃຫ້ລູກນ້ອຍມີສຸຂພາບແຂງແຮງ. ທ່ານນາງກ່າວວ່າ:
“ມັນໃຫ້ຄຸນປະໂຫຽດທາງດ້ານອາຫານແລະພູມຕ້ານທານ ພະຍາດເປັນສວ່ນສຳຄັນໃນ ການປົກປ້ອງ ຄຸ້ມຄອງເດັກນ້ອຍທາຣົກເກືອບວ່າຕໍ່ໂຣກທີ່ຮ້າຍແຮງທັງຫຼາຍທັງປວງທີ່ ພວກເຂົາເຈົ້າເຫຼົ່ານີ້ ສາມາດຕິດແປດໄດ້. ແລະ ມັນສາມາດປ້ອງກັນໂຣກຂາດອາຫານ ໂຣກທ້ອງຊຸແລະ ໂຣກປອດບວມນຳອີກ.
ພວກເຮົາເຫັນພ້ອມກັບອົງການUNCEF ທີ່ແນະນຳວ່າ ພວກເດັກນ້ອຍທາຣົກທັງ ຫຼາຍນັ້ນ
ຄວນດື່ມ ແຕ່ນ້ຳນົມແມ່ເທົ່ານັ້ນຊຶ່ງຫມາຍຄວາມວ່າຈະບໍ່ດື່ມແມ້ກະທັ້ງນ້ຳລ້າໆໆ ນັ້ນເລີຍຈົນກວ່າອາຍຸຮອດຫົກເດືອນ.
ແລະ ຫຼັງຈາກນັ້ນກໍຄວນສືບຕໍ່ດື່ມນ້ຳນົມແມ່ ແລະກິນອາຫານເສີມຢ່າງອື່ນທີ່ເຫັນວ່າມີຄຸນປະໂຫຍດແລະເຫມາະສົມຈົນຮອດອາຍຸ ສອງຂວບຫຼືຫຼາຍກວ່ານັ້ນຂຶ້ນໄປ. ”
Dr.
Vallenas ເວົ້າວ່າ
ບັນດາແມ່ທີ່ມີ ລູກນ້ອຍຫລາຍຄົນ ບໍ່ ຢາກໃຫ້ລູກກິນ ນົມຕົນເອງກໍຍ້ອນບໍ່ຮູ້ຈັກ ວ່າຈະອູ້ມລູກ ແນວໃດເພື່ອໃຫ້ດູດນົມ ຢ່າງຖືກຕ້ອງ ຫລືບໍ່ກໍຍ້ອນວ່າຂົາເຈົ້າ ຮູ້ສຶກເຈັບເວລາລູກດູດນົມ ຫລືເວລານົມເບັງ ແລະ ທົນບໍ່ໄດ້. ທ່ານ Dr. ເວົ້າວ່າ ບັນຫານີ້ ຊື່ງເຮັດ ໃຫ້ຜູ້ຍິງບໍ່ວ່າຢູ່ໃນປະເທດ ຮັ່ງມີ ກໍຄື ຢູ່ປະເທດທຸກຈົນຮູ້ສຶກໝຸດໝັດ
ບໍ່ສະບາຍໂຕນັ້ນ ສາມາດແກ້ໄຂໄດ້ດ້ວຍການໃຫ້ ຄວາມສະໜັບສະໜູນ ທີ່ແທດເໝາະກັບຕົວຈິງ.
ກ່ຽວກັບອີກບັນຫານື່ງທີ່ພົວພັນກັບສຸຂະພາບເດັກນ້ອຍນັ້ນ ອົງ ການອະນາໄມໂລກ WHO ແນະນຳວ່າ ຄວນຈະອະທິບາຍໃຫ້ ຜູ້ຍິງທີ່ຖືພາເຂົ້າໃຈວ່າ ພວກເຂົາເຈົ້າ ສ່ຽງໄພຕໍ່ພັຍອັນຕລາຍ ທັງຈາກການເປັນຫວັດ ທຳມະດາ ທີ່ມັກເກີດຂຶ້ນ ຕາມລະດູ ແລະ ການແຜ່ລະບາດຂອງເຊື້ອໄຂ້ຫວັດສາຍພັນໃໝ່ H1N1. ອົງການ WHO ກ່າວວ່າ ສະນັ້ນຜູ້ຍິງຖືພາ ຫລື ແມ່ມານຄວນຈະໄດ້ຮັບການສັກຢາ ຕ້ານເຊື້ອໂຣກເຊັ່ນຢາ Tamiflu ນັ້ນກ່ອນໝູ່ໝົດ.