ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ຜູ້ຕ້ອງສົງສັຍ ວ່າເປັນຫົວໜ້າ ກຸ່ມກໍ່ການຮ້າຍ ໄດ້ຖືກຂ້າຕາຍ ທີ່ອິນໂດເນເຊັຽ


ອິນໂດເນເຊັຽ - ຜູ້ກໍ່ການຮ້າຍ: ສື່ມວນຊົນ ທ້ອງຖິ່ນ ຂອງອິນໂດເນເຊັຽລາຍງານວ່າ ຜູ້ນຳ ກຸ່ມກໍ່ການຮ້າຍຄົນນຶ່ງ ໄດ້ຖືກຂ້າຕາຍໃນລະວ່າງ ການປິດລ້ອມເຮືອນ ເປັນເວລາ 17 ຊົ່ວໂມງທີ່ ເຊື່ອກັນວ່າ ເປັນບ່ອນຫລົບລີ້ຂອງພວກຫົວໜ້າ ກໍ່ການຮ້າຍມຸສລິມ. ຕຳຣວດກ່າວວ່າ ຕົນກຳລັງ ທຳການພິສູດ ຊາກສົບຜູ້ຕາຍຄົນນຶ່ງ ທີ່ພົບເຫັນ ຢູ່ເຮືອນໃນເຂດຊົນນະບົດ ຂອງພາກກາງເກາະ JAVA ຫລັງຈາກ ໄດ້ມີການຍິງຕໍ່ສູ້ກັນ ເປັນເວລາຫລາຍໆຊົ່ວໂມງ ທີ່ສິ້ນສຸດລົງ ໃນຕອນເຊົ້າ ຂອງວັນເສົາມື້ນີ້. ລາຍງານຂ່າວບາງກະແສ ແຈ້ງວ່າ ນຶ່ງໃນຈຳນວນຢ່າງນ້ອຍ 2 ສົບ ທີ່ຖືກນຳອອກມາ ຈາກເຮືອນຫລັງນັ້ນ ແມ່ນເປັນສົບຂອງນາຍ NOORDIN TOP ຜູ້ຕ້ອງສົງສັຍ ທີ່ທາງການ ຕ້ອງການໂຕທີ່ສຸດ ຢູ່ໃນຂົງເຂດ. ກຸ່ມຂອງນາຍ NOORDIN ໄດ້ມີສ່ວນພົວພັນ ນຳການໂຈມຕີ ໃນວັນທີ 17 ກໍຣະກົດຜ່ານມາ ທີ່ໂຮງແຮມ MARRIOTT ແລະ RITZ-CARLTON ທີ່ນະຄອນຫລວງ ຈາກາຕ້າ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດ 9 ຄົນ ແລະບາດເຈັບອີກ ຫລາຍກວ່າ 50 ຄົນ.

ອີຣ່ານ - ການດຳເນີນຄະດີ: ສື່ມວນຊົນ ຂອງທາງການອີຣ່ານ ລາຍງານວ່າ ໄດ້ມີການ ນຳໂຕພວກນັກໂທດການເມືອງຈຸທີ 2 ມາດຳ ເນີນຄະດີ ນຶ່ງອາທິດ ລຸນຫລັງທີ່ໄດ້ມີການຮັບ ຟັງ ຄຳໃຫ້ການ ກ່ຽວກັບພວກນັກການເມືອງ ນິຍົມແນວທາງປານກາງ ທີ່ສຳຄັນໆ ແລະພວກ ປະທ້ວງອື່ນໆ 100 ຄົນ ໃນການເລືອກຕັ້ງ ປະທານາທິບໍດີ ທີ່ເປັນບັນຫາຂັດແຍ້ງ ເມື່ອວັນທີ 12 ມິຖຸນາຜ່ານມາ. ພວກຈຳເລີຍ ທີ່ຖືກນຳໂຕມາຂຶ້ນສານ ໃນມື້ນີ້ ແມ່ນຮວມທັງ ຫົວໜ້ານັກປະຕິຮູບ ແລະພວກນັກຂ່າວອີຣ່ານ ພ້ອມໆກັບອາຈານສອນ ມະຫາວິທຍາລັຍ ອາຍຸ 24 ປີຄົນຝຣັ່ງ ທ່ານ CLOTILDE REISS ແລະພະນັກງານ ສະຖານທູດຝຣັ່ງ ແລະສະຖານທູດອັງກິດ ທີ່ເປັນຄົນອີຣ່ານ ຈຳນວນນຶ່ງ. ທ່ານ REISS ຖືກກ່າວຫາວ່າ ເກັບກຳຂໍ້ມູນຕ່າງໆ ແລະເປັນຜູ້ຍຸແຍ່ ໃຫ້ມີການກໍ່ຈະລາຈົນ. ພະນັກງານ ສະຖານທູດອັງກິດຄົນນຶ່ງ ທີ່ຖືກປະກັນໂຕອອກມາ ໃນເດືອນແລ້ວນີ້ ກຳລັງປະເຊີນກັບ ຂໍ້ຫາເປັນສອດແນມ. ກະຊວງ ການຕ່າງປະເທດອັງກິດ ກ່າວວ່າ ການດຳເນີນຄະດີ ພະນັກງານຄົນນີ້ ເປັນສິ່ງທີ່ຮັບເອົາບໍ່ໄດ້ ແລະໄດ້ປະຕິເສດ ກ່ຽວກັບການ ໃຫ້ການຄ້ຳປະກັນ ຂອງເຈົ້າໜ້າທີ່ອີຣ່ານ ກ່ອນໜ້ານີ້.

ອີຣ່ານ - ນິວເຄລັຽ: ພວກນັກວິເຄາະທາງ ດ້ານສືບລັບ ຂອງສະຫະຣັດ ກ່າວວ່າ ອີຣ່ານ ຈະບໍ່ສາມາດ ຜລິດການກັ່ນ ທາດຢູເຣນຽມ ທີ່ ມີປະສິດທິພາບສູງ ເພື່ອເຮັດຣະເບີດນິວເຄລັຽ ໄດ້ ກ່ອນ ປີ 2013. ນອກນັ້ນ ພວກນັກວິເຄາະ ຍັງເວົ້າວ່າ ປະຊາຄົມສືບລັບ ຂອງສະຫະຣັດ ບໍ່ເຊື່ອວ່າ ອີຣ່ານ ໄດ້ທຳການຕັດສິນໃຈ ທາງ ດ້ານການເມືອງ ທີ່ຈະຜລິດ ການກັ່ນທາດຢູເຣນຽມ ທີ່ມີສະມັຖພາບສູງ. ເຂົາເຈົ້າເວົ້າວ່າ ການຕັດສິນໃຈ ທີ່ວ່ານີ້ ບໍ່ມີທ່າທາງວ່າ ຈະເກີດຂຶ້ນ ຕາບໃດທີ່ ປະຊາຄົມນາໆຊາດ ຍັງທຳການກົດດັນ ແລະກວດກາ ຢ່າງເຂັ້ມງວດ ຕໍ່ອີຣ່ານ ຫາກຍັງດຳເນີນຕໍ່ໄປ. ພວກນັກວິເຄາະ ສະລຸບວ່າ ບາງທີອີຣ່ານ ອາດຈະໃຊ້ ສະຖານທີ່ປິດລັບ ທາງທະຫານ ແທນທີ່ຈະແມ່ນ ສະຖານທີ່ນິວເຄລັຽ ທີ່ໄດ້ມີການ ປະກາດໃຫ້ຊາບ ເພື່ອຜລິດ ການກັ່ນທາດຢູເຣນຽມ ທີ່ມີສະມັຖພາບສູງ. ຜແນກສືບລັບ ແລະຄົ້ນຄວ້າ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ໄດ້ທຳການຊັ່ງຊາຕີຣາຄາ ທີ່ວ່ານີ້ ໃນເອກກະສານ ທີ່ມີການ ເປີດເຜີຍໃຫ້ຊາບ ໃນສັບປະດານີ້. ສະຫະຣັດ ແລະບັນດາປະເທດ ພັນທະມິດຕາເວັນຕົກ ໄດ້ກ່າວຫາອີຣ່ານວ່າ ພວມດຳເນີນງານ ເພື່ອຜລິດອາວຸດນິວເຄລັຽ. ອີຣ່ານກ່າວວ່າ ໂຄງການປະຣະມະນູຂອງຕົນ ແມ່ນເພື່ອຜລິດໄຟຟ້າ.

ສະຫະຣັດ - ອາຟຣິາກາ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ເຈຣະຈາຫາຣື ກັບປະທານາທິບໍດີ ອາຟຣິກາໃຕ້ ທ່ານ JACOB ZUMA ໃນຄວາມພະຍາຍາມ ເພື່ອປັບປຸງ ຄວາມສັມພັນ ລະຫວ່າງ ປະເທດທັງສອງ. ເຈົ້າໜ້າທີ່ທັງສອງ ໄດ້ພົບປະກັນ ທີ່ເມືອງ DURBAN ຫົວເມືອງແຄມທະເລ ຂອງອາຟຣິກາໃຕ້. ທ່ານນາງ CLINTON ເວົ້າວ່າ ຣັຖບານ ຂອງປະທານາທິບໍດີ BARACK OBAMA ຫວັງວ່າຈະໄດ້ມີການຈັດຕັ້ງ ການຮ່ວມມື ໃນຍຸກໃໝ່ ລະຫວ່າງ ປະເທດທັງສອງ. ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ທ່ານນາງ CLINTON ຊຶ່ງກຳລັງ ຢູ່ໃນລະຫວ່າງ ການຢ້ຽມຢາມ 7 ປະເທດ ໃນອາຟຣິກາ ຈະກົດດັນໃຫ້ ທ່ານ ZUMA ຊ່ອຍ ກ່ຽວກັບເຣື່ອງ ZIMBABWE. ໃນມື້ວານນີ້ ທ່ານນາງ CLINTON ກ່າວວ່າ ອາຟຣິກາໃຕ້ ສາມາດມີບົດບາດ ອັນສຳຄັນ ໃນການຊຸກຍູ້ໃຫ້ ທ່ານ ROBERT MUGABE ປະທານາທິບໍດີ ZIMBABWE ປະຕິບັດຕາມ ຂໍ້ຕົກລົງ ການຄອງອຳນາດຮ່ວມກັນ ກັບນາຍົກຣັຖມຸນຕຣີ MORGAN TSVANGIRAI ຊຶ່ງໄດ້ມີຂຶ້ນໃນປີນີ້.

ສະຫະຣັດ - ໂຊມາເລັຽ: ອົງການສັນຕິບານ ກາງ FBI ຂອງສະຫະຣັດໄດ້ຄົ້ນຫ້ອງການຂອງ ບໍຣິສັດນຳທ່ຽວ ທີ່ຣັດມິນເນໂຊຕາໃນສັບປະດານີ້ ເພື່ອຊອກຫາຮ່ອງຮອຍ ຂອງການຫາຍສາບສູນ ຂອງພວກຜູ້ຊາຍ ຊາວອະເມຣິກັນ ເຊື້ອສາຍໂຊ ມາເລັຽ 20 ຄົນ ທີ່ເຊື່ອກັນວ່າ ກຳລັງທຳການສູ້ຣົບ ຢູ່ໃນສົງຄາມກາງເມືອງ ໂຊມາເລັຽ. ນາຍ OMAR JAMAL ໂຄສົກຂອງ ສູນກາງຕໍ່ສູ້ ເພື່ອຄວາມຍຸ ຕິທັມ ໂຊມາເລັຽ ກ່າວວ່າ ເຈົ້າຂອງບໍຣິສັດນຳທ່ຽວ AMANA ໄດ້ຖືກຕິດຕໍ່ ເມື່ອຫຼາຍໆເດືອນກ່ອນ ໂດຍພວກຜູ້ຊາຍ ໜຸ່ມນ້ອຍ 2 ຄົນ ທີ່ຕ້ອງການ ເດີນທາງໄປ ໂຊມາເລັຽ. ນາຍ JAMAL ເວົ້າວ່າ ເຈົ້າຂອງບໍຣິສັດນຳທ່ຽວ ຄືນາຍ ALI MOHAMUD ໄດ້ປະຕິເສດ ທີ່ຈະຂາຍປີ້ໃຫ້ ເວລາລາວຮູ້ວ່າ ພໍ່ແມ່ຂອງ ພວກໜຸ່ມນ້ອຍທັງ 2 ບໍ່ຮູ້ເຣື່ອງ ກ່ຽວກັບແຜນການ ຂອງພວກລູກໆເຂົາເຈົ້າ. ແຕ່ມີຜູ້ຊາຍອະເມຣິກັນ ເຊື້ອສາຍໂຊມາເລັຽ ປະມານ 20 ຄົນ ຈາກຣັດມິນເນໂຊຕາ ຮວມທັງ ພວກໜຸ່ມນ້ອຍທັງ 2 ໄດ້ຫາຍສາບສູນໄປ ໃນໄລຍະ ສອງເດືອນ ຜ່ານມານີ້. ເປັນທີ່ເຊື່ອກັນວ່າ ພວກຜູ້ຊາຍ ໂຊມາເລັຽຈຸນີ້ ກຳລັງທຳການສູ້ຣົບ ໃຫ້ແກ່ກຸ່ມມຸສລິມ ຫົວຮຸນແຮງ AL-SHABAB ເພື່ອຕໍ່ຕ້ານ ຣັຖບານໂຊມາເລັຽ ແລະພັນທະມິດ. ສະຫະຣັດຖືວ່າ AL-SHABAB ເປັນກຸ່ມກໍ່ການຮ້າຍ.

ສະຫະຣັດ: ໃນວັນເສົາມື້ນີ້ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ ໃຊ້ຂໍ້ມູນທີ່ດີກວ່າຄາດ ທາງດ້ານເສຖກິດ ສຳລັບເດືອນກໍຣະກົດ ມາຊຸກຍູ້ ນະໂຍບາຍ ປະຕິຮູບ ຣະບົບຮັກສາສຸຂພາບ ຂອງທ່ານ ຊຶ່ງທ່ານເວົ້າວ່າ ເປັນເສົາຫລັກ ສຳລັບການ ເຕີບໂຕ ແລະຄວາມອຸດົມຮັ່ງມີ ໃນອະນາຄົດ ຂ້າງໜ້າ. ໃນຄຳປາສັຍ ປະຈຳສັບປະດາ ທາງວິທຍຸ ແລະອິນເຕີແນັດ ມື້ນີ້ ທ່ານ OBAMA ເວົ້າວ່າ ມີຂ່າວລືແປກໆທີ່ວ່າ ແຜນການຂອງທ່ານ ຈະຊຸກຍູ້ໃຫ້ ພວກທີ່ປ່ວຍເຮື້ອຮັງ ເສັຽຊີວິດ ແບບເລືອດເຢັນ ຕັດການໃຊ້ຈ່າຍ ກ່ຽວກັບ MEDICAID ຫລືເກືອບທໍ່ໆກັບວ່າ ເປັນການເຂົ້າຄວບຄຸມ ຂອງຣັບຖານນັ້ນ ແມ່ນບໍ່ມີມູນຄວາມຈິງ. ຜູ້ນຳຂອງພັກເດ ໂມແຄຣັທ ໄດ້ຕຳໜິຕິຕຽນ ບໍຣິສັດປະກັນພັຍ ຕໍ່ອັນທີ່ທ່ານເອີ້ນວ່າ ການກະທຳ ທີ່ບໍ່ຍຸຕິທັມ ແລະເວົ້າວ່າ ແຜນການຂອງທ່ານ ຈະປົກປ້ອງ ຜູ້ບໍຣິໂພກ ໂດຍເຮັດໃຫ້ ເປັນທີ່ແນໃຈວ່າ ບໍຣິສັດປະກັນພັຍ ເປັນຜູ້ຮັບຜິດຊອບ. ສຳລັບການກ່າວຕອບໂຕ້ ປະຈຳສັບປະດາ ຂອງພັກຣີພັບຣີກັນນັ້ນ ຜູ້ສະມັກ ເປັນຜູ້ປົກຄອງຣັດ ເວີຈີເນັຽ ທ່ານ BOB McDONNELL ເວົ້າວ່າ ໂຕເລກ ໃນການສູນເສັຽ ວຽກການໃໝ່ ສະແດງໃຫ້ເຫັນວ່າ ອັດຕຣາຄົນຫວ່າງງານ ຍັງມີສູງຢູ່.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG