ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄລິນຕັນກ່າວວ່າ ສະຫະຣັດ ຢາກໃຫ້ເຄັນຢາ ເປັນຜູ້ ມີບົດບາດນຳພາ ໃນສັຕວັດທີ 21


ສະຫະຣັດ - ອາຟຣິກາ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ສະຫະຣັດ ຢາກໃຫ້ເຄັນຢາ ມີບົດບາດ ການນຳພາ ໃນສັຕວັດທີ 21 ແຕ່ທ່ານນາງ ກ່າວຢ້ຳວ່າ ນັ້ນແມ່ນ ສຸດແລ້ວແຕ່ ເຄັນຢາເອງ ຈະເຮັດໃຫ້ ມັນເກີດຂຶ້ນ. ທ່ານນາງ CLINTON ກ່າວໃນລະຫວ່າງ ກອງປະຊຸມ ກັບພວກ​ຜູ້ນຳ​ ປະຊາ​ຄົມ ທີ່ນະຄອນຫຼວງ ໄນໂຣບີ ໃນມື້ທີ 2 ຂອງການຢ້ຽມຢາມ 7 ປະເທດ ໃນອາຟຣິກາ. ທ່ານນາງ ໄດ້ກ່າວສະທ້ອນ ທັສນະ ຄວາມເຫັນ ຂອງປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ປະເທດການາ ໃນເດືອນກໍຣະກົດ ຜ່ານມາ ໂດຍເວົ້າວ່າ ອະນາຄົດ ຂອງເຄັນຢາ ແມ່ນຂຶ້ນຢູ່ກັບ ເຄັນຢາເອງ. ໃນຕອນເຊົ້າມື້ນີ້ ທ່ານນາງ CLINTON ໄດ້ໄປວາງ ພວງມາລາ ທີ່ສຸສານ ນະຄອນຫລວງ ໄນໂຣບີ ເພື່ອໄວ້ອາລັຍ ໃຫ້ແກ່ ພວກເຄາະຮ້າຍ ຈາກການ ວາງຣະເບີດໂຈມຕີ ສະຖານທູດ ສະຫະຣັດ ໂດຍເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ AL-QAIDA ໃນເຄັນຢາ ແລະແທນຊາເນັຽ ໃນປີ 1998.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ຣະເບີດແຄມທາງ ລູກນຶ່ງ ໄດ້ສັງຫານ ພົລເຮືອນ ຊາວອັຟການິສຖານ 21 ຄົນ ທີ່ເດີນທາງ ໄປງານແຕ່ງງານ ຢູ່ໃນພາກໃຕ້ ອັຟການິສຖານ. ພວກແຂກໄປຮ່ວມພິທີແຕ່ງງານ ໄດ້ພາກັນ ຂີ່ຣົດພ່ວງ ທີ່ແກ່ໂດຍຣົດໄຖ ເວລາຣະເບີດ ແຕກຂຶ້ນ ໃນວັນພະຫັດມື້ນີ້ ທີ່ແຂວງ HELMAND ໃນພາກໃຕ້ ອັຟການິສຖານ. ເຈົ້າໜ້າທີ່ ກ່າວວ່າ ແມ່ຍິງ ແລະເດັກນ້ອຍ ແມ່ນຮວມຢູ່ໃນ ຈຳນວນພວກທີ່ເສັຽຊີວິດ. ນອກນັ້ນ ຍັງມີອີກ 5 ຄົນໄດ້ຮັບບາດເຈັບ. ສ່ວນຣະເບີດແຄມທາງ ລູກທີ 2 ທີ່ແຕກຂຶ້ນ ຢູ່ໃນອີກເຂດນຶ່ງ ຂອງແຂວງ HELMAND ນັ້ນ ເຮັດໃຫ້ຕຳຣວດ ອັຟການິສຖານ 5 ຄົນເສັຽຊີວິດ. ແຂວງ HELMAND ເປັນທີ່ໝັ້ນ ຂອງພວກ ຫົວຮຸນແຮງ ທາລີບານ ທີ່ໄດ້ເພີ້ມທະວີ ການບຸກໂຈມຕີ ເພື່ອພະຍາຍາ ມຫາທາງລົບກວນ ການເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ ຊຶ່ງຈະຈັດຂື້ນ ໃນວັນທີ 20 ສິງຫານີ້. ກຳລັງຂອງ ສະຫະຣັດ ແລະອົງການ NATO ພວມພະຍາຍາມ ສ້າງຄວາມທຸ່ນທ່ຽງ ໃຫ້ແກ່ເຂດດັ່ງກ່າວ ກ່ອນການປ່ອນບັດ.

ເກົາຫລີເໜືອ - ນັກຂ່າວ: ຫຼັງຈາກນັກຂ່າວ ອະເມຣິກັນ 2 ຄົນ ທີ່ຖືກຈັບ ຢູ່ເກົາຫລີເໜືອ ໄດ້ເດີນທາງ ກັບຄືນປະເທດ ຢ່າງປອດພັຍແລ້ວ ຈຶ່ງຄາດວ່າ ອະດີດປະທານາທິບໍດີ ສະຫະຣັດ ທ່ານ BILL CLINTON ຈະລາຍງານ ໃຫ້ປະທານາທິບໍດີ BARACK OBAMA ຊາບ ກ່ຽວກັບ ການເດີນທາງ ໄປພຽງຢາງ ຂອງທ່ານ ທີ່ພາໃຫ້ມີການປ່ອຍ ພວກນັກຂ່າວ ທັງສອງ. ໂຄສົກຂອງ ທຳນຽບຂ່າວ ກ່າວໃນມື້ວານນີ້ວ່າ ທ່ານຄາດວ່າ ທ່ານ OBAMA ຈະພົບປະ ກັບອະດີດ ປະທານາທິບໍດີ CLINTON ໃນໄວໆນີ້. ພວກທ່ານ ໄດ້ລົມກັນ ທາງໂທຣະສັບ ເປັນເວລາສັ້ນໆ ເວລາທ່ານ CLINTON ພາພວກນັກຂ່າວ ທັງ 2 ກັບຄືນມາເຖິງ ສະຫະຣັດ ລຸນຫລັງ ການເຈຣະຈາ ກັບຜູ້ນ ຳເກົາຫລີເໜືອ ທ່ານ KIM JONG-IL ເພື່ອໃຫ້ມີການ ອະພັຍໂທດ. ທຳນຽບຂາວ ຍັງຢືນຢັດວ່າ ການເດີນທາງ ໄປຊ່ອຍພວກນັກຂ່າວ ທັງ 2 ຂອງທ່ານ CLINTON ແມ່ນໄປໃນ ທາງສ່ວນໂຕ ຕາມຄຳຮ້ອງຂໍ ຂອງຄອບຄົວ ພວກນັກຂ່າວ. ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ ຣັຖບານ ສະຫະຣັດ ກ່າວວ່າ ກ່ອນອອກເດີນທາງ ອະດີດ ປະທານາທິບໍດີ ໄດ້ສົນທະນາຫາຣື ກັບພວກທີ່ປຶກສາ ດ້ານຄວາມໝັ້ນຄົງ ແຫ່ງຊາດຂອງ ສະຫະຣັດ.

ລາວ - ອັງກິດ: ແມ່ຍິງອັງກິດ ຖືພາມານ ທີ່ໄດ້ຖືກຕັດສິນໂທດ ຈຳຄຸກຕລອດຊີວິດ ຢູ່ລາວ ໃນຄວາມຜິດ ລັກລອບຢາເສບຕິດນັ້ນ ເດີນທາງອອກຈາກລາວ ໄປອັງກິດ ໃນວັນພະຫັດ ມື້ນີ້ ເພື່ອໄປ ຮັບໃຊ້ໂທດທີ່ນັ້ນ. ນາງ SAMANTHA OROBATOR ໄດ້ຖືກມອບ ໃຫ້ແກ່ ເຈົ້າໜ້າທີ່ອັງກິດ ໃນພິທີຮັບມອບ ຊຶ່ງຈັດຂຶ້ນ ຢູ່ທີ່ສນາມບິນວັດໄຕ ໃນນະຄອນຫລວງວຽງຈັນ. ນາງກຳລັງ ເດີນທາງ ກັບຄືນອັງກິດ ພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈ ທີ່ໄດ້ລົງນາມ ໂດຍເຈົ້າໜ້າທີ່ ຂອງປະເທດທັງ 2 ໃນສັບປະດາແລ້ວນີ້. ນາງ OROBATOR ໄດ້ຖືກຈັບ ທີ່ສນາມບິນວັດໄຕ ເມື່ອນຶ່ງປີກ່ອນ ຍ້ອນພົບເຫັນວ່າ ມີເຮໂຣອີນ ໃນຄວາມຄອບຄອງ ຫລາຍກວ່າເຄິ່ງກິໂລ ຊື່​ງ​ແມ່ນກາຍ ຈຳນວນ 500 ກຣາມ ຊຶ່ງຜູ້ກະທຳຜິດ ສາມາດໄດ້ຮັບໂທດ ປະຫານຊີວິດ ຢູ່ລາວ. ແຕ່ນາງໄດ້ຖືພາມານ ຂະນະຖືກຄຸມຂັງ ຈຶ່ງເຮັດໃຫ້ ສານຕັດສິນໂທດນາງ ຈຳຄຸກຕລອດຊີວິດ. ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ແມ່ຍິງອັງກິດ ເຊື້ອສາຍໄນຈີເຣັຽ ອາຍຸ 20 ປີຄົນນີ້ ຖືພາມານ ໄດ້ຈັ່ງໃດ ​ແຕ່ເຈົ້າໜ້າທີ່ລາວ ຢືນຢັນວ່າ ນາງ OROBATOR ເປັນຜູ້ເຮັດ ໃຫ້ນາງມີລູກເອງ ໂດຍການຊັກນ້ຳ ອະສຸຈິເຂົ້າໄປ.

ມາເລເຊັຽ: ສານແຫ່ງນຶ່ງ ໃນມາເລເຊັຽ ໄດ້ຕັດສິນໂທດ ປະຫານຊີວິດ ຜູ້ຊາຍຊາວມຽນມາ 6 ຄົນ ຍ້ອນໄດ້ສັງຫານ ຊາວມຽນມາ ດ້ວຍກັນຄົນນຶ່ງ. ພວກເຂົາເຈົ້າ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການສັງຫານ ເພື່ອນຄົນງານ ດ້ວຍກັນຄົນນຶ່ງ ໃນເດືອນມິຖຸນາ ປີ 2005. ຜູ້ພິພາກສາ ກ່າວວ່າ ຈຳເລີຍທັງ 6 ບໍ່ສາມາດ ສ້າງຄວາມສົງສັຍໃດໆ ຕໍ່ການໂຕ້ແຍ້ງ ຂອງໄອຍະການ. ນອກນັ້ນ ຊາວມຽນມາທັງ 6 ຍັງໄດ້ຖືກ ຕັດສິນໂທດ ຈຳຄຸກ 3 ປີ ຍ້ອນໄດ້ສ້າງ ຄວາມເຈັບປວດ ຢ່າງຮ້າຍແຮງ ເວລາພວກເຂົາເຈົ້າ ໃຊ້ມີດ ແລະໄຂຄວງ ແທງນ້ອງຊາຍ ຂອງຜູ້ເຄາະຮ້າຍ. ນຶ່ງໃນພວກຈຳເລີຍ ຍັງໄດ້ຮັບໂທດ ຕື່ມອີກ 3 ປີ ໃນການໂຈມຕີ ທຳນອງດຽວກັນນີ້ ຕໍ່ຜູ້ຊາຍ ຊາວມຽນມາ ອີກຄົນນຶ່ງ.

ອິນເດັຽ - ມູມໄບ: ສານແຫ່ງນຶ່ງ ຂອງອິນເດັຽ ໄດ້ຕັດສິນໂທດ ປະຫານຊີວິດ 3 ຄົນ ໃນການ ວາງຣະເບີດໂຈມຕີ ທີ່ເມືອງມູມໄບ ສູນກາງການຄ້າ ຂອງອິນເດັຽ ໃນປີ 2003 ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ 52 ຄົນນັ້ນ. ສານພິເສດ ທີ່ນະຄອນມູມໄບ ໄດ້ຕັດສິນໂທດ ປະຫານຊີວິດ ໃນວັນພະຫັດມື້ນີ້ ຫລັງຈາກ ໄດ້ພົບເຫັນວ່າ ຊາວອິນເດັຽທັງ 3 ມີຄວາມຜິດ ໃນເດືອນແລ້ວ ໃນການສັງຫານ ແລະການສົມຮູ້ຮ່ວມຄິດ ເພື່ອກໍ່ອາຊຍາກັມ. ໄອຍະການ ຂອງຕຳຣວດ ທ່ານ UJJWAL NIKAM ໄດ້ສະແດງ ຄວາມຊົມເຊີຍ ຕໍ່ການຕັດສິນໂທດ ປະຫານຊີວິດ ນາຍ MOHAMMED HANEED SAYYED ພັລຍາຂອງຜູ້ກ່ຽວ ນາງ FAHMEEDA ແລະຜູ້ສົມຮູ້ຮ່ວມຄິດ ນາຍ ASHRAT ANSARI. ທະນາຍຄວາມ ຂອງບຸກຄົນທັງ 3 ໄດ້ຍື່ນຂໍອຸທອນ ຕໍ່ສານສູງ ກ່ຽວກັບການ ຕັດສິນໂທດ ປະຫານຊີວິດ ດັ່ງກ່າວ. ສານພົບເຫັນວ່າ ຊາວອິນເດັຽ ທັງ 3 ມີຄວາມຜິດ ໃນການວາງຣະເບີດ ໃສ່ຣົດແທັກຊີ່ 2 ຄັນ ທີ່ໄດ້ຣະເບີດຂື້ນ ຫ່າງກັນ ບໍ່ເທົ່າໃດນາທີ ທີ່ອະນຸສາວະຣີ ປະຕູໄຊ ອິນເດັຽ ທີ່ນະຄອນມູມໄບ ແລະຕລາດ ຂາຍເພັດພອຍ ແຫ່ງນຶ່ງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG