ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງຄລິນຕັນ ຢູ່ທີ່ ອາຟຣິກາໃຕ້ ເພື່ອກົດດັນ ໃຫ້ເອົາມາຕການ ຕໍ່ຊິມບັບເວ


ສະຫະຣັດ - ອາຟຣິກາ: ຣັຖມຸນຕຣີການ ຕ່າງປະເທດ ສະຫະຣັດທ່ານນາງ HILLARY CLINTON ກຳລັງຢູ່ທີ່ ອາຟຣິກາໃຕ້ ບ່ອນທີ່ ທ່ານນາງເວົ້າວ່າ ທ່ານນາງ ຈະຊຸກຍູ້ ໃຫ້ປະ ເທດດັ່ງກ່າວ ດຳເນີນການເພີ້ມຕື່ມ ເພື່ອຮັບມື ກັບອັນທີ່ທ່ານນາງ ເອີ້ນວ່າ ຜົນກະທົບ ໃນທາງລົບ ຈາກການປົກຄອງ ຂອງ ປະທານາທິບໍດີ ROBERT MUGABE ໃນຊິມບັບເວນັ້ນ. ທ່ານນາງ CLINTON ໄດ້ເດີນທາງ ໄປເຖິງນະຄອນ JOHANNESBURG ໃນມື້ວານນີ້. ສຳລັບ ໃນວັນສຸກມື້ນີ້ ທ່ານນາງ ມີລາຍການຕ່າງໆ ເຕັມມື້ ຮວມທັງການພົບປະ ກັບອະດີດ ປະທານາທິບໍດີ ອາຟຣິກາໃຕ້ ທ່ານ NELSON MANDELA ແລະການກ່າວຄຳປາສັຍ ຕໍ່ພວກຜູ້ນຳທຸຣະກິດ. ນອກນັ້ນ ທ່ານນາງ ຍັງມີແຜນການ ທີ່ຈະພົບປະ ຢູ່ນະຄອນ PRETORIA ກັບຣັຖມຸນຕຣີ ການຕ່າງປະເທດ ອາຟຣິກາໃຕ້ ກ່ອນຈະເຈຣະຈາຫາຣື ກັບປະທານາທິບໍດີ ອາຟຣິກາໃຕ້ ທ່ານ JACOB ZUMA ໃນມື້ວັນເສົາ ມື້ອື່ນ. ທ່ານນາງ CLINTON ໄດ້ເດີນທາງ ໄປຍັງອາຟຣິກາໃຕ້ ຫລັງຈາກ ໄດ້ທຳການຢ້ຽມຢາມ ປະເທດເຄັນຢາ ບ່ອນທີ່ທ່ານນາງ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ ການສນັບສນຸນ ຢ່າງແຂງຂັນ ຕໍ່ຣັຖບານໂຊມາເລັຽ ລຸນຫລັງທີ່ໄດ້ພົບປະ ກັບປະທານາທິບໍດີ ໂຊມາເລັຽ SHEKH SHARIF SHEIKH AHMED ທີ່ນະຄອນ ຫລວງໄນໂຣບີ ໃນມື້ື້ວານນີ້.

ປາກິສຖານ: ຣັຖມຸນຕຣີ ການຕ່າງປະເທດ ປາກິສຖານ ກ່າວວ່າ ແຫລ່ງຂ່າວສືບລັບໃຫ້ ການຢືນຢັນວ່າ ຜູ້ນຳກຸ່ມທາລີບານ ໃນປາກິສ ຖານ ນາຍ BAITULLAH MEHSUD ໄດ້ ຖືກຂ້າຕາຍ ໃນການໂຈມຕີ ດ້ວຍລູກສອນໄຟ ໃນມື້ວັນພຸດແລ້ວ ທີ່ເຂດຊົນເຜົ່າ WAZIRISTAN ໃຕ້. ການຖແລງດັ່ງກ່າວ ຂອງທ່ານ SHAH MEHMOOD QURESHI ມີຂຶ້ນ ໃນວັນສຸກມື້ນີ້ ໃນລະຫວ່າງ ກອງປະຊຸມຖແລງຂ່າວ ທີ່ນະຄອນຫລວງ ອິສລາມາບັດ. ກ່ອນໜ້ານີ້ ພວກເຈົ້າໜ້າທີ່ສືບລັບ ກ່າວວ່າ ນາຍ MEHSUD ໄດ້ຖືກນຳໄປຝັງ ທີ່ບ້ານ NARGUSAI ບໍ່ໄກປານໃດ ຈາກບ່ອນທີ່ຖືກໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍ ເປັນຂອງສະຫະຣັດ ທີ່ຍິງມາຈາກ ເຮືອບິນບໍ່ມີຄົນຂັບນັ້ນ. ເຂດດັ່ງກ່າວນີ້ ແມ່ນຄວບຄຸມໂດຍ ພວກທາລີບານ. ອົງການຂ່າວເອພີ ລາຍງານວ່າ ນາຍ KAFAYAT ULLAH ເພື່ອນຜູ້ບັນຊາການ ຂອງກຸ່ມທາລີບານ ໄດ້ໃຫ້ການຢືນຢັນ ກ່ຽວກັບການເສັຽຊີວິດ ຂອງນາຍ MEHSUD. ນອກນັ້ນ ເຈົ້າໜ້າທີ່ ສະຫະຣັດ ຍັງກ່າວວ່າ ມີຫລັກຖານ ທີ່ໜັກແໜ້ນ ສະແດງໃຫ້ເຫັນວ່າ ນາຍ MEHSUD ເສັຽຊີວິດ ໃນການໂຈມຕີ ທີ່ວ່ານີ້ ແຕ່ບໍ່ສາມາດ ໃຫ້ການຢືນຢັນໄດ້.

ສຣີລັງກາ: ພວກກະບົດ ແບ່ງແຍກດິນແດນ ເສືອທະມິລ ທີ່ໄດ້ຮັບການປລາຊັຍ ຕໍ່ກອງທັບ ສຣີລັງກາ ເມື່ອບໍ່ດົນມານີ້ ໃຫ້ການຢືນຢັນວ່າ ຜູ້ນຳຂອງພວກເຂົາ ໄດ້ຖືກຈັບ ແລະເວລານີ້ ຢູ່ໃນການຄວບຄຸມ ຂອງສຣີລັງກາ. ໃນຖແລງ ຂ່າວ ທີ່ນຳອອກເຜີຍແຜ່ທາງອີແມລສະບັບນຶ່ງ ໃນວັນສຸກມື້ນີ້ ພວກກະບົດ ເສືອທະມິລເວົ້າວ່າ ນາຍ SELVARASA PATHMANATHAN ໄດ້ຖືກຈັບທີ່ມາເລເຊັຽ ແຕ່ເຈົ້າໜ້າທີ່ ມາເລເຊັຽ ກ່າວວ່າ ຕົນບໍ່ມີຂໍ້ມູນໃດໆກ່ຽວກັບການຈັບກຸມ ທີ່ວ່ານີ້. ລາຍງານ ກ່ອນໜ້ານີ້ ແຈ້ງວ່າ ນາຍ PATHMANATHAN ໄດ້ຖືກຈັບ ທີ່ປະເທດໄທ ແຕ່ຣັຖບານໄທ ກ່າວວ່າ ການຈັບກຸມ ໄດ້ມີຂຶ້ນ ຢູ່ບ່ອນອື່ນພຸ້ນ. ໂຄສົກ ຂອງກອງທັບ ສຣີລັງກາ ກ່າວວ່າ ນາຍ PATHMANATHAN ໄດ້ກັບຄືນໄປ ສຣີລັງກາແລ້ວ ແລະເວລານີ້ ກຳລັງຖືກ ສອບປາກຄຳຢູ່. ທ່ານບໍ່ໄດ້ ໃຫ້ການຢືນຢັນ ກ່ຽວກັບວ່າ ການຈັບກຸມ ມີຂຶ້ນ ຢູ່ບ່ອນໃດແທ້. ນາຍ PATHMANATHAN ໄດ້ເຂົ້າຮັບຕຳແໜ່ງ ເປັນຜູ້ນຳ ຂອງກຸ່ມກະບົດ ເສືອທະມິລ ຫລັງຈາກ ຜູ້ນຳຄົນເກົ່າ ນາຍ VELLUPILLAI PRABHAKARAN ໄດ້ເສັຽຊີວິດ ໃນໄລຍະສຸດທ້າຍ ຂອງສົງຄາມກາງເມືອງ 25 ປີ ທີ່ສິ້ນສຸດລົງ ໃນເດືອນພຶສະພາ ຜ່ານມາ.

ລາວ - ອັງກິດ: ແມ່ຍິງຖືພາມານຊາວອັງກິດ ທີ່ຖືກຕັດສິນໂທດ ຈຳຄຸກຕລອດຊີວິດ ຢູ່ລາວ ຍ້ອນລັກລອບລຳລຽງ ແລະຄ້າຂາຍ ຢາເສບຕິດ ນັ້ນໄດ້ເດີນທາງ ກັບຄືນໄປເຖິງ ປະເທດອັງກິດ ແລ້ວ ເພື່ອຮັບໃຊ້ໂທດທີ່ນັ້ນ. ເຮືອບິນທີ່ນາງ SAMANTHA OROBATOR ອາຍຸ 20 ປີ ທີ່ໃຊ້ ໃນການເດີນທາງ ໄປນັ້ນ ໄດ້ລົງຈອດ ທີ່ສນາມບິນ HEATHROW ໃນກຸງລອນດອນ ໃນວັນສຸກມື້ນີ້ ບ່ອນທີ່ຕຳຣວດ ໄດ້ໄປຖ້າຢູ່ແລ້ວ ເພື່ອນຳເອົານາງ ໄປຂັງທີ່ຄຸກ ຊຶ່ງຕັ້ງຢູ່ໃກ້ຄຽງ. ແມ່ຍິງຊາວອັງກິດ ເຊື້ອສາຍໄນຈີເຣັຽຄົນນີ້ ໄດ້ຖືກຈັບ ທີ່ສນາມບິນວັດໄຕ ໃນນະຄອນຫລວງວຽງຈັນ ປີກາຍນີ້ ໃນຂໍ້ຫາ ມີເຮໂຣອີນ ຢູ່ໃນຄວາມຄອບຄອງ ຫລາຍກວ່າ ເຄິ່ງກິໂລ. ປະຣິມານ ຢາເສບຕິດດັ່ງກ່າວ ແມ່ນກາຍຂີດ ທີ່ນາງຈະໄດ້ຮັບໂທດ ປະຫານຊີວິດ. ແຕ່ເຈົ້າໜ້າທີ່ລາວ ໃຫ້ການຄ້ຳປະກັນ ຕໍ່ອັງກິດວ່າ ຕົນຈະບໍ່ຕັດສິນໂທດ ປະຫານຊີວິດ ນາງ OROBATOR ຫລັງຈາກຮູ້ວ່າ ນາງໄດ້ຖືພາມານ ຂະນະທີ່ຢູ່ໃນຄຸກ. ນາງໄດ້ຖືກຕັດສິນໂທດ ຈຳຄຸກຕລອດຊີວິດ ໃນເດືອນມິຖຸນາ ຜ່ານມາ. ເຈົ້າໜ້າທີ່ຂອງລາວ ແລະອັງກິດ ໄດ້ລົງນາມ ໃນຂໍ້ຕົກລົງ ສັບປະດາແລ້ວນີ້ ເພື່ອອະນຸຍາດໃຫ້ ມີການສົ່ງນາງ OROBATOR ກັບຄືນໄປ ປະເທດອັງກິດ.

ໃຕ້ຫວັນ - ໄຕ້ຝຸ່ນ: ເຈົ້າໜ້າທີ່ໃຕ້ຫວັນໄດ້ ສັ່ງໃຫ້ ທຸຣະກິດຕ່າງໆ ແລະໂຮງຮຽນປິດຂະ ນະທີ່ລົມພາຍຸໄຕ້ຝຸ່ນ ມໍຣະກົດ ພວມມຸ່ງໜ້າ ໄປຍັງເກາະດັ່ງກ່າວ. ພວກນັກພະຍາ ກອນອາກາດ ເວົ້າວ່າ ລົມໄຕ້ຝຸ່ນນີ້ ຈະມີຄວາມແຮງເຖິງ 144 ຫຼັກກິໂລແມັດ ຕໍ່ຊົ່ວໂມງ ຂະນະທີ່ພັດຜ່າ ນເກາະໃຕ້ຫວັນ ໃກ້ໆນະຄອນຫລວງ ໄທເປ. ຕລາດການເງິນ ຂອງໃຕ້ຫວັນ ໄດ້ປິດກິຈການ ໃນວັນສຸກມື້ນີ້ ກ່ອນທີ່ໄຕ້ຝຸ່ນ ມໍຣະກົດ ຈະໄປຮອດ. ຖ້ຽວບິນນາໆຊາດ ແລະຖ້ຽວບິນ ພາຍໃນປະເທດ ຈຳນວນນຶ່ງ ໄດ້ມີການຍົກເລີກ ແລະຣົດໄຟໂດຍສານ ທີ່ມີຄວາມໄວສູງ ຂອງໃຕ້ຫວັນ ກໍໄດ້ໂຈະ ການໃຫ້ບໍຣິການ ເປັນການຊົ່ວຄາວ. ຕາມປົກກະຕິແລ້ວ ລົມໄຕ້ຝຸ່ນ ຈະພັດຖລົ່ມ ເຂດເອເຊັຽ-ປາຊີຟິກ ໃນລະຫວ່າງ ເດືອນກໍຣະກົດ ຫາເດືອນກັນຍາ ຂອງທຸກໆປີ.

ສະຫະຣັດ - ເກົາຫລີເໜືອ: ທຳນຽບຂາວ ໄດ້ກ່າວເຖິງ ການເດີນທາງ ໄປເກົາຫຼີເໜືອ ຂອງອະດີດປະທານາທິບໍດີ ສະຫະຣັດທ່ານ BILL CLINTON ນັ້ນວ່າ ເປັນການເດີນທາງ ໄປໃນທາງສ່ວນໂຕ ເພື່ອມະນຸສທັມ ຊຶ່ງຈະບໍ່ ປ່ຽນແປງ ນະໂຍບາຍ ຂອງສະຫະຣັດ ຕໍ່ປະເທດດັ່ງກ່າວ ແຕ່ຢ່າງໃດ. ໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ກ່າວວ່າ ການເດີນທາງ ໄປນະຄອນຫຼວງພຽງຢາງ ຂອງທ່ານ CLINTON ແມ່ນເປັນເຣື່ອງນຶ່ງ ອີກຕ່າງຫາກ ທີ່ແຍກຈາກ ນະໂຍບາຍ ອາວຸດນິວເຄລັຽ ຂອງເກົາຫລີເໜືອ ແລະການກະທຳ ທີ່ເປັນການ ທ້າທາຍເກາະຜິດ. ທ່ານ GIBBS ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ທ່ານ CLINTON ໄດ້ລາຍງານ ຕໍ່ຄະນະ ສະພາຄວາມໝັ້ນຄົງ ແຫ່ງຊາດ ກ່ຽວກັບ ການເດີນທາງ ໄປຢ້ຽມຢາມ ຂອງທ່ານ ແລະເປັນທີ່ຄາດກັນວ່າ ຈະໄດ້ພົບກັບ ປະທານາທິບໍດີ BARACK OBAMA ໃນໄວໆນີ້. ໃນມື້ວັນອັງຄານ ຜ່ານມາ ທ່ານ CLINTON ໄດ້ພົບປະ ກັບຜູ້ນຳ ຂອງເກົາຫລີເໜືອ ທ່ານ KIM JONG-IL ແລະໄດ້ຮັບ ອະນຸຍາດ ໃຫ້ມີການປ່ອຍໂຕ ນັກຂ່າວອະເມຣິກັນ 2 ຄົນ ຄືນາງ LAURA LING ແລະນາງ EUNA LEE ທີ່ໄດ້ຖືກ ຕັດສິນໂທດ ຈຳຄຸກອອກແຮງງານໜັກ ເປັນເວລາ 12 ປີ ຍ້ອນມີການ ກ່າວຫາວ່າ ໄດ້ຂ້າມຊາຍແດນ ເຂົ້າໄປໃນ ເກົາຫລີເໜືອ ແບບຜິດກົດໝາຍ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG